Dataset Viewer
Auto-converted to Parquet Duplicate
source
stringlengths
4
341
target
stringlengths
5
313
Good morning. How are you?
ສະບາຍດີ. ພວກທ່ານເປັນແນວໃດແດ່?
(Audience) Good.
ຜ່ານມາຄັກຫຼາຍ ແມ່ນບໍ?
It's been great, hasn't it?
ຂ້າພະເຈົ້າເກືອບຫງາຍຍ້ອນສິ່ງທີ່ໄດ້ເກີດຂຶ້ນທັງໝົດ.
In fact, I'm leaving.
ອັນທີ່ຈິງ, ຂ້າພະເຈົ້າວ່າຈະກັບດີກວ່າ.
(Laughter) There have been three themes running through the conference, which are relevant to what I want to talk about.
(ຫົວ) ຜ່ານມາ ມີຢູ່ ສາມ ແກນ, ແມ່ນບໍ່, ທີ່ໄດ້ຜ່ານກອງປະຊຸມ, ເຊິ່ງກ່ຽວພັນ ກັບສິ່ງທີ່ຂ້າພະເຈົ້າຢາກເວົ້າເຖິງ
One is the extraordinary evidence of human creativity in all of the presentations that we've had and in all of the people here; just the variety of it and the range of it.
ອັນທີໜຶ່ງແມ່ນຫຼັກຖານອັນອັດສະຈັນ ຂອງຄວາມຄິດສ້າງສັນຂອງມະນຸດຊາດ ໃນບົດສະເໜີທັງໝົດທີ່ພວກເຮົາໄດ້ຟັງຜ່ານມາ ແລະ ຈາກໝົດທຸກຄົນທີ່ຢູ່ທີ່ນີ້. ສະເພາະແຕ່ ຄວາມຫຼາກຫຼາຍ
The second is that it's put us in a place where we have no idea what's going to happen in terms of the future.
ແລະ ຂອບເຂດ ຂອງມັນ ກໍ່ພໍແຮງແລ້ວ. ອັນທີສອງນັ້ນແມ່ນ ສິ່ງນີ້ ພາເຮົາມາຢູ່ໃນຈຸດທີ່ພວກເຮົາບໍ່ຮູ້ເລີຍວ່າແມ່ນຫຍັງຈະເກີດຂຶ້ນ, ໃນອະນາຄົດ.
No idea how this may play out.
ບໍ່ຮູ້ເລີຍ ວ່າ ສິ່ງເຫຼົ່ານີ້ຈະຜັນຂະຫຍາຍໄປແນວທາງໃດ.
I have an interest in education.
ຂ້າພະເຈົ້າມີຄວາມສົນໃຈໃນການສຶກສາ -
Actually, what I find is, everybody has an interest in education.
ອັນທີ່ຈິງແລ້ວ, ສິ່ງທີ່ຂ້າພະເຈົ້າເຫັນແມ່ນ ໝົດທຸກຄົນມີສິ່ງທີ່ຕ້ອງສົນໃຈໃນການສຶກສາ.
Don't you?
ບໍ່ແມ່ນບໍ? ຂ້າພະເຈົ້າເຫັນວ່າສິ່ງນີ້ເປັນຕາສົນໃຈຫຼາຍ.
I find this very interesting.
ຖ້າທ່ານໄປຮ່ວມງານສັງສັນ, ແລະ ເວົ້າວ່າ
If you're at a dinner party, and you say you work in education -- actually, you're not often at dinner parties, frankly.
ທ່ານເຮັດວຽກໃນຂະແໜງສຶກສາ - ອັນທີ່ຈິງ, ທ່ານຈະບໍ່ຄ່ອຍໄດ້ໄປຮ່ວມງານສັງສັນດອກ, ເວົ້າແທ້, ຖ້າທ່ານເຮັດວຽກໃນຂະແໜງສຶກສາ.
(Laughter) If you work in education, you're not asked.
(ຫົວ) ບໍ່ມີໃຜເຊີນທ່ານດອກ.
(Laughter) And you're never asked back, curiously. That's strange to me.
ແລະ ກໍ່ບໍ່ມີໃຜຊວນທ່ານເປັນເທື່ອທີສອງ, ເຊິ່ງມັນກໍ່ແປກ. ຂ້າພະເຈົ້າວ່າມັນປະຫຼາດດີ.
But if you are, and you say to somebody, you know, they say, "What do you do?"
ແຕ່ວ່າຖ້າທ່ານໄດ້ໄປ, ແລະ ບອກໃຜຜູ້ໜຶ່ງວ່າ, ຫັ້ນນ່າ, ເຂົາຖາມວ່າ, “ເຈົ້າເຮັດວຽກຫຍັງ?”
and you say you work in education, you can see the blood run from their face.
ແລ້ວ ທ່ານບອກວ່າທ່ານເຮັດວຽກໃນຂະແໜງສຶກສາ, ທ່ານຊິເຫັນໃບໜ້າຂອງເຂົາປາດສະຈາກສີເລືອດ.
They're like, "Oh my God. Why me?"
ເຂົາຈະເປັນປະມານວ່າ,
(Laughter) "My one night out all week."
“ຈັ່ງແມ່ນຊາດ,” ຫັ້ນນ່າ, “ເປັນຫຍັງຕ້ອງແມ່ນກູ? ຫາກໍ່ຊິໄດ້ອອກມາສັງສັນກັບໝູ່ເທື່ອທຳອິດໃນອາທິດ.” (ຫົວ)
(Laughter) But if you ask about their education, they pin you to the wall, because it's one of those things that goes deep with people, am I right?
ແຕ່ຖ້າທ່ານຫາກຖາມກ່ຽວກັບການສຶກສາຂອງເຂົາ, ເຂົາຈະຈັບທ່ານຕິດຝາ. ເພາະວ່າມັນເປັນສິ່ງໜຶ່ງ ທີ່ລົງເລິກໃນຕົວຄົນເຮົາ, ຂ້າພະເຈົ້າເວົ້າຖືກບໍ?
Like religion and money and other things.
ຄືກັບ ສາດສະໜາ, ເງິນຄຳ ແລະ ສິ່ງອື່ນໆ.
So I have a big interest in education, and I think we all do.
ຂ້າພະເຈົ້າມີຄວາມສົນໃຈອັນໃຫຍ່ຫຼວງໃນການສຶກສາ, ແລະ ຄິດວ່າເຮົາທຸກຄົນມີຄືກັນໝົດ.
We have a huge vested interest in it, partly because it's education that's meant to take us into this future that we can't grasp.
ເຮົາມີສ່ວນໄດ້ສ່ວນເສີຍອັນໃຫຍ່ຫຼວງໃນການສຶກສາ, ສ່ວນໜຶ່ງຍ້ອນວ່າ ມັນແມ່ນການສຶກສານີ້ລະທີ່ຄວນຈະ ພາເຮົາໄປສູ່ອະນາຄົດທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້.
If you think of it, children starting school this year will be retiring in 2065.
ຖ້າທ່ານລອງຄິດເບິ່ງ, ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນປີນີ້ ຈະກິນບຳນານໃນປີ 2065.
Nobody has a clue, despite all the expertise that's been on parade for the past four days, what the world will look like in five years' time.
ບໍ່ມີໃຜຮູ້ - ເຖິງຈະມີຊ່ຽວຊານຕັ້ງຫຼາຍຄົນທີ່ໄດ້ແຫ່ຂະບວນມາໃນໄລຍະ 4 ວັນທີ່ຜ່ານມາ - ວ່າໂລກນີ້ຈະເປັນແນວໃດ ໃນອີກ 5 ປີ. ແຕ່ປານນັ້ນ ພວກເຮົາຍັງພັດ
And yet, we're meant to be educating them for it.
ຕ້ອງໄດ້ໃຫ້ການສຶກສາແກ່ເດັກນ້ອຍເຜື່ອໄວ້. ສະນັ້ນ ການທີ່ບໍ່ສາມາດຄາດເດົາໄດ້ນັ້ນ, ຂ້າພະເຈົ້າຄິດວ່າ,
So the unpredictability, I think, is extraordinary.
ເປັນສິ່ງທີ່ມະຫັດສະຈັນ.
And the third part of this is that we've all agreed, nonetheless, on the really extraordinary capacities that children have -- their capacities for innovation.
ແລະ ສ່ວນທີສາມ ໃນນີ້ ແມ່ນ ພວກເຮົາທຸກຄົນໄດ້ເຫັນພ້ອມກັນແລ້ວ ເຖິງ ສະມັດຖະນະອັນອັດສະຈັນທີ່ເດັກນ້ອຍມີ - ສະມັດຖະນະເພື່ອການປ່ຽນແປງຂອງເຂົາ.
I mean, Sirena last night was a marvel, wasn't she?
ຂ້າພະເຈົ້າໝາຍເຖິງ, ຊີເຣນາ ມື້ຄືນນີ້ ແມ່ນຄົນທີ່ມະຫັດສະຈັນ, ບໍ່ແມ່ນບໍ? ພຽງແຕ່ເບິ່ງສິ່ງທີ່ລາວສາມາດເຮັດໄດ້.
And she's exceptional, but I think she's not, so to speak, exceptional in the whole of childhood.
ແລະ ລາວກໍ່ມີຈຸດພິເສດ, ແຕ່ຄັນຊິເວົ້າແລ້ວ ຂ້າພະເຈົ້າຄິດວ່າລາວກໍ່ບໍ່ໄດ້ ພິເສດມາຕັ້ງແຕ່ຍັງນ້ອຍ.
What you have there is a person of extraordinary dedication who found a talent.
ສິ່ງທີ່ທ່ານເຫັນນັ້ນແມ່ນຄົນຜູ້ໜຶ່ງທີ່ອຸທິດຕົນຢ່າງຍິ່ງ ຜູ້ທີ່ພົບກັບພອນສະຫວັນ. ແລະ ຂໍ້ສະເໜີຂອງຂ້າພະເຈົ້າແມ່ນວ່າ
And my contention is, all kids have tremendous talents, and we squander them, pretty ruthlessly.
ເດັກທຸກຄົນມີພອນສະຫວັນຫຼາຍຫຼວງ. ແລະ ພວກເຮົາກໍ່ສິ້ນເປືອງສິ່ງນີ້ໄປ, ຢ່າງບໍ່ໃສ່ໃຈເລີຍ. ສະນັ້ນ ຂ້າພະເຈົ້າຢາກເວົ້າກ່ຽວກັບການສຶກສາ ແລະ
So I want to talk about education, and I want to talk about creativity.
ຂ້າພະເຈົ້າຢາກເວົ້າກ່ຽວກັບຄວາມຄິດສ້າງສັນ.
My contention is that creativity now is as important in education as literacy, and we should treat it with the same status.
ຈຸດຢືນຂອງຂ້າພະເຈົ້າແມ່ນວ່າ ຄວາມຄິດສ້າງສັນໃນປະຈຸບັນ ແມ່ນສຳຄັນສຳລັບການສຶກສາທຽບເທົ່າກັບການຮູ້ໜັງສື, ແລະ ພວກເຮົາກໍ່ຄວນປະຕິບັດກັບທັງສອງສິ່ງໃນສະຖານະພາບດຽວກັນ.
(Applause) Thank you.
(ຕົບມື) ຂອບໃຈ.
(Applause) That was it, by the way. Thank you very much.
ມື້ນີ້ກໍ່ມີເທົ່ານີ້ເດີ້. ຂອບໃຈຫຼາຍໆ.
(Laughter) So, 15 minutes left.
(ຫົວ) ສະນັ້ນ, ຍັງອີກ 15 ນາທີ. ອັນ, ຂ້າພະເຈົ້າໄດ້ເກີດທີ່... ບໍ່ແມ່ນ.
(Laughter) "Well, I was born ... " (Laughter) I heard a great story recently -- I love telling it -- of a little girl who was in a drawing lesson.
(ຫົວ) ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຍິນເລື່ອງດີໆເລື່ອງໜຶ່ງ - ຂ້າພະເຈົ້າມັກເລົ່າເລື່ອງນີ້ໃຫ້ຄົນຟັງ - ກ່ຽວກັບເດັກຍິງຜູ້ໜຶ່ງໃນຊົ່ວໂມງຮຽນແຕ້ມຮູບ. ລາວອາຍຸໄດ້ ຫົກ ປີ.
She was six, and she was at the back, drawing, and the teacher said this girl hardly ever paid attention, and in this drawing lesson, she did.
ແລະ ລາວນັ່ງຢູ່ຫຼັງສຸດ, ກຳລັງແຕ້ມຢູ່, ແລະ ຄູໄດ້ເວົ້າວ່ານາງນ້ອຍຜູ້ນີ້ບໍ່ຄ່ອຍ ເອົາໃຈໃສ່ໃນໂມງຮຽນ, ແລະ ໃນຊົ່ວໂມງແຕ້ມຮູບແນວນີ້ລາວພັດໃສ່ໃຈ.
She went over to her, and she said, "What are you drawing?"
ນາງຄູຮູ້ສຶກສະຫງົນ ແລະ ເຂົ້າໄປຫານາງນ້ອຍ
And the girl said, "I'm drawing a picture of God."
ແລະ ເວົ້າວ່າ, “ກຳລັງແຕ້ມຫຍັງ?” ແລະ ນາງນ້ອຍເວົ້າວ່າ, “ແຕ້ມຮູບພະເຈົ້າ.”
And the teacher said, "But nobody knows what God looks like."
ແລະ ນາງຄູເວົ້າວ່າ, “ແຕ່ບໍ່ມີໃຜຮູ້ໄດ໋ວ່າພະເຈົ້າມີໜ້າຕາເປັນແນວໃດ.”
And the girl said, "They will in a minute."
ແລະ ນາງນ້ອຍເວົ້າວ່າ, “ຈັກໜ້ອຍເຂົາຫາກຊິຮູ້.“
(Laughter) When my son was four in England -- actually, he was four everywhere, to be honest.
(ຫົວ) ໃນຕອນທີ່ລູກຊາຍຂອງຂ້າພະເຈົ້າໄດ້ ສີ່ ປີ ທີ່ປະເທດອັງກິດ - ອັນທີ່ຈິງ ລາວກໍ່ອາຍຸໄດ້ສີ່ປີຢູ່ທຸກບ່ອນຫັ້ນລະ, ເວົ້າແທ້. (ຫົວ) ຖ້າເວົ້າໃຫ້ຖືກແທ້, ບໍ່ວ່າລາວຊິໄດ້ໄປໃສ, ລາວກໍ່ໄດ້ມີອາຍຸ ສີ່ ປີ ໝົດທັງປີນັ້ນລະ.
He was in the Nativity play. Do you remember the story?
ລາວໄດ້ຫຼິ້ນລະຄອນຕອນເກີດຂອງພະເຈົ້າ. ທ່ານຈື່ເນື້ອເລື່ອງໄດ້ບໍ?​ ບໍ່ຫວາ, ມັນຍິ່ງໃຫຍ່ຂະໜາດ.
(Laughter) No, it was big, it was a big story.
ມັນເປັນເລື່ອງທີ່ຍິ່ງໃຫຍ່.
Mel Gibson did the sequel, you may have seen it.
ເມລ ກິບສັນ ຫຼິ້ນພາກຕໍ່ມາ.
(Laughter) "Nativity II."
ທ່ານອາດຈະໄດ້ເບິ່ງແລ້ວ: ເລື່ອງ “Nativity II.” ແຕ່ ເຈມສ ໄດ້ບົດຂອງ ໂຈເຊັຟ,
But James got the part of Joseph, which we were thrilled about.
ເຊິ່ງເຮົາຕື່ນເຕັ້ນຫຼາຍ.
We considered this to be one of the lead parts.
ເຮົາຖືວ່າບົດນີ້ເປັນຕົວຫຼັກໜຶ່ງຂອງເລື່ອງ.
We had the place crammed full of agents in T-shirts: "James Robinson IS Joseph!"
ໂຮງສະແດງໄດ້ເຕັມແຕ່ຄົນຂອງເຮົາທີ່ໃສ່ເສື້ອທີ່ມີລາຍຕີພິມວ່າ: “ເຈມສ ໂຣບິນສັນ ແມ່ນ ໂຈເຊັຟ!” (ຫົວ)
(Laughter) He didn't have to speak, but you know the bit where the three kings come in?
ລາວບໍ່ຕ້ອງເວົ້າຫຍັງໃນເລື່ອງ, ແຕ່ທ່ານຮູ້ຕອນທີ່ ພະລາຊາທັງສາມເຂົ້າມາ.
They come in bearing gifts, gold, frankincense and myrrh.
ພວກເຂົານຳຂອງຂວັນມາ, ແລະ ສິ່ງທີ່ພວກເຂົາຖືມາແມ່ນ ຄຳ, ກຳຍານ, ແລະ ຢາງໄມ້ຫອມ.
This really happened.
ສິ່ງນີ້ໄດ້ເກີດຂຶ້ນແທ້.
We were sitting there, and I think they just went out of sequence, because we talked to the little boy afterward and said, "You OK with that?" They said, "Yeah, why? Was that wrong?"
ພວກເຮົາກະໄດ້ນັ່ງຢູ່ຫັ້ນລະ ແລະ ຂ້າພະເຈົ້າຄິດວ່າພວກເຂົາໄປຂ້າມຕອນ. ເພາະວ່າເຮົາລົມນຳລູກຊາຍຫຼັງຈົບການສະແດງ ແລະ ເວົ້າວ່າ, “ເຈົ້າບໍ່ເປັນຫຍັງບໍ?” ແລະ ລາວເວົ້າວ່າ, “ໂດຍ, ເປັນຫຍັງ? ມີຫຍັງຜິດໄປ?” ພວກເຂົາປ່ຽນຕົວ, ທໍ່ນັ້ນລະ.
They just switched.
ແຕ່ຈັ່ງໃດກໍ່ຕາມ, ເດັກຊາຍ ສາມ ຄົນເຂົ້າມາ -
The three boys came in, four-year-olds with tea towels on their heads.
ອາຍຸ ສີ່ ປີ ພ້ອມກັບຜ້າເຊັດມືພັນຫົວ -​
They put these boxes down, and the first boy said, "I bring you gold."
ແລະ ພວກເຂົາວາງກ່ອງທັງສາມລົງ, ແລະ ເດັກຊາຍຜູ້ທຳອິດເວົ້າວ່າ, “ຂ້ອຍນຳຄຳມາໃຫ້ເຈົ້າ.”
And the second boy said, "I bring you myrrh."
ແລະ ເດັກຊາຍຜູ້ທີສອງເວົ້າວ່າ, “ຂ້ອຍນຳກຳຍານມາໃຫ້ເຈົ້າ.”
And the third boy said, "Frank sent this."
ແລະ ເດັກຊາຍຜູ້ທີສາມເວົ້າວ່າ, “ແຟຣງ ສົ່ງອັນນີ້ມາ.” (ຫົວ)
(Laughter) What these things have in common is that kids will take a chance.
ຈຸດທີ່ຄ້າຍຄືກັນຂອງສອງເລື່ອງນີ້ແມ່ນວ່າ ເດັກນ້ອຍຈະລອງສ່ຽງເບິ່ງ.
If they don't know, they'll have a go.
ຖ້າເຂົາບໍ່ຮູ້, ເຂົາຈະລອງເຮັດເບິ່ງ.
Am I right? They're not frightened of being wrong.
ຂ້າພະເຈົ້າເວົ້າແມ່ນບໍ? ພວກເຂົາບໍ່ຢ້ານທີ່ຈະຜິດ. ບາດນີ້, ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າການຜິດ ແມ່ນຄືກັນກັບຄວາມຄິດສ້າງສັນເດີ້.
What we do know is, if you're not prepared to be wrong, you'll never come up with anything original -- if you're not prepared to be wrong.
ສິ່ງທີ່ພວກເຮົາຮູ້ແມ່ນ, ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ, ເຈົ້າຈະບໍ່ມີວັນສ້າງສິ່ງທີ່ເປັນຕົ້ນສະບັບຂຶ້ນມາໄດ້. ຖ້າເຈົ້າບໍ່ກຽມພ້ອມທີ່ຈະຜິດ.
And by the time they get to be adults, most kids have lost that capacity.
ແລະ ກວ່າເຂົາຊິກາຍມາເປັນຜູ້ໃຫຍ່, ເດັກສ່ວນຫຼາຍໄດ້ສູນເສີຍສະມັດຖະພາບດ້ານນີ້ໄປແລ້ວ.
They have become frightened of being wrong.
ພວກເຂົາໄດ້ກາຍມາເປັນຄົນທີ່ຢ້ານກົວການຜິດ.
And we run our companies like this.
ແລະ ພວກເຮົາກໍ່ບໍລິຫານບໍລິສັດທັງຫຼາຍໃນລັກສະນະນີ້, ພວກທ່ານ.
We stigmatize mistakes.
ເຮົາປະນາມການຜິດພາດ ແລະ ພວກເຮົາກໍ່ກຳລັງບໍລິຫານ
And we're now running national education systems where mistakes are the worst thing you can make.
ລະບົບການສຶກສາແຫ່ງຊາດທີ່ຖືວ່າ ຄວາມຜິດພາດແມ່ນສິ່ງທີ່ເຮວຮ້າຍທີ່ສຸດທີ່ເຈົ້າຈະສາມາດເຮັດໄດ້.
And the result is that we are educating people out of their creative capacities.
ແລະ ຜົນໄດ້ຮັບກໍ່ແມ່ນວ່າ ພວກເຮົາກຳລັງສຶກສາຄົນໃຫ້ພົ້ນຈາກ ສະມັດຖະພາບໃນການສ້າງສັນ.
Picasso once said this, he said that all children are born artists.
ປີກັດໂຊ ເຄີຍໄດ້ເວົ້າແລ້ວ. ລາວເວົ້າວ່າ ເດັກທຸກຄົນເກີດມາເປັນນັກສິລະປະໝົດ.
The problem is to remain an artist as we grow up.
ບັນຫາແມ່ນ ເຮັດແນວໃດເຮົາຈຶ່ງຊິຍັງເປັນນັກສິລະປະຢູ່ເມື່ອໃຫຍ່ຂຶ້ນມາ.
I believe this passionately, that we don't grow into creativity, we grow out of it.
ຂ້າພະເຈົ້າເຊື່ອໃນສິ່ງນີ້ຢ່າງຮຸນແຮງ, ວ່າພວກເຮົາບໍ່ໄດ້ໃຫຍ່ຂຶ້ນມາສູ່ຄວາມຄິດສ້າງສັນ, ພວກເຮົາໃຫຍ່ອອກຈາກມັນ. ຫຼື ອີກໃນໜຶ່ງ, ພວກເຮົາໄດ້ຮັບການສຶກສາໃຫ້ພົ້ນຈາກມັນ.
Or rather, we get educated out of it.
ສະນັ້ນ ເປັນຫຍັງຈິ່ງເປັນແນວນີ້?
So why is this?
ຂ້າພະເຈົ້າເຄີຍອາໄສຢູ່ ສແຕຣດຝອດ ອອນ ອາວອນ ຈົນເຖິງປະມານ ຫ້າ ປີ ກ່ອນ.
In fact, we moved from Stratford to Los Angeles.
ອັນທີ່ຈິງ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ. ສະນັ້ນ ທ່ານຄືຊິຈິນຕະນາການອອກວ່າມັນເປັນການປ່ຽນແປງທີ່ປາສະຈາກຂໍ້ຂັດຂ້ອງຂະໜາດໃດ.
(Laughter) Actually, we lived in a place called Snitterfield, just outside Stratford, which is where Shakespeare's father was born.
(ຫົວ) ອັນທີ່ຈິງແລ້ວ, ພວກເຮົາເຄີຍອາໄສຢູ່ບ່ອນທີ່ເອີ້ນວ່າ ສນິດເຕິຟີລດ, ຢູ່ນອກຂອງ ສແຕຣດຝອດ ໜ້ອຍໜຶ່ງ, ເຊິ່ງເປັນບ່ອນເກີດ ຂອງພໍ່ ຂອງ ເຊັກສເປຍ.
Are you struck by a new thought? I was.
ທ່ານມີຄວາມຄິດອັນໃໝ່ເຂົ້າມາໃນຫົວບໍ?
You don't think of Shakespeare having a father, do you?
ຂ້າພະເຈົ້າມີ. ທ່ານບໍ່ຄິດຫາພໍ່ຂອງ ເຊັກສເປຍ, ແມ່ນບໍ?
Do you?
ທ່ານຄິດບໍ? ເພາະທ່ານບໍ່ຄິດຫາ
Because you don't think of Shakespeare being a child, do you?
ເຊັກສເປຍ ຕອນເປັນເດັກນ້ອຍ, ແມ່ນບໍ?
Shakespeare being seven?
ເຊັກສເປຍ ຕອນມີອາຍຸ ເຈັດ ປີ ແມ່ນບໍ? ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບອັນນີ້ມາກ່ອນ.​ ຂ້າພະເຈົ້າໝາຍຄວາມວ່າ, ລາວເຄີຍ
I mean, he was seven at some point.
ມີອາຍຸໄດ້ ເຈັດ ປີ ໃນຄັ້ງໜຶ່ງ.
He was in somebody's English class, wasn't he?
ລາວເຄີຍ ເຂົ້າຮຽນໃນຊົ່ວໂມງພາສາອັງກິດ ຂອງໃຜຜູ້ໜຶ່ງ, ແມ່ນບໍ?
(Laughter) How annoying would that be?
ເຈົ້າຄິດວ່າມັນຊິເປັນຕາລຳຄານຂະໜາດໃດ? (ຫົວ) “ຕ້ອງພະຍາຍາມໜັກກວ່ານີ້.” ຖືກພໍ່ບອກໃຫ້ໄປນອນ, ທ່ານຄິດເບິ່ງ,
(Laughter) Being sent to bed by his dad, to Shakespeare, "Go to bed, now!"
ບອກ ເຊັກສເປຍ, “ໄປນອນ, ດຽວນີ້,”
To William Shakespeare.
ບອກ ວິລລຽມ ເຊັກສເປຍ, “ແລະ ກໍ່ວາງສໍລົງໄດ້ແລ້ວ.
"And put the pencil down!"
ແລະ ກໍ່ເຊົາເວົ້າແບບນັ້ນ.
(Laughter) "It's confusing everybody."
ມັນເຮັດໃຫ້ໝົດທຸກຄົນສັບສົນ.” (ຫົວ)
(Laughter) Anyway, we moved from Stratford to Los Angeles, and I just want to say a word about the transition.
ຈັ່ງໃດກໍ່ຢ່າ, ພວກເຮົາໄດ້ຍ້າຍຈາກ ສແຕຣດຝອດ ຫາ ລອສ ແອງເຈລິສ, ແລະ ອັນທີ່ຈິງ ຂ້າພະເຈົ້າກໍ່ຢາກເວົ້າເຖິງການຍົກຍ້າຍໜ້ອຍໜຶ່ງ. ລູກຊາຍຂ້າພະເຈົ້າບໍ່ໄດ້ຢາກມານຳ.
I've got two kids; he's 21 now, my daughter's 16.
ຂ້າພະເຈົ້າມີລູກສອງຄົນ. ລູກຊາຍ ອາຍຸ 21 ປີ ແລ້ວດຽວນີ້; ລູກສາວ ແມ່ນ 16.
He didn't want to come to Los Angeles.
ລູກຊາຍບໍ່ໄດ້ຢາກມາ ລອສ ແອງເຈລິສ.
He loved it, but he had a girlfriend in England.
ລາວມັກມັນຫຼາຍ, ແຕ່ວ່າລາວໄດ້ເພື່ອນຍິງຢູ່ອັງກິດ. ນາງແມ່ນຮັກແຫ່ງຊີວິດຂອງລາວ, ນາງ ຊາຣາ.
This was the love of his life, Sarah.
ລາວໄດ້ຮູ້ຈັກນາງເປັນເວລາໜຶ່ງເດືອນ.
He'd known her for a month.
ເຖິງແນວນັ້ນ, ເຂົາເຈົ້າໄດ້ສະຫຼອງວັນຄົບຮອບເທື່ອທີ ສີ່,
(Laughter) Mind you, they'd had their fourth anniversary, because it's a long time when you're 16.
ເພາະວ່າມັນເປັນເວລາທີ່ຍາວນານ ຕອນທີ່ເຈົ້າອາຍຸພຽງແຕ່ 16 ປີ. ຈັ່ງໃດກໍ່ຕາມ, ລາວຜິດໃຈຢ່າງແຮງໃນຂະນະທີ່ຢູ່ເທິງຍົນ,
He said, "I'll never find another girl like Sarah."
ແລະ ລາວເວົ້າວ່າ, “ລູກຈະບໍ່ໄດ້ພົບຄົນທີ່ຄື ຊາຣາ ອີກ.”
And we were rather pleased about that, frankly -- (Laughter) because she was the main reason we were leaving the country.
ແລະ ພວກເຮົາກໍ່ຮູ້ສຶກໂລ່ງໃຈກ່ຽວກັບສິ່ງນີ້ຢູ່, ເວົ້າແທ້, ເພາະນາງແມ່ນເຫດຜົນຫຼັກຂອງການຍົກຍ້າຍອອກຈາກປະເທດຂອງພວກເຮົາ.
(Laughter) But something strikes you when you move to America and travel around the world: every education system on earth has the same hierarchy of subjects.
(ຫົວ) ແຕ່ບາງຢ່າງກະທົບເຈົ້າ ເມື່ອເຈົ້າຍ້າຍມາ ອາເມຣິກາ ແລະ ເມື່ອເຈົ້າທ່ອງທ່ຽວໄປທົ່ວໂລກ: ລະບົບການສຶກສາທຸກບ່ອນໃນໂລກນີ້ ມີລຳດັບຊັ້ນຂອງວິຊາຮຽນອັນດຽວກັນໝົດ. ໝົດທຸກບ່ອນ.
Every one. Doesn't matter where you go.
ບໍ່ວ່າເຈົ້າຈະໄປບ່ອນໃດ. ເຈົ້າອາດຈະຄິດວ່າມັນຊິບໍ່ເປັນແນວນັ້ນ, ແຕ່ບໍ່ແມ່ນ.
End of preview. Expand in Data Studio
README.md exists but content is empty.
Downloads last month
3