title stringlengths 7 164 | text stringlengths 18 16.7k | category stringclasses 7
values | date stringlengths 25 25 | url stringlengths 27 29 |
|---|---|---|---|---|
ຫົວໜ້າຕໍານິລູກຈ້າງເລື່ອງຕິດປ້າຍລາຄາຜິດ ເຮັດໃຫ້ລູກຈ້າງຈູດໄຟເຜົາຮ້ານ | ໃນວັນທີ 23 ທັນວາ 2021 ຈາກການລາຍງານຂອງສໍານັກຂ່າວຕ່າງປະເທດ ໄດ້ເກີດເຫດພະນັກງານຈູດໄຟເຜົາຮ້ານສັບພະສີນຄ້າແຫ່ງໜຶ່ງ ໃນເມືອງ ຕອມ ປະເທດ ລັດເຊຍ ຫຼັງຈາກຖືກຜູ້ຈັດການຮ້ານຕຳໜິທີ່ຕິດປ້າຍລາຄາສະຫຼັບກັນ.
ເຫດການດັ່ງກ່າວເກິດຂຶ້ນຍ້ອນ ທ້າວອາເລັກ ສະໄນເດີ ອາຍຸ 33 ປີ ກຳລັງປ່ຽນປ້າຍລາຄາສິນຄ້າ ແຕ່ຜູ້ຈັດການຕຳໜິຫຼາຍເກີນໄປຈົນຕົນເອງເບື່ອຈຶ່ງຕັດສິນໃຈຖອ... | ຂ່າວຕ່າງປະເທດ | 2021-12-24T14:41:46+00:00 | https://laopost.com/?p=130718 |
ດາວເຄາະນອກລະບົບ | ດາວເຄາະນອກລະບົບ ຄື ດາວເຄາະທີ່ໂຄຈອນອ້ອມ ດາວເລີກ ດວງອື່ນທີ່ບໍ່ແມ່ນດວງອາທິດ ແລະ ຢູ່ໃນລະບົບດາວເຄາະອື່ນທີ່ບໍ່ແມ່ນ ລະບົບສຸລິຍະດຽວກັນກັບໂລກ. ວັນທີ່ 1 ກັນຍາ 2014 ມີການຄົ້ນພົບ ແລະ ຢືນຢັນການຄົ້ນພົບ ດາວເຄາະ 1135 ແຫ່ງ ໃນຈຳນວນນີ້ 467 ແຫ່ງປະກອບດ້ວຍ ດາວເຄາະຫຼາຍກວ່າຫນຶ່ງດວງ ແລະ ຖືກບັນຈຸໄວ້ໃນ ສາລານຸກົມ ດາວເຄາະ ນອກລະບົບ ໂດຍສ່ວນຫຼາຍພົບຈາ... | ຂ່າວເຫດການ | 2016-08-28T11:46:17+00:00 | https://laopost.com/?p=70462 |
ດ່ວນທີ່ສຸດ! ແຈ້ງການ ເຫັນດີອະນຸຍາດ ໃຫ້ລັອກດາວນະຄອນຫຼວງວຽງຈັນ | ແຈ້ງການ ຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລື່ອງທິດຊີ້ນຳຕໍ່ກັບສະພາບໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ.
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້:
1. ເຫັນດີອະນຸຍາດໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ປະຕິບັດມາດຕະການປ້ອງກ... | ຂ່າວພາຍໃນ | 2021-09-18T22:02:22+00:00 | https://laopost.com/?p=127793 |
ໂຄດລົດຕິດ! ຊາວອິນໂດຯຂັບລົດອອກທ່ຽວ ລົດຕິດຕໍ່ເນື່ອງ 20 ຊົ່ວໂມງ ຈົນມີຜູ້ເສຍຊີວິດ 18 ຄົນ! | ພາບປະກອບ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ເຈົ້າໜ້າທີ່ຕຳຫລວດອິນໂດເນເຊຍ ໄດ້ອອກມາຢືນຢັນ ກໍລະນີສະພາບລົດຕິດແກ່ຍາວຕໍ່ເນື່ອງ ດົນນານເຖິງ 20 ຊົ່ວໂມງ ໃນວັນທີ 5 ກໍລະກົດ 2016 ຜ່ານມານີ້ ເນື່ອງຈາກຊາວອິນໂດເນເຊຍ ຊຶ່ງສ່ວນໃຫຍ່ເປັນຊາວມຸດສະລິມ ໄດ້ພາກັນເດີນຈາກນະຄອນຫລວງຈາກາຕາ ອອກໄປທ່ອງທ່ຽວ ສະເຫລີມສະຫລອງວັນອອກເດືອນຖືສິນອົດ ຊ... | ຂ່າວຕ່າງປະເທດ | 2016-07-07T19:41:29+00:00 | https://laopost.com/?p=64567 |
ມາເລເຊຍກວດສອບເລື່ອງໄອເອສອ້າງແກວ່ງລະເບີດບານອກເມືອງຫລວງ | ທາງການມາເລເຊຍກຳລັງປະເມີນຂໍ້ອ້າງຂອງກຸ່ມລັດອິດສະລາມ (ໄອເອສ) ທີ່ອ້າງໃນເຟສບຸກວ່າ ຜູ້ນິຍົມໄອເອສເປັນຜູ້ແກວ່ງລະເບີດບານອກນະຄອນຫລວງກົວລາລຳເປີເມື່ອວັນນີ້ທີ່ເຮັດໃຫ້ມີຜູ້ບາດເຈັບ 8 ຄົນ.
ແຕ່ເດີມເຈົ້າໜ້າທີ່ສອບສວນມາເລຍເຊຍຕັດເລື່ອງກໍ່ການຮ້າຍວ່າບໍ່ແມ່ນມູນເຫດຈູງໃຈຂອງການແກວ່ງລະເບີດບາແຫ່ງໜຶ່ງໃນເມືອງປູຊອງ ລັດສະລັງງໍ ແຕ່ໜ້າຈະເປັນສີມືຄູ່ແຂ່ງທ... | ຂ່າວຕ່າງປະເທດ | 2016-06-29T22:06:27+00:00 | https://laopost.com/?p=63539 |
ຈໍານວນຜູ້ເສຍຊີວິດຈາກໂຄວິດ-19ໃນອາເມລິກາ ຂຶ້ນສູງທີ່ສຸດໃນຮອບເຄິ່ງປີຫຼັງ | ວັນທີ 22 ກັນຍາ 2021 ສໍານັກຂ່າວ CNBC ລາຍງານຂໍ້ມູນຈາກມະຫາວິທະຍາໄລ ຈອນຮອບກິນສ ທີ່ລະບຸວ່າຍອດຜູ້ເສຍຊີວິດດ້ວຍພະຍາດໂຄວິດ-19 ໃນອາເມລິກາ ກັບມາຂຶ້ນສູງອີກຄັ້ງເຖິງ 2,031 ສົບຕໍ່ມື້, ເປັນຄັ້ງທໍາອິດໃນຮອບ 6 ເດືອນ ໂດຍໃນລັດຟໍລິດາ ມີຜູ້ເສຍຊີວິດຕໍ່ມື້ຫຼາຍທີ່ສຸດ ສະເລ່ຍ 376 ສົບ, ຮອງລົງມາແມ່ນລັດເທັກຊັສ ທີ່ມີຜູ້ເສຍຊີວິດສະເລ່ຍ 283 ສົບຕໍ່ມື້. ເ... | ຂ່າວຕ່າງປະເທດ | 2021-09-24T10:11:45+00:00 | https://laopost.com/?p=127980 |
ເສຍຊີວິດນັບຮ້ອຍຈາກເຫດນໍ້າຖ້ວມກະທັນຫັນຢູ່ອິນເດຍ-ເນປານ | ສຳນັກຂ່າວຕ່າງປະເທດລາຍງານ: ເນື່ອງຈາກເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນໃນຊ່ວງທ້າຍອາທິດຜ່ານມາ ຢູ່ທາງພາກເໜືອຂອງອິນເດຍ ແລະປະເທດເນປານ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມທັງສອງປະເທດ 100 ກວ່າລາຍ, ສູນຫາຍຫຼາຍສິບຄົນ ຂະນະທີ່ບ້ານເຮືອນຫຼາຍຫຼັງຖືກນໍ້າຖ້ວມ ແລະຖືກດິນເຈື່ອນທັບ.
ໃນວັນທີ 20 ຕຸລາ ມີລາຍງານຍອດຜູ້ເສຍຊີວິດໃນລັດອ... | ຂ່າວຕ່າງປະເທດ | 2021-10-21T11:49:29+00:00 | https://laopost.com/?p=128777 |
ວາລະພິທີສະເຫຼີມສະຫຼອງພະທາດຫຼວງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ, ຄັ້ງວັນທີ 08-14 ພະຈິກ 2016 | ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ! | ຂ່າວທ່ອງທ່ຽວ | 2016-11-12T09:03:17+00:00 | https://laopost.com/?p=76218 |
ຜູ້ເສຍຊີວິດຈາກພະຍາດ MERS ຢູ່ເກົາຫລີໃຕ້ ເພີ່ມຂຶ້ນເປັນ 32 ຄົນ ແລ້ວ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມິຖຸນານີ້ວ່າ ເກົາຫລີໃຕ້ເປີດເຜີຍມີຜູ້ເສຍຊີວິດເພີ່ມອີກ 1 ຄົນ ຈາກການຕິດເຊື້ອພະຍາດ MERS ໂດຍຄົນລ່າສຸດເປັນຄົນເຈັບອາຍຸ 55 ປີ ສົ່ງຜົນເຮັດໃຫ້ຈຳນວນຜູ້ເສຍຊີວິດຈາກເຊື້ອໄວຣັດດັ່ງກ່າວໃນເກົາຫລີໃຕ້ ມີທັງໝົດ 32 ຄົນ ໃນຂະນະທີ່ຈຳນວນຄົນຕິດເຊື້ອທັງໝົດມີ 182 ຄົນ ໃນນັ້ນ 59 ຄົນ ຍັງຢູ່ໃນການເບິ່ງແຍ່ງຢ່າງໃກ້ຊິດ... | ຂ່າວຕ່າງປະເທດ | 2015-06-29T10:33:26+00:00 | https://laopost.com/?p=29219 |
ລາຍງານຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 28 ພະຈິກ 2021 | ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1,195 ຄົນ ( ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 % ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປ... | ຂ່າວພາຍໃນ | 2021-11-28T11:09:25+00:00 | https://laopost.com/?p=129957 |
ອັງກິດທົດລອງການເຮັດວຽກ 4 ມື້ຕໍ່ອາທິດ | ອັງກິດເລີ່ມການທົດລອງເຮັດວຽກ 4 ມື້ຕໍ່ອາທິດ ເລີ່ມຂຶ້ນເມື່ອ 6 ມິຖຸນາທີ່ຜ່ານມາ ໂດຍການທົດລອງດັ່ງກ່າວຈະໃຊ້ເວລາ 6 ເດືອນໂດຍທັງໝົດຈະໃຊ້ຕົວແບບ 100:80:100 ແມ່ນພະນັກງານຈະໄດ້ເງິນເງິນເດືອນ 100% ເວລາເຮັດວຽກຫຼຸດລົງ ຫຼຸດເປັນ 80%, ການຜະລິດພາບ (ຜົນຜະລິດ) ເທົ່າກັບ 100%. ໂດຍການຮ່ວມມືກວ່າ 70 ບໍລິສັດພ້ອມມພະນັກງານກວ່າ 3000 ຄົນ.
ການທົດລອງດັ່ງກ... | ຂ່າວຕ່າງປະເທດ | 2022-06-09T13:23:54+00:00 | https://laopost.com/?p=134674 |
ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນນະຄອນກຽວໂຕະ | ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນະຄອນກຽວໂຕະ ປະເທດຍີ່ປຸ່ນ ນຳໂດຍທ່ານ ໄດຊາກຶ ຄາໂດຄາວະ ເຈົ້າຄອງນະຄອນກຽວໂຕະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 23-25 ເມສາ 2014 ຄະນະຜູ້ແທນດັ່ງກ່າວ ກໍ່ໄດ້ເຂົ້າຢ້ຽມຄຳນັບທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນວັນທີ 24 ເມສາ 2014 ຢູ່ສຳນັກງານລັດຖະບານ.
ໂອກາດການພົບປະຄັ້ງນີ້ ທ່ານ ທ... | ຂ່າວພາຍໃນ | 2014-04-26T08:31:48+00:00 | https://laopost.com/?p=4767 |
ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມເມືອງໄຊ | ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ຊ່ວງສັນຍາທີ 2 ຄືບໜ້າແລ້ວ 30,85%. ທ່ານ ລີຢີງ ໄຊເຢຍຊ່າງ ຫົວໜ້າໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມ ເທດສະບານ ເມືອງໄຊ ຊ່ວງທີ 2 ແມ່ນເລີ່ມແຕ່ ຂົວນໍ້າມາວ ບ້ານນາສ້າວ ຫາ ຂົວນໍ້າກໍ 2, ບ... | ຂ່າວພາຍໃນ | 2023-06-28T16:20:04+00:00 | https://laopost.com/?p=145663 |
ຮືຮາ! ແຟຊັ່ນຖົງຜ້າຫົ່ມໂຕໂຕ້ ກະເປົາໃນຄໍລເລັດຊັ່ນ spring summer 2017 ທີ່ກຳລັງດັງລະດັບໂລກ | Demna Gvasalia ດີໄຊລເນີກະເປົາແບຣນຫລູຢ່າງ Balenciaga ໄດ້ສ້າງຄວາມຮືຮາໃນວົງການແຟຊັ່ນກະເປົາອີກຄັ້ງເມື່ອໄດ້ເປີດໂຕ ກະເປົາໃນຄໍລເລັດຊັ່ນ spring summer 2017 ທີ່ຫຼາຍຄົນລົງຄວາມເຫັນແລະອາດເວົ້າເປັນສຽງດຽວກັນວ່າ ກະເປົາລຸ້ນດັ່ງກ່າວມີມີລັກສະນະຄ້າຍຖົງຜ້າຫົ່ມໂຕໂຕ້ບ້ານເຮົານີ້ເອງ | ຂ່າວພາຍໃນ | 2016-10-04T11:55:21+00:00 | https://laopost.com/?p=71878 |
ເກົາຫຼີເໜືອທົດລອງລະບົບຂີປະນາວຸດ ຕໍ່ຕ້ານສັດຕູທາງອາກາດລຸ້ນໃໝ່ໄດ້ສຳເລັດ | ເກົາຫຼີເໜືອສຳເລັດການທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດ ຮູບ: KCNA
ວັນທີ 28 ພຶດສະພາ 2017 ມື້ນີ້ ສຳນັກຂ່າວທາງການຂອງເກົາຫຼີເໜືອ KCNA ລາຍງານວ່າ ເກົາຫຼີເໜືອໄດ້ທົດລອງລະບົບຂີປະນາວຸດຕໍ່ຕ້ານທາງອາກາດລຸ້ນໃໝ່ ແລະຜົນການທົດລອງແມ່ນປະສົບຜົນສຳເລັດເປັນຢ່າງດີ ແຕ່ສຳນັກຂ່າວດັ່ງກ່າວກໍບໍ່ໄດ້ແຈ້ງວັນແລະເວລາການທົດລອງລະບົບຂີປະນາວຸດນີ້ໃນວັນແລະເວ... | ຂ່າວຕ່າງປະເທດ | 2017-05-28T19:01:06+00:00 | https://laopost.com/?p=90415 |
ໄວ້ອາໄລ “ພັນໂທ ສົມໃຈ ຈັນທະວົງ” ນັກປະພັນແຫ່ງຊາດອີກຄົນໜຶ່ງຂອງລາວ | ຕາມການລາຍງານຈາກຜູ້ເຫັນເຫດການວ່າ ໃນວັນທີ 7 ພຶດສະພາ 2020 ມີຄົນກະໂດດຕຶກ ຈາກຊັ້ນ 8 ໂຮງໝໍ 103 ຕຶກໃໝ່ (ຕຶກກວດເສັ້ນປະສາດ) ພ້ອມກວດສອບມີຂຽນໃບສັ່ງລາຕາຍ ເປັນເພດຊາຍ ສາເຫດຄາດວ່າ ນ້ອຍໃຈຍ້ອນຕົນເອງເປັນອຳມະພາດຕະຫຼອດຊີວິດ (ອຳມະພາດບາງສ່ວນ) ເຮັດໃຫ້ວົງການນັກປະພັນ ແລະ ວົງການສື່ມວນຊົນລາວ ໄດ້ສູນເສຍ ພັນໂທ ສົມໃຈ ຈັນທະວົງ ຫຼື ທີ່ຮູ້ຈັກໃນນາມປາກກາ... | ຂ່າວທ້ອງຖິ່ນ | 2020-05-08T16:06:04+00:00 | https://laopost.com/?p=119064 |
ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄວບຄຸມລາຄາສິນຄ້າໃນຊ່ວງທີ່ມີການລະບາດຂອງໂຄວິດ-19 | ພະແນກອຸດສາຫະກໍາແລະການຄ້າຍັງບໍ່ພົບການຂື້ນລາຄາຂອງສິນຄ້າອຸປະໂພກ-ບໍລິໂພກ ໃນທ້ອງຕະຫຼາດໃຫຍ່ຕ່າງໆໃນຕົວເມືອງ, ພ້ອມຢືນຢັນຈະສາມາດຄວບຄຸມລາຄາຂອງສິນຄ້າໄດ້ໃນໄລຍະນີ້.
ໃນວັນທີ 27 ເມສາ 2021 ທີ່ຜ່ານມາ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ໃຫ້ການສໍາພາດທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ວຽກງານຄຸ້ມຄອງ... | ຂ່າວພາຍໃນ | 2021-04-28T13:59:55+00:00 | https://laopost.com/?p=124405 |
ຝົນຕົກໜັກຢູ່ນິກາຣາກົວ ແຕ່ເດືອນກັນຍາຮອດປັດຈຸບັນ ເສຍຊີວິດແລ້ວ 22 ຄົນ | ນິກາຣາກົວ ປະເຊີນຝົນຕົກຕິດຕໍ່ກັນຫລາຍວັນ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ
ທາງການຕ້ອງສັ່ງອົບພະຍົບປະຊາຊົນຫລາຍພັນຄອບຄົວ ອອກຈາກພື້ນທີ່ສ່ຽງໄພ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດຝົນຖະຫລົ່ມຕິດຕໍ່ກັນເປັນເວລາຫລາຍວັນ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານ
ມາ ທີ່ປະເທດນິກາຣາກົວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ ໂດຍ 9... | ຂ່າວຕ່າງປະເທດ | 2014-10-20T10:01:35+00:00 | https://laopost.com/?p=12139 |
ຢູ່ ນວ ຍັງມີຜູ້ລະເມີດແຈ້ງການ ແລະຄໍາສັ່ງ ໄລຍະສະຫຼອງບຸນປີໃໝ່ລາວ | ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວ່າ: ການປ້ອງກັນງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ໃນ ນວ ທຸກພາກສ່ວນທີ່ເຮັດໜ້າທີ່ປ້ອງກັນ ໂດຍສະເພາະກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ກໍໄດ້ນຳເອົາເນື້ອໃນຈິດໃຈ ຂອງກະຊວງ ປກສ ແລະນວ ຫັນມາເປັນແຜນການເຄື່ອນໄຫວອັນລະອຽດຂອງຕົນ, ໄດ້ສ້າງແຜນປ້ອງກັນ ສະບ... | ຂ່າວພາຍໃນ | 2023-04-21T15:01:36+00:00 | https://laopost.com/?p=144048 |
ພາຍຸໝາກເຫັບໃຫຍ່ເທົ່າລູກເທັນນິສຕົກທີ່ຊິດນີ | ສຳນັກຂ່າວຕ່າງປະເທດລາຍງານວ່າ ນະຄອນຊິດນີ ປະເທດອົດສະຕາລີ ພົບກັບພາຍຸໝາກເຫັບຄັ້ງໃຫຍ່ ເມື່ອວັນທີ 20 ທັນວາ 2018 ໂດຍໝາກເຫັບທີ່ຕົກລົງມາມີຂະໜາດໃຫຍ່ ບາງກ້ອນໃຫຍ່ເທົ່າໝາກເທັນນິສ ເຊິ່ງຖືວ່າເປັນພາຍຸໝາກເຫັບທີ່ຮ້າຍແຮງທີ່ສຸດໃນຮອບ 20 ປີ ຂອງນະຄອນຊິດນີ.
ຂ່າວລະບຸວ່າ ໝາກເຫັບຂະໜາດໃຫຍ່ທີ່ຕົກລົງມາເຮັດໃຫ້ລົດຫຼາຍຄັນໄດ້ຮັບຄວາມເສຍຫາຍ, ແວ່ນແກ້ວແຕກ ໂ... | ຂ່າວຕ່າງປະເທດ | 2018-12-21T17:04:38+00:00 | https://laopost.com/?p=108202 |
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ | ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ໄດ້ຈັດພິທີເລົ່າມູນເຊື້ອວັນສ້າງຕັ້ງກອງທັບຄົບຮອບ 65 ປີ (20/01/1949-20/01/2014) ຂຶ້ນໃນວັນທີ 14 ມັງກອນ 2014 ຢູ່ທີ່ຫໍວັດທະນະທຳແຫ່ງຊາດ, ໃຫ້ກຽດເລົ່າມູນເຊື້ອໂດຍທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດ ກຳມະການກົມການເມືອງສູນກາງພັກ, ອະດີດປະທານສູນກາງແນວລາວສ້າງຊາດ, ມີທ່ານ ດຣ ວິໄລວົງ ບຸດດາຄຳ ເລຂ... | ຂ່າວພາຍໃນ | 2014-01-14T14:58:18+00:00 | https://laopost.com/?p=4344 |
ອັດຕາຄວາມທຸກຍາກໃນ ສປປ ລາວຫຼຸດລົງ 6.3% | ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໂດດເດັ່ນໃນການຫຼຸດຜ່ອນຄວາມທຸກຍາກໃນໄລຍະເວລາ 25ປີຜ່ານມາ, ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993ມາເປັນ 18% ໃນປີ 2019.
ຂໍ້ມູນດັ່ງກ່າວ ໄດ້ຖືກລາຍງານຢູ່ ກອງປະຊຸມ ເຜີຍແຜ່ບົດລາຍງານຄວາມທຸກຍາກຂອງ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖິຕິໂລກ, ວັນທີ 20 ຕຸລາ 2020 ... | ຂ່າວທ້ອງຖິ່ນ | 2020-10-21T10:18:00+00:00 | https://laopost.com/?p=121790 |
ເມືອງສອງຄອນ ຊະນະ ເມືອງອຸທຸມພອນ 1-0 ຜ່ານເຂົ້າຊີງຊະນະເລີດ ເຕະບານຍິງ ກິລາທົ່ວແຂວງສະຫວັນນະເຂດ | ທີມສາວເມືອງສອງຄອນ ແຊ້ມເກົ່າ ໂຊຟອມເກັ່ງໄລ່ເອົາຊະນະ ທີມເມືອງອຸທຸມພອນ ເຈົ້າພາບ ໄປແບບຫວຸດຫວິດ 1-0 ປະຕູ ໄດ້ຜ່ານເຂົ້າຊີງຊະນະເລີດ ພົບກັບ ທີມໂຮງຮຽນມັດທະຍົມສຶກສາສົມບູນ ອຸດົມວິໄລ ໃນການແຂ່ງຂັນເຕະບານຍິງ ງານແຂ່ງຂັນກິລານັກຮຽນສາມັນສຶກສາ ທົ່ວແຂວງສະຫວັນນະເຂດ ຄັ້ງທີ 8 ປະຈຳສົກຮຽນ 2015-2016. ມາຮອດປັດຈຸບັນ ທັບນັກກິລາເມືອງສອງຄອນ ສາມາດຍາດໄດ້... | ຂ່າວຕ່າງປະເທດ | 2016-01-29T17:10:09+00:00 | https://laopost.com/?p=38758 |
ລາວເປັນໜຶ່ງໃນ 63 ປະເທດທີ່ສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງກັກໂຕ | ເວັບໄຊຂ່າວໄທພີບີເອັສລາຍງານ: ເພື່ອເປັນການຕ້ອນຮັບການເປີດປະເທດໃໝ່ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຈະເລີ່ມໃນວັນທີ 1 ພະຈິກນີ້, ໄທປະກາດ 63 ປະເທດສາມາດເດີນທາງເຂົ້າປະເທດຂອງຕົນໄດ້ໂດຍບໍ່ຈຳເປັນຕ້ອງກັກໂຕ ພຽງແຕ່ສີດວັກຊີນຄົບ ພ້ອມມີໃບຢັ້ງຢືນຜົນກວດໂຄວິດເປັນລົບ ແລະປະຕິບັດຕາມມາດຕະການສາທາລະນະສຸກວາງອອກຢ່າງເຄັ່ງຄັດ.
ໃນວັນທີ 30 ຕຸລາ ຜ່... | ຂ່າວຕ່າງປະເທດ | 2021-11-01T09:56:23+00:00 | https://laopost.com/?p=129068 |
ທ່ານ ວະລາດິເມຍ ປູຕິນ ດຳລົງຕຳແໜ່ງຜູ້ນຳຣັດເຊຍເປັນສະໄໝທີ 4 | ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສໂກ ປະເທດຣັດເຊຍ ເມື່ອວັນທີ 19 ມີນາ 2018 ວ່າຜົນຢ່າງບໍ່ເປັນທາງການເລືອກຕັ້ງປະທານາທິບໍດີຣັດເຊຍ ເຊິ່ງມີຂຶ້ນເມື່ອວັນອາທິດທີ່ຜ່ານມາ ປະກົດວ່າປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ສະໝັກອິດສະຫຼະແຕ່ໄດ້ຮັບການສະໜັບສະໜູນຈາກພັກຢູໄນເຕັດ ຣັດເຊຍ ຂອງທ່ານນາຍົກລັດຖະມົນຕີ ຣີດມິທຣີ ເມດເວເວຟ ແລະ ກຸ່ມການເມືອງໃນ... | ຂ່າວຕ່າງປະເທດ | 2018-03-19T16:22:19+00:00 | https://laopost.com/?p=99960 |
ວັດໃຈຜູ້ກ້າ ຍ່າງຂ້າມຂົວອູ່ກະຈົກສູງເກືອບ 200 ແມັດ ຢູ່ຈີນ | ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ຕຸລາ 2014 ຜ່ານມາວ່າ ທາງການຈີນໄດ້ເປີດໃຊ້ຂົວແຫ່ງໜຶ່ງໃນເມືອງ
ຜິງຈຽງ ກິ່ງແຂວງເຢ່ຫຍັງ ແຂວງຫູໜັນ ທາງພາກກາງຂອງປະເທດ ທີ່ຂໍທ້າບັນດາຜູ້ກ້າມາສຳຜັດປະສົບການສຸດ
ຫວາດສຽວລະທຶກໃຈ ດ້ວຍພື້ນຂົວບາງສ່ວນທີ່ເຮັດເປັນກະຈົກໃສ ຫລຽວເຫັນທະລຸລົງໄປເຖິງພື້ນດິນດ້ານລຸ່ມໄດ້.
ຂົວດັ່ງກ່າວ ແມ່ນໄດ້ເປີດໂຕຢ່າງເປັນທາງການ ... | ຂ່າວຕ່າງປະເທດ | 2014-10-03T09:09:43+00:00 | https://laopost.com/?p=11190 |
ນໍ້າປະປາ ນະຄອນຫລວງ ຮຽກຮ້ອງໃຫ້ນໍາໃຊ້ນໍ້າ ຢ່າງປະຢັດ | ລັດວິສາຫະກິດ ນໍ້າປະປານະຄອນ ຫລວງວຽງຈັນ ຮຽກຮ້ອງໃຫ້ທົ່ວສັງຄົມ ກໍຄື ຜູ້ຊົມໃຊ້ນ້ຳໃນຂອບເຂດທົ່ວປະເທດ ຊົມໃຊ້ນໍ້າຢ່າງມີສະຕິ, ບໍ່ໃຫ້ໃຊ້ຟຸ່ມເຟືອຍ ເນື່ອງຈາກວ່າການຜະລິດ ແລະ ການຕອບສະໜອງນໍ້າຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.
ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການ ລັດວິສາຫະກິດ ນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ ໃນວັນທີ 9 ເມສ... | ຂ່າວທ້ອງຖິ່ນ | 2019-04-21T14:37:18+00:00 | https://laopost.com/?p=112504 |
ສານສູງສຸດ ປາກິດສະຖານ ຊີ້ຂາດນາຍົກລັດຖະມົນຕີ ຫຼີກຫຼ່ຽງໃນການລົງຄຳເຫັນ | ວັນທີ 4 ເມສາ ບີບີຊີ ລາຍງານວ່າ: ສານສູງສຸດຂອງ ປາກິດສະຖານ ຈະຕັດສິນຊີ້ຂາດ ທ່ານ ອິມຣານ ຂ່ານ ນາຍົກລັດຖະມົນຕີ ປາກິສຖານ ທີ່ພະຍາຍາມດິ້ນຮົນທາງການເມືອງ 1 ມື້ ຫຼັງສະມາຊິກພັກ ເຕຣີກ-ເອ-ອິນຊາຟ (ພີທີໄອ) ພັກລັດຖະບານຂອງທ່ານ ຂ່ານ ຂັດຂວາງການລົງຄວາມເຫັນ ເຊິ່ງເປັນຄວາມພະຍາຍາມທີ່ຈະຖອດຖອນນາຍົກລັດຖະມົນຕີອອກຈາກຕຳແໜ່ງໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ.... | ຂ່າວຕ່າງປະເທດ | 2022-04-05T16:56:25+00:00 | https://laopost.com/?p=132912 |
ຄາເຟ່ເຄື່ອນທີ່ສຳລັບເດັກນັກຮຽນ (ກິນຟຣີ-ດື່ມຟຣີ) | ໂຮງຮຽນອໍໂຣຣາພັບລິກ ສະກູລ ໃນລັດໂຄໂລຣາໂດ ໃນອາເມຣິກາໄດ້ຮັບການສະໜັບສະໜູນຈາກສຳນັກໂພຊະນາການ ກະຊວງກະສິກຳຂອງອາເມຣິກາໄດ້ຈັດຫາອາຫານເຊົ້າ ແລະ ທ່ຽງໃຫ້ແກ່ເດັກນັກຮຽນໃນຊ່ວງຢຸດຮຽນພາກລະດູຮ້ອນ ໂດຍການດັດແປງສະພາບລົດໂຮງຮຽນລຸ້ນເກົ່າໃຫ້ເປັນ “ຄາເຟ່ເຄື່ອນທີ່” ໃນນັ້ນ ກໍໄດ້ກຽມອາຫານໃຫ້ແກ່ບັນດານັກຮຽນເພື່ອໃຫ້ແນ່ໃຈວ່າເດັກນ້ອຍຈະມີອາຫານດີໆກິນເຖິງແມ່ນວ... | ຂ່າວຕ່າງປະເທດ | 2019-06-20T12:41:31+00:00 | https://laopost.com/?p=115648 |
3 ຕົວເຕັງນາງສາວລາວ 2016 ທີ່ຫຼາຍຄົນຈັບຕາເບິ່ງເປັນພິເສດ | ເວທີການປະກວດນາງສາວລາວ 2016 ປີນີ້ຖືວ່າດຸເດືອດ ເໝືອນກັບທຸກໆປີ ເຊິ່ງການດຳເນີນການປະກວດກໍ່ໄດ້ກ້າວເຂົ້າມາໃກ້ໂຄ້ງສຸດທ້າຍເຕັມທີແລ້ວ ເຊິ່ງມັກໃຜເຊຍໃຜກໍ່ຊ່ວຍສົ່ງກຳລັງໃຈໄປລຸ້ນໃຫ້ຄົນທີ່ທ່ານມັກໄດ້
ບັນເທີງ – ດາລາ ວັນນີ້ເຮົາກໍ່ເລີຍມີບັນດານາງສາວທີ່ເປັນຕົວເຕັງໃນການປິກວດຄັ້ງນີ້ທີ່ຫຼາຍໆຄົນຈັບຕາເບິ່ງເປັນພິເສດມາຝາກກັນ ເຮົາມາເບິ່ງກັນວ່າຈະມີໃ... | ຂ່າວບັນເທິງ | 2016-08-05T13:43:58+00:00 | https://laopost.com/?p=67361 |
“ອັລເວສ”ເວົ້າເຖິງຄວາມແຕກຕ່າງລະຫວ່າງ “ເມສຊີ-ໂດ້” | ແດນຽວ ອັລເວສ ແບັກຂວາຂອງທັບ “ຕ່າງດາວ” ປຽບທຽບຄວາມແຕກຕ່າງລະຫວ່າງສອງຊຸບເປີສະຕາຣ໌ວົງການບານເຕະ ຄຣິສເຕຍໂນ ໂຣນັລໂດ້ ກັບ ລິໂອເນລ ເມສຊີ
ເປັນຄຳຖາມທີ່ຕອບຈັ່ງໃດກໍ່ບໍ່ມີວັນຈົບສຳລັບຄຳຖາມທີ່ວ່າ ໂຣນັລໂດ້ ກັບ ເມສຊີ ໃຜເກັ່ງກວ່າກັນແທ້ ເຊີ່ງວ່າ ແດນຽວ ອັລເວສ ແບັກຂວາແຊ້ມບ້າໄດ້ຍົກໃຫ້ເພື່ອນຮ່ວມທີມຄືກັບຕັນທີມຊາດອາເຈນຕີນາ(ເມສຊີ) ເໜືອກວ່າ CR7 (ໂຣ... | ຂ່າວພາຍໃນ | 2015-07-10T14:30:33+00:00 | https://laopost.com/?p=29919 |
“ລູກໝີ” ໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ປະເທດໄທ) | ບັນເທີງກັບລາວໂພສຕ໌ ມື້ນີ້ແອັດ ຈະມາເກາະກະແສຂ່າວສາຍບັນເທີງທີ່ກຳລັງເປັນທີ່ຮືຮາໃນໂລກໂຊຊຽວ ເມື່ອຄືນວານນີ້ (26/04/2017) ຖ້າຫາກໃຜໄດ້ເບິ່ງລາຍການ “I CAN SEE YOUR VOICE” ທາງຊ່ອງ 23 ເວີກພອຍ ເຊິ່ງສີລະປິນແຂກຮັບເຊີນໃນວັນນັ້ນແມ່ນ ນູນາ ລັດທິດາ ແຕ່ນັ້ນຍັງບໍ່ແມ່ນປະເດັ່ນ
ເມື່ອໜຶ່ງໃນ 7 ປິດສະໜານັ້ນມີສາວລາວເຂົ້າຮ່ວມຄົນໜຶ່ງທີ່ມີຊື່ວ່າ ນາງ ຄອ... | ຂ່າວບັນເທິງ | 2017-04-27T14:01:31+00:00 | https://laopost.com/?p=89274 |
ພົບສິ່ງມີຊີວິດສາຍພັນໃໝ່ ມີແຂນ 20 ຂ້າງ | ນັກວິທະຍາສາດ ເທິງເຮືອວິໄຈໃກ້ທະວີບອັງຕາກຕິກ ພົບສັດສາຍພັນໃໝ່ຮູບຮ່າງແປກປະຫຼາດທີ່ຄ້າຍຄືກັບລູກສະຕໍເບີລີ່ ແລະ ມີແຂນ 20 ຂ້າງ.
ໃນວັນທີ 14 ກໍລະກົດ 2023 ອີງຕາມວະລະສານ Invertebrate Systematics ໄດ້ລາຍງານວ່າ: ນັກວິໄຈໄດ້ອອກສຳຫຼວດມະຫາສະມຸດອັງຕາກຕິກ ໃນການສຳຫຼວດຫຼາຍຄັ້ງລະຫວ່າງປີ 2008-2019 ເຊິ່ງພວກເຂົາກຳລັງຄົ້ນຫາກຸ່ມສັດຄົ້ນພົບຍາກ ທີ່ຮູ... | ຂ່າວຕ່າງປະເທດ | 2023-08-14T16:04:41+00:00 | https://laopost.com/?p=146768 |
ປູຕິນ ສັ່ງຖອນທະຫານອອກຈາກຊາຍແດນອູແກຣນ ກ່ອນການເຈລະຈາຢຸດຍິງ | ຜູ້ນຳຣັດເຊຍ ສັ່ງຖອນທະຫານອອກຈາກຊາຍແດນດິດກັບປະເທດອູແກຣນ ກ່ອນການເຈລະຈາຢຸດຍິງກັບອູແກຣນ 1 ມື້
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ຕຸລານີ້ວ່າ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ໄດ້ມີຄຳສັ່ງເຖິງ
ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ຖອນກອງກຳລັງທະຫານຣັດເຊຍ ອອກຈາກພື້ນທີ່ຊາຍແດນຕິດກັບອູ
ແກຣນແລ້ວ ໂດຍທາງລັດຖະບານມົດສະກູໄດ້ລະບຸວ... | ຂ່າວຕ່າງປະເທດ | 2014-10-13T09:52:13+00:00 | https://laopost.com/?p=11652 |
ຜົນການແຂ່ງຂັນບານເຕະ ນັດ ທີມຊາດລາວ ພົບ ທີມຊາດມາລດິບ ຮອບຄັດເລືອກ ບານເຕະ ຊີງແຊ້ມອາຊີ 2019 | ການແຂ່ງຂັນ ທີ່ສະໜາມກິລາ ແຫ່ງຊາດ ດຳເນີນໄປຢ່າງສູສີ ແລະ ເປັນທາງ ທີມຊາດລາວ ທີ່ເປີດເກມບຸກໃສ່ ທີມຊາດມາລດິບ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ກໍ່ບໍ່ເປັນປະຕູ ຈົບ 45 ນາທີທຳອິດ ເຮັດຫຍັງກັນບໍ່ໄດ້ ສະເໝີກັນ 0 ປະຕູຕໍ່ 0. ເລີ່ມເກມໃນເຄິ່ງເວລາຫຼັງ ທີມຊາດລາວກໍ່ໄດ້ໃຊ້ຄວາມພະຍາຍາມ ຢ່າງໜັກ ແລະ ມາໄດ້ປະຕູຂຶ້ນນຳຊ່ວງທ້າຍເກມ ໃນນາທີທີ 80 ຈາກໝາຍເລກ 9 ຄອນສ... | ຂ່າວພາຍໃນ | 2016-10-12T09:15:04+00:00 | https://laopost.com/?p=72716 |
ເງື່ອນໄຂເຂົ້າ-ອອກ ນະຄອນຫຼວງວຽງຈັນແຕ່ນີ້ຮອດ 20 ພຶດສະພານີ້ | ພະແນກສາທາລະນະສຸກ, ນະຄອນຫຼວງວຽງຈັນແຈ້ງການເຖິງ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ເລື່ອງການອະນຸຍາດເອກະສານເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ນີ້ເຖິງວັນທີ 20 ພຶດສະພາ 2021 ຈະຕ້ອງໄດ້ປະກອບເອກະສານຂໍອະນຸຍາດ ເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ, ລາຍລະອຽດດັ່ງນີ້:
I. ການປະກອບເອກະສານ:
1. ພະ... | ຂ່າວທ້ອງຖິ່ນ | 2021-05-11T10:08:56+00:00 | https://laopost.com/?p=124722 |
ເປີດຮັບສະໝັກແລ້ວ ນາງສາວນະຄອນຫລວງວຽງຈັນ 2017 | ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ ແອັດມິນ ມີຂ່າວງານປະກວດນາງສາວນະຄອນຫລວງວຽງຈັນໃນປີ 2017 ມາຝາກແຟນເພສ
ເຊິ່ງທາງ ເຟສບຸກ Miss Vientiane ນາງສາວນະຄອນຫຼວງວຽງຈັນ ໄດ້ມີການເປີດເຜີຍວ່າ ປັດຈຸບັນ ທາງກອງປະກວດເວທີ ນາງສາວນະຄອນຫຼວງວຽງຈັນ ໄດ້ເປີດຮັບສະໝັກສາວງາມທົ່ວນະຄອນຫຼວງວຽງຈັນ ສາວໆຄົນໃດທີ່ຄິດສົນໃຈ ແລະ ໝັ້ນໃຈວ່າຕົນເອງມີຄຸນສົມບັດພຽບພ້ອມໃນເວ... | ຂ່າວບັນເທິງ | 2016-12-18T17:42:42+00:00 | https://laopost.com/?p=80455 |
ປະຊາຊົນເລິ່ມລົ້ມປ່ວຍ ໃນຂະນະທີ່ລັດສັ່ງຢຸດປູກກ້ວຍ ທີ່ໃຊ້ສານເຄມີໃນພາກເໜືອ | ອີງຕາມແຫຼ່ງຂ່າວຈາກພາກເໜືອລາຍງານວ່າ ມີປະຊາຊົນໃນເມືອງຮຸນ ແຂວງອຸດົມໄຊ ທີ່ຮັບຈ້າງເປັນແຮງງານໃນສວນປູກກ້ວຍ ທີ່ລົງທຶນໂດຍນັກລົງທຶນຈີນ ຈຳນວນຫຼາຍເລິ່ມລົ້ມປ່ວຍ ດ້ວຍອາການສະໝອງອັກເສບ ເຊິ່ງຄາດການເບື້ອງຕົ້ນວ່າເປັນເຫດຈາກການໄດ້ຮັບສານເຄມີທີ່ໃຊ້ເຂົ້າໃນການ ຂ້າຫຍ້າ ແລະຂ້າແມງໄມ້ ໃນສວນກ້ວຍ ລວມທັງຂະບວນການຊະລ້າງໝາກກ້ວຍ ໂດຍບໍ່ມີການປ້ອງກັນຖືກຕ້ອງ... | ຂ່າວພາຍໃນ | 2016-11-02T10:40:03+00:00 | https://laopost.com/?p=74825 |
ຂຶ້ນ ແລະ ອອກໃບທະບຽນວິສາຫະກິດແລ້ວຫຼາຍກວ່າ 4 ພັນຫົວໜ່ວຍ | ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ທຄວ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະຫຼຸບການຂຶ້ນທະບຽນຂອງບັນດາວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນ ພ້ອມນີ້ ກໍໄດ້ອອກໃບທະບຽນວິສາຫະກິດຢູ່ບັນດາຈຸດທີ່ໄດ້ຕິດຕັ້ງໂປຣແກຣມ ທະບຽນວິສາຫະກິດລວມສູນເຊື່ອມຕໍ່ກັບສ່ວຍສາອາກອນທັງໝົດ 110 ຈຸດທົ່ວປະເທດ ຊຶ່ງພາຍໃນ 2 ເດືອນມີ 4.284 ຫົວໜ່ວຍຊຶ່ງໄດ້ເລີ່ມມາແຕ່ວັນທີ 1 ກ... | ຂ່າວພາຍໃນ | 2019-05-23T15:58:36+00:00 | https://laopost.com/?p=113651 |
4 ພະຍາດຮ້າຍແຮງ ທີ່ເກີດຈາກຄວາມຄຽດ ໃຜມັກເຈັບຫົວເບື້ອງດຽວຕ້ອງລະວັງ | ຄວາມເຄັ່ງຄຽດ ເປັນສາເຫດທີ່ເຫັນໄດ້ຫຼາຍທີ່ສຸດຂອງຄົນທີ່ເຮັດວຽກ ເຊິ່ງຈະມີອາການເຈັບຫົວ ແລະມັກມີອາການເຈັບຫົວຕໍ່ເນື່ອງດົນເປັນມື້ ຫຼືຈົນເປັນອາທິດ ເຊິ່ງຈະເຈັບພໍລຳຄານ ຫຼືເຮັດໃຫ້ຮູ້ສຶກບໍ່ສະບາຍ ແລະຈະເຈັບຕະຫຼອດ, ເຊິ່ງຖືວ່າເປັນອັນຕະລາຍຮ້າຍແຮງຫຼາຍ ເຊິ່ງອາການເຈັບຫົວເຫຼົ່ານີ້ ສາມາດກໍ່ໃຫ້ເກີດພະຍາດຮ້າຍແຮງໄດ້
ໄມເກຣນ: ຜູ້ທີ່ມີອາການເຈັບຫົວເ... | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-12-29T14:50:13+00:00 | https://laopost.com/?p=81950 |
ປະທານາທິບໍດີເກົາຫລີໃຕ້ ແຕ່ງຕັ້ງນາຍົກຜູ້ໃໝ່ແລ້ວ ຫລັງຜູ້ເກົ່າລາອອກ ຍ້ອນມີຫາງສຽງຮັບສິນບົນ! | ທ່ານ ຮວາງ ຄຽວ ອັນ ນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫລີ ຜູ້ໃໝ່
ປະທານາທິບໍດີ ປັກ ກຶນ ເຮ ແຫ່ງ ສ.ເກົາຫລີ ໄດ້ແຕ່ງຕັ້ງລັດຖະມົນຕີວ່າການກະຊວງຍຸດຕິທຳ ເປັນນາຍົກລັດຖະມົນຕີແຫ່ງເກົາຫລີໃຕ້ ຄົນໃໝ່ໃນມື້ນີ້ (21 ພຶດສະພາ).
ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ປັກ ກຶນ ເຮ ປະທານາທິບໍດີ ແຫ່ງ ສາທາລະນະລັດເກົາຫລີ ໄດ້ແຕ່ງຕັ້ງ ທ່ານ ຮວາງ ຄຽວ ອັນ ອາຍຸ 5... | ຂ່າວຕ່າງປະເທດ | 2015-05-21T16:35:29+00:00 | https://laopost.com/?p=26422 |
ນາຍົກ ຕ້ອນຮັບ ອະດີດປະທານປະເທດ ສສ ຫວຽດນາມ | ໃນວັນທີ 6 ກຸມພາ 2017 ຜ່ານມາທີ່ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຈືອງ ເຕີນ ຊາງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6 – 10 ກຸມພາ 2017 ນີ້.
ໃນໂອກາດດັ່ງກ່າວ, ນາຍົກ ໄ... | ຂ່າວເຫດການ | 2017-02-07T09:17:23+00:00 | https://laopost.com/?p=84529 |
ທ່ານປະທານປະເທດ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ | ວັນທີ 10 ກັນຍາ 2015 ຢູ່ທຳນຽບປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ທ່ານນາງ ພາວັນ ນວນທະສິງ ຫົວໜ້າກົມອົງການຈັດຕັ້ງສາກົນ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດອິນໂດເນເຊຍ ແລະ ທ່ານ ບຸນແພງ ຊາຍກັນຍາ ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທ... | ຂ່າວເຫດການ | 2015-09-14T14:03:00+00:00 | https://laopost.com/?p=35063 |
ຫົວໜ່ວຍທຸລະກິດຫັດຖະກຳ ໄດ້ຮັບ ລາງວັນອອກແບບດີເດັ່ນ ຈາກຍີ່ປຸ່ນ | 6 ຫົວໜ່ວຍທຸລະກິດຫັດຖະກຳ ຂອງ ສປປ ລາວ ໄດ້ຮັບກາໝາຍ G-Mark ຈາກປະເທດຍີ່ປຸ່ນ ພາຍໃຕ້ໂຄງການ The Mekong Design Selection 2014. ໃນນັ້ນປະກອບມີ: ສູນຫັດຖະກຳນິກອນ, ສະຫະກອນຫັດຖະກຳໂພນຕ້ອງຄາມາ, ມາລິອິນດິໂກ, ການຈະນາຫັດຖະກຳ, ສູນຝຶກອົບຮົມຫ້ວຍຫົງສຳລັບແມ່ຍິງ ແລະ ມະຫັດສະຈັນຫັດຖະກຳຕ່ຳແຜ່ນ.
ທ່ານ ສີສັງຄົມ ໂຄດໂຍທາ ກົມສົ່ງເສີມ ແລະ ພັດທະນາສິນຄ້າ ກ... | ຂ່າວເຫດການ | 2014-12-25T10:26:22+00:00 | https://laopost.com/?p=16310 |
ອັງກິດຍັງໃຊ້ຊີວິດປົກກະຕິເຖິງແມ່ນຍອດຜູ້ຕິດເຊື້ອໂຄວິດລາຍວັນຫຼາຍສິບພັນຄົນ | ສຳນັກຂ່າວຕ່າງປະເທດລາຍງານວ່າ ຍອດຜູ້ຕິດເຊື້ອໂຄວິດ-19 ໃນສະຫະຣາຊະອານາຈັກອັງກິດຍັງຈັດຢູ່ໃນໂຕເລກທີ່ໜ້າເປັນຫ່ວງ ເຊິ່ງວັນຈັນຜ່ານມາ ມີລາຍງານຍອດຜູ້ຕິດເຊື້ອສູງເຖິງ 49.156 ຄົນ, ແລະ 43.738 ຄົນໃນມື້ວານນີ້ ແຕ່ລັດຖະບານຊໍ້າພັດຍົກເລີກມາດຕະການຄວບຄຸມພະຍາດໂຄວິດທັງໝົດ ທັງປ່ອຍໃຫ້ພົນລະເມືອງພາຍໃນປະເທດກັບມາໃຊ້ຊີວິດປົກກະຕິ.
ລັດຖະບານອັງກິດໄດ້ຍົກ... | ຂ່າວຕ່າງປະເທດ | 2021-10-20T13:36:21+00:00 | https://laopost.com/?p=128701 |
ກຽມໃຫ້ບໍລິການແລ້ວ! ລົດໄຟຂະບວນທໍາມະດາ ທີ່ບັນຈຸໄດ້ຖ້ຽວລະ 1.000 ກວ່າຄົນ | ລົດໄຟຂະບວນທໍາມະດາ ທີ່ບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1.000 ກວ່າຄົນ ກຽມໃຫ້ບໍລິການແລ້ວ
ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນເຊົ້າວັນທີ 18 ກຸມພາ 2022 ເຖິງສະພາບການໃຫ້ບໍລິການຜູ້ໂດຍສານ ພາຍຫລັງເປີດໃຫ້ບໍລິການມາໄດ້ສອງເດືອນກວ່າ ໂດຍເບື້ອງຕົ້ນໄດ້ໃຫ້ບໍລິການພຽງ 6 ສະຖານີ ຄື: ສະຖານີນະຄອນຫ... | ຂ່າວພາຍໃນ | 2022-02-18T16:35:39+00:00 | https://laopost.com/?p=132026 |
ການນຸ່ງຖືຂອງແມ່ຍິງລາວ ຄວນຮັກສາເປັນວັດທະນະທໍາສືບຕໍ່ໄປ | ຕັ້ງແຕ່ໃດມາ ເພດຍິງລາວ ມີຄວາມສາມາດພິເສດດ້ານສີມື ຫຍິບ, ຖັກ, ປັກແສ່ວ ຊຶ່ງເປັນທີ່ຍອມຮັບ ແລະນິຍົມຂອງຄົນທາງ ພາຍໃນ ແລະຕ່າງປະເທດ.
ວຽກງານຫຍິບ, ຖັກ, ປັກແສ່ວ ແຕ່ດົນນານມາເທົ່າທຸກມື້ນີ້ ຖືວ່າເປັນກິດຈະກຳໜຶ່ງຂອງເພດຍິງລາວ, ທີ່ມີບົດບາດສຳຄັນ ພ້ອມທັງສ້າງຄວາມເອກອ້າງທະນົງໃຈໃນວຽກງານສິລະປະຫັດຖະກຳຕົກ ແຕ່ງຂອງລາວ ສະທ້ອນ... | ຂ່າວທ້ອງຖິ່ນ | 2016-03-22T07:02:54+00:00 | https://laopost.com/?p=51093 |
ພະຍາກອນອາກາດ ປະຈຳວັນທີ 04 ກໍລະກົດ 2017 | ຄວາມກົດດັນອາກາດຕໍ່າໄດ້ມີກຳລັງແຮງເພີ້ມຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງລັກສະນະເຊັ່ນນີ້, ຍັງສືບຕໍ່ເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ຫາ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.
ແຫລ່ງຂ່າວ: ກົມອຸຕຸນິຍົມ ແ... | ຂ່າວທ້ອງຖິ່ນ | 2017-07-04T11:25:50+00:00 | https://laopost.com/?p=91748 |
ສະຫຼຸບຫຼຽນຊີເກມ 2017ລາຍວັນ, ປະຈຳວັນທີ 28 ສິງຫາ 2017 | ເມື່ອວານນີ້ທັບນັກກີລາລາວໄດ້ຫຼຽນຄຳເພີ່ມຈາກກີລາສະນຸກເກີ້ປະເພດດ່ຽວຊາຍ ປັດຈຸບັນລາວເຮົາຍັງຢູ່ອັບດັບທີ 8 ໃນຕາຕະລາງ ມີ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 12 ຫຼຽນທອງ
ແຫລ່ງຂ່າວ: Lao su-SU | ຂ່າວພາຍໃນ | 2017-08-28T15:14:38+00:00 | https://laopost.com/?p=94340 |
ຈີນເລີ່ມທົດລອງຢາປິ່ນປົວໂຄວິດ-19 ໃນຄົນແລ້ວ | ເວັບໄຊ້ ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນພຸດທີ 24 ພະຈິກ 2021 ທີ່ຜ່ານມາ ສະຖາບັນການຄົ້ນຄວ້າຂອງປະເທດຈີນໄດ້ເປີດເຜີຍວ່າມີຢາຊະນິດທໍາອິດທີ່ໃຊ້ຊື່ວ່າ VV116 ເປັນຍານິວຄລີໂອໄຊຕ້ານໄວຣັສໂຄວິດ-19 ຊະນິດຮັບປະທານ ເຊິ່ງມີຜົນທົດລອງເປັນທີ່ພື່ງພໍໃຈໃນການທົດລອງກັບສັດ ແລະ ຍັງອອກລິດຢັ້ບຢັ້ງຕໍ່ເຊື້ອໄວຣັສສາຍພັນດັ້ງເດີມ ແລະ ຊະນິດກາຍພັນ.
ຢາ VV116 ... | ຂ່າວຕ່າງປະເທດ | 2021-11-25T14:09:18+00:00 | https://laopost.com/?p=129870 |
ຄອນໂດສ້າງໃໝ່ລົ້ນຕະຫລາດກຳປູເຈຍ | ບໍລິສັດອະສັງຫາລິມະຊັບລະດັບໂລກເຕືອນວ່າ ຊ່ວງເຄິ່ງທຳອິດຂອງປີນີ້ມີຄອນໂດມີນຽມສ້າງໃຫມ່ເກີດຂຶ້ນເປັນຈຳນວນຫລາຍໃນກຳປູເຈຍ ແຕ່ມີການຊື້ຂາຍຕົວຈິງພຽງແຕ່ 1 ໃນ 10 ເທົ່ານັ້ນ.
ເຊັນຈູຣີ 21 ປະຈຳກຳປູເຈຍເຜີຍລາຍງານການວິໄຈໃນມື້ນີ້ວ່າ ຊ່ວງເຄິ່ງທຳອິດຂອງປີນີ້ມີຄອນໂດມີນຽມສ້າງໃຫມ່ຫລາຍເຖິງ 13.730 ຫ້ອງ ເພີ່ມຂຶ້ນ 52% ຈາກຊ່ວງດຽວກັນຂອງປີກ່ອນ ແລະ ຖືວ່າຫລ... | ຂ່າວຕ່າງປະເທດ | 2016-07-06T18:21:44+00:00 | https://laopost.com/?p=64450 |
ນາຍົກໄທຄົນຕໍ່ໄປຈະແມ່ນໃຜ? | ກອງປະຊຸມລັດຖະສະພາເພື່ອລົງມະຕິເລືອກນາຍົກລັດຖະມົນຕີຈະມີຂຶ້ນໃນວັນທີ 5 ມິຖຸນາ 2019 ເວລາ 11:00 ໂມງ ໂດຍທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນລາຊະດອນ ໃນຖານະປະທານລັດຖະສະພາໄດ້ເປີດເຜີຍວ່າ ສຳນັກງານເລຂາທິການລັດຖະສະພາຈະມີໜັງສືນັດປະຊຸມສະມາຊິກລັດຖະສະພາຊຶ່ງປະກອບມີ ສ.ສ ແລະ ສ.ວ.
ຊຶ່ງກ່ອນໜ້ານີ້ (ວັນທີ 31 ພຶດສະພາ 2019) ໄດ້ພຣະຣາຊະອົງການແຕ່ງຕັ້ງປະ... | ຂ່າວຕ່າງປະເທດ | 2019-06-04T11:33:59+00:00 | https://laopost.com/?p=114425 |
ຈັບຕາເບິ່ງ ໄບເດນ-ປູຕິນ ພົບກັນຄັ້ງທໍາອິດໃນຊ່ວງຄວາມສໍາພັນຕົກຕໍ່າ | ວັນທີ 17 ມິຖຸນາ ປີ 2021 ສຳນັກຂ່າວ bbc ໄດ້ລາຍງານວ່າ ປະທານາທິບໍດີສະຫະລັດອາເມລິກາ ໂຈ ໄບເດນ (Joe biden) ແລະ ປະທານາທິບໍດີລັດເຊຍ ວະລາດິເມຍ ປູຕິນ (Vladimir putin) ກໍາລັງຫາລືກັນເປັນຄັ້ງທໍາອິດໃນການປະຊຸມຢູ່ທີ່ນະຄອນ ເຈນີວາ (Jeneva) ປະເທດ Switzerland. ເກີດຂຶ້ນໃນຊ່ວງທີ່ຄວາມສໍາພັນລະຫວ່າງທັງສອງຝ່າຍຢູ່ໃນຈຸດທີ່ຕໍ່າສຸດ.
ການປະຊຸມຄັ້ງນີ້ ... | ຂ່າວຕ່າງປະເທດ | 2021-06-18T10:20:12+00:00 | https://laopost.com/?p=125432 |
ວາງສະແດງສິນຄ້າ ລາວ-ໄທ ເພີ່ມມູນຄ່າການຄ້າສອງປະເທດ | ເມື່ອວັນທີ 29 ມີຖຸນາຜ່ານມາສຳນັກງານສົ່ງເສີມການຄ້າລະຫວ່າງປະເທດ ໂດຍໄດ້ມອບໝາຍຈາກກົມສົ່ງເສີມການຄ້າລະຫວ່າງປະເທດ, ກະຊວງພານິດແຫ່ງລາຊະອານາຈັກໄທຮ່ວມກັບກົມສົ່ງເສີມ ແລະພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະການຄ້າແຫ່ງ ສປປ ລາວຮ່ວມກັນເປີດງານວາງສະແດງສິນຄ້າ Top Thai Brands 2016, ທີ່ສູນການຄ້າລາວ-ໄອເຕັກ (ຕຶກໃໝ່)ຊັ້ນ 7 ນະ... | ຂ່າວພາຍໃນ | 2016-07-01T11:57:55+00:00 | https://laopost.com/?p=63830 |
ແວ່ນປ້ອງກັນແສງບໍ່ຈຳເປັນ ໝໍບອກແສງສີຟ້າບໍ່ກໍ່ເກີດມະເຮັງ | ຈາກກະແສຂ່າວທີ່ວ່າ ການໄດ້ຮັບແສງສີຟ້າ ຫລື ບລູໄລ ຈາກໜ້າຈໍອຸປະກອນ ເອເລັກໂຕນິກ ທັງສະມາດໂຟນ ແລະ ຄອມພິວເຕີ ຈະສົ່ງຜົນກະທົບຕໍ່ດວງຕາເປັນສາເຫດເຮັດໃຫ້ເກີດມະເຮັງ ແລະ ຈໍປະສາດຕາເສື່ອມ ຈົນເຮັດໃຫ້ມີຜູ້ຜະລິດເລນແວ່ນ ຕາ ແລະ ແວ່ນຕາທີ່ຊ່ວຍປ້ອງກັນແສງສີຟ້າ ຫລື ທີ່ທາງການແພດເອີ້ນວ່າ “ເລນ ບລູລັອກ” ອອກມາວາງຂາຍໃນຕະຫລາດ ໂດຍມີລາຄາສູງກວ່າ ເລນທົ່ວໄປ ... | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-10-29T13:16:19+00:00 | https://laopost.com/?p=12845 |
ສິ່ງທີ່ໂຄຊ ທີມຊາດລາວ ຊຸດໃຫຍ່ ຢາກບອກແຟນບານ | ໃນຕອນບ່າຍຂອງມື້ນີ້ ວັນທີ 24/08/2016, ອຈ ເວີນສະຫວັນ ສີວິໄຊ ໄດ້ ໂພສຂໍ້ຄວາມລົງໃນ facebook ສ່ວນຕົວ ເຊິ່ງມີເນື້ອໃນດັ່ງນີ້: “ມື້ນີ້ ແມ່ນມື້ທີ່ ທີມຊາດລາວ ຊຸດໃຫ່ຍ ຈະລົງແຂ່ງຂັນກັບ ທີມຊາດ ຊາອຸດີອາຣັບເບຍ ຊຶ່ງ ປະຊາຊົນລາວ ສ່ວນໃຫ່ຍ ຢາກໃຫ້ທີມລາວເຮົາ ຊະນະ ແລະ ພວກເຮົາ ທັງ ຄະນະຄູຝຶກ ແລະ ນັກກິລາ ກໍ່ຢາກຊະນະ ແຕ່ ພວກເຮົາ ພາກັນ ຕື່ນນອນໄດ້ແລ້... | ຂ່າວພາຍໃນ | 2016-08-25T18:09:53+00:00 | https://laopost.com/?p=70196 |
ເກີດເຫດຟ້າຜ່າງົວ ປະຊາຊົນ ຕາຍ 26 ໂຕ! | ເກີດເຫດຟ້າຜ່າເຮັດໃຫ້ງົວຂອງປະຊາຊົນຕາຍສ້າງຄວາມເສຍຫາຍເກືອບ 200.000.000 ກີບ, ເນື່ອງຈາກຝົນຕົກໜັກ ລົມພັດແຮງໃນຄໍ່າຄືນຂອງວັນທີ 20 ກັນຍາ 2022ຜ່ານມານີ້ ຢູ່ທີ່ບ້ານຫ້ວຍງ້ວນເມືອງງາແຂວງອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ 200.000.000ລ້ານກີບ.
ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພ... | ຂ່າວທ້ອງຖິ່ນ | 2022-09-22T15:41:30+00:00 | https://laopost.com/?p=137860 |
ການໃຊ້ສານເຄມີອັນຕະລາຍໃນຂົງເຂດກະສິກໍາມີແຜ່ຫລາຍ ແລະ ຈະແກ້ໄຂແນວໃດ? | ຄະນະປະຈໍາສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານກໍຄືກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກໍາຫລາຍສະບັບ ເປັນຕົ້ນ: ກົດໝາຍວ່າດ້ວຍກະສິກໍາ, ການປ້ອງກັນພືດ, ການລ້ຽງສັດ ແລະ ສັດຕະວະແພດ, ການປະມົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ຄໍາສັ່ງກ່ຽວກັບການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງຢາປາບສັດຕູພືດ, ຝຸ່ນ, ແ... | ຂ່າວເຫດການ | 2016-11-21T12:02:18+00:00 | https://laopost.com/?p=77211 |
ພາວະເງິນເຟີ້ຢູ່ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ | ໜັງສືພິມວຽງຈັນໃໝ່ ລາຍງານໂດຍອີງຕາມຂໍ້ມູນ ດັດຊະນີ ລາຄາຜູ້ບໍລິໂພກ ໃນເດືອນກັນຍາ 2020 (Consumer Price Indexc CPI) ຊີ້ໃຫ້ເຫັນວ່າ ພາວະເງິນເຟີ້ ຢູ່ ສປປ ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ ໂດຍມີອັດຕາເງິນເຟີ້ ໂດຍລວມ ຢູ່ທີ 4.63% ໂດຍສາເຫດ ຂັບເຄື່ອນ ອັດຕາເງີນເຟີ້ນີ້ ແມ່ນເນື່ອງມາຈາກ ສປປ ລາວ ມີການນໍາເຂົ້າສິນຄ້າ ຫຼາຍກ່ວາສົ່ງອອກ... | ຂ່າວທ້ອງຖິ່ນ | 2020-10-09T10:52:08+00:00 | https://laopost.com/?p=121641 |
14 ໂຣກຕິດຕໍ່ທາງເພດສຳພັນ ທີ່ທ່ານຄວນຮູ້ໄວ້ | ໃນຄໍລຳສຸຂະພາບ ມື້ນີ້ແອັດມິນຈະມານຳສະເໜີໂຣກຕິດຕໍ່ທີ່ສາມາດຕິດກັນໄດ້ທາງເພດສຳພັນມາບອກໃຫ້ທຸກຄົນໄດ້ຮັບຮູ້ໄປພ້ອມກັນ ຄົນສ່ວນອາດຄິດວ່າໂຣກຕິດຕໍ່ທາງເພດສຳພັນມີພຽງໂຣກເອດສ໌ , ໜອງໃນ, ຫອນໄກ່, ຫູກຫອນໄກ່ ປະມານນີ້ ເພາະເປັນໂຣກທີ່ມີຄົນເປັນຫຼາຍ ແຕ່ຄວາມຈິງແລ້ວໂຣກຕິດຕໍ່ທາງເພດສຳພັນນີ້ ມັນມີຫຼາຍເຖິງ 14 ຊະນິດ. ໂອ້! ອ່ານແລ້ວບາງໂຣກກໍ່ເປັນຕາຢ້ານກວ່າ... | ສຸຂະພາບ ແລະ ສີ່ງແວດລ້ອມ | 2017-04-05T18:47:03+00:00 | https://laopost.com/?p=88149 |
ເປັດນ້ອຍກຽມຜົນງານເພງໃໝ່ | ສາວເປັດນ້ອຍ ສັງກັດຢູ່ຄ້າຍລາວລ້ານຊ້າງ ເຈົ້າຂອງຜົນງານເພງ ອິດສາ ແລະ ຜົນງານລ່າສຸດແມ່ນ ຍອມຢູ່ຫ່າງໆທີ່ຕິດຫູໃຜຫລາຍໆຄົນໃນປະຈຸບັນນີ້ ຫລັງຈາກທີ່ປ່ອຍຜົນງານເພງຍອມຢູ່ຫ່າງໆ ອອກມາໄດ້ບໍ່ດົນ ກໍ່ກຽມເພງ ໄໝ່ອອກມາຕິດໆກັນເລີຍ ເຊິ່ງຜົນງານເພງໃໝ່ນີ້ ສາວເປັດນ້ອຍໄດ້ບອກວ່າ ຈະເປັນເພງສະຕ໋າຍປ໋ອບ ແລະ ຈະໄດ້ເຫັນເປັດນ້ອຍໃນຮູບແບບໃໝ່ ຈາກທີ່ເຄີຍເຫັນເປັນນັກ... | ຂ່າວບັນເທິງ | 2014-08-20T11:09:36+00:00 | https://laopost.com/?p=9081 |
ເລີ່ມສຶກສາຄວາມເປັນໄປໄດ້ ການນຳໃຊ້ລະບົບສາກໝໍ້ໄຟ ໃຫ້ພາຫະນະ | ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ບໍລິສັດ ອີວີ (EV) ລາວ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການເປີດໂຄງການສາທິດ ທົດລອງນຳໃຊ້ ສະຖານີສາກ ແລະ ລົດທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າໃນ ສປປ ລາວ ເພື່ອສຶກສາຄວາມເປັນໄປໄດ້ ໃນການນຳໃຊ້ລະບົບສາກໝໍ້ໄຟ ສະໜອງໃຫ້ພາຫະນະທີ່ແລ່ນດ້ວຍໄຟຟ້າ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂື້ນ ໃນວັນທີ 2 ເມສາ 2019 ທີ່ນະ... | ຂ່າວທ້ອງຖິ່ນ | 2019-04-03T09:32:49+00:00 | https://laopost.com/?p=112390 |
ຫວຽດນາມ ຄາດການເຕີບໂຕຂອງເສດຖະກິດ ຂະຫຍາຍຕົວໄວໃນປີໜ້າ | ຫວຽດນາມ ຄາດການເຕີບໂຕທາງເສດຖະກິດຂອງປະເທດ ຂະຫຍາຍຕົວວ່ອງໄວໃນປີໜ້າ ຢູ່ທີ່ລະດັບ 6.2% ຫລາຍກ່ວາ
ທີ່ຕັ້ງເປົ້າໄວ້ຂອງປີນີ້ 5.8%.
ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ກ່າວໃນກອງປະຊຸມ
ສະພາແຫ່ງຊາດ ໃນວັນທີ 20 ຕຸລາຜ່ານມານີ້ວ່າ ລັດຖະບານມີແຜນທີ່ຈະຮັກສາລະດັບອັດຕາເງິນເຟີ້ໃນປີໜ້າ ໃຫ້ຢູ່ໃນ
ລະດັບ 5%... | ຂ່າວຕ່າງປະເທດ | 2014-10-21T10:04:36+00:00 | https://laopost.com/?p=12257 |
ຕະຫລາດຫລັກຊັບລາວ ຈະເຕີບໂຕຢ່າງກ້າວກະໂດດ ຫລັງເປີດປະຊາຄົມເສດຖະກິດອາຊຽນ! | ສາດສະດາຈານ ດຣ ເດດພູວັງ ມູລຣັຕ໌ ອະດີດປະທານຄະນະຜູ້ບໍລິຫານຕະຫລາດຫລັກຊັບ ລາວ(ຕລຊລ)ໄດ້ໃຫ້ສຳພາດນັກ ຂ່າວພວກເຮົາໃນໂອກາດເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້ “ສປປ ລາວໂອກາດແຫ່ງການກ້າວກະໂດດ”ເມື່ອວັນທີ 15 ມິຖຸນາຜ່ານມາທີ່ຕະຫລາດ ຫລັກຊັບ ລາວວ່າ: ປີນີ້ແມ່ນພໍດີຄົບຮອບ 5 ປີຂອງການສ້ງຕັ້ງຕະຫລາດຫລັກຊັບລາວ, ພາຍຫລັງລັດຖະບານ ໄດ້ຫລິງເຫັນຄວາມສຳຄັນຂອງການ... | ຂ່າວພາຍໃນ | 2015-06-17T13:57:12+00:00 | https://laopost.com/?p=28315 |
ສະຖານທູດລາວ ປະຈຳ ສປ ຈີນ ສະເຫລີມສະຫລອງວັນຊາດຄົບຮອບ 41 ປິ | ເມື່ອວັນທີ 3 ທັນວາ 2016 ທີ່ຜ່ານມາສະຖານທູດລາວ ປະຈຳນະຄອນຫລວງປັກກິ່ງ ສປ ຈີນ ໄດ້ຈັດພິທີ ສະເຫລີມສະຫລອງ ວັນຊາດລາວ ຄົບຮອບ 41 ປິ ຢ່າງຄຶກຄື້ນມວ່ນຊື່ນ ໂດຍການເປັນປະທານຂອງທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ,ມີພະນັກງານ, ອາຈານ ແລະ ນັກສຶກສາເຂົ້າຮວ່ມ 250 ກວ່າຄົນ.
ໃນພິທີນີ້,ມີການສະແດງສິລະປະ-ວັດທະນະທຳ,ອ່ານກາບກອນ,ຂັ... | ຂ່າວພາຍໃນ | 2016-12-05T09:09:37+00:00 | https://laopost.com/?p=78642 |
ລັດເຊຍທົດສອບຍິງຈະຫລວດ ເຊື່ອວ່າມີປະສິດທິພາບສູງກວ່າທີ່ໃຊ້ໃນປະຈຸບັນ | ທາງການລັດເຊຍປະສົບຄວາມສຳເລັດໃນການທົດສອບຍິງຈະຫລວດສະກັດກັ້ນມິດໄຊສ໌ຮູ່ນໃຫມ່ ຈາກຖານລັບໃນກຽກກິດສະຖານ ເຊື່ອວ່າມີປະສິດທິພາບສູງກວ່າຈະຫລວດທີ່ໃຊ້ໃນປະຈຸບັນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການລັດເຊຍຢືນຢັນເຖີງຄວາມປະສົບຜົນສຳເລັດໃນການທົດສອບຍິງຈະຫລວດສະກັດມິດໄຊສ໌ ຂອງລະບົບປ້ອງກັນຂີປະນາວຸດຮຸ່ນໃຫມ່ ພ້ອມທັງເຜີຍແຜ່ວິດີໂອຄຣິບຊ່ວງເວລາທີ່ມິດໄຊສ... | ຂ່າວຕ່າງປະເທດ | 2018-02-13T12:35:33+00:00 | https://laopost.com/?p=99330 |
ລັດຖະບານມຽນມາ ໄດ້ປະກາດຂະຫຍາຍເວລາສະຖານະການສຸກເສີນອອກໄປອີກ 6 ເດືອນ | ໃນວັນທີ 1 ກຸມພາ 2023 ຜ່ານມາ, ສະຖານີໂທລະພາບ MR ທີວີ ທາງການຂອງມຽນມາ ລາຍງານວ່າ, ສະພາປ້ອງກັນປະເທດແລະຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານມຽນມາ ໄດ້ປະກາດຂະຫຍາຍເວລາສະຖານະການສຸກເສີນອອກໄປອີກ 6 ເດືອນ, ເນື່ອງຈາກສະຖານະການຍັງບໍ່ທັນກັບຄືນສູ່ສະພາບປົກກະຕິ ແລະ ລັດຖະບານຕ້ອງການເວລາເພີ່ມຂຶ້ນໃນການເລືອກຕັ້ງຢ່າງສັນຕິ.
ໂດຍການປະກາດຂະຫຍາຍພາວະສຸກເສີນໃນ... | ຂ່າວຕ່າງປະເທດ | 2023-02-02T09:31:09+00:00 | https://laopost.com/?p=141891 |
ທະນາຄານກະສິກອນໄທມອບ 70 ລ້ານໂດລາໃຫ້ໂຄງການກໍ່ສ້າງໂຮງໝໍກະເສມລາດ | ເມື່ອວວັນທີ 14 ມິຖຸນາຜ່ານມາທີ່ໄດ້ຈັດພິທີລົງນາມສະໜັບສະໜູນເງິນຈຳນວນ 70 ລ້ານໂດລາໃຫ້ແກ່ການກໍ່ສ້າງໂຮງໝໍກະເສມລາດ ອິນເຕີເນເຊິນແນວ ວຽງຈັນ ຊຶ່ງຢູ່ໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ຈຳກັດ ລະຫວ່າງ ທ່ານ ຮສ ດຣ ສະເຫຼີມ ຫານພານິດ ຜູ້ອຳນວຍການໃຫຍ່ໂຮງໝໍກະເສມລາດ ແລະ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານທະນາຄານກະສິກອນໄທ ຈຳກັດ ໃຫ້ກຽດ... | ຂ່າວທ້ອງຖິ່ນ | 2019-06-17T19:35:15+00:00 | https://laopost.com/?p=115433 |
ແຂວງໄຊສົມບູນ ຈັດກິດຈະກຳພິຊິດຈອມພູທີ່ສູງທີ່ສຸດໃນລາວ | ໃນຕອນເຊົ້າຂອງວັນທີ 16 ເມສາ 2022 ຜ່ານມານີ້ ແຂວງໄຊສົມບູນ ໄດ້ສ້າງກິດຈະກຳຮ່ວມແຮງຮ່ວມໃຈ-ຮ່ວມພະລັງ ຂຶ້ນພິຊິດຈອມພູເບ້ຍ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ໝູນວຽນມາບັນຈົບອີກວາລະໜຶ່ງ ພ້ອມກັນນັ້ນກໍຄືສອງວັນປະຫວັດສາດປີສາມັກຄີລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນ... | ຂ່າວທ້ອງຖິ່ນ | 2022-04-18T10:42:41+00:00 | https://laopost.com/?p=133185 |
ລຸງອາຍຸ 60 ປີຫາຍໂຕຢ່າງປິດສະໜາ 4 ມື້ກ່ອນພົບຊິ້ນສ່ວນຢູ່ໃນທ້ອງແຂ້ | ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກໍລະກົດ 2023 ຜ່ານມາ, ເກີດເຫດການສະເທືອນຂວັນຂຶ້ນທີ່ເມືອງ ຕາເວົາ ລັດຊາບາ ປະເທດມາເລເຊຍ ຫຼັງເຈົ້າໜ້າທີ່ປ່າໄມ້ພົບຮ່າງຂອງຊາຍອາຍຸ 60 ປີ ຢູ່ໃນທ້ອງຂອງໂຕແຂ້ ທີ່ມີຄວາມຍາວ 4.3 ແມັດ ແລະ ໜັກປະມານ 800 ກິໂລກຼາມ.
ຕາມການລາຍງານຂອງເຈົ້າໜ້າທີ່ໄດ້ລະບຸວ່າຊາຍຄົນດັ່ງກ່າວມີຊື່ວ່າ: ທ້າວ ແອດດີ ບັງຊາ ອາຍຸ 6... | ຂ່າວຕ່າງປະເທດ | 2023-07-25T11:00:02+00:00 | https://laopost.com/?p=146329 |
ເກົາຫຼີເໜືອທົດສອບຍິງຂີປານາວຸດພາດທ່າໄປຕົກໃສ່ທະເລຕາເວັນອອກ | ສຳນັກຂ່າວ CNN ລາຍງານ: ເກົາຫຼີເໜືອໄດ້ດຳເນີນການຍິງທົດສອບຂີປານາວຸດທີ່ຍັງບໍ່ທັນມີການລະບຸລະອຽດວ່າເປັນຂີປານາວຸດຊະນິດໃດ ແລະຍັງບໍ່ສາມາດລະບຸພິກັດທີ່ຍິງໄດ້ ໂດຍຂີປານາວຸດດັ່ງກ່າວຖືກຍິງໄປຕົກໃສ່ທະເລຕາເວັນອອກນອກຊາຍຝັ່ງຂອງເກົາຫຼີເໜືອ ອາດເປັນເຫດເຮັດໃຫ້ແຫຼມເກົາຫຼີເໜືອ-ໃຕ້ ລຸກເປັນໄຟອີກຄັ້ງ ທັງທີ່ນ້ອງສາວຂອງຜູ້ນຳ ຄິມ ຈອງອຶນ ຫາກໍກຽມແຜນຟື້ນຟ... | ຂ່າວຕ່າງປະເທດ | 2021-09-28T13:26:17+00:00 | https://laopost.com/?p=128055 |
ຫຼວງນ້ຳທາ-ບໍ່ແກ້ວ ຝືກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ | ວັນທີ 26 ກໍລະກົດ 2022 ຜ່ານມາ, ຢູ່ທີ່ ຫໍວັດທະນະທໍາແຂວງຫຼວງນ້ຳທາ ໄດ້ຈັດຊຸດຝຶກກອົບຮົມວຽກງານກວດກາລັດ,ຕ້ານການສໍ້ລາດບັງຫຼວງບົດຮຽນຂອງສາກົນ ໃຫ້ພະນັກງານແຂວງຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ສີວິໄລ ປັນແກ້ວ ປະທານ ກວດກາພັກ-ອົງການກວດກາລັດແຂວງຫຼວງນ້ຳທາ, ທ່ານ ປະລິນຍາເອກ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ... | ຂ່າວພາຍໃນ | 2022-07-28T15:29:06+00:00 | https://laopost.com/?p=136114 |
ເກີດເຫດເຮືອບິນຕົກທີ່ຢີ່ປຸ່ນ | ແຫຼ່ງຂ່າວຈາກຕ່າງປະເທດລາຍງານ ເມື່ອວັນທີ 26 ກໍລະກົດ 2015 ນີ້ວ່າ ເຮືອບິນຂະໜາດນ້ອຍ ຕົກລົງໃນຍ່ານທີ່ຢູ່ອາໄສ ໃນເມືອງໂຊຟຸ ນະຄອນຫູວງໂຕກຽວ ປະເທດຍີ່ປຸ່ນ ໃນຕອນເຊົ້າມື້ນີ້ ເຮັດໃຫ້ເກີດໄຟລຸກໄໝ້ ບ້ານເຮືອນຫຼາຍຫຼັງ ແລະມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ.
ໃນຂະນະທີ່ສຳນັກຂ່າວຈີຈີລາຍງານວ່າ ເຮືອບິນປະສົບອຸບັດເຫດຫຼັງອອກເດິນທາງ ຈາກສະໜາມບິນໂຊຟຸມາໄດ້ພຽງ ... | ຂ່າວຕ່າງປະເທດ | 2015-07-26T21:53:28+00:00 | https://laopost.com/?p=31188 |
ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ | ສຳນັກຂ່າວສານປະເທດລາວ ລາຍງານວ່າ ລັດວິສາຫະກິດໄຟຟ້າລາວ ຊີ້ແຈງຕໍ່ສື່ມວນຊົນໃນວັນທີ 20 ພຶດສະພາ ທີ່ຜ່ານມາເຖິງ ພໍ່ແມ່ປະຊາຊົນ ກໍຄືຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານ ຕໍ່ການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວຄື 710 ກີບ/kWh ແຕ່ການເກື້ອກູນມີຄວາມແຕກຕ່າງກັນ ໂດຍສະເພາະຜູ້ທີ່ມີລາຍຮັບຕໍ່າ ຈຳນວນຫຼາຍກວ່າ 80% ຂອງຜູ້ຊົ... | ຂ່າວທ້ອງຖິ່ນ | 2020-05-22T10:02:23+00:00 | https://laopost.com/?p=119358 |
ຫາດຊາຍຟອງ ສະໜອງພືດຜັກໃຫ້ຕະຫຼາດ ໄດ້ຫຼາຍກວ່າແສນໂຕນຕໍ່ປີ | ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືວ່າເປັນເມືອງໜຶ່ງທີ່ພົ້ນເດັ່ນ ໃນການປູກພືດຜັກເປັນສິນຄ້າ ເນື່ອງຈາກ
ວ່າເປັນເມືອງທີ່ມີທ່າແຮງ ມີເນື້ອທີ່ທຳການຜະລິດທີ່ກວ້າງຂວາງ ແລະ ອຳນວຍຄວາມສະດວກ ທີ່ຕັ້ງຢູ່ລຽບຕາມແຄມ
ແມ່ນ້ຳຂອງ ປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການອອກແຮງງານທຳການຜະລິດປູກພືດຜັກ ເພື່ອບໍລິໂພກ
ແລະ ເປັນສິນຄ້າ ເຊິ່ງມັນສະແດງໃຫ້ເຫັນໃນ... | ຂ່າວທ້ອງຖິ່ນ | 2014-10-22T10:41:58+00:00 | https://laopost.com/?p=12333 |
ຂວັນເສຍຍົກລຳ ຜູ້ໂດຍສານເປີດປະຕູເຮືອບິນກາງອາກາດ ຄິດວ່າປະຕູຫ້ອງນ້ຳ | ຜູ້ໂດຍສານໜຸ່ມກໍ່ເລື່ອງສຸດແປກ ເປີດປະຕູເຮືອບິນກາງອາກາດ ເພາະເຂົ້າໃຈຜິດຄິດວ່ານັ້ນຄືປະຕູຫ້ອງນ້ຳ
ເມື່ອວັນທີ່ 27 ກັນຍາ ເວັບໄຊຕ໌ເທເລກຣາບຂອງປະເທດອັງກິດ ລາຍງານວ່າ ເກີດເຫດຂວັນເສຍຂຶ້ນເທິງເຮືອບິນສາຍການບິນ KLM ທີ່ເດີນທາງຈາກ ສະກອດແລນດ໌ ໄປຍັງນະຄອນຫລວງຂອງ ເນເທີແລນດ໌ ເມື່ອທ້າວເຈມສ໌ ເກ ຜູ້ໂດຍສານເທິງເຄື່ອງໄດ້ກໍ່ເຫດພະຍາຍາມເປີດປະຕູເຮືອບິນ ຂ... | ຂ່າວຕ່າງປະເທດ | 2015-09-28T20:20:58+00:00 | https://laopost.com/?p=36498 |
4 ວິທີຮັກສາຕ່ອມໄທລອຍ | vvvຕ່ອມໄທລອຍ ເປັນຕ່ອມທີ່ເຮັດໜ້າທີ່ດູແລພະລັງງານຂອງຮ່າງກາຍ ແລະສະແດງໃຫ້ເຫັນເຖິງກົນໄກທີ່ສຳຄັນ ໃນການຊັບຊ້ອນຂອງລະບົບ, ປົກກະຕິເຮົາສາມາດຮັກສາໄທລອຍ ໄດ້ຫຼາຍວິທີເຊັ່ນ: ອອກກຳລັງກາຍເປັນປະຈຳ, ຄວບຄຸມອາຫານ, ພັກຜ່ອນໃຫ້ພຽງພໍ ແລະຢ່າເຄັ່ງຄຽດ ແຕ່ມື້ນີ້ເຮົາຈະມາແນະນຳວິທີທີ່ເຮັດເອງແບບງ່າຍໆ
ກິນອາຫານທີ່ມີວິຕາມິນເອ, ດີ, ເຄ2 ໃຫ້ຫຼາຍໆ ເພາະວິຕາມິນ... | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-10-07T13:08:56+00:00 | https://laopost.com/?p=72297 |
ພາຍໃຕ້ “ໜ້າກາຊາກຸຣະ” ແຟນຄລັບລາວ-ໄທສົງໃສວ່າແມ່ນ “ອາເລັກຊານດຣາ” | ຫຼັງຈາກທີ່ລາຍການ The Mask Singer ເທບຫຼ້າສຸດໄດ້ອອກອາກາດໄປເຊິ່ງເປັນການແຂ່ງຂັນຂອງກຸບ A ແລະ ມີ 1 ໜ້າກາກທີ່ຄົນລາວເຮົາຄຸ້ນເຄີຍສຽງທີ່ສຸດນັ້ນກໍຄື “ໜ້າກາກຊາກຸລະ” ມາໃນເພງ Dangerour Women ຂອງ Ariana Grande ທີ່ສຽງຄ້າຍກັບຊຸບຕາຣ໌ສາວ “ອາເລັກຊານດຼາ ບຸນຊ່ວຍ” ທີ່ສຸດ ງານນີ້ເຮັດໃຫ້ແຟນໆທັງຝັ່ງລາວ ແລະ ຝັ່ງໄທ ຕ່າງພາກັນສັນນິຖານວ່າ “ໜ້າກາກຊາກຸ... | ຂ່າວບັນເທິງ | 2017-09-19T14:55:58+00:00 | https://laopost.com/?p=95116 |
ນັກບັນເລທີ່ມີຊື່ສຽງຂອງຄິວບາຈະສະແດງຢູ່ໃນຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້ | ທ່ານ ນາງ ແອນນາ ອຸປະທູດປະເທດຄິວບາປະຈຳລາວໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 18 ສິງຫານີ້ວ່າ: ນາງ ວຽງໄຊ ໄວເດສ໌ ນັກເຕັ້ນບັນເລ ( Ballet ) ທີ່ມີຊື່ສຽງຈາກປະເທດກູບາຈະສະ ແດງເຕັ້ນດັ່ງກ່າວຢູ່ນະຄອນຫຼວງວຽງຈັນໃນວັນທີ 21 ສິງຫານີ້, ທີ່ຫໍວັດທະນາທຳແຫ່ງຊາດ ເພື່ອແລກປ່ຽນທາງດ້ານວັດທະນາທຳແລ້ວ, ລາວຍັງເນັ້ນໃສ່ສົ່ງເສີມມິດຕະພາບລະຫວ່າງລາວ ແລະ ກູບາໃຫ້ແຫນ... | ຂ່າວບັນເທິງ | 2016-08-19T09:53:30+00:00 | https://laopost.com/?p=69262 |
ໄນຈີເຣຍປະເຊີນໜ້າກັບໂຣກລະບາດສາຍພັນໃໝ່ ພາຫະໂຣກອາດເກີດມາຈາກປາ | ເວັບໄຊ today news africa ລາຍງານໃຫ້ຮູ້ວ່າ ປະເທດ ໄນຈີເຣຍ ໄດ້ສົ່ງສັນຍານການແຜ່ລະບາດຂອງພະຍາດສາຍພັນໃໝ່ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວ 15 ຄົນ ແລະ ມີຜູ້ຕິດເຊື້ອ 104 ຄົນ.
ສະພາປະຊາຊົນສງສຸດຂອງໄນຈີເຣຍໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການແຜ່ລະບາດຂອງໂຣກປິດສະໜາ ທີ່ເກີດຂຶ້ນຕັ້ງແຕ່ວັນທີ 29 ມັງກອນ 2020 ທີ່ຜ່ານມາ ໃນເຂດລັດຖະບານທ້ອງຖິ່ນ Oye-Obi... | ຂ່າວຕ່າງປະເທດ | 2020-02-12T12:09:30+00:00 | https://laopost.com/?p=116815 |
ພິທີປະກາດການຈັດຕັ້ງຂັ້ນຮອງຫ້ອງການ-ບັນດາພະແນກການ, ແລະ ກົມກອງ | ພິທີປະກາດການຈັດຕັ້ງຂັ້ນຮອງຫ້ອງການ-ບັນດາພະແນກການ, ແລະ ກົມກອງ ທີ່ຂຶ້ນກັບ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ຕຸລາ 2022 ນີ້, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ມີສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານນ... | ຂ່າວພາຍໃນ | 2022-10-27T17:03:56+00:00 | https://laopost.com/?p=138968 |
ປະທານປະເທດ ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ຫຼວງພະບາງ | ໃນລະຫວ່າງວັນທີ 20-21 ຕຸລາ 2016 ຜ່ານມານີ້ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະ ໃນນັ້ນ ທ່ານປະ ທານປະເທດໄດ້ໃຫ້ກຽດໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງ, ຢ້ຽມຢາມ ໂຄງການນ້ຳຄານ 3 ທັງລ... | ຂ່າວເຫດການ | 2016-10-24T12:46:39+00:00 | https://laopost.com/?p=73866 |
ກຳປູເຈຍ ໄດ້ຮັບວັດຖຸບູຮານທີ່ຖືກລັກໄປກັບຄືນປະເທດແລ້ວ 350 ອັນ | ກຳປູເຈຍໄດ້ຮັບມອບວັດຖຸບູຮານກັບຄືນສູ່ປະເທດແລ້ວ 350 ອັນ ໃນຊ່ວງລະຫວ່າງແຕ່ປີ 1996 – 2014 ຕາມການ
ເປີດເຜີຍຂອງທາງການ.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ຕຸລານີ້ວ່າ ທ່ານ ໂສກ ອານ ຮອງນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວ
ໃນພິທີເປີດງານນິເທດສະການຊົ່ວຄາວ ສະແດງຮູບປັ້ນສະໄໝເກາະແກຣ໌ ທີ່ໄດ້ຮັບມອບຄືນຈາກສະຫະລັດອາເມຣິ
ກາ ຢູ່ທີ່ພິພິທະພັນແຫ່ງຊາດໃນ... | ຂ່າວຕ່າງປະເທດ | 2014-10-06T09:37:12+00:00 | https://laopost.com/?p=11255 |
MMG-ອົດສະຕຣາລີ ຮ່ວມສົ່ງເສີມປູກໝາກ ກ້ຽງເປັນສິນຄ້າ ແກ່ຊຸມຊົນ | ເມື່ອບໍ່ດົນມານີ້, ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ-ບໍ່ຄໍາ-ທອງເຊໂປນ(MMG) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງ ແລະ ຂະຫຍາຍລະບົບນ້ຳລິນ, ມູນຄ່າ 24 ພັນກວ່າໂດລາສະຫະລັດ ເພື່ອສະໜອງນ້ຳຮັບໃຊ້ເຂົ້າ ໃນໂຄງການປູກໝາກກ້ຽງ ຂອງປະຊາຊົນ ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງເປັນຊຸມຊົນອ້ອມຂ້າງບໍ່ຄຳ-ທອງ ເຊໂປນ. ການຮ... | ຂ່າວພາຍໃນ | 2017-08-05T10:40:43+00:00 | https://laopost.com/?p=93421 |
ຕຳຫລວດໄທ ກວດຄົ້ນເຮືອນພັກ ອາຍັດຊັບສິນ ສາມີດາລາສາວ ” ແພັດ ” ຕ້ອງສົງໄສເຄືອຂ່າຍໄຊຊະນະ! | ເວັບໄຊ ຂ່າວສົດອອນລາຍ ຂອງໄທ ລາຍງານໃນວັນທີ 2 ກຸມພານີ້ວ່າ ເຈົ້າໜ້າທີ່ຕຳຫລວດປາບປາມຢາເສບຕິດຂອງໄທ ໄດ້ເຂົ້າກວດຄົ້ນເຮືອນພັກຂອງ ທ້າວ ອັກຄຣະກິດ ວໍຣະໂຣດຈະເຣີນເດດ ຫລື ເບັ້ນ ເຣດຊິ້ງ ສາມີຂອງນາງເອກສາວ ແພັດ ນະປະພາ ດາລາຊື່ດັງຂອງໄທ ຫລັງຈາກທີ່ເຈົ້າໜ້າທີ່ສາມາດຂະຫຍາຍຜົນວ່າ ອາດມີສ່ວນພົວພັນກັບແກ໊ງຄ້າຢາ ທ້າວ ໄຊຊະນະ ແກ້ວພິມພາ ພໍ່ຄ້າຢາເສບຕິດຊາວ... | ຂ່າວຕ່າງປະເທດ | 2017-02-02T09:35:11+00:00 | https://laopost.com/?p=84168 |
ເກີດອຸບັດເຫດເຮືອທ່ອງທ່ຽວຫຼົ້ມຢູ່ຮັອກໄກໂດປະເທດຍີ່ປຸ່ນ | ໂທລະພາບ NHK ຂອງຍີ່ປຸ່ນລາຍງານວ່າ: ວັນທີ 23 ເມສານີ້ ເຮືອທ່ອງທ່ຽວ ຄາຊຸ 1 ທີ່ບັນທຸກລູກເຮືອ ແລະນັກທ່ອງທ່ຽວ 26 ຄົນ ໄດ້ເກີດອຸບັດເຫດຫຼົ້ມຢູ່ເຂດໃກ້ຄຽງແຫຼມຊີເຣໂຕໂກະ ທາງພາກຕາເວັນອອກສຽງເໜືອຂອງແຂວງຮັອກໄກໂດປະເທດຍີ່ປຸ່ນ ຍ້ອນນ້ຳເຂົ້າເຮືອ. ເຮືອລຳນີ້ໄດ້ຂາດການຕິດຕໍ່ຫຼັງຈາກໄດ້ຂໍການຊ່ວຍເຫຼືອນຳອົງການຮັກສາຄວາມປອດໄພທາງທະເລຍີ່ປຸ່ນ.
ເຊິ່ງເຮືອລຳ... | ຂ່າວຕ່າງປະເທດ | 2022-04-25T09:49:07+00:00 | https://laopost.com/?p=133391 |
ແອັບ “ລາວ ສູ້ ສູ້” ສ້າງປະໂຫຍດຊ່ວຍຄວບຄຸມການແຜ່ລະບາດຂອງໂຄວິດ-19 | ແອັບ “ ລາວ ສູ້ສູ້ ” ເປັນແອັບພລີເຄຊັ່ນທີ່ພັດທະນາຂຶ້ນໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີໜ້າທີ່ຊ່ວຍໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ ໂດຍສະເພາະກໍແມ່ນ ລາຍງານອາການຂອງຕົນເອງໃນເວລາກັກຕົວຢູ່ເຮືອນ ຫຼື ສະຖານທີ່ກັກຕົວທີ່ທາງການກຳນົດ.
ພິທີເປີດການນໍາໃຊ້ລະບົບປະຕິບັດການຕ້ານໂຄວິດ-19 “ ລາວ ສູ້ສູ້ ” ໂດຍການຮ່ວມມືລະຫວ່າງກະຊວງເຕ... | ຂ່າວພາຍໃນ | 2021-07-06T09:56:29+00:00 | https://laopost.com/?p=125870 |
ພົນໂທ ຈັນສະໝອນ ຈັນຍາລາດ ເລື່ອນຊັ້ນຂຶ້ນເປັນ ພົນເອກຄົນທີ3 ຂອງລາວ | ປະທານປະເທດ ແຫ່ງ ສປປ ລາວ ອອກດຳລັດເລື່ອນຊັ້ນ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂຶ້ນເປັນພົນເອກຄົນທີ3 ຂອງລາວ ໂດຍຖັດຈາກ ທ່ານ ພົນເອກ ຄໍາໄຕ ສີພັນດອນ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ, ລົງວັນທີ 10 ທັນວາ 2018, ສະບັບເລກທີ317/ປປທ.
ການເລື່ອນຊັ້ນນາຍທະຫານ ຊັ້ນພົນໂທ ຂຶ້ນເປັນຊັ... | ຂ່າວທ້ອງຖິ່ນ | 2018-12-12T09:43:17+00:00 | https://laopost.com/?p=107438 |
ທາບທາມປະກອບຄຳເຫັນໃສ່ 3 ຮ່າງດຳລັດວ່າດ້ວຍການຫັນຊັບພະຍາກອນປ່າໄມ້, ນ້ຳ ແລະ ແຮ່ທາດເປັນທຶນ | ແຂວງໄຊຍະບູລີ ຮ່ວມກັບ ກົມຄຸ້ມຄອງຊັບສິນຂອງລັດ ໄດ້ຈັດກອງປະຊຸມທາບທາມ ປະກອບຄຳເຫັນໃສ່ຮ່າງດຳ ລັດວ່າດ້ວຍການຫັນຊັບພະ ຍາກອນປ່າໄມ້ເປັນທຶນ, ດຳ ລັດວ່າດ້ວຍການຫັນຊັບພະ ຍາກອນນ້ຳເປັນທຶນ ແລະ ດຳ ລັດວ່າດ້ວຍການຫັນຊັບພະ ຍາກອນແຮ່ທາດເປັນທຶນ, ໃນວັນທີ 27 ມີນາ 2014 ນີ້,ຢູ່ ທີ່ຫ້ອງປະຊຸມພະແນກກະສິ ກຳ ແລະ ປ່າໄມ້ ແຂວງໄຊຍະ ບູລີ, ໂດຍການເປັນປະທານ ຂອງ ທ່... | ຂ່າວພາຍໃນ | 2014-04-01T20:52:55+00:00 | https://laopost.com/?p=4627 |
ໄມໂຄຊອຟ ເຜີຍຜົນກຳໄລໄຕມາດທຳອິດ | ໄມໂຄຊອຟ ບໍລິສັດຍັກໃຫຍ່ທາງດ້ານເຕັກໂນໂລຊີຂອງອາເມລິກາເຜີຍວ່າ ມີຜົນກຳໄລຫຼັງສິ້ນສຸດໄຕມາດທຳອິດຢູ່ທີ່ 3 ຕື້ກວ່າໂດລາສະຫະລັດ ຫຼັງຈາກທີ່ຕ້ອງແບກຫາບຄ່າໃຊ້ຈ່າຍມະຫາສານຈາກການຂາຍທຸລະກິດໂທລະສັບມືຖືເມື່ອປີຜ່ານມາ.
ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນກຳໄລໄຕມາດທີ 4 ຂອງບໍລິສັດເຕັກໂນໂລຊີຍັກໃຫຍ່ລາຍນີ້ ເກືອບຈະຂາດທຶນຈາກເມື່ອປີທີ່ຜ່ານມາ ຫຼັງຈາກທີ່ບໍລ... | ຂ່າວຕ່າງປະເທດ | 2016-07-21T15:23:31+00:00 | https://laopost.com/?p=65701 |
ກະແສຕໍ່ຕ້ານມຽນມາ-ຊູຈີຮືຮາທົ່ວໂລກ! ຮຽກຮ້ອງໃຫ້ຢຸດການຂ້າລ້າງເຜົ່າພັນໂຣຮິນຢາ | Iranians take part in a protest against violence in Myanmar after weekly Friday prayer in Tehran on September 08, 2017.
Iran's foreign minister has written to the UN calling for action on the Myanmar's Muslim minority while his spokesman said Iran's efforts to send aid had been blocked by Myanmar. Mohammad Javad Zarif ... | ຂ່າວຕ່າງປະເທດ | 2017-09-10T17:40:52+00:00 | https://laopost.com/?p=94730 |
ຄົນຢ້ານເຂັມມີເຮ ຝຣັ່ງກຽມທົດລອງວັກຊີນໂຄວິດ-19 ແບບພົ່ນໃສ່ທາງດັງ | ປັດຈຸບັນ ການສັກວັກຊີນເປັນວິທີທີ່ມີປະສິດທິພາບທີ່ສຸດໃນການຄວບຄຸມການແຜ່ລະບາດຂອງ COVID-19. ໃນທົ່ວໂລກ, ມັນເປັນການເລັ່ງດ່ວນເພື່ອໃຫ້ປະຊາຊົນເຂົ້າເຖິງວັກຊີນໄວເທົ່າທີ່ຈະໄວໄດ້, ໃນຂະນະດຽວກັນ, ກໍມີການພັດທະນາວິທີການໃຊ້ວັກຊີນສ້າງ ແລະ ກະຕຸ້ນພູມຄຸ້ມກັນໃຫ້ຄົນໄດ້ຫຼາຍກວ່າການສັກ ໂດຍການພົ່ນທາງອາກາດເພື່ອຊຸກດັນໃຫ້ວັກຊີນເຂົ້າໄປໃນຜິວໜັ້ງ ແທນທີ່ຈ... | ຂ່າວຕ່າງປະເທດ | 2022-02-04T15:39:01+00:00 | https://laopost.com/?p=131749 |
ທາງການມຽນມາເປີດສຸນທີ່ພັກຊົ່ວຄາວສຳລັບປະຊາຊົນໂລຮິງຢາໃຫ້ຄະນະຜູ້ແທນນານາຊາດເຂົ້າຢ້ຽມຢາມ ຂະນະທີ່ອົງການຢູນີ ເຊັບລະບຸວ່າຜູ້ລີ້ໄພໂລຮິງຢາຍັງບໍ່ມີບ່ອນປອດໄພໃຫ້ເດີນທາງກັບ | ຄະນະຜູ້ແທນນານາຊາດ ແລະ ສື່ມວນຊົນໄດ້ເດີນທາງລົງຢ້ຽມຢາມສຸນທີ່ພັກຊົ່ວຄາວສຳລັບຜູ້ລີ້ໄພໂລຮິງຢາ ທີ່ຕັ້ງຢູ່ນອກເມືອງມົງດໍ ຕິດກັບຊາຍແດນ ປະເທດບັງກລາເທດ,ກ່ອນຈະຖືກນຳໂຕໄປຍັງຄຸ້ມຜູ້ລີ້ໄພໃນພື້ນທີ່ອື່ນໆ ຈະຕ້ອງຜ່ານຂະບວນການຄັດກອງຂັ້ນສຸດທ້າຍກ່ອນ.
ຮອງຜູ້ອຳນວຍການກອງທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫລື ຢູນີເຊັບ, ຈັສຕິນ ຟໍຊີສ ເປີດເຜີຍວ່າເວລານີ້... | ຂ່າວຕ່າງປະເທດ | 2018-01-26T11:59:32+00:00 | https://laopost.com/?p=98814 |
ລັດເລັ່ງແກ້ໄຂສິ່ງອຸດຕັນ ເພື່ອສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດພາກເອກະຊົນ | ລັດຖະບານ ຈະມີມາດຕະການເດັດຂາດໃນການແກ້ໄຂສິ່ງອຸດຕັນ, ຂັ້ນຕອນອະນຸຍາດ ແລະ ຂອດຂັ້ນອຳນວຍຄວາມສະດວກຕ່າງໆ ຂອງເບື້ອງລັດ ເພື່ອຊຸກຍູ້, ດຶງດູງ, ຂົນຂວາຍ ແລະ ສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດຂອງພາກເອກະຊົນ ຢູ່ໃນ ສປປ ລາວ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຊິ່ງຕາງໜ້າໃຫ້ລັດຖະບານ ກ່າວໃນກອງປະຊຸ... | ຂ່າວທ້ອງຖິ່ນ | 2020-11-04T09:34:17+00:00 | https://laopost.com/?p=121987 |
ນາຍົກອິນເດຍພົບຜູ້ນຳອີຢູ ຫວັງເພີ່ມການລົງທຶນແລະຮ່ວມປາບກໍ່ການຮ້າຍ | ນາຍົກລັດຖະມົນຕີອິນເດຍຈະຫາລືຮ່ວມກັບຜູ້ນຳປະເທດສະຫະພາບເອີຣົບ (ອີຢູ) ທີ່ນະຄອນຫຼວງຣັສເຊລຂອງແບນຊິກ ເພື່ອຫາກທາງສົ່ງເສີມການລົງທຶນຈາກອີຢູ ຊຶ່ງຖືເປັນຫຸ້ນສ່ວນການຄ້າລາຍໃຫຍ່ຂອງອິນເດຍ ແລະຮ່ວມມືປາບປາມການກໍ່ການຮ້າຍໃຫ້ຫຼາຍຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີອິນເດຍຈະພົບກັບໂດນັລ ທັສ ປະທານຄະນະມົນຕີເອີຣົບ ແລະທ່ານໝອງ ໂຄລັດ ຢຸ... | ຂ່າວຕ່າງປະເທດ | 2016-03-30T22:03:19+00:00 | https://laopost.com/?p=52280 |
ນະຄອນຫຼວງເຂົ້າຮ່ວມຄະນະສະເພາະກິດລະດັບຊາດ ແກ້ໄຂບັນຫາບໍລິສັດລະດົມທຶນຜິດກົດໝາຍ | ສຳນັກງານປົກຄອງນະຄອນຫຼວງວຽງຈັນ, ຮູບ: google
ອີງຕາມແຫຼ່ງຂ່າວຈາກ ນະຄອນຫຼວງວຽງຈັນ ເມື່ອວັນທີ 9 ພຶດສະພາ 2017 ທີ່ຜ່ານມາ, ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ເຮັດໜັງສືທາງການແຈ້ງໄປຍັງ ທະນາຄານແຫ່ງ ສປປ ລາວ ເພື່ອແຈ້ງລາຍລະອຽດການປະກອບບຸກຄະລາກອນເພື່ອເຂົ້າຮ່ວມ ຄະນະສະເພາະກິດລະດັບຊາດ ເພື່ອແກ້ໄຂບັນຫາບໍລິສັດທີ່ເຄື່ອນໄຫວໃຫ້ການບໍລິການລະດົມທຶນທີ່... | ຂ່າວພາຍໃນ | 2017-05-12T17:38:28+00:00 | https://laopost.com/?p=89843 |
Subsets and Splits
No community queries yet
The top public SQL queries from the community will appear here once available.