source
stringlengths 37
1.16k
| target
stringlengths 36
1.12k
|
|---|---|
ເມື່ອວັນທີ 26 ກຸມພາ ເຖິງວັນທີ 1 ມີນາ 2020 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເດີນທາງຢ້ຽມຢາມແຂວງຊຽງຂວາງ ແລະ ແຂວງຫົວພັນ ເພື່ອສຳຫຼວດສັກກາຍະພາບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງແຂງດັ່ງກ່າວ
|
เมื่อวันที่ 26 กุมภาพันธ์ - 1 มีนาคม 2563 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้เดินทางเยือนแขวงเชียงขวางและแขวงหัวพัน เพื่อสำรวจศักยภาพการค้า การลงทุน และการท่องเที่ยวของแขวงดังกล่าว
|
ໃນໂອກາດນີ້, ເອກອັກຄະຣາຊະທູດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ເພື່ອປຶກສາຫາລືກ່ຽວກັບສັກກາຍະພາບຂອງແຂວງຊຽງຂວາງ ແລະ ຄວາມຮ່ວມມືກັບປະເທດໄທ ຈາກນັ້ນ, ໄດ້ເຂົ້າຢ້ຽມຊົມ ແລະ ຮັບຟັງການບັນຍາຍສະຫຼຸບທີ່ໂຄງການເກັບກູ້ລະເບີດແຫ່ງ ສປປ ລາວ (Lao National Unexploded Ordnance Programme : UXO LAO) ຕະຫຼອດຈົນເຖິງທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດສາດຂອງແຂວງຊຽງຂວາງ ໄດ້ແກ່: ແຫຼ່ງມໍລະດົກໂລກທົ່ງໄຫຫີນ, ວັດເພຍວັດ ແລະ ພະທາດຝຸ່ນ ລວມທັງຢ້ຽມຊົມຫໍພິພິທະພັນແຂວງຊຽງຂວາງ.
|
ในโอกาสนี้ เอกอัครราชทูตฯ ได้เยี่ยมคารวะ นายแพทย์บัวสอน สีนวนทอง รองเจ้าแขวงเชียงขวาง เพื่อหารือเกี่ยวกับศักยภาพของแขวงเชียงขวางและความร่วมมือกับประเทศไทย จากนั้น ได้เข้าเยี่ยมชมและรับฟังการบรรยายสรุปที่โครงการเก็บกู้วัตถุระเบิดแห่ง สปป. ลาว (Lao National Unexploded Ordnance Programme : UXO LAO) ตลอดจนสถานที่ท่องเที่ยวที่มีความสำคัญทางประวัติศาสตร์ของแขวงเชียงขวาง ได้แก่ แหล่งมรดกโลกทุ่งไหหิน วัดเพียวัด และพระธาตุฝุ่น รวมทั้งเยี่ยมชมหอพิพิธภัณฑ์แขวงเชียงขวาง
|
ຕໍ່ມາ, ເອກອັກຄະຣາຊະທູດ ໄດ້ເຂົ້າຂໍ່ານັບທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ໂດຍໄດ້ປຶກສາຫາລືຢ່າງກວ້າງຂວາງກ່ຽວກັບສັກກາຍະພາບ ແລະ ການພັດທະນາແຂວງຫົວພັນ ໂດຍສະເພາະດ້ານການທ່ອງທ່ຽວ ແລະ ການກະສິກຳ.
|
ต่อมา เอกอัครราชทูตฯ ได้เข้าเยี่ยมคารวะท่านวันไซ แพงซุมมา เจ้าแขวงหัวพัน โดยได้หารืออย่างกว้างขวางเกี่ยวกับศักยภาพและการพัฒนาแขวงหัวพัน โดยเฉพาะด้านการท่องเที่ยวและการเกษตร
|
ຈາກນັ້ນ, ໄດ້ຢ້ຽມຊົມໂຮງຮຽນມັດທະຍົມສົມບູນເມືອງວຽງໄຊ ແຂວງຫົວພັນ ຊຶ່ງກົມຄວາມຮ່ວມມືລະຫວ່າງປະເທດ ສະມາຄົມໄທ - ລາວ ເພື່ອມິດຕະພາບ ແລະ ພາກເອກກະຊົນໄທ ໄດ້ສະໜັບສະໜູນດ້ານໂຄງສ້າງພື້ນຖານ, ການປັບປຸງທິວທັດ ແລະ ອຸປະກອນການຮຽນ, ການສອນ ລວມທັງ, ໄດ້ຮັບຢ້ຽມຊົມ ແລະ ຮັບຟັງການບັນຍາຍສະຫຼຸບທີ່ຖໍ້າຜູ້ນຳ ແລະ ອານຸສອນສະຖານ ແລະ ດ່ານນ້ຳໂສຍ - ນາແມວ.
|
จากนั้น ได้เยี่ยมชมโรงเรียนมัธยมสมบูรณ์เมืองเวียงไซ แขวงหัวพัน ซึ่งกรมความร่วมมือระหว่างประเทศ สมาคมไทย – ลาวเพื่อมิตรภาพ และภาคเอกชนไทย ได้สนับสนุนด้านโครงสร้างพื้นฐาน การปรับปรุงภูมิทัศน์ และอุปกรณ์การเรียนการสอน รวมทั้งได้เยี่ยมชมและรับฟังการบรรยายสรุปที่ถ้ำผู้นำและอนุสรณ์สถาน และด่านสากลน้ำโสย-นาแมว
|
ເມື່ອວັນທີ 3 - 4 ມີນາ 2020 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ. ລາວ ພ້ອມດ້ວຍທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ໄດ້ເດີນທາງໄປຈັງຫວັດຂອນແກ່ນ ເພື່ອເຂົ້າພົບຫາລືກັບຜູ້ບໍລິຫານໜ່ວຍງານ ແລະ ອົງກອນຕ່າງໆ ໄດ້ແກ່ ຮັກສາການອະທິການບໍດີມະຫາວິທະຍາໄລຂອນແກ່ນ, ຜູ້ອຳນວຍການໂຮງໝໍສີນະຄະຣິນ ແລະ ຜູ້ອຳນວຍການບໍລິຫານສະຖານບັນຄວາມຮ່ວມມືເພື່ອພັດທະນາເສດຖະກິດລຸ່ມນໍ້າຂອງ (Mekong Institute) ພ້ອມດ້ວຍຄະນະອາຈານ ແລະ ເຈົ້າໜ້າທີ່. ໂດຍມີຈຸດປະສົງຫຼັກ ເພື່ອສະແຫວງຄວາມຮ່ວມມືກັບໜ່ວຍງານ ແລະ ອົງກອນດັ່ງກ່າວໃຫ້ມີບົດບາດສະໜັບສະໜູນການສົ່ງເສີມສາຍສຳພັນອັນດີລະຫວ່າງໄທກັບ ສປປ ລາວ ໂດຍເນັ້ນຄວາມຮ່ວມມືດ້ານການພັດທະນາ ຊຶ່ງລວມເຖິງດ້ານສາທາລະນະສຸກ, ກະສິກຳ ແລະ ການພັດທະນາຊັບພະຍາກອນມະນຸດ.
|
เมื่อวันที่ 3 - 4 มีนาคม 2563 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ พร้อมด้วย ดร. สุวิทย์ มังคละ อัครราชทูตที่ปรึกษา ได้เดินทางไปจังหวัดขอนแก่น เพื่อเข้าพบหารือกับผู้บริหารหน่วยงานและองค์กรต่างๆ ได้แก่ รักษาการอธิการบดีมหาวิทยาลัยขอนแก่น ผู้อำนวยการโรงพยาบาลศรีนครินทร์ และผู้อำนวยการบริหารสถาบันความร่วมมือเพื่อพัฒนาเศรษฐกิจลุ่มน้ำโขง (Mekong Institute) พร้อมด้วยคณะอาจารย์และเจ้าหน้าที่ โดยมีวัตถุประสงค์หลักเพื่อแสวงความร่วมมือกับหน่วยงานและองค์กรดังกล่าวให้มีบทบาทสนับสนุนการเสริมสร้างความสัมพันธ์อันดีระหว่างไทยกับ สปป. ลาว โดยเน้นความร่วมมือด้านการพัฒนา ซึ่งรวมถึงด้านสาธารณสุข เกษตร และการพัฒนาทรัพยกรมนุษย์
|
ເມື່ອວັນທີ 2 – 6 ກຸມພາ 2020 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ເພື່ອສຳຫຼວດສັກກາຍະພາບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນແຂວງດັ່ງກ່າວ ໃນຊ່ວງໄລຍະການຢ້ຽມຢາມແຂວງອຸດົມໄຊ, ເອກອັກຄະຣາຊະທູດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງອຸດົມໄຊ ຮັບຟັງກ່ຽວກັບໂຄງການພັດທະນາແຂວງຈາກຜູ້ແທນກອງທຶນຫຼຸດຜ່ອນຄວາມທຸກຍາກ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ, ຢ້ຽມຊົມໂຮງໝໍແຂວງອຸດົມໄຊ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ.
|
เมื่อวันที่ 2 – 6 กุมภาพันธ์ 2563 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ เดินทางเยือนแขวงอุดมไซและแขวงหลวงน้ำทา เพื่อสำรวจศักยภาพการค้า การลงทุน และการท่องเที่ยวในแขวงดังกล่าว ในช่วงการเยือนแขวงอุดมไซ เอกอัครราชทูตฯ ได้เข้าเยี่ยมคารวะนายคำเพียง ยาจงวา รองเจ้าแขวงอุดมไซ รับฟังเกี่ยวกับโครงการพัฒนาแขวงจากผู้แทนกองทุนลดผ่อนความทุกข์ยาก แผนกกสิกรรมและป่าไม้แขวงอุดมไซ เยี่ยมชมโรงพยาบาลแขวงอุดมไซ และโรงเรียนสามัญกินนอนชนเผ่าแขวงอุดมไซ
|
ຈາກນັ້ນ, ເອກອັກຄະຣາຊະທູດ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງນ້ຳທາ ໂດຍໄດ້ນຳຂ້າຣາຊະການທີມປະເທດເຂົ້າຢ້ຽມຂໍ່ານັບທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງຫຼວງນ້ຳທາ ຮັບຟັງກ່ຽວກັບໂຄງການພັດທະນາແຂວງຜູ້ແທນກອງທຶນຫຼຸດຜ່ອນຄວາມທຸກຍາກ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ ແລະ ຢ້ຽມຊົມເຂດເສດຖະກິດສະເພາະບໍ່ເຕັນແດນງາມ.
|
จากนั้น เอกอัครราชทูตฯ ได้เดินทางเยือนแขวงหลวงน้ำทา โดยได้นำข้าราชการทีมประเทศเข้าเยี่ยมคารวะนายเพ็ดถาวอน พิละวัน เจ้าแขวงหลวงน้ำทา รับฟังเกี่ยวกับโครงการพัฒนาแขวงจากผู้แทนกองทุนลดผ่อนความทุกข์ยาก แผนกกสิกรรมและป่าไม้แขวงหลวงน้ำทา และเยี่ยมชมเขตเศรษฐกิจเฉพาะบ่อเต็นแดนงาม
|
ໃນໂອກາດດຽວກັນນີ້, ເອກອັກຄະຣາຊະທູດ ໄດ້ກ່າວເປີດງານ Mini Thailand Week 2020 ຊຶ່ງຈັດໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈຳ ສປປ ລາວ ເພື່ອປະຊາສຳພັນສິນຄ້າໄທ ແລະ ສ້າງໂອກາດໃນການເຮັດທຸລະກິດລະຫວ່າງຜູ້ປະກອບການໄທ ແລະ ສປປ ລາວ ດ້ວຍ.
|
ในโอกาสเดียวกันนี้ เอกอัครราชทูตฯ ได้กล่าวเปิดงาน Mini Thailand Week 2020 ซึ่งจัดโดยสำนักงานส่งเสริมการค้าในต่างประเทศ ณ เวียงจันทน์ เพื่อประชาสัมพันธ์สินค้าไทยและสร้างโอกาสในการทำธุรกิจระหว่างผู้ประกอบการไทยและลาวด้วย
|
ເມື່ອວັນທີ 1 ກຸມພາ 2020 ທ່ານນາງອຸຣະວະດີ ສີພິຣົມ ອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດດ່ານສາກົນປາງມອນຢ່າງເປັນທາງການ ທີ່ດ່ານສາກົນປາງມອນ, ເມືອງຄອບ, ແຂວງໄຊຍະບູລີ ໂດຍມີທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ພ້ອມດ້ວຍຮອງເຈົ້າແຂວງໄຊຍະບູລີິ ແລະ ຮອງເຈົ້າແຂວງຫຼວງພະບາງ ຕະຫຼອດຈົນເຖິງນາຍົກມົນຊຽງວົງ, ຜູ້ວ່າຣາຊະການຈັງຫວັດພະເຍົາ, ທ່ານ ປະຈົນ ປັດສະກຸນ ຜູ້ວ່າຣາຊະການຈັງຫວັດຊຽງລາຍ ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງຂອງໄທ ແລະ ສປປ ລາວ ເຂົ້າຮ່ວມດ້ວຍ.
|
เมื่อวันที่ 1 กุมภาพันธ์ 2563 นางสาวอุรวดี ศรีภิรมย์ อัครราชทูต สถานเอกอัครราชทูต ณ เวียงจันทน์ ได้เข้าร่วมพิธีเปิดด่านสากลปางมอนอย่างเป็นทางการ ณ ด่านสากลปางมอน เมืองคอบ แขวงไซยะบูลี โดยมีนายทองสะหวัน พมวิหาน รองรัฐมนตรีกระทรวงการต่างประเทศ สปป. ลาว พร้อมด้วยรองเจ้าแขวงไซยะบูลีและหลวงพระบาง ตลอดจนนายกมล เชียงวงค์ ผู้ว่าราชการจังหวัดพะเยา นายประจญ ปรัชญ์สกุล ผู้ว่าราชการจังหวัดเชียงราย และผู้แทนหน่วยงานที่เกี่ยวข้องของไทย และ สปป. ลาว เข้าร่วมด้วย
|
ດ່ານສາກົນປາງມອນ ຕັ້ງຢູ່ເມືອງຄອບ, ແຂວງໄຊຍະບູລີ ກົງກັນຂ້າມຈຸດຜ່ານແດນຖາວອນບ້ານຮວກ, ອຳເພີພູຊາງ, ຈັງຫວັດພະເຍົາ ເມື່ອປີ 1992 ລັດຖະບານ ສປປ ລາວ ໄດ້ອະນຸມັດໃຫ້ເປີດດ່ານປະເພນີປາງມອນ ເພື່ອອຳນວຍຄວາມສະດວກການຄ້າຂາຍ ແລະ ການເດີນທາງໄປມາຫາສູ່ກັນລະຫວ່າງປະຊາຊົນເມືອງຄອບ, ແຂວງໄຊຍະບູລີກັບອຳເພີພູຊາງ ແລະ ອຳເພີຊຽງຄຳ, ຈັງຫວັດພະເຍົາ.
|
ด่านสากลปางมอนตั้งอยู่ที่เมืองคอบ แขวงไซยะบูลี ตรงข้ามจุดผ่านแดนถาวรบ้านฮวก อำเภอภูซาง จังหวัดพะเยา เมื่อปี 2535 รัฐบาล สปป. ลาวได้อนุมัติให้เปิดด่านประเพณีปางมอน เพื่ออำนวยความสะดวกการค้าขายและการเดินทางไปมาหาสู่กันระหว่างประชาชนเมืองคอบ แขวงไซยะบูลี กับอำเภอภูซางและอำเภอเชียงคำ จังหวัดพะเยา
|
ສຳນັກງານຄວາມຮ່ວມມືພັທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) (ສພພ.) (NEDA) ໄດ້ຊ່ວຍປັບປຸງ ແລະ ກໍ່ສ້າງຖະໜົນຊ່ວງໄລຍະບ້ານຮວກ (ຈັງຫວັດພະເຍົາ) – ເມືອງຄອບ - ເມືອງຊຽງຮ່ອນ ແລະ ເມືອງຄອບ - ບ້ານປາກຄອບ - ບ້ານກ້ອນຕື່ນ, ແຂວງໄຊຍະບູລີ ມູນຄ່າ 1.390 ລ້ານບາດ ຊຶ່ງເຊື່ອມໂຍງຈັງຫວັດພະເຍົາກັບແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ແລະ ສ້າງອາຄານເຮັດວຽກດ່ານສາກົນປາງມອນດ້ວຍ
|
สำนักงานความร่วมมือพัฒนาเศรษฐกิจกับประเทศเพื่อนบ้าน (องค์การมหาชน) (สพพ.) (NEDA) ได้ช่วยปรับปรุงและก่อสร้างถนนช่วงบ้านฮวก (จังหวัดพะเยา) - เมืองคอบ - เมืองเชียงฮ่อน และเมืองคอบ - บ้านปากคอบ - บ้านก้อนตื่น แขวงไชยะบูลี มูลค่า 1,390 ล้านบาท ซึ่งเชื่อมโยงจังหวัดพะเยากับแขวงไชยะบูลีและแขวงบ่อแก้ว และสร้างอาคารทำการด่านสากลปางมอนด้วย
|
ການຍົກລະດັບຈຸດຜ່ານແດນດັ່ງກ່າວຂຶ້ນເປັນດ່ານສາກົນ ເປັນໄປຕາມຜົນການປະຊຸມຄະນະຜູ້ວ່າຣາຊະການຈັງຫວັດ ແລະ ເຈົ້າແຂວງຊາຍແດນໄທ - ລາວ. ຄັ້ງທີ 10 ເມື່ອເດືອນກັນຍາ 2017 ການປະຊຸມຄະນະກຳມະທິການຮ່ວມວ່າດ້ວຍຄວາມຮ່ວມມື (JC) ໄທ - ລາວ, ຄັ້ງທີ 21 ເມື່ອເດືອນກຸມພາ 2018 ແລະ ການປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີຢ່າງບໍ່ເປັນທາງການ (JCR) ໄທ - ລາວ ເມື່ອເດືອນທັນວາ 2018 ຝ່າຍໄທໄດ້ຍົກລະດັບຈຸດບ້ານຮວກເປັນຈຸດຜ່ານແດນຖາວອນເມື່ອວັນທີ 18 ທັນວາ 2018.
|
การยกระดับจุดผ่านแดนดังกล่าวขึ้นเป็นด่านสากลเป็นไปตามผลการประชุมคณะผู้ว่าราชการจังหวัดและเจ้าแขวงชายแดนไทย – ลาว ครั้งที่ 10 เมื่อเดือนกันยายน 2560 การประชุมคณะกรรมาธิการร่วมว่าด้วยความร่วมมือ (JC) ไทย - ลาว ครั้งที่ 21 เมื่อเดือนกุมภาพันธ์ 2561 และการประชุมร่วมนายกรัฐมนตรีและรัฐมนตรีอย่างไม่เป็นทางการ (JCR) ไทย - ลาว เมื่อเดือนธันวาคม 2561 ฝ่ายไทยได้ยกระดับจุดผ่อนปรนบ้านฮวกเป็นจุดผ่านแดนถาวรเมื่อวันที่ 18 ธันวาคม 2561
|
ດ່ານສາກົນປາງມອນ ຕັ້ງຢູ່ໃນຈຸດຍຸດທະສາດຂອງອະນຸພາກພື້ນທີ່ສາມາດເຊື່ອມໂຍງເສດຖະກິດລະຫວ່າງ 8 ແຂວງພາກເໜືອຂອງ ສປປ ລາວ ກັບພາກເໜືອຕອນເທິງຂອງໄທ ຊຶ່ງຈະຊ່ວຍໃຫ້ເກີດການຂະຫຍາຍຕົວທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງທັງສອງປະເທດ.
|
ด่านสากลปางมอนตั้งอยู่ในจุดยุทธศาสตร์ของอนุภูมิภาคที่สามารถเชื่อมโยงเศรษฐกิจระหว่าง 8 แขวงภาคเหนือของ สปป. ลาว กับภาคเหนือตอนบนของไทย ซึ่งจะช่วยให้เกิดการขยายตัวทางการค้า การลงทุน และการท่องเที่ยวของทั้งสองประเทศ
|
ຂໍເຊີນຊວນຜູ້ປະກອບການດ້ານສະໝຸນໄພ ແລະ ການແພດດັ່ງເດີມຂອງ ສປປ ລາວ ທີ່ສົນໃຈເຂົ້າຮ່ວມງານມະຫາກຳສະໝຸນໄພແຫ່ງຊາດ (National Herb Expo) ຄັ້ງທີ 17 ເຊິ່ງຈັດຂຶ້ນໂດຍກົມການແພດແຜນໄທ ແລະ ການແພດທາງເລືອກ ກະຊວງສາທາລະນະສຸກ ລະຫວ່າງວັນທີ 4 - 8 ມີນາ 2020 ທີ່ສູນສະແດງສິນຄ້າ ແລະ ການປະຊຸມອິມແພັກ ເມືອງທອງທານີ, ຈັງຫວັດນົນທະບຸຣີ ປະເທດໄທ ໂດຍສາມາດເບິ່ງລາຍລະອຽດໄດ້ຕາມພາບດ້ານລຸ່ມນີ້.
|
ขอเชิญชวนผู้ประกอบการด้านสมุนไพรและการแพทย์ดั้งเดิมของ สปป. ลาวที่สนใจ เข้าร่วมงานมหกรรมสมุนไพรแห่งชาติ (National Herb Expo) ครั้งที่ 17 ซึ่งจัดโดยกรมการแพทย์แผนไทยและการแพทย์ทางเลือก กระทรวงสาธารณสุข ระหว่างวันที่ 4 - 8 มีนาคม 2563 ณ ศูนย์แสดงสินค้าและการประชุมอิมแพ็ค เมืองทองธานี จังหวัดนนทบุรี ประเทศไทย โดยสามารถดูรายละเอียดได้ตามภาพด้านล่างนี้
|
ເມື່ອວັນທີ 6 ກຸມພາ 2020 ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ໄດ້ເຂົ້າຮ່ວມກ່າວສະແດງຄວາມຍິນດີ ໃນພິທີມອບໃບຮັບຮອງລະບົບມາດຕະຖານ ISO 9001:2015 ໃຫ້ແກ່ໂຮງງານຜະລິດອາຫານສັດພູຄຳ ຂອງບໍລິສັດ ຊີພີ (ລາວ) ຈຳກັດ ໂດຍບໍລິສັດ ເອັສ ຈີ ເອັສ ຈຳກັດ ປະຈຳນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ, ທ່ານ ທຳນອງ ພົນທອງມາກ ກຳມະການຜູ້ຈັດການ ບໍລິສັດ ຊີພີ (ລາວ) ຈຳກັດ, ທ່ານ ທັດສວິດ ໄຊວັນນະທຳ ຜູ້ຈັດການຫ້ອງການ ບໍລິສັດ ເອັສ ຈີ ເອັສ ຈຳກັດ, ທ່ານ ວະຣາວຸດ ມີສາຍຍາດ ນາຍົກສະມາຄົມນັກທຸລະກິດໄທໃນ ສປປ ລາວ ແລະ ຜູ້ແທນທະນາຄານໄທໃນ ສປປ ລາວ ເຂົ້າຮ່ວມ.
|
เมื่อวันที่ 6 กุมภาพันธ์ 2563 นางสาวอุรวดี ศรีภิรมย์ อัครราชทูต ได้ร่วมกล่าวแสดงความยินดีในพิธีมอบใบรับรองระบบมาตรฐาน ISO 9001:2015 ให้แก่โรงงานผลิตอาหารสัตว์พูคำของบริษัท ซี.พี. (ลาว) จำกัด โดยบริษัท เอส จี เอส จำกัด ณ นครหลวงเวียงจันทน์ โดยมีนายพูวง วงคำซาว หัวหน้าห้องว่าการนครหลวงเวียงจันทน์ นายทำนอง พลทองมาก กรรมการผู้จัดการ บริษัท ซี.พี. (ลาว) จำกัด นายธรรศวิศน์ ชัยวรรณธรรม ผู้จัดการสำนักงาน บริษัท เอส จี เอส จำกัด นายวราวุฒิ มีสายญาติ นายกสมาคมนักธุรกิจไทยใน สปป. ลาว และผู้แทนธนาคารไทยใน สปป. ลาว เข้าร่วม
|
ລັດຖະບານໄທ ມີນະໂຍບາຍສະໜັບສະໜູນການລົງທຶນຂອງພາກເອກະຊົນໄທໃນຕ່າງປະເທດ ທີ່ໃຫ້ຄວາມສຳຄັນກັບມາດຕະຖານ, ຄຸນນະພາບ ແລະ ຄວາມຍືນຍົງ. ການດຳເນີນທຸລະກິດຂອງບໍລິສັດ ຊີພີ (ລາວ) ຈຳກັດ ຈົນໄດ້ຮັບໃບຮັບຮອງລະບົບມາດຕະຖານຄຸນນະພາບ ISO 9001:2015 ໃນຄັ້ງນີ້ເປັນອີກຕົວຢ່າງໜຶ່ງຂອງບໍລິສັດໄທ ທີ່ບໍ່ພຽງແຕ່ໃສ່ໃຈໃນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ແຕ່ຍັງຄຳນຶງເຖິງຄວາມຍືນຍົງໃນການປະກອບການ ແລະ ມີສ່ວນສົ່ງເສີມການພັດທະນາຄຸນນະພາບຊີວິດ ແລະ ການພັດທະນາທີ່ຍືນຍົງຂອງ ສປປ ລາວ.
|
รัฐบาลไทยมีนโยบายสนับสนุนการลงทุนของภาคเอกชนไทยในต่างประเทศ ที่ให้ความสำคัญกับมาตรฐาน คุณภาพ และความยั่งยืน การดำเนินธุรกิจของ ซีพี (ลาว) จนได้รับใบรับรองระบบมาตรฐานคุณภาพ ISO 9001:2015 ในครั้งนี้เป็นอีกตัวอย่างหนึ่งของบริษัทไทยที่ไม่เพียงแต่ใส่ใจในคุณภาพและความปลอดภัยของสินค้า แต่ยังคำนึงถึงความยั่งยืนในการประกอบการ และมีส่วนส่งเสริมการพัฒนาคุณภาพชีวิตและการพัฒนาที่ยั่งยืนของ สปป. ลาว
|
ສະຖານເອກອັກຄະຣາຊະທູດໄທ ຮ່ວມອອກຮ້ານໃນງານເທດສະການອາຫານລາວ ຄັ້ງທີ 15
|
สถานเอกอัครราชทูตไทยร่วมออกร้านในงานเทศกาลอาหารลาว ครั้งที่ 15
|
ເມື່ອວັນທີ 28 ມັງກອນ 2020 ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ສະຖານເອັກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ທ່ານນາງ ປອ. ດົນນະພາ ແກ້ວພາ ພັນລະຍາຜູ້ຊ່ວຍທູດຝ່າຍທະຫານອາກາດ ເຂົ້າຮ່ວມພິທີເປີດງານເທດສະການອາຫານລາວ ຄັ້ງທີ 15 ທີ່ສວນສາທາລະນະເຈົ້າອານຸວົງ ໂດຍມີທ່ານນາງ ນາລີ ສີສຸລິດ ພັນລະຍານາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານນາງອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານນາງ ອາລູນີ ກົມມະສິດ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງເປັນປະທານກຸ່ມແມ່ຍິງອາຊຽນ, ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະທູຕານຸທູດ ເຂົ້າຮ່ວມເປີດພິທີດັ່ງກ່າວ.
|
เมื่อวันที่ 28 มกราคม 2563 นางสาวอุรวดี ศรีภิรมย์ อัครราชทูต สถานเอกอัครราชทูต ณ เวียงจันทน์ และดร. ดลนภา แก้วภา ภริยาผู้ช่วยทูตทหารอากาศ เข้าร่วมพิธีเปิดงานเทศกาลอาหารลาว ครั้งที่ 15 ณ สวนสาธารณะเจ้าอนุวงศ์ โดยมีนางนาลี สีสุลิด ภริยานายกรัฐมนตรีแห่ง สปป. ลาว นางอินลาวัน แก้วบุญพัน ประธานศูนย์กลางสหพันธ์แม่หญิงลาว นางอาลุนี กมมะสิด ภริยารัฐมนตรีต่างประเทศ สปป.ลาว ซึ่งเป็นประธานกลุ่มแม่หญิงอาเซียน นางจันทะจอน วงไซ ประธานสมาคมนักธุรกิจแม่หญิงลาว นายดาววอน พะจันทะวง รองประธานสภาการค้าและอุตสาหกรรมแห่ง สปป. ลาว พร้อมด้วยคณะทูตานุทูต เข้าร่วมพิธีเปิดดังกล่าว
|
ເທດສະການອາຫານລາວ ຈັດຂຶ້ນເປັນປະຈຳທຸກປີ ໂດຍຄວາມຮ່ວມມືລະຫວ່າງສະຫະພັນແມ່ຍິງລາວ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ມີຈຸດປະສົງເພື່ອເປັນການສ້າງໂອກາດ ແລະ ສົ່ງເສີມຜູ້ປະກອບການແມ່ຍິງລາວ ທີ່ມີຝີມືປຸງແຕ່ງອາຫານທ້ອງຖິ່ນອັນເປັນເອກະລັກຈາກທົ່ວປະເທດເຂົ້າມາເຜີຍແຜ່ຜະລິດຕະພັນຂອງຕົນ ທັງເປັນໂອກາດໄດ້ແລກປ່ຽນປະສົບການ ແລະ ພັດທະນາອາຫານລາວໃຫ້ມີຄວາມໂດດເດັ່ນຂຶ້ນໃນພາກພື້ນ ແລະ ສາກົນ ເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ.
|
เทศกาลอาหารลาวจัดขึ้นเป็นประจำทุกปีโดยความร่วมมือระหว่างสหพันธ์แม่หญิงลาวและสมาคมนักธุรกิจแม่หญิงลาว มีวัตถุประสงค์เพื่อเป็นการสร้างโอกาสและส่งเสริมผู้ประกอบการแม่หญิงลาวที่มีฝีมือปรุงแต่งอาหารท้องถิ่นอันเป็นเอกลักษณ์จากทั่วประเทศเข้ามาเผยแพร่ผลิตภัณฑ์ของตน ทั้งเป็นโอกาสได้แลกเปลี่ยนประสบการณ์และพัฒนาอาหารลาวให้มีความโดดเด่นขึ้นในภูมิภาคและสากลเพื่อรองรับความต้องการของตลาดในปัจจุบัน
|
ສະຖານເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ມີຄວາມຍິນດີໃນການຮ່ວມສະໜັບສະໜູນການຈັດງານເທດສະການອາຫານລາວ ເພື່ອສະໜັບສະໜູນແມ່ຍິງລາວໃນການປະກອບທຸລະກິດອາຫານ ແລະ ຜະລິດຕະພັນອາຫານຈາກແຂວງຕ່າງໆ ອັນຈະຊ່ວຍເຜີຍແຜ່ອາຫານລາວທີ່ມີຄວາມໂດດເດັ່ນທັງໃນດ້ານລົດຊາດ ແລະ ຜົນດີຕໍ່ສຸຂະພາບ ທີມສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໂດຍ ພ.ອ. ຍິງ ນີຣາວັນ ຈິດຕີນິດ ພັນລະຍາຜູ້ຊ່ວຍທູດຝ່າຍທະຫານບົກ ແລະ ທ່ານນາງ ປອ. ດົນນະພາ ແກ້ວພາ ພັນລະຍາຜູ້ຊ່ວຍທູດຝ່າຍທະຫານອາກາດ ແລະ ທ່ານນາງ ຈາຣິຕາ ເຕຊະສະຫວັດ ເລຂານຸການເອກ ພ້ອມທີມງານໄດ້ຮ່ວມອອກຮ້ານກັບກຸ່ມແມ່ຍິງອາຊຽນ ແລະ ເປີດຮ້ານຈຳໜ່າຍອາຫານ ແລະ ເຄື່ອງດື່ມ ເມື່ອວັນສຸກ ທີ 31 ມັງກອນ 2020 ໂດຍມີຜູ້ມາຮ່ວມງານຢ່າງຄຶ້ກຄື້ນກວ່າທຸກປີ.
|
สถานเอกอัครราชทูตแห่งราชอาณาจักรไทยประจำนครหลวงเวียงจันทน์มีความยินดีในการร่วมสนับสนุนการจัดงานเทศกาลอาหารลาว เพื่อสนับสนุนแม่หญิงลาวในการประกอบธุรกิจอาหารและผลิตภัณฑ์อาหารจากแขวงต่างๆ อันจะช่วยเผยแพร่อาหารลาวที่มีความโดดเด่นทั้งในด้านรสชาดและผลดีต่อสุขภาพ ทีมสถานเอกอัครราชทูตไทย โดย พ.อ.หญิง ณีราวรรณ จิตตรีนิตย์ ภริยาผู้ช่วยทูตฝ่ายทหารบก และดร. ดลภา แก้วภา ภริยาผู้ช่วยทูตฝ่ายทหารอากาศ และนางสาวจาริตรา เตชะสวัสดิ์ เลขานุการเอก พร้อมทีมงานได้ร่วมออกร้านกับกลุ่มแม่หญิงอาเซียน และเปิดบูธจำหน่ายอาหารและเครื่องดื่ม เมื่อวันศุกร์ที่ 31 มกราคม 2563 โดยมีผู้มาร่วมงานคับคั่งมากกว่าทุกปี
|
ເມື່ອວັນທີ 14 ມັງກອນ 2020 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີສົ່ງມອບ ແລະ ເປີດນຳໃຊ້ເສັ້ນທາງຈາກເມືອງຫົງສາ - ບ້ານຊຽງແມນ (ເມືອງຈອມເພັດ ແຂວງຫຼວງພະບາງ) ທີ່ແຂວງຫຼວງພະບາງ ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ສປປ ລາວ, ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ປອ. ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ທ່ານ ພີຣະເມດ ວຸດທິທອນເນຕິຣັກ ຜູ້ອຳນວຍການສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) (NEDA) ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.
|
เมื่อวันที่ 14 มกราคม 2563 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้เข้าร่วมพิธีส่งมอบและเปิดใช้ถนนจากเมืองหงสา - บ้านเชียงแมน (เมืองจอมเพ็ด แขวงหลวงพระบาง) ณ แขวงหลวงพระบาง โดยมีนายสมดี ดวงดี รองนายกรัฐมนตรีและรัฐมนตรีกระทรวงการเงิน สปป. ลาว ดร. บุนจัน สินทะวง รัฐมนตรีกระทรวงโยธาธิการและขนส่ง สปป. ลาว นายคำขัน จันทะวีสุก เจ้าแขวงหลวงพระบาง นายยันยง สีปะเสิด รองเจ้าแขวงไซยะบูลี ดร. กิแก้ว จันทะบูลี รองรัฐมนตรีกระทรวงแผนการและการลงทุน สปป. ลาว นายพีรเมศร์ วุฒิธรเนติรักษ์ ผู้อำนวยการสำนักงานความร่วมมือพัฒนาเศรษฐกิจกับประเทศเพื่อนบ้าน (องค์การมหาชน) (สพพ.) และผู้แทนหน่วยงานที่เกี่ยวข้องเข้าร่วม
|
ເສັ້ນທາງດັ່ງກ່າວ, ເລີ່ມຕົ້ນຈາກບ້ານນາປຸ່ງ, ເມືອງຫົງສາ, ແຂວງໄຊຍະບູລີ ເຖິງບ້ານຊຽງແມນ, ເມືອງຈອມເພັດ, ແຂວງຫຼວງພະບາງ ໄລຍະທາງປະມານ 114 ກິໂລແມັດ. ໂຄງການກໍ່ສ້າງເສັ້ນທາງມີມູນຄ່າການກໍ່ສ້າງ 1.977 ລ້ານບາດ ໂດຍເປັນການສະໜັບສະໜູນຈາກລັດຖະບານໄທ ແບ່ງເປັນເງິນຊ່ວຍເຫຼືອລ້າ 20 % ແລະ ເງິນກູ້ຢືມ 80 % ຊຶ່ງຈະຊ່ວຍໃຫ້ການສັນຈອນ ແລະ ຂົນສົ່ງສິນຄ້າມີຄວາມສະດວກຍິ່ງຂຶ້ນ ແລະ ສ້າງໂອກາດການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການບໍລິການຕ່າງໆ ດ້ວຍ.
|
ถนนดังกล่าวเริ่มต้นจากบ้านนาปุ่ง เมืองหงสา แขวงไซยะบูลี ถึงบ้านเชียงแมน เมืองจอมเพ็ด แขวงหลวงพระบาง ระยะทางประมาณ 114 กิโลเมตร โครงการฯ มีมูลค่า 1,977 ล้านบาท โดยเป็นการสนับสนุนจากรัฐบาลไทย แบ่งเป็นเงินช่วยเหลือแบบให้เปล่าร้อยละ 20 และเงินกู้ร้อยละ 80 ซึ่งจะช่วยให้การสัญจรและขนส่งสินค้ามีความสะดวกยิ่งขึ้นและสร้างโอกาสการค้า การลงทุน การท่องเที่ยว และการบริการต่าง ๆ ด้วย
|
ເມື່ອຕອນຄໍ່າວັນທີ 5 ທັນວາ 2019 ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງຮັບຮອງເນື່ອງໃນວັນຄ້າຍວັນພະບໍຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2019 ໂດຍໄດ້ຮັບກຽດຈາກ ທ່ານ ປອ. ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນແຂກກິດຕິມະສັກຂອງ ສປປ ລາວ ຮ່ວມດ້ວຍຜູ້ແທນລະດັບສູງຂອງ ສປປ ລາວ ໄດ້ແກ່ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫຽມ ພົມມະຈັນ ປະທານສະມາຄົມລາວ - ໄທເພື່ອມິດຕະພາບ ແລະ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນອກຈາກນີ້, ຍັງມີຜູ້ແທນຈາກພາກສ່ວນຕ່າງໆ ຂອງໄທ ແລະ ສປປ ລາວ. ມີຄະນະທູຕານຸທູດ ແລະ ຜູ້ແທນອົງການລະຫວ່າງປະເທດເຂົ້າຮ່ວມງານກວ່າ 700 ຄົນ.
|
เมื่อค่ำวันที่ 5 ธันวาคม 2562 สถานเอกอัครราชทูต ณ เวียงจันทน์ ได้จัดงานเลี้ยงรับรองเนื่องในโอกาสวันคล้ายวันพระบรมราชสมภพของพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร วันชาติ และวันพ่อแห่งชาติ 5 ธันวาคม 2562 โดยได้รับเกียรติจาก ดร. คำมะนี อินทิลาด รัฐมนตรีกระทรวงพลังงานและบ่อแร่ และนายทองสะหวัน พมวิหาน รองรัฐมนตรีกระทรวงต่างประเทศ เป็นแขกกิตติมศักดิ์ของ สปป. ลาว ร่วมด้วยผู้แทนระดับสูงของฝ่ายลาว ได้แก่ ดร. คำแพง ไซสมแพง รัฐมนตรีกระทรวงแรงงานและสวัสดิการสังคม นายเหียม พมมะจัน ประธานสมาคมลาว – ไทยเพื่อมิตรภาพ และนางทิบพะกอน จันทะวงสา รองหัวหน้าห้องว่าการสำนักงานนายกรัฐมนตรี นอกจากนั้น ยังมีผู้แทนจากภาคส่วนต่าง ๆ ของไทย และ สปป. ลาว คณะทูตานุทูตและผู้แทนองค์การระหว่างประเทศเข้าร่วมงานกว่า 700 คน
|
ໃນໂອກາດດັ່ງກ່າວ, ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວຕ້ອນຮັບໂດຍອະທິບາຍເຖິງຄວາມສຳຄັນຂອງສະຖາບັນພະມະຫາກະສັດໃນສັງຄົມໄທ ໂດຍສະເພາະພາຍໃນຣັດສະໄໝຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ພ້ອມກັນນັ້ນ ຍັງໄດ້ກ່າວເຖິງຈຸດປະສົງຂອງການຈັດງານ ແລະ ກ່າວເຖິງຄວາມສຳພັນທີ່ລະຫວ່າງໄທ ແລະ ສປປ ລາວ ທີ່ເປັນໄປຢ່າງອົບອຸ່ນ ແລະ ໃກ້ຊິດ ໂດຍຜູ້ນຳຂອງທັງສອງປະເທດມີການພົບປະໄປມາຫາສູ່ກັນ ແລະ ມີຄວາມເຂົ້າໃຈອັນດີລະຫວ່າງກັນ, ຊາຍແດນມີຄວາມສະຫງົບ, ປະຊາຊົນຂອງທັງສອງປະເທດເດີນທາງໄປມາຫາສູ່ກັນຢ່າງສະດວກ, ທັງສອງປະເທດມີຄວາມຮ່ວມມືທີ່ຄອບຄຸມເກືອບທຸກດ້ານ, ປະເທດໄທ ເປັນຄູ່ການຄ້າ, ນັກລົງທຶນ ແລະ ແຫຼ່ງທີ່ມາຂອງນັກທ່ອງທ່ຽວທີ່ສຳຄັນຂອງ ສປປ ລາວ. ຊຶ່ງຫຼ້າສຸດ ລັດຖະບານ ໄດ້ປະກາດໃຫ້ປະເທດໄທ ແລະ ສປປ ລາວ ເປັນ “ຫຸ້ນສ່ວນຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງ” ແລະ ເມື່ອປີ 2018 ເອກອັກຄະຣາຊະທູດ ຍັງໄດ້ເນັ້ນໜັກເຖິງຄວາມພ້ອມທີ່ຈະສືບຕໍ່ ແລະ ຂະຫຍາຍຄວາມຮ່ວມມືທີ່ໄດ້ດຳເນີນການມາຢ່າງຕໍ່ເນື່ອງ ໂດຍສະເພາະຢ່າງຍິ່ງ ໃນປີ 2020 ຈະເປັນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ການສະຖາປະນາຄວາມສຳພັນທາງການທູດ ໄທ - ລາວ.
|
ในโอกาสดังกล่าว นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้กล่าวต้อนรับโดยอธิบายถึงความสำคัญของสถาบันพระมหากษัตริย์ในสังคมไทย โดยเฉพาะภายใต้รัชสมัยของพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร พร้อมกันนั้นยังได้กล่าวถึงวัตถุประสงค์ของการจัดงานและกล่าวถึงความสัมพันธ์ที่ระหว่างไทยและ สปป. ลาวที่เป็นไปอย่างอบอุ่นและใกล้ชิด โดยผู้นำของทั้งสองประเทศมีการพบปะไปมาหาสู่กันและมีความเข้าใจอันดีระหว่างกัน ชายแดนมีความสงบ ประชาชนของทั้งสองประเทศเดินทางไปมาหาสู่กันอย่างสะดวก ทั้งสองประเทศมีความร่วมมือที่ครอบคลุมแทบทุกมิติ ประเทศไทยเป็นคู่ค้า นักลงทุน และแหล่งที่มาของนักท่องเที่ยวที่สำคัญของ สปป. ลาว ล่าสุด รัฐบาลได้ประกาศให้ประเทศไทยและ สปป.ลาว เป็น “หุ้นส่วนยุทธศาสตร์เพื่อความเจริญเติบโตและการพัฒนาอย่างยั่งยืน” เมื่อปี 2561 เอกอัครราชทูตฯ ยังได้เน้นย้ำถึงความพร้อมที่จะสานต่อและขยายความร่วมมือที่ได้ดำเนินการมาอย่างต่อเนื่อง โดยเฉพาะอย่างยิ่งในปี 2563 จะเป็นโอกาสเฉลิมฉลองครบรอบ 70 ปี การสถาปนาความสัมพันธ์ทางการทูต ไทย - ลาว
|
ໃນໂອກາດນີ້, ຜູ້ເຂົ້າຮ່ວມງານ ຍັງໄດ້ດື່ມອວຍພອນແດ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ຖວາຍພະພອນໄຊມຸງຄຸນແດ່ພະບາດສົມເດັດພະເຈົ້າຢູ່ຫົວ ລວມທັງເພື່ອມິດຕະພາບ ແລະ ຄວາມສຳພັນທີ່ແໜ້ນແຟ້ນລະຫວ່າງໄທກັບ ສປປ ລາວ.
|
ในโอกาสนี้ ผู้เข้าร่วมงานได้ร่วมดื่มอวยพรแด่นายบุนยัง วอละจิด ประธานประเทศ และถวายพระพร ชัยมงคลแด่พระบาทสมเด็จพระเจ้าอยู่หัว รวมทั้งเพื่อมิตรภาพและความสัมพันธ์ที่แน่นแฟ้นระหว่างไทยกับ สปป. ลาว
|
ພາຍໃນງານລ້ຽງຮັບຮອງ ໄດ້ມີການຂັບຮ້ອງ ແລະ ບັນເລງບົດເພັງພະຣາດຊະນິພົນ ເພື່ອເຜີຍແຜ່ພະກຽດຕິຄຸນ ແລະ ພະອັດສະຣິຍະພາບດ້ານດົນຕີຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ຕະຫຼອດຈົນເຖິງເພັງຮ່ວມສະໄໝ ໂດຍວົງ The Jazz Brothers ລວມທັງ, ຍັງມີການຈັດສະແດງສິນຄ້າຈາກພູມປັນຍາທ້ອງຖິ່ນຂອງໄທ ແລະ ການສາທິດການເຮັດອາຫານໄທ ແລະ ງານສິລະປະໄທ.
|
ภายในงานเลี้ยงรับรองได้มีการขับร้องและบรรเลงบทเพลงพระราชนิพนธ์ เพื่อเผยแพร่พระเกียรติคุณและ พระอัจฉริยภาพด้านดนตรีของพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตรตลอดจนเพลงร่วมสมัย โดยวง The Jazz Brothers รวมทั้งยังมีการจัดแสดงสินค้าจากภูมิปัญญาท้องถิ่นของไทย และการสาธิตการทำอาหารไทยและงานศิลปะไทย
|
ເມື່ອວັນທີ 5 ທັນວາ 2019 ສະຖານເອກອັກຄະຣາຊະທູດໄທ ຈັດພິທີຖວາຍພານພຸ່ມດອກໄມ້ ແລະ ພິທີຖວາຍບັງຄົມ ເນື່ອງໃນໂອກາດວັນພະບໍຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ໂດຍທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ນຳຜູ້ແທນສະຖານເອກອັກຄະຣາຊະທູດ, ທີມປະເທດໄທ, ສະພາທຸລະກິດໄທ - ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ ຖວາຍພານພຸ່ມດອກໄມ້ ຈາກນັ້ນ, ເອກອັກຄະຣາຊະທູດ ໄດ້ກ່າວຖວາຍຣາດສະດຸດີ ແລະ ນຳຜູ້ເຂົ້າຮ່ວມງານຖວາຍບັງຄົມເບື້ອງໜ້າພະບໍຣົມສາຍາລັກພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ຢ່າງພ້ອມພຽງກັນ.
|
เมื่อวันที่ 5 ธันวาคม 2562 สถานเอกอัครราชทูต ณ เวียงจันทน์ จัดพิธีถวายพานพุ่มดอกไม้และพิธีถวายบังคม เนื่องในโอกาสวันคล้ายวันพระบรมราชสมภพของพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร โดยนายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้นำผู้แทนสถานเอกอัครราชทูต ทีมประเทศไทย สภาธุรกิจไทย-ลาว และสมาคมนักธุรกิจไทยใน สปป. ลาว ถวายพานพุ่มดอกไม้ จากนั้น เอกอัครราชทูตได้กล่าวถวายราชสดุดี และนำผู้เข้าร่วมงานถวายบังคมเบื้องหน้าพระบรมฉายาลักษณ์พระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร อย่างพร้อมเพรียงกัน
|
ເມື່ອວັນທີ 5 ທັນວາ 2019 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ນຳຂ້າຣາຊະການສະຖານເອກອັກຄະຣາຊະທູດ, ທີມປະເທດໄທ ແລະ ປະຊາຊົນຊາວໄທໃນ ສປປ ລາວ ຈັດພິທີທຳບຸນໃສ່ບາດແດ່ພະພິຂຸສົງຈາກວັດທາດຫຼວງເໜືອ ແລະ ວັດທາດຫຼວງໃຕ້ ຈຳນວນ 19 ອົງ ເພື່ອຖວາຍເປັນພະຣາດຊະກຸສົນ ເນື່ອງໃນວັນຄ້າຍວັນພະບໍຣົມຣາດຊະສົມພົບພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2019 ທີ່ພະທາດຫຼວງ, ນະຄອນຫຼວງວຽງຈັນ.
|
เมื่อวันที่ 5 ธันวาคม 2562 นายดำรง ใคร่ครวญเอกอัครราชทูต ณ เวียงจันทน์ นำข้าราชการสถานเอกอัครราชทูตฯ ทีมประเทศไทย และประชาชนไทยใน สปป.ลาว จัดพิธีทำบุญตักบาตรแด่พระภิกษุสงฆ์จากวัดธาตุหลวงเหนือและวัดธาตุหลวงใต้ จำนวน 19 รูป เพื่อถวายเป็นพระราชกุศล เนื่องในวันคล้ายวันพระบรมราชสมภพพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร วันชาติ และวันพ่อแห่งชาติ 5 ธันวาคม 2562 ที่พระธาตุหลวง นครหลวงเวียงจันทน์
|
ເມື່ອວັນທີ 29 ພະຈິກ 2019 ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ໄດ້ຮັບມອບໝາຍຈາກ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໃຫ້ເຂົ້າຮ່ວມເປັນກຽດໃນພິທີສະເຫຼີມສະຫຼອງວິທະຍາໄລສິລະປະສຶກສາ ສປປ ລາວ ຄົບຮອບ 37 ປີ ໂດຍມີທ່ານນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ສປປ ລາວ ເປັນປະທານໃນພິທີດັ່ງກ່າວ ໃນໂອກາດນີ້, ວິທະຍາໄລສິລະປະສຶກສາ ໄດ້ມອບໃບປະກາດກຽດຕິຄຸນໃຫ້ແກ່ກົມຄວາມຮ່ວມມືລະຫວ່າງປະເທດ ກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ ໂດຍທ່ານນາງ ປະນັດດາ ຣິຄາຣົມ ເລຂານຸການເອກ ຜູ້ປະສານງານຂອງກົມຄວາມຮ່ວມມືລະຫວ່າງປະເທດ ແລະ ທ່ານນາງ ຍຸວະດີ ເມກສິຣິວິດ ນັກວິເທດສະຫະການຊຳນານງານ ເພື່ອສະແດງຄວາມຂອບໃຈທີ່ລັດຖະບານໄທ ໂດຍກົມຄວາມຮ່ວມມືລະຫວ່າງປະເທດ ໄດ້ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ທັງຄະນະອາຈານ ແລະ ນັກສຶກສາຂອງວິທະຍາໄລສິລະປະສຶກສາ ມາຢ່າງຕໍ່ເນື່ອງເປັນເວລາຫຼາຍປີ ເຊັ່ນ: ທຶນການສຶກສາ, ທຶນແລກປ່ຽນອາຈານ, ການສະໜັບສະໜູນເຄື່ອງດົນຕີພື້ນເມືອງ ແລະ ເຄື່ອງດົນຕີສາກົນ, ການຈັດຕັ້ງວົງດົນຕີສາກົນ ຕະຫຼອດຈົນເຖິງການມອບອຸປະກອນກີລາ, ພາລະສຶກສາ ແລະ ການຈັດຫາຄູອາສາສະໝັກ.
|
เมื่อวันที่ 29 พฤศจิกายน 2562 นางสาวอุรวดี ศรีภิรมย์ อัครราชทูต ได้รับมอบหมายจาก เอกอัครราชทูต. ให้เข้าร่วมเป็นเกียรติในพิธีเฉลิมฉลองวิทยาลัยศิลปศึกษา สปป.ลาว ครบรอบ 37 ปี โดยมีนางขันทะลี สิลิพงพัน รองรัฐมนตรีกระทรวงศึกษาธิการและกีฬา สปป. ลาว เป็นประธานในพิธีดังกล่าว ในโอกาสนี้ วิทยาลัยศิลปศึกษาได้มอบประกาศเกียรติคุณแก่กรมความร่วมมือระหว่างประเทศ กระทรวงการต่างประเทศแห่งราชอาณาจักรไทย น.ส.ปนัดดา ริคารมย์ เลขานุการเอก ผู้ประสานงานของกรมความร่วมมือระหว่างประเทศ และน.ส.ยุวดี เมฆศิริวิชช์ นักวิเทศสหการชำนาญการ เพื่อแสดงความขอบคุณที่รัฐบาลไทย โดยกรมความร่วมมือระหว่างประเทศ ได้สนับสนุนการพัฒนาทรัพยากรมนุษย์ทั้งคณะอาจารย์ และนักศึกษาของวิทยาลัยศิลปศึกษา มาต่อเนื่องเป็นเวลาหลายปี อาทิ ทุนการศึกษา ทุนแลกเปลี่ยนอาจารย์ สนับสนุนเครื่องดนตรีพื้นเมืองและเครื่องดนตรีสากล การจัดตั้งวงดนตรีสากล ตลอดจนมอบอุปกรณ์กีฬาและพลศึกษา และการจัดหาครูอาสาสมัคร
|
ເມື່ອວັນທີ 26 ພະຈິກ 2019 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ມອບເງິນຈຳນວນ 10.000 ບາດ ເພື່ອສະໜັບສະໜູນການຈັດການແຂ່ງຂັນບານເຕະຜູ້ພິການທາງສະໝອງ - ປັນຍາອ່ອນ 5 ປະເທດລຸ່ມແມ່ນ້ຳຂອງ ຄັ້ງທີ 9 (9th GMS Special Football Competition for Persons with Intellectual Disabilities) ໂດຍມີທ່ານ ສີສະຫວາດ ກົມພົນ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ຜູ້ພິການ ແລະ ຜູ້ສູງອາຍຸ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເປັນຜູ້ຮັບມອບ ແລະ ເມື່ອວັນທີ 27 ພະຈິກ 2019 ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ໄດ້ເປັນຜູ້ແທນສະຖານເອກອັກຄະຣາຊະທູດ ເຂົ້າຮ່ວມພິທີເປີດການແຂ່ງຂັນດັ່ງກ່າວ ທີ່ສະໜາມກີລາເຈົ້າອານຸວົງ, ນະຄອນຫຼວງວຽງຈັນ. ໂດຍມີທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເປັນປະທານໃນພິທີ. ນອກຈາກນີ້, ເຈົ້າໜ້າທີ່ສະຖານເອກອັກຄະຣາຊະທູດ ຍັງໄດ້ຮ່ວມຊົມການແຂ່ງຂັນ ແລະ ໃຫ້ກຳລັງໃຈແກ່ນັກກີລາອີກດ້ວຍ.
|
เมื่อวันที่ 26 พฤศจิกายน 2562 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้มอบเงินจำนวน 10,000 บาท เพื่อสนับสนุนการจัดการแข่งขันฟุตบอลผู้พิการทางสมอง-ปัญญาอ่อน 5 ประเทศลุ่มน้ำโขง ครั้งที่ 9 (9th GMS Special Football Competition for Persons with Intellectual Disabilities) โดยมีนายสีสะหวาด กมพน รองอธิบดีกรมนโยบายต่อผู้มีผลงาน ผู้พิการ และผู้สูงอายุ กระทรวงแรงงานและสวัสดิการสังคม สปป. ลาว เป็นผู้รับมอบ และเมื่อวันที่ 27 พฤศจิกายน 2562 นางสาวอุรวดี ศรีภิรมย์ อัครราชทูต ได้เป็นผู้แทนสถานเอกอัครราชทูตเข้าร่วมพิธีเปิดการแข่งขันดังกล่าว ที่สนามกีฬาเจ้าอนุวงศ์ นครหลวงเวียงจันทน์ โดยมีนายคำแพง ไซสมแพง รัฐมนตรีกระทรวงแรงงานและสวัสดิการสังคม สปป. ลาว เป็นประธานในพิธี นอกจากนี้ เจ้าหน้าที่สถานเอกอัครราชทูตฯ ยังได้ร่วมชมการแข่งขันและให้กำลังใจแก่นักกีฬาด้วย
|
ໂດຍນັກກີລາຈາກປະເທດໄທ ໄດ້ຮັບລາງວັນຮອງຊະນະເລີດອັນດັບ 2 ໃນປີນີ້, ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນບານເຕະຜູ້ພິການທາງສະໝອງ - ປັນຍາອ່ອນ 5 ປະເທດລຸ່ມແມ່ນ້ຳຂອງ ຖືເປັນຄັ້ງທຳອິດ ໂດຍມີປະເທດທີ່ເຂົ້າຮ່ວມໄດ້ແກ່: ໄທ, ລາວ, ມຽນມາ, ກຳປູເຈຍ ແລະ ຫວຽດນາມ ແລະ ມີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເປັນໜ່ວຍງານຫຼັກໃນການຈັດງານ ທັງນີ້, ການສະໜັບສະໜູນການຈັດງານ ແມ່ນດັ່ງກ່າວສອດຄ່ອງນະໂຍບາຍຂອງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໃນການໃຫ້ຄວາມຮ່ວມມືກັບອົງກອນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມບົດບາດ ຫຼື ຄວາມເປັນຢູ່ທີ່ຂຶ້ນຂອງເຍົາວະຊົນ, ແມ່ຍິງ ແລະ ຜູ້ພິການ.
|
โดยนักกีฬาจากประเทศไทยได้รับรางวัลรองชนะเลิศอันดับ 2 ทั้งนี้ ในปีนี้ สปป. ลาว เป็นเจ้าภาพจัดการแข่งขันฟุตบอลผู้พิการทางสมอง-ปัญญาอ่อน 5 ประเทศลุ่มน้ำโขง เป็นครั้งแรก โดยมีประเทศที่เข้าร่วม ได้แก่ ไทย เมียนมา กัมพูชา และเวียดนาม และมีกระทรวงแรงงานและสวัสดิการสังคม สปป. ลาว เป็นหน่วยงานหลักในการจัดการแข่งขัน การสนับสนุนการจัดงานดังกล่าวสอดคล้องกับนโยบายของสถานเอกอัครราชทูตฯ ในการให้ความร่วมมือกับองค์กรต่าง ๆ ของ สปป. ลาว เพื่อส่งเสริมบทบาทหรือความเป็นอยู่ที่ดีขึ้นเยาวชน สตรี และผู้พิการ
|
ນອກຈາກນີ້, ຍັງມີພາກສ່ວນຂອງໄທ ໃຫ້ການສະໜັບສະໜູນກີລາດັ່ງກ່າວດ້ວຍເຊັ່ນກັນ.
|
นอกจากนี้ ยังมีภาคส่วนของไทยให้การสนับสนุนกีฬาดังกล่าวด้วยเช่นกัน
|
ເມື່ອວັນທີ 26 ພະຈິກ 2019 ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຜູ້ແທນຫົວໜ້າກະຊວງການຕ່າງປະເທດ ແລະ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍທ່ານ ສັກສີ ປັນຍາທິບ ອັກຄະຣາຊະທູດທີ່ປຶກສາ ແລະ ທ່ານນາງ ອັດສະຍາ ທັນຈິດ ເລຂານຸການເອກ ເຂົ້າຮ່ວມກອງປະຊຸມຄະນະກຳມະການຄວາມຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດໜອງຄາຍ - ແຂວງບໍລິຄຳໄຊ ຄັ້ງທີ 13 ທີ່ແຂວງບໍລິຄຳໄຊ ໂດຍມີທ່ານ ຣົນນະໄຊ ຈິດວິເສດ ຜູ້ວ່າຣາຊະການຈັງຫວັດໜອງຄາຍ ແລະ ທ່ານ ປອ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ເປັນປະທານຮ່ວມ ແລະ ມີຄະນະກຳມະການຂອງທັງສອງຝ່າຍເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.
|
เมื่อวันที่ 26 พฤศจิกายน 2562 นางสาวอุรวดี ศรีภิรมย์ อัครราชทูต สถานเอกอัครราชทูต ณ เวียงจันทน์ เป็นผู้แทนปลัดกระทรวงการต่างประเทศ และเอกอัครราชทูต ณ เวียงจันทน์ พร้อมด้วย นายศักดิ์ศรี ปัญญาทิพย์ อัครราชทูตที่ปรึกษา และนางสาวอัศญา ทันจิตต์ เลขานุการเอก เข้าร่วมการประชุมคณะกรรมการความร่วมมือรักษาความสงบเรียบร้อยตามชายแดนจังหวัดหนองคาย - แขวงบอลิคำไซ ครั้งที่ 13 ณ แขวงบอลิคำไซโดยมีนายรณชัย จิตรวิเศษ ผู้ว่าราชการจังหวัดหนองคาย และ ดร. กองแก้ว ไซสงคาม เจ้าแขวงบอลิคำไซ เป็นประธานร่วม และมีคณะกรรมการของทั้งสองฝ่ายเข้าร่วมในการประชุมดังกล่าว
|
ທັງນີ້, ປະທານທັງສອງຝ່າຍ ໄດ້ລົງນາມໃນບົດບັນທຶກກອງປະຊຸມ ຊຶ່ງຄຸ້ມຄອງແນວທາງຄວາມຮ່ວມມືລະດັບຈັງຫວັດກັບແຂວງໃນດ້ານຄວາມໝັ້ນຄົງ ເຊັ່ນ: ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ການອຳນວຍຄວາມສະດວກ, ຄວາມປອດໄພໃນການເຂົ້າ - ອອກເມືອງ, ການປ້ອງກັນ ແລະ ປາບປາມຢາເສບຕິດ.
|
ทั้งนี้ ประธานทั้งสองฝ่ายได้ลงนามในบันทึกการประชุมฯ ซึ่งครอบคลุมแนวทางความร่วมมือระดับจังหวัดกับแขวงในด้านความมั่นคง อาทิ การรักษาความสงบเรียบร้อยตามชายแดน การอำนวยความสะดวกและความปลอดภัยในการเข้า-ออกเมือง และการป้องกันและปราบปรามยาเสพติด
|
ນອກຈາກນີ້, ໃນໂອກາດດັ່ງກ່າວ ທ່ານນາງ ອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ສະແດງຄວາມຊົມເຊີຍການຮ່ວມມືຢ່າງໃກ້ສິດລະຫວ່າງຈັງຫວັດໜອງຄາຍກັບແຂວງບໍລິຄຳໄຊ ແລະ ຂໍໃຫ້ທັງສອງຝ່າຍຮ່ວມກັນຈັດກິດຈະກຳ ແລະ ສືບຕໍ່ການຮ່ວມມືໃນລະດັບທ້ອງຖິ່ນ ແລະ ປະຊາຊົນ ໃນໂອກາດຂອງປີ 2020 ທີ່ຈະເປັນປີສະເຫຼີມສະຫຼອງວັນຄົບຮອບ 70 ປີ ການພົວພັນທາງການທູດໄທ - ລາວ.
|
นอกจากนี้ ในโอกาสดังกล่าว นางสาวอุรวดีฯ ได้แสดงความชื่นชมความร่วมมืออย่างใกล้ชิดระหว่างจังหวัดหนองคายกับแขวงบอลิคำไซ และขอให้ทั้งสองฝ่ายร่วมกันจัดกิจกรรมและเพิ่มพูนความร่วมมือในระดับท้องถิ่นและประชาชน ในโอกาสที่ปี 2563 จะเป็นปีเฉลิมฉลองครบรอบ 70 ปีความสัมพันธ์ทางการทูตไทย-ลาว
|
ເມື່ອວັນທີ 21 ພະຈິກ 2019 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມການປະຊຸມ ASEAN Consultative Meeting (ACM) ທີ່ໂຮງແຮມ Landmark Riverside ນະຄອນຫຼວງວຽງຈັນ ໂດຍມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ແລະ ທ່ານ Mohd Aini Atan ເອກອັກຄະຣາຊະທູດມາເລເຊຍ ປະຈຳ ສປປ ລາວ ເປັນປະທານຮ່ວມ ແລະ ມີເອກອັກຄະຣາຊະທູດ ແລະ ຜູ້ແທນຈາກສະຖານເອກອັກຄະຣາຊະທູດຂອງປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ ເຂົ້າຮ່ວມການປະຊຸມອີກດ້ວຍ.
|
เมื่อวันที่ 21 พฤศจิกายน 2562 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้เข้าร่วมการประชุม ASEAN Consultative Meeting (ACM) ณ โรงแรม Landmark Riverside นครหลวงเวียงจันทน์ โดยมีนายทองผ่าน สะหวันเพ็ด รองรัฐมนตรีกระทรวงการต่างประเทศและเจ้าหน้าที่อาวุโสอาเซียนของ สปป. ลาว และนาย Mohd Aini Atan เอกอัครราชทูตมาเลเซียประจำ สปป. ลาว เป็นประธานร่วม และมีเอกอัครราชทูตและผู้แทนจากสถานเอกอัครราชทูตของประเทศสมาชิกอาเซียนประจำ สปป. ลาว เข้าร่วมการประชุมฯ ด้วย
|
ທັງນີ້, ການປະຊຸມໄດ້ຫາລືກ່ຽວກັບປະເດັນສຳຄັນທີ່ກ່ຽວຂ້ອງກັບປະເທດສະມາຊິກອາຊຽນໃນ ສປປ ລາວ ຂອງຊ່ວງໄລຍະທີ່ຜ່ານມາເຊັ່ນ: ການພັດທະນາຂອງ ສປປ ລາວ ແລະ ການເປັນປະທານອາຊຽນຂອງໄທໃນປີ 2019
|
ทั้งนี้ ที่ประชุมได้หารือเกี่ยวกับประเด็นที่สำคัญที่เกี่ยวข้องกับประเทศสมาชิกอาเซียนใน สปป. ลาวในช่วงที่ผ่านมา อาทิ การพัฒนาของ สปป. ลาว และการเป็นประธานอาเซียนของไทยในปี 2562
|
ເມື່ອວັນທີ 4 ພະຈິກ 2019 ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວເປີດງານສຳມະນາໃນຫົວຂໍ້ “ຮູ້ທັນການລົງທຶນໃນລາວ - ເຈາະປະເດັນການຄຸ້ມຄອງກິດຈະການໃນລາວ ແລະ ການນຳສະເໜີພາສີທີ່ຈະອອກໃໝ່” ທີ່ໂຮງແຮມ Landmark Mekong Riverside ນະຄອນຫຼວງວຽງຈັນ ໂດຍມີທ່ານ ຢຸດທະພົງ ສຸນທະຣິນຄະ ຜູ້ອຳນວຍການບໍລິສັດ ເຄພີເອັມຈີ ລາວ ຈຳກັດ, ທ່ານ Ganesan Kolandevelu ຜູ້ອຳນວຍການບໍລິສັດ ເຄພີເອັມຈີ ລາວ ຈຳກັດ, ທ່ານ ທຳນອງ ພົນທອງມາກ ກຳມະການຜູ້ຈັດການ ບໍລິສັດ ຊີພີ ລາວ ຈຳກັດ ໃນຖານະກຳມະການບໍລິຫານສະພາທຸລະກິດໄທ - ລາວ ແລະ ຮອງນາຍົກສະມາຄົມນັກທຸລະກິດໄທ ໃນ ສປປ ລາວ, ທ່ານ ເພັດສະຫວັນ ມາລາບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ສປປ ລາວ ລວມທັງພາກເອກກະຊົນໄທ ແລະ ສປປ ລາວ ເຂົ້າຮ່ວມປະມານ 150 ຄົນ.
|
เมื่อวันที่ 4 พฤศจิกายน 2562 นายดำรง ใคร่ครวญ เอกอัครราชทูต ณ เวียงจันทน์ ได้กล่าวเปิดงานสัมมนาในหัวข้อ “รู้ทันการลงทุนในลาว - เจาะประเด็นการควบรวมกิจการในลาวและการนำเสนอภาษีที่จะออกใหม่” ณ โรงแรม Landmark Mekong Riverside นครหลวงเวียงจันทน์ โดยมีนายยุทธพงศ์ สุนทรินคะ ผู้อำนวยการ บริษัท เคพีเอ็มจี ลาว จำกัด นาย Ganesan Kolandevelu ผู้อำนวยการ บริษัท เคพีเอ็มจี ลาว จำกัด นายทำนอง พลทองมาก กรรมการผู้จัดการ บริษัท ซี.พี. ลาว จำกัด ในฐานะกรรมการบริหารสภาธุรกิจไทย - ลาว และรองนายกสมาคมนักธุรกิจไทยใน สปป. ลาว นายเพ็ดสะหวัน มาลาบันดิด รองหัวหน้ากรมส่วยสาอากร กระทรวงการเงิน สปป. ลาว รวมทั้งภาคเอกชนไทยและ สปป. ลาวเข้าร่วมประมาณ 150 คน
|
ງານສຳມະນາດັ່ງກ່າວ, ຈັດໂດຍບໍລິສັດ ເຄພີເອັມຈີ ລາວ ຈຳກັດ, ສະພາທຸລະກິດໄທ - ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ເພື່ອໃຫ້ຄວາມຮູ້ ແລະ ແລກປ່ຽນຂໍ້ມູນກ່ຽວກັບຂັ້ນຕອນ, ຂໍ້ພິຈາລະນາສຳຄັນ ແລະ ການດຳເນີນການທາງພາສີ ແລະ ກົດໝາຍໃນການຄຸ້ມຄອງກິດຈະການ ຕະຫຼອດຈົນເຖິງປະເດັນການປັບປຸງກົດໝາຍພາສີ ແລະ ກົດໝາຍພາສີໃໝ່ທີ່ຈະປະກາດໃຊ້ໃນ ສປປ ລາວ.
|
งานสัมมนาดังกล่าวจัดโดยบริษัท เคพีเอ็มจี ลาว จำกัด สภาธุรกิจไทย - ลาว และสมาคมนักธุรกิจไทยใน สปป. ลาว เพื่อให้ความรู้และแลกเปลี่ยนข้อมูลเกี่ยวกับขั้นตอน ข้อพิจารณาสำคัญ และการดำเนินการทางภาษีและกฎหมายในการควบรวมกิจการ ตลอดจนประเด็นการปรับปรุงกฎหมายภาษีและกฎหมายภาษีใหม่ที่จะประกาศใช้ใน สปป. ลาว
|
ງານສຳມະນາຄັ້ງນີ້, ເປັນກິດຈະກຳຕໍ່ເນື່ອງຈາກງານສຳມະນາເລື່ອງພາສີ ແລະ ກົດໝາຍແຮງງານທີ່ກ່ຽວຂ້ອງກັບການປະກອບທຸລະກິດໃນ ສປປ ລາວ ຊຶ່ງຈັດໂດຍສະພາທຸລະກິດໄທ - ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ທີ່ນະຄອນຫຼວງພະບາງ ເມື່ອເດືອນມີນາທີ່ຜ່ານມາ ແລະ ງານສຳມະນາແນວທາງການສະໜັບສະໜູນໃຫ້ນັກທຸລະກິດໄທ ລົງທຶນໃນກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຊຶ່ງຈັດໂດຍສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ສະພາທຸລະກິດໄທ - ລາວ ແລະ ສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ເມື່ອເດືອນກັນຍາທີ່ຜ່ານມາ.
|
งานสัมมนาครั้งนี้เป็นกิจกรรมที่จัดขึ้นต่อเนื่องจากงานสัมมนาเรื่องภาษีและกฎหมายแรงงานที่เกี่ยวข้องกับการประกอบธุรกิจใน สปป. ลาว ซึ่งจัดโดยสภาธุรกิจไทย - ลาว และสมาคมนักธุรกิจไทยใน สปป. ลาว ณ นครหลวงพระบาง เมื่อเดือนมีนาคมที่ผ่านมา และงานสัมมนาแนวทางการสนับสนุนให้นักธุรกิจไทยลงทุนในกัมพูชา สปป. ลาว เมียนมา และเวียดนาม ซึ่งจัดโดยสถานเอกอัครราชทูต ณ เวียงจันทน์ สภาธุรกิจไทย – ลาว และสมาคมนักธุรกิจไทยใน สปป. ลาว ณ นครหลวงเวียงจันทน์ เมื่อเดือนกันยายนที่ผ่านมา
|
ທ່ານາງ ອຸຣະວະດີ ສີພິຣົມ ອຸປະທູດຮັກສາການ ນຳສະມາຊິກສະຖານເອກອັກຄະຣາຊະທູດ ປະຈຳ ສປປ ລາວ ແລະ ທີມປະເທດໄທ ຮ່ວມໃຫ້ກຳລັງໃຈທີມເຍົາວະຊົນຣັກບີ້ໄທ ລຸ້ນອາຍຸບໍ່ເກີນ 20 ປີ ໃນການແຊ່ງຂັນຊີງຊະນະເລີດແຫ່ງອາຊຽນ ເມ່ືອວັນທີ 24 – 25 ສິງຫາ 2019 ທີ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ແລະ ລ້ຽງຕ້ອນຮັບສະແດງຄວາມຍິນດີກັບນັກກີລາທີມເຍົາວະຊົນຣັກບີ້ໄທ ທີ່ສະຖານເອກອັກຄະຣາຊະທູດ ໂດຍມີທ່ານ ພ.ຕ.ທ ກຸນທອນ ປະຈວບເໝາະ ນາຍົກສະມາຄົມກີລາຣັກບີ້ຟຸຕບອລ ແຫ່ງປະເທດໄທໃນພະບໍຣົມຣາຊູປະຖຳ, ທ່ານ ພລ.ຮຕ ປົກຄອງ ມົນທາດຜະລິນ ເລຂາທິການສະມາຄົມ, ທ່ານ ຮອ. ປຣາຣາ ສີທະວັດພົງ ຜູ້ຊ່ວຍເລຂາທິການສະມາຄົມ, ທ່ານ ວີຣະຍຸດ ໂພທາຣາມິກ ປະທານຝ່າຍສິດທິປະໂຫຍດ, ທ່ານ ສະຫະພົນ ພົນປັດຖະພີ ປະທານຝ່າຍຕ່າງປະເທດ, ທ່ານ ທະນາກອນ ຜົນອານັນ ປະທານຝ່າຍປະຊາສຳພັນເຂົ້າຮ່ວມດ້ວຍ.
|
นางสาวอุรวดี ศรีภิรมย์ อุปทูตฯ นำสมาชิกสถานเอกอัครราชทูต ณ เวียงจันทน์ และทีมประเทศไทย ร่วมให้กำลังใจทีมเยาวชนรักบี้ไทย รุ่นอายุไม่เกิน 20 ปี ในการแข่งขันชิงชนะเลิศแห่งเอเชีย เมื่อวันที่ 24 -25 สิงหาคม 2562 ณ สนามกีฬาเจ้าอนุวงศ เวียงจันทน์ และเลี้ยงต้อนรับแสดงความยินดีกับนักกีฬาทีมเยาวชนรักบี้ไทย ณ สถานเอกอัครราชทูต โดยมี พ.ต.ท.กุลธน ประจวบเหมาะ นายกสมาคมกีฬารักบี้ฟุตบอลแห่งประเทศไทยในพระบรมราชูปถัมภ์ พล.รต ปกครอง มนธาตุผลิน เลขาธิการสมาคม, รอ.ปรารา ศรีธวัชพงศ์ ผู้ช่วยเลขาธิการสมาคม, คุณวีรยุทธ โพธารามิก ประธานฝ่ายสิทธิประโยชน์, คุณสหพล พลปัถพี ประธานฝ่ายต่างประเทศ และคุณธนากร ผลอนันต์ ประธานฝ่ายประชาสัมพันธ์ เข้าร่วมด้วย
|
ສະຖານເອກອັກຄະຣາຊະທູດ ປະຈຳ ສປປ ລາວ ຂໍຄວາມຮ່ວມສະແດງຄວາມຍິນດີກັບຄວາມສຳເລັດຂອງທີມຍິງ ທີ່ຄວ້າຕຳແໜ່ງີຮອງແຊ້ມແຫ່ງອາຊຽນ ແລະ ທີມຊາຍ ທີ່ໄດ້ອັນດັບ 3 ຂອງການແຂ່ງຂັນຣັກບີ້ຟຸຕບອລ.
|
สถานเอกอัครราชทูต ณ เวียงจันทน์ ขอร่วมแสดงความยินดีกับความสำเร็จของทีมหญิงที่คว้าตำแหน่งรองแชมป์แห่งเอเชีย และทีมชายที่ได้อันดับ 3 ของการแข่งขันรักบี้ฟุตบอล
|
ທ່ານນາງອຸຣະວະດີ ສີພິຣົມ ອັກຄະຣາຊະທູດ ໄດ້ຮັບມອບໝາຍຈາກເອກອັກຄະຣາຊະທູດ ເຂົ້າຮ່ວມເປັນສັກຂີພະຍານ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດກັບມະຫາວິທະຍາໄລທຳມະສາດ ເມື່ອວັນທີ 23 ສິງຫາ 2019 ໂດຍທ່ານ ບົວສອນ ບຸບຜາວັນ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະຫວ່າງ 2006-2010) ແລະ ຮອງສາສະດາຈານ ເກສິນີ ວິທູນຊາດ ອະທິການບໍດີ ມະຫາວິທະຍາໄລທຳມະສາດ ຮ່ວມເປັນສັກຂີພະຍານດ້ວຍ ນັບເປັນຄວາມກ້າວໜ້າຄັ້ງສຳຄັນໃນການຮ່ວມມືທາງວິຊາການ ເພື່ອພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໂດຍສະເພາະໃນການສົ່ງເສີມ Starup SMEs ຕະຫຼອດຈົນເຖິງການພັດທະນາວິສາກະກິດຊຸມຊົນ ເພື່ອເສີມສ້າງລາຍໄດ້ ແລະ ຄວາມເປັນຢູ່ທີ່ດີ
|
นางสาวอุรวดี ศรีภิรมย์ อัครราชทูต ได้รับมอบหมายจากเอกอัครราชทูต เข้าร่วมเป็นสักขีพยานในพิธีลงนามบันทึกความเข้าใจระหว่างสถาบันค้นคว้าเศรษฐกิจแห่งชาติกับมหาวิทยาลัยธรรมศาสตร์ เมื่อวันที่ 23 สิงหาคม 2562 โดยท่านบัวสอน บุบผาวัน หัวหน้าสถาบันค้นคว้าเศรษฐกิจแห่งชาติ (อดีตนายกรัฐมนตรีแห่ง สปป.ลาว ระหว่าง พ.ศ. 2549-2553) และรองศาสตราจารย์ เกศินี วิฑูรชาติ อธิการบดีมหาวิทยาลัยธรรมศาสตร์ ร่วมเป็นสักขีพยานด้วย นับเป็นความก้าวหน้าครั้งสำคัญในการร่วมมือทางวิชาการเพื่อพัฒนาทรัพยากรมนุษย์ของ สปป.ลาว โดยเฉพาะในการส่งเสริม Starup SMEs ตลอดจนการพัฒนาวิสาหกิจชุมชนเพื่อเสริมสร้างรายได้และความเป็นอยู่ที่ดี
|
ການພົບປະຫາລືລະຫວ່າງສຳນັກງານຄະນະກຳມະການຂ້າລາຊະການພົນລະເຮືອນ ກັບກະຊວງພາຍໃນ ສປປ.ລາວ
|
การหารือระหว่างสำนักงาน ก.พ. กับกระทรวงภายใน สปป. ลาว
|
ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ ໄດ້ໃຫ້ການຕ້ອນຮັບທ່ານ ສົມສັກ ເຈດສຸລະການ ຜູ້ອຳນວຍການສະຖາບັນພັດທະນາຂ້າລາຊະການພົນລະເຮືອນ ສຳນັກງານຄະນະກຳມະການຂ້າລາຊະການພົນລະເຮືອນ ແລະ ຄະນະທີ່ເດີນທາງມາຢ້ຽມຢາມ ສປປ.ລາວ ເພື່ອພົບປະຫາລືການຈັດທຳບົດບັນທຶກຄວາມເຂົ້າໃຈລະຫວ່າງສຳນັກງານຄະນະກຳມະການພົນລະເຮືອນກັບກະຊວງພາຍໃນ ສປປ.ລາວ ລະຫວ່າງວັນທີ 16-18 ມິຖຸນາ 2019.
|
นายเกียรติคุณ ชาติประเสริฐ เอกอัครราชทูต ณ เวียงจันทน์ ได้ให้การต้อนรับนายสมศักดิ์ เจตสุรกานต์ ผู้อำนวยการสถาบันพัฒนาข้าราชการพลเรือน สำนักงานคณะกรรมการข้าราชการพลเรือน และคณะ ที่เดินทางเยือน สปป. ลาวเพื่อหารือเกี่ยวกับการจัดทำบันทึกความเข้าใจระหว่างสำนักงานคณะกรรมการข้าราชการพลเรือนกับกระทรวงภายใน สปป. ลาว ระหว่างวันที่ 16-18 มิถุนายน 2562
|
ໂດຍເມື່ອວັນທີ 17 ມິຖຸນາ 2019 ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ໄດ້ນຳພາຄະນະເຂົ້າຢ້ຽມຄຳນັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ສປປ.ລາວ ຊຶ່ງທ່ານລັດຖະມົນຕີກະຊວງພາຍໃນ ກໍ່ໄດ້ສະແດງຄວາມຍິນດີຕໍ່ການຈັດທຳບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໂດຍຫຼັງຈາກນັ້ນ, ຄະນະໄດ້ຫາລືລາຍລະອຽດກັບຄະນະຂອງກະຊວງພາຍໃນນຳໂດຍທ່ານ ນິສິດ ແກ້ວປັນຍາ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານບຸນຈັນ ນິຍະວົງ ຫົວໜ້າກົມປະເມີນຜົນ ແລະ ພັດທະນາລັດຖະກອນ ໂດຍມີເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍ.
|
โดยเมื่อวันที่ 17 มิถุนายน 2562 ออท. เกียรติคุณฯ ได้นำคณะเข้าเยี่ยมคารวะนายคำหมั้น สูนวิเลิด รัฐมนตรีกระทรวงภายใน สปป. ลาว ซึ่งท่านรัฐมนตรีคำหมั้นฯ ได้แสดงความยินดีต่อการจัดทำบันทึกความเข้าใจดังกล่าว โดยหลังจากนั้นคณะได้หารือรายละเอียดกับคณะของกระทรวงภายใน นำโดยนายนิสิด แก้วปันยา หัวหน้ากรมแผนการและการร่วมมือ และนายบุนจัน นิยะวง หัวหน้ากรมประเมินผลและพัฒนาข้าราชการ โดยมีเจ้าหน้าที่ที่เกี่ยวข้องเข้าร่วมด้วย
|
ໂອກາດດຽວກັນ ໄດ້ຫາລືກ່ຽວກັບເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ ເຊິ່ງຕັ້ງເປົ້າໝາຍວ່າຈະສະຫຼຸບການຈັດທຳ ແລະ ຈັດໃຫ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວໃນເດືອນສິງຫາ 2019.
|
ที่ประชุมได้หารือเกี่ยวกับเนื้อหาของบันทึกความเข้าใจฯ โดยตั้งเป้าหมายว่าจะสรุปการจัดทำและจัดให้มีการลงนามในบันทึกความเข้าใจฯ ดังกล่าวในเดือนสิงหาคม 2562
|
ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ຫາລືເບື້ອງຕົ້ນກ່ຽວກັບຫົວຂໍ້ ແລະ ຮູບແບບຂອງຄວາມຮ່ວມມືລະຫວ່າງກັນ ໂດຍມີຈຸດປະສົງຫຼັກໃນການພັດທະນາລັດຖະກອນລາວ ເຊິ່ງໂຄງການທຳອິດອາດຈັດເປັນໂຄງການຝຶກອົບຮົມໃຫ້ແກ່ລັດຖະກອນລາວທີ່ແຂວງຊາຍແດນຂອງໄທໃນຊ່ວງໄລຍະທ້າຍປີ 2019 ນີ້.
|
นอกจากนี้ ทั้งสองฝ่ายได้หารือเบื้องต้นเกี่ยวกับหัวข้อและรูปแบบของความร่วมมือระหว่างกัน โดยมีวัตถุประสงค์หลักในการพัฒนาข้าราชการลาว โดยโครงการแรกอาจจัดเป็นโครงการฝึกอบรมให้แก่ข้าราชการลาวที่จังหวัดชายแดนของไทยในช่วงปลายปี 2562 นี้
|
ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການແພດ ແລະ ໂຄງການສຶກສາດ້ານວິທະຍາສາດສຸຂະພາບ
|
พิธีลงนาม MOU ว่าด้วยความร่วมมือด้านการแพทย์และโครงการศึกษาด้านวิทยาศาสตร์สุขภาพ
|
ເມື່ອວັນທີ 14 ມິຖຸນາ 2019 ທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ຮ່ວມເປັນສັກຂີພະຍານ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານການແພດ ແລະ ໂຄງການສຶກສາດ້ານວິທະຍາສາດສຸຂະພາບ ລະຫວ່າງມະຫາວິທະຍາໄລທຳມະສາດ ໂດຍທ່ານນາງ ຮສ. ເກສິນີ ວິທູນຊາດ ອະທິການບໍດີ ກັບມະຫາວິທະຍາໄລວິທະຍາສາດສຸຂະພາບ ສປປ.ລາວ ໂດຍທ່ານ ດຣ. ພູທອນ ວັງກອນວິໄລ ອະທິການບໍດີ ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ນະຄອນຫຼວງວຽງຈັນ.
|
เมื่อวันที่ 14 มิถุนายน 2562 ดร. สุวิทย์ มังคละ อัครราชทูตที่ปรึกษา ร่วมเป็นสักขีพยานในพิธีลงนามบันทึกความเข้าใจว่าด้วยความร่วมมือด้านการแพทย์และโครงการศึกษาด้านวิทยาศาสตร์สุขภาพ ระหว่างมหาวิทยาลัยธรรมศาสตร์ โดย ร.ศ. เกศินี วิฑูรชาติ อธิการบดี กับมหาวิทยาลัยวิทยาศาสตร์สุขภาพ สปป. ลาว โดย ดร. พูทอน วังกอนวิไล อธิการบดี ณ มหาวิทยาลัยวิทยาศาสตร์สุขภาพ นครหลวงเวียงจันทน์
|
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ມີເນື້ອໃນຄອບຄຸມການແລກປ່ຽນຂໍ້ມູນ, ບຸກຄະລາກອນ, ນັກສຶກສາ ແລະ ວັດສະດຸອຸປະກອນ, ການຈັດຝຶກອົບຮົມໄລຍະສັ້ນ, ການຈັດການປະຊຸມໃນຫົວຂໍ້ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ການພັດທະນາຄວາມຮ່ວມມືດ້ານການຄົ້ນຄວ້າ ແລະ ວິໄຈດ້ານວິທະຍາສາດສຸຂະພາບ ແລະ ສາທາລະນະສຸກ.
|
บันทึกความเข้าใจดังกล่าวมีเนื้อหาครอบคลุมการแลกเปลี่ยนข้อมูล บุคลากร นักศึกษา และวัสดุอุปกรณ์ การจัดฝึกอบรมระยะสั้น การจัดการประชุมในหัวข้อที่สองฝ่ายมีความสนใจร่วมกัน และการพัฒนาความร่วมมือด้านการค้นคว้าและวิจัยด้านวิทยาศาสตร์สุขภาพและสาธารณสุข
|
ມະຫາວິທະຍາໄລທຳມະສາດ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ສປປ.ລາວ ມີຄວາມຮ່ວມມືວິຊາການຕັ້ງແຕ່ປີ 2002 ເຊັ່ນ: ການສ້າງຫຼັກສູດລະດັບປະລິນຍາໂທດ້ານສາທາລະນະສຸກ, ການແລກປ່ຽນນັກສຶກສາ, ການຝຶກອົບຮົມ ແລະ ແລກປ່ຽນບຸກຄະລາກອນສາຂາແພດສາດ ແລະ ພະຍາບານສາດ ເປັນຕົ້ນ.
|
มหาวิทยาลัยธรรมศาสตร์และมหาวิทยาลัยวิทยาศาสตร์สุขภาพ สปป. ลาว มีความร่วมมือทางวิชาการตั้งแต่ปี 2545 เช่น การจัดทำหลักสูตรระดับปริญญาโทด้านสาธารณสุข การแลกเปลี่ยนนักศึกษา การฝึกอบรมและแลกเปลี่ยนบุคลากรสาขาแพทยศาสตร์และพยาบาลศาสตร์ เป็นต้น
|
ພິທີລົງນາມສັນຍາຄວາມຮ່ວມມືສະໜັບສະໜູນທາງການເງິນລະຫວ່າງທະນາຄານກະສິກອນໄທກັບບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ (ລາວ) ຈຳກັດ
|
พิธีลงนามสัญญาความร่วมมือสนับสนุนทางการเงินระหว่างธนาคารกสิกรไทยกับบริษัท บางกอก เชน อินเตอร์เนชั่นแนล (ลาว) จำกัด
|
ເມື່ອວັນທີ 14 ມິຖຸນາ 2019 ທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ແລະ ທ່ານນາງ ຍານີ ສີມີໄຊ ອັກຄະຣາຊະທູດທີ່ປຶກສາ (ຝ່າຍການຄ້າ) ຮ່ວມເປັນສັກຂີພະຍານໃນພິທີລົງນາມສັນຍານຄວາມຮ່ວມມືສະໜັບສະໜູນທາງການເງິນລະຫວ່າງທະນາຄານກະສິກອນໄທ ໂດຍທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານ ກັບບໍລິສັດ ບາງກອກ ເຊນ ອິນເຕີເນຊັ່ນແນລ (ລາວ) ຈຳກັດ ໂດຍ ທ່ານ ຮສ. ດຣ. ນາຍແພດ ສະເຫຼີມ ຫານພານິດ ປະທານເຈົ້າໜ້າທີ່ບໍລິຫານ ທີ່ໂຮງແຮມ Crowne Plaza Vientiane ໂດຍມີຜູ້ບໍລິຫານລະດັບສູງຂອງ ສປປ.ລາວ ໄດ້ແກ່ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ບຸນນຳ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງວາລີ ເວດສະພົງ ຜູ້ບໍລິຫານບໍລິສັດ ບາງກອກເຊນ ອິນເຕີເນຊັ່ນແນລ (ລາວ) ຮ່ວມເປັນສັກຂີພະຍານດ້ວຍ.
|
เมื่อวันที่ 14 มิถุนายน 2562 ดร. สุวิทย์ มังคละ อัครราชทูตที่ปรึกษา และนางสาวยานี ศรีมีชัย อัครราชทูตที่ปรึกษา (ฝ่ายการพาณิชย์) ร่วมเป็นสักขีพยานในพิธีลงนามสัญญาความร่วมมือสนับสนุนทางการเงินระหว่างธนาคารกสิกรไทย โดยนายพัฒนพงศ์ ตัณฑ์สมบุญ ประธานสภาบริหาร กับบริษัท บางกอก เชน อินเตอร์เนชั่นแนล (ลาว) จำกัด โดย รศ.ดร.นพ. เฉลิม หาญพาณิชย์ ประธานเจ้าหน้าที่บริหาร ณ โรงแรม Crowne Plaza Vientiane โดยมีผู้บริหารระดับสูงของ สปป. ลาว ได้แก่ นายอาลุนแก้ว กิดติคุน รัฐมนตรีประจำสำนักงานนายกรัฐมนตรี นายบุนนำ ไชชะนะสงคาม หัวหน้ากรมปิ่นปัวและฟื้นฟูหน้าที่การ กระทรวงสาธารณสุข นายดาวอน พะจันทะวง รองประธานสภาการค้าและอุตสาหกรรมแห่งชาติลาว นางวาลี เวดสะพง ผู้บริหารบริษัท บางกอกเชน อินเตอร์เนชั่นแนล (ลาว) ร่วมเป็นสักขีพยานด้วย
|
ໂຮງໝໍກະເສມລາດອິນເຕີເນຊັ່ນແນລ ວຽງຈັນ ເປັນໂຮງໝໍໃນເຄືອ Bangkok Chain Hospital (BCH) ຊຶ່ງມີມູນຄ່າການລົງທຶນປະມານ 70 ລ້ານໂດລາສະຫະລັດ ຕັ້ງຢູ່ທີ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ໂດຍຈະກໍ່ສ້າງແລ້ວໃນປີ 2020 ແລະ ເປີດໃຫ້ບໍລິການໃນປີ 2021 ແບບຄົບວົງຈອນນັບຕັ້ງແຕ່ການກວດຮັກສາຂັ້ນພື້ນຖານໄປຈົນເຖິງການຮັກສາສະເພາະທາງ.
|
โรงพยาบาลเกษมราษฎร์อินเตอร์เนชั่นแนล เวียงจันทน์ เป็นโรงพยาบาลในเครือ Bangkok Chain Hospital (BCH) ซึ่งมีมูลค่าการลงทุนประมาณ 70 ล้านดอลลาร์สหรัฐ ตั้งอยู่ที่บ้านดอนนกขุ้ม เมืองสีสัดตะนาก นครหลวงเวียงจันทน์ โดยจะก่อสร้างแล้วเสร็จในปี 2563 และเปิดให้บริการในปี 2564 แบบครบวงจรตั้งแต่การตรวจรักษาขั้นพื้นฐานไปจนถึงการรักษาเฉพาะทาง
|
ໂຄງການກໍ່ສ້າງໂຮງໝໍນີ້ ຖືເປັນບາດກ້າວສຳຄັນຂອງການສົ່ງເສີມການພັດທະນາດ້ານສາທາລະນະສຸກຂອງ ສປປ.ລາວ ແລະ ເພີ່ມຊ່ອງທາງການເຂົ້າເຖິງບໍລິການທາງການເແພດຂອງຊາວລາວ ຕະຫຼອດຈົນສົ່ງເສີມການແລກປ່ຽນຄວາມຮູ້ ແລະ ທັກສະຂອງບຸກຄະລາກອນທາງການແພດ ແລະ ສາທາລະນະສຸກ ເພື່ອເປັນການສະໜັບສະໜູນການຈະເລີນເຕີບໂຕທາງເສດຖະກິດຂອງ ສປປ.ລາວ ໂດຍສະເພາະດ້ານທຸລະກິດສຸຂະພາບ ແລະ ບໍລິການທາງການແພດ.
|
โครงการก่อสร้างโรงพยาบาลนี้ถือเป็นก้าวสำคัญของการส่งเสริมการพัฒนาด้านสาธารณสุขของ สปป. ลาว และเพิ่มช่องทางการเข้าถึงบริการทางการแพทย์ของชาวลาว ตลอดจนส่งเสริมการแลกเปลี่ยนองค์ความรู้และทักษะของบุคลากรทางการแพทย์และสาธารณสุข และเป็นการสนับสนุนการเจริญเติบโตทางเศรษฐกิจของ สปป. ลาว โดยเฉพาะด้านธุรกิจสุขภาพและบริการทางการแพทย์
|
ໃນໂອກາດທີ່ປີ 2019 ໄທ ເປັນປະທານອາຊຽນ ແລະ ເປັນປີວັດທະນະທຳອາຊຽນ ທ່ານ ວີຣະ ໂຣດພົດຈະນະຣັດ ລັດຖະມົນຕີວ່າການກະຊວງວັດທະນະທຳ ແຫ່ງຣາຊະອານາຈັກໄທ ໄດ້ຢ້ຽມຢາມ ສປປ.ລາວ ລະຫວ່າງວັນທີ 29-30 ພຶດສະພາ 2019 ເພື່ອດຳເນີນກິດຈະກຳເຜີຍແຜ່ຮູບເງົາແອນິເມຊັ່ນ “ຣາມມະກຽນ ຈາກຈິດຕະກຳຮອບພະລະບຽບສິມວັດພະສີຣັດຕະນະສາສະດາຣາມ ຕອນຣາມາວະຕານ” ເມື່ອວັນທີ 29 ພຶດສະພາ 2019 ທີ່ຫໍວັດທະນະແຫ່ງຊາດລາວ ໂດຍມີທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ.ລາວ ເປັນປະທານຮ່ວມ, ມີຄະນະທູຕານຸທູດ ແລະ ໜ່ວຍງານພາກລັດຂອງລາວ ເຂົ້າຮ່ວມປະມານ 900 ຄົນ ເຊິ່ງພາຍໃນງານດັ່ງກ່າວ ໄດ້ມີການຈັດການສະແດງຮູບເງົາແອນິເມຊັ່ນ ແລະ ການສະແດງຫຸ່ນລະຄອນຕົວນ້ອຍ ຈາກຄະນະໂຈຫຼຸຍອີກດ້ວຍ.
|
ในโอกาสที่ปี 2562 ไทยเป็นประธานอาเซียนและเป็นปีวัฒนธรรมอาเซียน นายวีระ โรจน์พจนรัตน์ รัฐมนตรีว่าการกระทรวงวัฒนธรรมแห่งราชอาณาจักรไทยได้เยือน สปป. ลาว ระหว่างวันที่ 29 - 30 พฤษภาคม 2562 เพื่อดำเนินกิจกรรมเพื่อเผยแพร่ภาพยนตร์แอนิเมชั่น “รามเกียรติ์ จากจิตรกรรมรอบพระระเบียงอุโบสถวัดพระศรีรัตนศาสดาราม ตอนรามาวตาร” เมื่อวันที่ 29 พฤษภาคม 2562 ณ หอวัฒนธรรมแห่งชาติลาว โดยมี ศ. ดร. บ่อแสงคำ วงดาลา รัฐมนตรีกระทรวงแถลงข่าว วัฒนธรรม และท่องเที่ยวแห่ง สปป. ลาว เป็นประธานร่วม และมีคณะทูตานุทูตและหน่วยงานภาครัฐของลาวเข้าร่วมประมาณ 900 คน ซึ่งภายในงานดังกล่าวได้มีการจัดนิทรรศการภาพยนตร์แอนิเมชั่นฯ และการแสดงหุ่นละครเล็ก คณะโจหลุยส์อีกด้วย
|
ນອກຈາກນີ້, ໃນໂອກາດການຢ້ຽມຢາມ ໄດ້ມີການຈັດກອງປະຊຸມພົບປະສອງຝ່າຍລະຫວ່າງລັດຖະມົນຕີວ່າການກະຊວງວັດທະນະທຳກັບລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ແລະ ງານລ້ຽງອາຫານຄໍ່າ ໂດຍລັດຖະມົນຕີກະຊວງຖະແຫຼງຂ່າວ ເປັນເຈົ້າພາບ ເມື່ອວັນທີ 29 ພຶດສະພາ 2019 ທີ່ໂຮງແຮມລາວພລາຊ່າ ໂດຍກອງປະຊຸມ ແລະ ງານລ້ຽງດັ່ງກ່າວ ເປັນໄປດ້ວຍຄວາມໃກ້ສິດອົບອຸ່ນ ແລະ ຮັດແໜ້ນຂະຫຍາຍການຮ່ວມມືສອງຝ່າຍທາງດ້ານວັດທະນະທຳ ເຊັ່ນ: ການແລກປ່ຽນການຢ້ຽມຢາມລະດັບລັດຖະມົນຕີ, ການຈັດແຜນປະຕິບັດງານດ້ານວັດທະນະທຳ, ຄວາມຮ່ວມມືດ້ານບູຮານນະຄະດີ ແລະ ການຮ່ວມມືດ້ານວັດທະນະທຳລະດັບແຂວງ.
|
นอกจากนี้ ในโอกาสการเยือนครั้งนี้ ได้มีการประชุมหารือทวิภาคีระหว่างรัฐมนตรีว่าการกระทรวงวัฒนธรรมฯ กับรัฐมนตรีกระทรวงแถลงข่าวฯ และงานเลี้ยงอาหารค่ำ โดยรัฐมนตรีกระทรวงแถลงข่าวฯ เป็นเจ้าภาพ เมื่อวันที่ 29 พฤษภาคม 2562 ณ โรงแรมลาวพลาซ่า โดยการหารือและงานเลี้ยงดังกล่าวเป็นไปด้วยความใกล้ชิดอบอุ่น และมุ่งเน้นการขยายความร่วมระหว่างกันด้านวัฒนธรรม อาทิ การแลกเปลี่ยนการเยือนระดับรัฐมนตรี การจัดทำแผนปฏิบัติงานด้านวัฒนธรรม ความร่วมมือด้านโบราณคดี ความร่วมมือด้านวัฒนธรรมระดับจังหวัดและแขวง
|
ໃນໂອກາດດຽວກັນ ກະຊວງວັດທະນະທຳ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະຖານເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດການເຜີຍແຜ່ຮູບເງົາແອນິເມຊັ່ນ ແລະ ການສະແດງຫຸ່ນລະຄອນຕົວນ້ອຍ ດັ່ງກ່າວອີກຄັ້ງເມື່ອວັນທີ 30 ພຶດສະພາ 2019 ທີ່ໂຮງຮູບເງົາເມເຈີ ແພລທິນຳ ຊີນີເພັກ ສູນການຄ້າວຽງຈັນເຊັນເຕີ ເພື່ອເຜີຍແຜ່ວັດທະນະທຳໄທ ໃຫ້ແກ່ປະຊາຊົນຄົນທົ່ວໄປໃນ ສປປ.ລາວ ໂດຍມີທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ, ດາລາລາວ ແລະ ປະຊາຊົນທົ່ວໄປເຂົ້າຮ່ວມປະມານ 80 ຄົນ.
|
ทั้งนี้ กระทรวงวัฒนธรรมฯ กระทรวงแถลงข่าวฯ และสถานเอกอัครราชทูต ณ เวียงจันทน์ ได้จัดการเผยแพร่ภาพยนตร์แอนิเมชั่นและการแสดงหุ่นละครเล็กดังกล่าวอีกครั้งเมื่อวันที่ 30 พฤษภาคม 2562 ณ โรงภาพยนตร์เมเจอร์ แพลทินัม ซีนีเพล็กซ์ เวียงจันทน์เซ็นเตอร์ เพื่อเผยแพร่วัฒนธรรมไทยให้แก่ประชาชนทั่วไปใน สปป. ลาว โดยมีนายเกียรติคุณ ชาติประเสริฐ เอกอัครราชทูต ณ เวียงจันทน์ ดาราลาว และประชาชนทั่วไปเข้าร่วมประมาณ 80 คน
|
ເມື່ອວັນທີ 26 ເມສາ 2019 ເວລາ 05:30 ໂມງ ທ່ານ ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ເປັນຜູ້ແທນສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ.ລາວ ເຂົ້າຮ່ວມກິດຈະກຳໃສ່ບາດສອງແຜ່ນດິນ ແດ່ພຣະສົງ ໄທ - ລາວ ຈຳນວນ 125 ອົງ, ເນື່ອງໃນໂອກາດສະຫຼອງວັນຄົບຮອບ 25 ປີ ຂົວມິດຕະພາບ ໄທ - ລາວ ແຫ່ງທີ 1 (ໜອງຄາຍ - ວຽງຈັນ) ບໍລິເວນກາງຂົວມິດຕະພາບ ໂດຍມີທ່ານ ຣົນນະໄຊ ຈິດວິເສດ ເຈົ້າແຂວງໜອງຄາຍ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ Jean-Bernard Carrasco ເອກອັກຄະຣາຊະທູດອົດສະຕຣາລີ ປະຈຳ ສປປ.ລາວ ມີບັນດາຜູ້ແທນລະດັບສູງ, ປະຊາຊົນໄທ ແລະ ສປປ.ລາວ ເຂົ້າຮ່ວມ
|
เมื่อวันที่ 26 เมษายน 2562 เวลา 05.30 น. นายสุวิทย์ มังคละ อัครราชทูตที่ปรึกษา เป็นผู้แทนสถานเอกอัครราชทูต ณ เวียงจันทน์ เข้าร่วมกิจกรรมตักบาตรสองแผ่นดิน แด่พระสงฆ์ไทย – ลาว จำนวน 125 รูป เนื่องในโอกาสฉลองครบรอบ 25 ปี สะพานมิตรภาพไทย – ลาวแห่งที่ 1 (หนองคาย – เวียงจันทน์) บริเวณกลางสะพานมิตรภาพฯ โดยมีนายรณชัย จิตรวิเศษ ผู้ว่าราชการจังหวัดหนองคาย นายสีหุน สิดทิลือไซรองเจ้าครองนครหลวงเวียงจันทน์ และนาย Jean-Bernard Carrasco เอกอัครราชทูตออสเตรเลียประจำ สปป. ลาว รวมถึงผู้แทนระดับสูงและประชาชนไทย และ สปป. ลาวเข้าร่วม
|
ກິດຈະກຳສະຫຼອງຄົບຮອບ 25 ປີ ຂົວມິດຕະພາບ ທີ່ຈັດຂຶ້ນລະຫວ່າງວັນທີ 26 – 27 ເມສາ 2019 ປະກອບມີຫຼາຍກິດຈະກຳຫຼາຍຢ່າງໄດ້ແກ່: ກິດຈະກຳຕາມຮອຍຂົວມິດຕະພາບ, ພິທີປະດັບທຸງຊາດໄທ, ສປປ.ລາວ ແລະ ອົດສະຕຣາລີ, ການວາງສະແດງປະຫວັດຄວາມເປັນມາຂອງຂົວມິດຕະພາບ, ກິດຈະກຳການແຂ່ງຂັນກ໊ອບເຊື່ອມຄວາມສຳພັນສອງຝັ່ງຂອງ, ການສະແດງແສງສີສຽງ ແລະ ສິລະປະວັດທະນະທຳ, ກິດຈະກຳປັ່ນລົດຖີບ ແລະ ການແລ່ນສົ່ງເສີມການທ່ອງທ່ຽວສອງຝັ່ງຂອງ
|
กิจกรรมฉลองครบรอบ 25 ปีอื่น ๆ ที่จัดขึ้นระหว่างวันที่ 26 – 27 เมษายน 2562 ได้แก่ กิจกรรมย้อนร้อยสะพานมิตรภาพฯ และพิธีประดับธงชาติไทย สปป. ลาว และออสเตรเลีย นิทรรศการประวัติความเป็นมาของสะพานมิตรภาพฯ กิจกรรมการแข่งขันกอล์ฟเชื่อมความสัมพันธ์สองฝั่งโขง การแสดงแสง สี เสียง และศิลปวัฒนธรรม กิจกรรมปั่นจักรยานและการวิ่งส่งเสริมการท่องเที่ยวสองฝั่งโขง
|
ຂົວມິດຕະພາບ ໄທ - ລາວ ແຫ່ງທີ 1 (ໜອງຄາຍ - ວຽງຈັນ) ເລີ່ມກໍ່ສ້າງເມື່ອປີ 1991 ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກລັດຖະບານອົດສະຕຣາລີ ເປັນຈຳນວນເງິນ 750 ລ້ານບາດ (42 ລ້ານໂດລາສະຫະລັດ) ຂົວດັ່ງກ່າວ ສ້າງແລ້ວໃນປີ 1994 ແລະ ເມື່ອວັນທີ 8 ເມສາ 1994 ພະບາດສົມເດັດພະປະຣະມິນທະຣະມະຫາພູມິພົນອະດຸນຍະເດດ ບໍຣົມນາດບໍພິດສະເດັດພະຣາຊະດຳເນີນມາຊົງເປັນປະທານຮ່ວມກັບ ພະນະທ່ານ ໜູຮັກ ພູມສະຫວັນ ປະທານປະເທດແຫ່ງ ສປປ.ລາວ ໃນຂະນະນັ້ນ, ໂດຍທ່ານ Paul Keating ນາຍົກລັດຖະມົນຕີອົດສະຕຣາລີ ໄດ້ມອບຮັບຂົວມິດຕະພາບ ໃນນາຂອງປະຊາຊົນຊາວອົດສະຕຣາລີ ເຊິ່ງຂົວດັ່ງກ່າວ ຖືວ່າເປັນສັນຍາລັກແຫ່ງມິດຕະພາບ ທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງການເຊື່ອມໂຍງລະຫວ່າງ ໄທ ກັບ ສປປ.ລາວ
|
สะพานมิตรภาพไทย – ลาว แห่งที่ 1 (หนองคาย – เวียงจันทน์) เริ่มก่อสร้างเมื่อปี 2534 โดยได้รับการสนับสนุนงบประมาณจากรัฐบาลออสเตรเลียเป็นเงินจำนวน 750 ล้านบาท (42 ล้านดอลลาร์สหรัฐ) สะพานดังกล่าวแล้วเสร็จเมื่อปี 2537 เมื่อวันที่ 8 เมษายน 2537 พระบาทสมเด็จพระปรมินทรมหาภูมิพลอดุลยเดช บรมนาถบพิตรเสด็จพระราชดำเนินมาทรงเป็นองค์ประธานร่วมกับ ฯพณฯ นายหนูฮัก พูมสะหวัน ประธานประเทศ สปป. ลาว ในขณะนั้น ในพิธีเปิดสะพานมิตรภาพฯ ในโอกาสที่นาย Paul Keating นายกรัฐมนตรีออสเตรเลียมอบสะพานมิตรภาพในนามของประชาชนชาวออสเตรเลีย สะพานดังกล่าวถือเป็นสัญลักษณ์แห่งมิตรภาพที่มีความหมายสำคัญทางประวัติศาสตร์ของการเชื่อมโยงระหว่างไทยกับ สปป. ลาว
|
ເມື່ອວັນທີ 21 ກຸມພາ 2020 ທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ໄດ້ເຂົ້າຮ່ວມກິດຈະກຳທີ່ທາງວິທະຍາໄລພະລະສຶກສາ ສປປ ລາວ ໄດ້ຈັດຂຶ້ນໃນໂອກາດດັ່ງກ່າວ ໂດຍກິດຈະກຳຫຼັກຄືການແຂ່ງຂັນບານເຕະມິດຕະພາບ ໂດຍມີທ່ານ ວິລະວັນ ບຸນສຸກໄທ ວ່າການຫົວໜ້າກົມພະລະສຶກສາ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ທ່ານນາງ ສິລິນທອນ ສັກລໍຄຳ ວ່າການຫົວໜ້າກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ທ່ານ ປອ. ອິນຕອງ ເລີດວົງໄຊ ຜູ້ອຳນວຍການວິທະຍາໄລພະລະສຶກສາທິການ ເຂົ້າຮ່ວມເປັນກຽດດ້ວຍ.
|
เมื่อวันที่ 21 กุมภาพันธ์ 2563 ดร. สุวิทย์ มังคละ อัครราชทูตที่ปรึกษา ได้เข้าร่วมกิจกรรมซึ่ง วิทยาลัยพลศึกษา สปป. ลาว ได้จัดขึ้นในโอกาสดังกล่าว โดยกิจกรรมหลักคือการแข่งขันฟุตบอลมิตรภาพ โดยมีนายวิละวัน บุนสุกไท ว่าการหัวหน้ากรมพลศึกษาและศิลปศึกษา กระทรวงศืกษาธิการและกีฬา สปป. ลาว นางสิลินทอน สักลอคำ ว่าการหัวหน้ากรมพัวพันต่างประเทศ กระทรวงศืกษาธิการและกีฬา สปป. ลาว และดร. อินตอง เลิดวงไช ผู้อำนวยการวิทยาลัยพลศึกษา ร่วมเป็นเกียรติด้วย
|
ແລະ ເມື່ອວັນທີ 26 ກຸມພາ 2020 ທ່ານ ປອ. ສຸວິດ ມັງຄະລະ ອັກຄະຣາຊະທູດທີ່ປຶກສາ ໄດ້ເຂົ້າຮ່ວມກິດຈະກຳທີ່ທາງວິທະຍາໄລສິລະປະສຶກສາ ສປປ ລາວ ຈັດຂຶ້ນໃນໂອກາດດຽວກັນນີ້ ໂດຍມີທ່ານ ຄຳສີ ຄຳພັນທອງ ຮອງຫົວໜ້າກົມພະລະສຶກສາ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ທ່ານ ສີສະໝຸດ ແສນບຸດຕະລາດ ຫົວໜ້າພະແນກຮ່ວມມືສອງຝ່າຍ ກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ, ທ່ານນາງ ວອນມະນີ ຊິງເລືອງທາ ຜູ້ອຳນວຍການວິທະຍາໄລສິລະປະສຶກສາ ສປປ ລາວ, ທ່ານ ດວງໃຈ ຖາວອນ ຮອງຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ ສປປ ລາວ, ທ່ານ ພູວຽງ ມູນຖິ່ນໄທ ຮອງຜູ້ອຳນວຍການວິທະຍາໄລພະລະສຶກສາ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ພ້ອມດ້ວຍຄະນະຄູອາຈານ, ນັກສຶກສາ ແລະ ພະນັກງານເຂົ້າຮ່ວມດ້ວຍ.
|
และเมื่อวันที่ 26 กุมภาพันธ์ 2563 ดร. สุวิทย์ ได้เข้าร่วมกิจกรรม ซึ่งวิทยาลัยศิลปศึกษา สปป. ลาว จัดขึ้นในโอกาสเดียวกันนี้ โดยมีนายคำสี คำพันทอง รองหัวหน้ากรมพลศึกษาและศิลปศืกษา กระทรวงศืกษาธิการและกีฬา สปป. ลาว นายสีสะหมุด แสนบุดตะลาด หัวหน้าแผนกร่วมมือสองฝ่าย กรมพัวพันต่างประเทศ กระทรวงศืกษาธิการและกีฬา สปป. ลาว นางวอนมะนี ซิงเลืองทา ผู้อำนวยการวิทยาลัยศิลปศืกษา สปป. ลาว นายดวงใจ ถาวอน รองผู้อำนวยการโรงรียนศิลปะแห่งชาติ สปป. ลาว นายพูเวียง มูนถิ่นไท รองผู้อำนวยการวิทยาลัยพลศืกษา กระทรวงศืกษาธิการและกีฬา สปป. ลาว พร้อมด้วยคณะครูอาจารย์ นักศึกษาและพนักงานเข้าร่วมด้วย
|
ໃນການຈັດກິດຈະກຳທັງສອງນີ້ ໄດ້ມີການເນັ້ນເຖິງການພົວພັນທີ່ດີລະຫວ່າງສອງປະເທດ ໂດຍສະເພາະການຮ່ວມມືທີ່ຜ່ານມາໃນການສະໜັບສະໜູນການດຳເນີນງານຂອງວິທະຍາໄລທັງສອງແຫ່ງ ຕາມໂຄງການຂອງກົມຄວາມຮ່ວມມືລະຫວ່າງປະເທດ (TICA) ທັງໃນດ້ານການພັດທະນາໂຄງສ້າງພື້ນຖານ, ວັດສະດຸອຸປະກອນ, ທຶນການສຶກສາ ແລະ ການຝຶກອົບຮົມ ຊຶ່ງລ້ວນແຕ່ເປັນການສົ່ງເສີມສັກກາຍະພາບ ແລະ ການພົວພັນອັນດີທີ່ເນັ້ນການພັດທະນາເຍົາວະຊົນ.
|
ในการจัดกิจกรรมทั้งสองนี้ ได้มีการย้ำถึงความสัมพันธ์อันดีระหว่างสองประเทศ โดยเฉพาะความร่วมมือที่ผ่านมาในการสนับสนุนการดำเนินงานของวิทยาลัยทั้งสองแห่ง ตามโครงการของกรมความร่วมมือระหว่างประเทศ (TICA) ทั้งในด้านการพัฒนาโครงสร้างพื้นฐาน วัสดุอุปกรณ์ ทุนการศึกษา และการฝึกอบรม ซึ่งล้วนเป็นการเสริมสร้างศักยภาพและความสัมพันธ์อันดีที่เน้นการพัฒนาเยาวชน
|
ເມື່ອວັນພຸດທີ 20 ພະຈິກ 2019 ຂ້າຣາຊະການສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ສະມາຊິກທີມປະເທດໄທ ປະຈຳ ສປປ ລາວ ຈັດກິດຈະກຳຈິດອາສາ “ ເຮົາທຳຄວາມ ດີ ດ້ວຍຫົວໃຈ” ໂດຍການບຳເພັນສາທາລະນະປະໂຫຍດປັບປຸງທິວທັດສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ປະກອບດ້ວຍການປູກຕົ້ນໄມ້ ໄດ້ແກ່: ຕົ້ນກາກະເລົາ, ຕົ້ນໝາກລິນຈີ່່ ແລະ ຕົ້ນໝາກມ່ວງ ແລະ ການທາສີປ້າຍ ແລະ ຮົ້ວກຳແພງຂອງສູນ ໂດຍມີຜູ້ແທນຝ່າຍລາວໄດ້ແກ່ທ່ານ ກິແກ້ວ ສິງນາວົງ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ບຸນຈັນ ກົມບຸນຍະສິດ ຜູ້ອຳນວຍການສູນສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ລວມທັງເຈົ້າໜ້າທີ່ສູນຂອງລາວເຂົ້າຮ່ວມ.
|
เมื่อวันพุธที่ 20 พฤศจิกายน 2562 ข้าราชการสถานเอกอัครราชทูตฯ และสมาชิกทีมประเทศไทยประจำ สปป. ลาว จัดกิจกรรมจิตอาสา “เราทำความ ดี ด้วยหัวใจ” โดยการบำเพ็ญสาธารณประโยชน์ปรับปรุงภูมิทัศน์ศูนย์พัฒนาและบริการด้านการเกษตรห้วยซอน-ห้วยซั้ว (หลัก 22) ประกอบด้วยการปลูกต้นไม้ ได้แก่ ตะแบก ลิ้นจี่และมะม่วง และการทาสีป้ายและกำแพงของศูนย์ฯ โดยมีผู้แทนฝ่ายลาว ได้แก่ นายกิแก้ว สิงนาวง ปลัดกระทรวงกสิกรรมและป่าไม้ สปป. ลาว และนายบุนจัน กมบุนยะสิด ผู้อำนวยการศูนย์ฯ รวมทั้งจนท. ศูนย์ฯ ชาวลาว เข้าร่วมด้วย
|
ກິດຈະກຳຈິດອາສາຄັ້ງນີ້ສະແເດງເຖິງຄວາມຮ່ວມແຮງຮ່ວມໃຈຂອງທັງຝ່າຍໄທ ແລະ ລາວ ໂດຍການບຳເພັນສາທາລະນະປະໂຫຍດປັບປຸງທິວທັດສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ໃຫ້ສວຍງາມ ແລະ ເປັນລະບຽບຮຽບຮ້ອຍ ລວມທັງການປູກພັນໄມ້ທີ່ເປັນທີ່ຕ້ອງການຂອງສູນ ອີກທັງຍັງເປັນການສົ່ງເສີມການພົວພັນອັນດີລະຫວ່າງຜູ້ທີ່ມາຮ່ວມກິດຈະກຳຝ່າຍໄທ ແລະ ລາວ.
|
กิจกรรมจิตอาสาครั้งนี้แสดงถึงความร่วมแรงร่วมใจของทั้งฝ่ายไทยและลาวโดยการบำเพ็ญสาธารณประโยชน์ปรับปรุงภูมิทัศน์ของศูนย์ฯ ให้สวยงามและเป็นระเบียบเรียบร้อย รวมทั้งการปลูกพันธุ์ไม้ที่เป็นที่ต้องการของศูนย์ฯ อีกทั้งยังเป็นการเสริมสร้างความสัมพันธ์อันดีระหว่างผู้ที่มาร่วมกิจกรรมฝ่ายไทยและลาว
|
ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ເປັນໂຄງການອັນເນື່ອງມາຈາກພະຣາດຊະດຳຣິຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ເປັນໂຄງການໃນພະຣາຊະດຳຣິແຫ່ງທຳອິດໃນ ສປປ ລາວ ກໍ່ຕັ້ງເມື່ອເດືອນເມສາ 1994 ປີນີ້ ຍັງເປັນໂອກາດພິເສດຂອງການຄົບຮອບ 25 ປີ ຂອງການສ້າງຕັ້ງສູນອີກດ້ວຍ.
|
อนึ่ง ศูนย์พัฒนาและบริการด้านการเกษตรห้วยซอน-ห้วยซั้ว (หลัก 22) เป็นโครงการอันเนื่องมาจากพระราชดำริของพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร และเป็นโครงการในพระราชดำริแห่งแรกใน สปป. ลาว ก่อตั้งเมื่อเดือนเมษายน 2537 ปีนี้ยังเป็นโอกาสพิเศษของการครบรอบ 25 ปีของการจัดตั้งศูนย์ฯ อีกด้วย
|
ເມື່ອວັນພຸດ ທີ 10 ທັນວາ 2019 ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະ ສະມາຊິກທີມປະເທດໄທ ປະຈຳ ສປປ ລາວ ແລະ ຜູ້ແທນຊຸມຊົນໄທ ໃນ ສປປ ລາວ ຈັດກິດຈະກຳບຳເພັນສາທາລະນະປະໂຫຍດຈິດອາສາ “ເຮົາທຳຄວາມ ດີ ດ້ວຍຫົວໃຈ” ເພື່ອຖວາຍເປັນພະຣາດຊະກຸສົນ ເນື່ອງໃນວັນຄ້າຍວັນພະບໍຣົມຣາດຊະສົມພົບພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2019 ໂດຍການປັບປຸງທິວທັດສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ປະກອບດ້ວຍການປູກຕົ້ນໄມ້ ແລະ ທາສີອາຄານເຮືອນນອນຂອງສູນ ໂດຍມີຜູ້ແທນຝ່າຍລາວໄດ້ແກ່ທ່ານ ກິແກ້ວ ສິງນາວົງ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ບຸນຈັນ ກົມບຸນຍະສິດ ຜູ້ອຳນວຍການສູນສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ລວມທັງເຈົ້າໜ້າທີ່ສູນຂອງລາວ, ນັກສຶກສາຈາກມະຫາວິທະຍາໄລແມ່ໂຈ້ ແລະ ນັກສຶກສາລາວຈາກວິທະຍາໄລເຕັກນິກແຂວງວຽງຈັນເຂົ້າຮ່ວມດ້ວຍ ລວມທັງໝົດກວ່າ 80 ຄົນ.
|
เมื่อวันพุธที่ 10 ธันวาคม 2562 สถานเอกอัครราชทูต ณ เวียงจันทน์ และสมาชิกทีมประเทศไทยประจำ สปป. ลาว และผู้แทนชุมชนไทยใน สปป.ลาว จัดกิจกรรมบำเพ็ญสาธารณประโยชน์ จิตอาสา “เราทำความ ดี ด้วยหัวใจ” เพื่อถวายเป็นพระราชกุศล เนื่องในวันคล้ายวันพระบรมราชสมภพพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร วันชาติ และวันพ่อแห่งชาติ 5 ธันวาคม 2562 โดยการปรับปรุงภูมิทัศน์ศูนย์พัฒนาและบริการด้านการเกษตรห้วยซอน-ห้วยซั้ว (หลัก 22) ประกอบด้วยการปลูกต้นไม้และการทาสีอาคารเรือนนอนของศูนย์ฯ โดยมีผู้แทนฝ่ายลาว ได้แก่ นายกิแก้ว สิงนาวง ปลัดกระทรวงกสิกรรมและป่าไม้ และนายบุนจัน กมบุนยะสิด ผู้อำนวยการศูนย์ฯ รวมทั้งเจ้าหน้าที่ศูนย์ฯ ชาวลาว นักศึกษาไทยจากมหาวิทยาลัยแม่โจ้ และนักศึกษาลาวจากมหาวิทยาลัยเทคนิคแขวงเวียงจันทน์ เข้าร่วมด้วย รวมทั้งสิ้นกว่า 80 คน
|
ກິດຈະກຳຈິດອາສາຄັ້ງນີ້ສະແເດງເຖິງຄວາມຮ່ວມແຮງຮ່ວມໃຈຂອງທັງຝ່າຍໄທ ແລະ ລາວ ໃນການເຮັດກິດຈະກຳບຳເພັນສາທາລະນະປະໂຫຍດ ອີກທັງຍັງເປັນການສົ່ງເສີມການພົວພັນອັນດີລະຫວ່າງຜູ້ທີ່ມາຮ່ວມກິດຈະກຳຝ່າຍໄທ ແລະ ລາວ. ທັງນີ້, ພາກເອກກະຊົນໄທ ໃນ ສປປ ລາວ ໄດ້ຮ່ວມສະໜັບສະໜູນກິດຈະກຳດັ່ງກ່າວອີກດ້ວຍ.
|
กิจกรรมจิตอาสาครั้งนี้แสดงถึงความร่วมแรงร่วมใจของทั้งฝ่ายไทยและลาวในการทำกิจกรรมบำเพ็ญสาธารณประโยชน์ อีกทั้งยังเป็นการเสริมสร้างความสัมพันธ์อันดีระหว่างผู้ที่มาร่วมกิจกรรมฝ่ายไทยและลาว ทั้งนี้ ภาคเอกชนไทยใน สปป. ลาวได้ร่วมสนับสนุนการจัดกิจกรรมดังกล่าวอีกด้วย
|
ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ (ຫຼັກ 22) ເປັນໂຄງການອັນເນື່ອງມາຈາກພະຣາດຊະດຳຣິຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ເປັນໂຄງການໃນພະຣາຊະດຳຣິແຫ່ງທຳອິດໃນ ສປປ ລາວ ກໍ່ຕັ້ງເມື່ອເດືອນເມສາ 1994 ປີນີ້ ຍັງເປັນໂອກາດພິເສດຂອງການຄົບຮອບ 25 ປີ ຂອງການສ້າງຕັ້ງສູນອີກດ້ວຍ.
|
อนึ่ง ศูนย์พัฒนาและบริการด้านการเกษตรห้วยซอน-ห้วยซั้ว (หลัก 22) เป็นโครงการอันเนื่องมาจากพระราชดำริของพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร และเป็นโครงการในพระราชดำริแห่งแรกใน สปป. ลาว ก่อตั้งเมื่อเดือนเมษายน 2537 ปีนี้ยังเป็นโอกาสพิเศษของการครบรอบ 25 ปีของการจัดตั้งศูนย์ฯ อีกด้วย
|
ເມື່ອວັນທີ 24 ກັນຍາ 2019 ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມພັນລະຍາ ພ້ອມດ້ວຍຂ້າລາຊະການສະຖານເອກອັກຄະຣາຊະທູດ, ຂ້າລາຊະການທີມປະເທດໄທ ປະຈຳ ສປປ ລາວ ແລະ ຜູ້ແທນຊຸມຊົນໄທ ໃນ ສປປ ລາວ ເຂົ້າຮ່ວມພິທີເປີດປ້າຍການສະໜັບສະໜຸນ ແລະ ງານລ້ຽງອາຫານທ່ຽງເດັກນັກຮຽນ, ຄະນະຄູ ແລະ ເຈົ້າໜ້າທີ່ ທີ່ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ເປັນຜູ້ແທນຝ່າຍລາວເຂົ້າຮ່ວມ.
|
เมื่อวันที่ 24 กันยายน 2562 นายเกียรติคุณ ชาติประเสริฐ เอกอัครราชทูต ณ เวียงจันทน์ และภริยา พร้อมด้วยข้าราชการสถานเอกอัครราชทูตฯ ข้าราชการทีมประเทศไทยประจำ สปป. ลาว และผู้แทนชุมชนไทย ใน สปป. ลาว เข้าร่วมพิธีเปิดป้ายการสนับสนุนและงานเลี้ยงอาหารกลางวันเด็กนักเรียน คณะครู และเจ้าหน้าที่ ที่โรงเรียนศึกษาพิเศษนครหลวงเวียงจันทน์ โดยมีนายสมพู แก้วปันยา หัวหน้าแผนกศึกษาธิการและกีฬา เป็นผู้แทนฝ่ายลาวเข้าร่วม
|
ໃນປີນີ້, ສະຖານເອກອັກຄະຣາຊະທູດ ໄດ້ໃຫ້ການສະໜັບສະໜຸນແກ່ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນມາຢ່າງຕໍ່ເນື່ອງໄດ້ແກ່: ການຕິດຕັ້ງຖັງເກັບນ້ຳ ແລະ ເຄື່ອງສູບນ້ຳ ລວມທັງລະບົບນ້ຳປະປາ. ການກໍ່ສ້າງໂຮງຄົວ, ຫຼັງຄາອາເນກປະສົງ ແລະ ປ້າຍຊື່ໂຮງຮຽນ ລວມທັງກິດຈະກຳລ້ຽງອາຫານທ່ຽງ ແລະ ມອບສິ່ງຂອງເຊັ່ນ: ໂຕະ ແລະ ຕັ່ງ ອຸປະກອນກີລາ ຕະຫຼອດຈົນເຖິງສິ່ງຂອງເຄື່ອງໃຊ້ທີ່ຈຳເປັນແກ່ໂຮງຮຽນ ລວມມູນຄ່າປະມານ 950.000 ບາດ ຫຼື 275.000.000 ກີບ.
|
ในปีนี้ สถานเอกอัครราชทูตฯ ได้ให้การสนับสนุนแก่โรงเรียนศึกษาพิเศษนครหลวงเวียงจันทน์มาอย่างต่อเนื่อง ได้แก่ การติดตั้งถังเก็บน้ำและเครื่องสูบน้ำ รวมทั้งระบบประปา การก่อสร้างโรงครัว หลังคาอาคารอเนกประสงค์ และป้ายชื่อโรงเรียน รวมทั้งกิจกรรมเลี้ยงอาหารกลางวันและมอบสิ่งของ ได้แก่ โต๊ะและเก้าอี้ อุปกรณ์กีฬา ตลอดจนสิ่งของเครื่องใช้ที่จำเป็นแก่โรงเรียน รวมมูลค่าประมาณ 950,000 บาท หรือ 275,000,000 กีบ
|
ທັງນີ້, ສະຖານເອກອັກຄະຣາຊະທູດ ຍັງຈະໃຫ້ຄວາມສຳຄັນຕໍ່ການໃຫ້ການສະໜັບສະໜູນໂຮງຮຽນຢ່າງຕໍ່ເນື່ອງສືບໄປ ເພື່ອເປັນສ່ວນໜຶ່ງໃນການສ້າງໂອກາດດ້ານການສຶກສາ ແລະ ການພັດທະນາແກ່ນັກຮຽນຂອງໂຮງຮຽນສຶກສາພິເສດ ໂດຍມຸ່ງຫວັງໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ສ້າງປະໂຫຍດໃຫ້ແກ່ປະເທດຊາດໄດ້ຕໍ່ໄປ.
|
ทั้งนี้ สถานเอกอัครราชทูตให้ความสำคัญต่อการให้การสนับสนุนโรงเรียนอย่างต่อเนื่องต่อไป เพื่อเป็นส่วนหนึ่งในการสร้างโอกาสด้านการศึกษาและการพัฒนาแก่นักเรียนของโรงเรียนศึกษาพิเศษ โดยมุ่งหวังให้เป็นบุคลากรที่มีคุณภาพและสร้างประโยชน์ให้แก่ประเทศชาติได้ต่อไป
|
ເມື່ອວັນທີ 13 ຕຸລາ 2019 ທ່ານນາງ ອຸຣະວະດີ ສີພິຣົມ ອຸປະທູດ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານໃນພິທີທຳບຸນໃສ່ບາດ ເພື່ອຖວາຍເປັນພະຣາດຊະກຸສົນ ເນື່ອງໃນໂອກາດວັນຄ້າຍວັນສະຫວັນນະຄົດພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ທີ່ວັດສີສະເກດ, ນະຄອນຫຼວງວຽງຈັນ ໂດຍມີຂ້າຣາຊະການສະຖານເອກອັກຄະຣາຊະທູດ, ຂ້າຣາຊະການທີມປະເທດໄທ ແລະ ຄອບຄົວ ພ້ອມດ້ວຍຊຸມຊົນໄທ ໃນ ສປປ ລາວ ເຂົ້າຮ່ວມ.
|
เมื่อวันที่ 13 ตุลาคม 2562 นางสาวอุรวดี ศรีภิรมย์ อุปทูตฯ สถานเอกอัครราชทูต ณ เวียงจันทน์ เป็นประธานในพิธีทำบุญตักบาตรเพื่อถวายเป็นพระราชกุศลเนื่องในโอกาสวันคล้ายวันสวรรคตพระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร ณ วัดสีสะเกด นครหลวงเวียงจันทน์ โดยมีข้าราชการสถานเอกอัครราชทูตฯ ข้าราชการทีมประเทศไทย และครอบครัว พร้อมด้วยชุมชนไทยใน สปป. ลาว เข้าร่วม
|
ທັງນີ້, ໃນປີນີ້ ວັນທີ 13 ຕຸລາ 2019 ກົງກັບວັນອອກພັນສາ ເຊິ່ງທ່ານ ປອ. ສິນທະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມພັນລະຍາ ໄດ້ເດີນທາງມາຮ່ວມພິທີທຳບຸນໃສ່ບາດຮ່ວມກັບສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ດ້ວຍ.
|
ทั้งนี้ ในปีนี้ วันที่ 13 ตุลาคม ตรงกับวันออกพรรษา ซึ่งดร. สินละวง คุดไพทูน เจ้าครองนครหลวงเวียงจันทน์และภริยาได้เดินทางมาร่วมพิธีทำบุญตักบาตรร่วมกับสถานเอกอัครราชทูต ณ เวียงจันทน์ด้วย
|
ໂດຍມີພຸດທະສາສະນິກກະຊົນຊາວລາວຈຳນວນຫຼາຍຮ່ວມກັນໃສ່ບາດກັບຊາວໄທ ທີ່ວັດສີສະເກດ ແລະ ຮ່ວມອະນຸໂມທະນາບຸນທີ່ຖວາຍເປັນພະຣາດຊະກຸສົນແດ່ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ.
|
โดยพุทธศาสนิกชนชาวลาวจำนวนมากร่วมกันตักบาตรกับชาวไทยที่วัดสีสะเกด และร่วมอนุโมทนาบุญที่ถวายเป็นพระราชกุศลแด่พระบาทสมเด็จพระบรมชนกาธิเบศร มหาภูมิพลอดุลยเดชมหาราช บรมนาถบพิตร
|
ເມື່ອວັນທີ 26 - 27 ຕຸລາ 2019 ທ່ານ ສຸວິດ ສິມະສະກຸນ ນາຍົກສະມາຄົມໄທ - ລາວເພື່ອມິດຕະພາບ ໄດ້ເປັນຜູ້ແທນອັນເຊີນຜ້າພະກະຖິນພະຣາດຊະທານທີ່ພະບາດສົມເດັດພະເຈົ້າຢູ່ຫົວຊົງພະກະລຸນາໂປດເກົ້າໂປດກະໝ່ອມພະຣາດຊະທານ ສຳລັບກະຖິນການ ປະຈຳປີພຸດທະສັກກະຣາດ 2562 ມາທອດຖວາຍ ທີ່ວັດທາດຫຼວງເໜືອ ນະຄອນຫຼວງວຽງຈັນ ຊຶ່ງໃນງານດັ່ງກ່າວ ໄດ້ມີຜູ້ແທນລະດັບສູງຂອງລັດຖະບານ ສປປ ລາວ ຫຼາຍທ່ານ ລວມທັງພັນລະຍານາຍົກລັດຖະມົນຕີ ສປປ ລາວ, ຄະນະກຳມະການສະມາຄົມໄທ - ລາວເພື່ອມິດຕະພາບ, ສະມາຄົມລາວ - ໄທເພື່ອມິດຕະພາບ ຕະຫຼອດຈົນເຖິງພຸດທະສາສະນິກະຊົນຊາວລາວ ແລະ ຊາວໄທເຂົ້າຮ່ວມຈຳນວນຫຼາຍກວ່າ 1.000 ຄົນ.
|
เมื่อวันที่ 26 - 27 ตุลาคม 2562 นายสุวิทย์ สิมะสกุล นายกสมาคมไทย-ลาวเพื่อมิตรภาพ ได้เป็นผู้แทนอัญเชิญผ้าพระกฐินพระราชทานที่พระบาทสมเด็จพระเจ้าอยู่หัวทรงพระกรุณาโปรดเกล้าโปรดกระหม่อมพระราชทานสำหรับกฐินกาล ประจำปีพุทธศักราช 2562 มาทอดถวาย ณ วัดธาตุหลวงเหนือ นครหลวงเวียงจันทน์ ซึ่งในงานดังกล่าวได้มีผู้แทนระดับสูงของรัฐบาล สปป. ลาวหลายท่าน รวมทั้งภริยานายกรัฐมนตรี สปป. ลาว คณะกรรมการสมาคม ไทย - ลาวเพื่อมิตรภาพ สมาคมลาว - ไทยเพื่อมิตรภาพ ตลอดจนพุทธศาสนิกชนชาวลาวและชาวไทยเข้าร่วมจำนวนมากกว่า 1,000 คน
|
ພິທີທອດຖວາຍຜ້າພະກະຖິນພະຣາດຊະທານຄັ້ງນີ້ ປະກອບດ້ວຍກິດຈະກຳ 2 ສ່ວນໄດ້ແກ່: (1) ພິທີສົມໂພດອົງພະກະຖິນພະຣາດຊະທານ (ພິທີຄົບງັນ) ຊຶ່ງມີຂຶ້ນໃນຕອນແລງຂອງວັນທີ 26 ຕຸລາ 2019 ທີ່ທຳນຽບເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໂດຍພະພິຂຸສົງ 9 ອົງ ຈະເລີນພະພຸດທະມົນ ໂດຍພະອາຈານໃຫຍ່ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ປະທານອົງການພຸດທະສາສະໜາສຳພັນລາວ ເປັນປະທານຝ່າຍສົງ ແລະ (2) ພິທີທອດຜ້າພະກະຖິນພະຣາດຊະທານໃນວັນອາທິດທີ 27 ຕຸລາ 2019 ໂດຍເລີ່ມດ້ວຍພິທີຈະເລີນພະພຸດທະມົນ, ພິທີທຳບຸນໃສບາດພະພິຂຸສົງ ແລະ ສາມະເນນ 50 ອົງ ທີ່ບໍລິເວນດ້ານໜ້າສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ. ຈາກນັ້ນ, ໄດ້ເຄື່ອນອົງພະກະຖິນໄປວຽນອ້ອມພະທາດຫຼວງ ສິ່ງສັກສິດຄູ່ບ້ານຄູ່ເມືອງຂອງ ສປປ ລາວ (ທີ່ປະດິດສະຖານພະອຸຣັງຄະທາດຂອງສົມເດັດພະສຳມາສຳພຸດທະເຈົ້າ ແລະ ເປັນກາສັນຍາລັກປະຈຳຊາດ ທີ່ປະກົດຢູ່ໃນກາປະຈຳແຜ່ນດິນ ແລະ ທະນາບັດຂອງ ສປປ ລາວ) ຈາກນັ້ນ, ປະທານຝ່າຍຄາລະວາດ ໄດ້ອັນເຊີນຜ້າພະກະຖິນຂຶ້ນໄປທອດຖວາຍ ທີ່ຫໍທຳມະສະພາ ມີພະອາຈານໃຫຍ່ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ປະທານອົງການພຸດທະສາສະໜາສຳພັນລາວ ເປັນປະທານຝ່າຍສົງ ເປັນປະທານຝ່າຍສົງ, ພະພິຂຸສົງ 75 ອົງ ຈະເລີນພະພຸດທະມົນ ປະທານຝ່າຍສົງສະແດງພະທຳມະເທດສະໜາ, ການຖວາຍພັດຕາຫານ ແລະ ຖວາຍເຄື່ອງສັງຄະທານ.
|
พิธีทอดผ้าพระกฐินพระราชทานครั้งนี้ ประกอบด้วยกิจกรรม 2 ส่วน ได้แก่ (1) พิธีสมโภชองค์พระกฐินพระราชทาน (พิธีคบงัน) ซึ่งมีขึ้นในช่วงเย็นของวันที่ 26 ตุลาคม 2562 ณ ทำเนียบเอกอัครราชทูต ณ เวียงจันทน์ โดยพระภิกษุสงฆ์ 9 รูป เจริญพระพุทธมนต์ โดยพระอาจารย์ใหญ่มะหางอน ดำรงบุน พระสังฆราชลาว เป็นประธานสงฆ์ และ (2) พิธีทอดผ้าพระกฐินพระราชทาน ในวันอาทิตย์ที่ 27 ตุลาคม 2562 โดยเริ่มด้วย พิธีเจริญพระพุทธมนต์ พิธีทำบุญตักบาตรพระภิกษุสงฆ์และสามเณร 50 รูป ณ บริเวณด้านหน้าสถานเอกอัครราชทูต ณ เวียงจันทน์ จากนั้น ได้เคลื่อนขบวนองค์พระกฐินไปเวียนรอบพระธาตุหลวงสิ่งศักดิ์สิทธิ์คู่บ้านคู่เมืองของ สปป.ลาว (ที่ประดิษฐานพระอุรังคธาตุของสมเด็จพระสัมมาสัมพุทธเจ้า และเป็นสัญลักษณ์ประจำชาติที่ปรากฏอยู่ในตราประจำแผ่นดินและธนบัตรของ สปป. ลาว) จากนั้น ประธานฝ่ายฆราวาสได้อัญเชิญผ้าพระกฐินขึ้นไปทอดถวาย ณ ธรรมสภา มีพระสังฆราชลาว เป็นประธานฝ่ายสงฆ์ พระภิกษุสงฆ์ 75 รูป เจริญพระพุทธมนต์ พระสังฆราชลาวแสดงพระธรรมเทศนา การถวายภัตตาหารและเครื่องไทยธรรม
|
ທັງນີ້, ສາມາດຮວບຮວມເງິບບໍລິຈາກ ຊຶ່ງປະກອບດ້ວຍເງິນພະຣາດຊະທານບຳລຸງພະອາຣາມຈາກພະບາດສົມເດັດພະເຈົ້າຢູ່ຫົວ, ເງິນໂດຍສະເດັດພະຣາດຊະກຸສົນຈາກກະຊວງການຕ່າງປະເທດ ແລະ ເງິນບໍລິຈາກຜູ້ມີຈິດສັດທາຊາວໄທ ແລະ ຊາວລາວ ລວມທັງໝົດ 2.039.422 ບາດ.
|
ทั้งนี้ สามารถรวบรวมเงินบริจาค ซึ่งประกอบด้วยเงินพระราชทานบำรุงพระอารามจากพระบาทสมเด็จ พระเจ้าอยู่หัว เงินโดยเสด็จพระราชกุศลจากกระทรวงการต่างประเทศ และเงินบริจาคจากผู้มีจิตศรัทธาชาวไทยและชาวลาว รวมทั้งสิ้น 2,039,422 บาท
|
ໃນວັນດຽວກັນ ສະມາຄົມລາວ - ໄທ ແລະ ສະມາຄົມໄທ - ລາວເພື່ອມິດຕະພາບ ໄດ້ຈັດໃຫ້ມີການກວດສຸຂະພາບພະສົງ ແລະ ສາມະເນນ ໂດຍຄະນະແພດຈາກໂຮງໝໍກຸງເທບອຸດອນ ແລະ ໂຮງໝໍກຸງເທບຂອນແກ່ນ ທີ່ວັດທາດຫຼວງໃຕ້, ນະຄອນຫຼວງວຽງຈັນ.
|
อนึ่ง ในวันเดียวกัน สมาคมลาว - ไทย และสมาคมไทย - ลาวเพื่อมิตรภาพ ได้จัดให้มีการตรวจสุขภาพพระสงฆ์และสามเณร โดยคณะแพทย์จากโรงพยาบาลกรุงเทพอุดรและโรงพยาบาลกรุงเทพขอนแก่น ณ วัดธาตุหลวงใต้ นครหลวงเวียงจันทน์
|
ກະຊວງການຕ່າງປະເທດ ໄດ້ອັນເຊີນຜ້າພະກະຖິນພະຣາດຊະທານໄປທອດຖວາຍ ທີ່ ສປປ ລາວ ແລະ ມິດປະເທດທີ່ນັບຖືພະພຸດທະສາສະໜາ ຕັ້ງແຕ່ປີ ພ.ສ 2538 ເປັນປະຈຳທຸກປີ ໂດຍມີວັດຖຸປະສົງເພື່ອສົ່ງເສີມຄວາມສຳພັນລະຫວ່າງປະເທດ ແລະ ລະດັບປະຊາຊົນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພິທີອັນເຊີນຜ້າພະກະຖິນພະຣາດຊະທານໃນປີນີ້ ທີ່ວັດທາດຫຼວງເໜືອ ແມ່ນໄດ້ຮັບຄວາມສົນໃຈຈາກມວນຊົນ ແລະ ປະສົບຄວາມສຳເລັດໄປດ້ວຍດີ.
|
กระทรวงการต่างประเทศได้อัญเชิญผ้าพระกฐินพระราชทานไปทอดถวาย ณ สปป. ลาว และมิตรประเทศที่นับถือพระพุทธศาสนา ตั้งแต่ปี พ.ศ. 2538 เป็นประจำทุกปี โดยมีวัตถุประสงค์เพื่อกระชับสัมพันธ์ระหว่างประเทศและระดับประชาชนให้แน่นแฟ้นยิ่งขึ้น พิธีอัญเชิญผ้าพระกฐินพระราชทานในปีนี้ ณ วัดธาตุหลวงเหนือ ประสบความสำเร็จด้วยดี ได้รับความสนใจจากสาธารณชนเป็นอย่างมาก
|
ເມື່ອວັນທີ 19 ກັນຍາ 2019 ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ສະພາທຸລະກິດໄທ - ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວ ໄດ້ຈັດງານສໍາມະນາແນວທາງການສະໜັບສະໜຸນໃຫ້ນັກທຸລະກິດໄທລົງທຶນໃນ CLMV ທີ່ໂຮງແຮມ Landmark Mekong Riverside ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກ ສະຖານເອກອັກຄະຣາຊະທູດ,ທີມປະເທດໄທ ໃນ ສປປ ລາວ, ສະພາຫໍການຄ້າແຫ່ງປະເທດໄທ, ສະພາອຸດສາຫະກຳແຫ່ງປະເທດໄທ, ສະພາທຸລະກິດໄທໃນ CLMV ສະມາຄົມນັກທຸລະກິດໄທໃນ CLM ແລະ ຜູ້ຕາງໜ້າໜ່ວຍງານພາກ ລັດຖະບານ ແລະ ພາກເອກະຊົນຂອງໄທ ແລະ ສປປ ລາວ ເຂົ້າຮ່ວມລວມປະມານ 200 ຄົນ.
|
เมื่อวันที่ 19 กันยายน 2562 สถานเอกอัครราชทูต ณ เวียงจันทน์ สภาธุรกิจไทย - ลาว และสมาคมนักธุรกิจไทยในสปป. ลาว ได้จัดงานสัมมนาแนวทางการสนับสนุนให้นักธุรกิจไทยลงทุนใน CLMV ณ โรงแรม Landmark Mekong Riverside นครหลวงเวียงจันทน์ โดยมีผู้แทนจากสถานเอกอัครราชทูต ทีมประเทศไทยใน สปป. ลาว สภาหอการค้าแห่งประเทศไทย สภาอุตสาหกรรมแห่งประเทศไทย สภาธุรกิจไทยใน CLMV สมาคมนักธุรกิจไทยใน CLMV และผู้แทนหน่วยงานภาครัฐและภาคเอกชนของไทยและ สปป. ลาว เข้าร่วม รวมประมาณ 200 คน
|
ງານສຳມະນາດັ່ງກ່າວມີວັດຖຸປະສົງເພື່ອໃຫ້ຜູ້ເຂົ້າຮ່ວມງານໄດ້ຮັບຮູ້ຂໍ້ມູນດ້ານເສດຖະກິດຂອງ CLMV ລວມເຖິງການສະໜັບສະໜຸນການລົງທຶນຂອງພາກເອກະຊົນໄທໃນ CLMV ແລະ ເປັນເວທີພົບປະ ແລະ ແລກປ່ຽນຂໍ້ຄິດເຫັນດ້ານການດຳເນີນທຸລະກິດໃນກຳປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ໂດຍມີທ່ານ ນິຍົມ ໄວຣັດຊະພານິດ ຮອງປະທານສະພາຫໍການຄ້າແຫ່ງປະເທດໄທ ໄດ້ບັນຍາຍກ່ຽວກັບການໃຫ້ການສະໜັບສະໜຸນນັກທຸລະກິດໄທໃນ CLMV ຂອງສະພາຫໍການຄ້າແຫ່ງປະເທດໄທ ແລະ ທ່ານມົນຕີ ມະຫາພຶດພົງ ຮອງປະທານສະພາອຸດສາຫະກຳແຫ່ງປະເທດໄທ ໄດ້ບັນຍາຍກ່ຽວກັບບົດບາດຂອງຈີນໃນ CLMV ແລະ ມີການສົນທະນາເລື່ອງກົນລະຍຸດ ແລະ ມຸມມອງໃນການຊຸກຍູ້ເສດຖະກິດຂອງ CLMV ໂດຍຮອງປະທານສະພາຫໍການຄ້າແຫ່ງປະເທດໄທ ແລະ ຜູ້ຕາງໜ້າສະພາທຸລະກິດໄທ ແລະ ສະມາຄົມນັກທຸລະກິດໄທໃນ CLMV ລວມເຖິງການຖາມ - ຕອບ ແລະ ແລກປ່ຽນຂໍ້ຄິດເຫັນກັບຜູ້ເຂົ້າຮ່ວມງານ.
|
งานสัมมนาดังกล่าวมีวัตถุประสงค์เพื่อให้ผู้เข้าร่วมงานรับทราบข้อมูลด้านเศรษฐกิจของ CLMV รวมถึงการสนับสนุนการลงทุนของภาคเอกชนไทยใน CLMV ตลอดจนเป็นเวทีพบปะและแลกเปลี่ยนข้อคิดเห็นด้านการดำเนินธุรกิจในกัมพูชา สปป. ลาว เมียนมา และเวียดนาม โดยนายนิยม ไวยรัชพานิช รองประธานสภาหอการค้าแห่งประเทศไทย ได้บรรยายเกี่ยวกับการให้การสนับสนุนนักธุรกิจไทยใน CLMV ของสภาหอการค้าแห่งประเทศไทย และนายมนตรี มหาพฤกษ์พงศ์ รองประธานสภาอุตสาหกรรมแห่งประเทศไทย ได้บรรยายเกี่ยวกับบทบาทของจีนใน CLMV และมีการเสวนาเรื่องกลยุทธ์และมุมมองในการขับเคลื่อนเศรษฐกิจของ CLMV โดยรองประธานสภาหอการค้าแห่งประเทศไทย และผู้แทนสภาธุรกิจไทยและสมาคมนักธุรกิจไทยใน CLMV รวมทั้งช่วงถาม-ตอบและแลกเปลี่ยนข้อคิดเห็นกับผู้เข้าร่วมงาน
|
ງານສຳມະນາຄັ້ງນີ້ມີຈຸດເລີ່ມຕົ້ນຈາກສະຖານເອກອັກຄະຣາຊະທູດໄທທີ່ສົ່ງເສີມບົດບາດຂອງພາກທຸລະກິດເອກະຊົນໃນການຂະຫຍາຍເຄືອຂ່າຍ ແລະ ເສີມສ້າງສັກກະຍະພາບ ແລະ ຄວາມເຂັ້ມແຂງຂອງນັກທຸລະກິດໄທໃນພາກພື້ນ ດັ່ງນັ້ນ, ຖືໄດ້ວ່າການສຳມະນາຄັ້ງນີ້ເປັນກິດຈະກຳທີ່ຈັດຂຶ້ນຕໍ່ເນື່ອງຈາກງານສໍາມະນາເຊີງປະຕິບັດການເລື່ອງປັນຫາ ແລະ ອຸປະສັກ ແລະ ແນວທາງການລົງທຶນຂອງໄທໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ເມື່ອວັນທີ 24 - 25 ກັນຍາ 2016 ທີ່ຈັງຫວັດຊຽງໃໝ່.
|
งานสัมมนาครั้งนี้เป็นข้อริเริ่มของสถานเอกอัครราชทูต ณ เวียงจันทน์ ที่ส่งเสริมบทบาทของภาคธุรกิจเอกชนในการขยายเครือข่ายและเสริมสร้างศักยภาพและความแข็งแกร่งของนักธุรกิจไทยในภูมิภาค ทั้งนี้ ถือได้ว่า งานสัมมนาครั้งนี้เป็นกิจกรรมที่จัดขึ้นต่อเนื่องจากงานสัมมนาเชิงปฎิบัติการเรื่องปัญหาอุปสรรคและแนวทางการลงทุนของไทยในอนุภาคลุ่มแม่น้ำโขง เมื่อวันที่ 24 - 25 กันยายน 2559 ณ จังหวัดเชียงใหม่
|
End of preview. Expand
in Data Studio
README.md exists but content is empty.
- Downloads last month
- 6