title stringlengths 7 164 | text stringlengths 18 16.7k | category stringclasses 7
values | date stringlengths 25 25 | url stringlengths 27 29 |
|---|---|---|---|---|
ສະໂມສອນ ລາວໂຕໂຢຕ້າ ເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2 | ວັນພຸດ 09/03/2016 ທີ່ຜ່ານມາ AYEYAWADY UNITED (MYA) ພົບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນຢູ່ສະຫນາມ YOUTH TRAINING CENTER YANGON ເວລາ 16 : 00 ຕາມເວລາທ້ອງຖິ່ນປະເທດມຽນມາ
ສາມາດຕິດຕາມການຖ່າຍທອດທາງສະຖານີໂທລະພາບ TVLAO HD ເລີ່ມແຕ່ເວລາ 16:30 ໂມງ ຜົນປະກົດ
ສະໂມສອນ ລາວໂຕໂຢຕ້າ ບຸກໄປເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2 ຄາບ້ານ ໂດ... | ຂ່າວພາຍໃນ | 2016-03-10T07:58:43+00:00 | https://laopost.com/?p=49729 |
ສະມັດຊາໃຫຍ່ຢູເອັນຊີ້ ອັງກິດຄືນໝູ່ເກາະຊາກອສໃຫ້ມໍຣິຊຽດ | ສະມັດຊາໃຫຍ່ສະຫະປະຊາຊາດມີມະຕິສຽງສ່ວນຫຼາຍສະໜັບສະໜູນຂໍ້ຄິດເຫັນຂອງສານໂລກກ່ຽວກັບເລື່ອງໝູ່ເກາະ “ຊາກອສ” ແລະ ຕ້ອງການໃຫ້ສະຫະຣາຊະອານາຈັກສົ່ງຄືນໝູ່ເກາະແຫ່ງນີ້ໃຫ້ແກ່ “ມໍຣິຊຽດ” ໃນວາລະປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຊຶ່ງມີ 15 ປະເທດເຂົ້າຮ່ວມ ໂດຍມີມະຕິສຽງທັງໝົດ 116 ສຽງ ບໍ່ອອກສຽງ 56 ແລະ ຄັດ ຄ້ານ 6 ສຽງ ໂດຍມີກຳນົດສົ່ງຄືນພາຍໃນ 6 ເດືອນ.... | ຂ່າວຕ່າງປະເທດ | 2019-05-24T10:13:51+00:00 | https://laopost.com/?p=113689 |
ເຈົ້າບ່າວຕົກໃຈເອີ້ນຄ່າເສຍຫາຍກັບເຈົ້າສາວທີ່ຫາກໍ່ແຕ່ງງານ ຫລັງຈາກທີ່ໄດ້ເຫັນໜ້າສົດໆ | ຄູ່ບ່າວສາວທີ່ຄົບຫາເບິ່ງໃຈກັນມາດົນຈົນເຖິງຂັ້ນຈະຈູງມືກັນແດງດອງ ໝັ້ນໃຈໄດ້ເລີຍວ່າ ທັງຄູ່ຕ້ອງຮູ້ຈັກກັນມາເປັນຢ່າງດີ ແຕ່ໃນທີ່ສຸດສິ່ງນີ້ກໍເກິດຂຶ້ນ ເມື່ອເຈົ້າບ່າວຟ້ອງຮ້ອງຄ່າເສຍຫາຍຈາກຝ່າຍຍິງ ປະມານ 170.000.000 ກີບ ຫລັງຈາກທີ່ຕື່ນມາຕົກໃຈທີ່ສຸດເມື່ອໄດ້ເຫັນໜ້າສົດຂອງເຈົ້າສາວ ແລ້ວປ່ຽນໄປເປັນຄົນລະຄົນ!!
ວັນທີ່ 3 ສິງຫາ ທີ່ຜ່ານມາ ເວັບໄຊເດິຊ... | ຂ່າວຕ່າງປະເທດ | 2015-08-05T10:43:45+00:00 | https://laopost.com/?p=32113 |
ແພດຈີນໃຊ້ເຕັກໂນໂລຊີ 5ຈີ ຜ່າຕັດສະໝອງທາງໄກກວ່າ 3.000 ກິໂລແມັດ | ເມື່ອວັນທີ 18 ມີນາ 2019 ສຳນັກຂ່າວ ຊິນຫົວລາຍງານວ່າ ແພດຈີນຈາກໂຮງໝໍ PLA General Hospital ປະຈຳມົນທົນໄຫໜານ ໄດ້ເຮັດການຜ່າຕັດກະຕຸ້ນສະໝອງສ່ວນເລິກຈາກທາງໄກໃຫ້ກັບຜູ້ປ່ວຍໂຣກ ພາຣກິນສັນ ທີ່ຮັກສາຕົວຢູ່ໃນໂຮງໝໍໃນນະຄອນຫຼວງປັກກິ່ງ ເຊິ່ງມີຄວາມໄກຈາກສູນຜ່າຕັດປະມານ 3.000 ກິໂລແມັດ
ໂດຍທີມແພດໃນໂຮງໝໍທີ່ໄຫໜານຈະເປັນຜູ້ຄວບຄຸມອຸປະກອນການຜ່າຕັດຜ່ານເຄື... | ຂ່າວຕ່າງປະເທດ | 2019-03-20T14:43:44+00:00 | https://laopost.com/?p=112088 |
ກະຊວງປ້ອງກັນປະເທດ ກຳນົດ 8 ໜ້າວຽກ ສະຫຼອງປີສາມັກຄີລາວ-ຫວຽດນາມ | ຄະນະຮັບຜິດຊອບສ້າງກິດຈະກຳ ແລະ ຂະບວນການຂອງກະຊວງປ້ອງກັນປະເທດໄດ້ປະຊຸມຄົ້ນຄວ້າໃນການເຄື່ອນໄຫວກິດຈະກຳຕ່າງໆຢູ່ຂັ້ນກະຊວງ ແລະ ສະເໜີຕໍ່ຄະນະຊີ້ນຳລະດັບຊາດ ໂດຍອີງໃສ່ 8 ໜ້າວຽກທີ່ຄະນະຊີ້ນຳລະດັບຊາດກຳນົດ.
ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ຫົວໜ້າຄະນະຊີ້ນຳລວມຄະນະຮັບຜິດຊອບສ້າງກິດຈະກຳ ແລະ ຂ... | ຂ່າວພາຍໃນ | 2022-07-13T14:47:14+00:00 | https://laopost.com/?p=135674 |
ໄຂຂໍ້ຂ້ອງໃຈ ແສງໄຟປິດສະໜາຄ້າຍແສງ “ຢູເອຟໂອ” ທີ່ ສະວີເດນ | ເມື່ອວັນສຸກທີ່ຜ່ານມາຕາມເວລາທ້ອງຖິ່ນໃນເຂດສວນອຸດທະຍານແຫ່ງຊາດ ອາບີສໂກຂອງ ສະວີເດນ ໄດ້ປະກົດໃຫ້ເຫັນແສງປະຫຼາດຂຶ້ນເໜືອທ້ອງຟ້າ
ຊາດ ແບລັກລີ ເຈົ້າຂອງເວັບໄຊ໌ (www.lightsoverlapland.com) ລະບຸວ່າ ເຂົາໄດ້ຮັບໂທລະສັບຈາກ ໂອລີເວີຣ ໄຣຕ໌ ໜຶ່ງໃນໄກດ໌ຂອງເຂົາ ເຊິ່ງເປັນຊ່າງພາບສີມືລະດັບໂລກທີ່ເຮັດວຽກຮ່ວມກັບເຂົາເມື່ອຫຼາຍປີກ່ອນ ໂດຍ ໄຣຕ໌ ບອກກັບ ແບລັ... | ຂ່າວຕ່າງປະເທດ | 2016-11-16T09:06:32+00:00 | https://laopost.com/?p=76638 |
ນາຍົກສິງກະໂປ ລີຊຽນລຸງ ເປັນລົມໃນຂະນະປາໄສ ຖ່າຍທອດສົດທາງໂທລະພາບ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ສິງຫານີ້ວ່າ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ໄດ້ເກີດເປັນລົມໃນຂະນະ ຂຶ້ນກ່າວປາໄສ ທີ່ມີການຖ່າຍທອດສົດທາງໂທລະພາບ ໃນຄືນວັນອາທິດທີ 21 ສິງຫາ 2016 ຜ່ານມາ ໂດຍທ່ານໄດ້ກ່າວປາໄສ ຍາວຢຽດກິນເວລາກວ່າ 2 ຊົ່ວໂມງ ຈາກນັ້ນ ທ່ານກໍຢຸດເວົ້າຊົ່ວຂະນະ ພ້ອມທັງມີອາການເປັນລົມ ແລະ ທີມເຈົ້າໜ້າທີ່ ໄດ້ຮີບຮ້ອນເຂົ້າມ... | ຂ່າວຕ່າງປະເທດ | 2016-08-22T16:16:53+00:00 | https://laopost.com/?p=69652 |
ແຕ່ງຕັ້ງຮອງຫົວໜ້າ ຫ້ອງວ່າການສູນກາງພັກ | ໃນວັນທີ 28 ທັນວາ 2016ຜ່ານມານີ້, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ສົມບັດ ເຢຍລີເຮີ ແລະ ທ່ານ ຄຳຜາ ພິມມະສອນ ເປັນຮອງຫົວໜ້າ ຫ້ອງວ່າການສູນກາງພັກ ຕາມມະຕິຕົກລົງ ຂອງຄະນະເລຂາທິການ ສູນກາງພັກ ເພື່ອຍົກສູງຄຸນນະພາບ ຂອງວຽກງານ ຫ້ອງວ່າການສູນກາງພັກ ໃນໄລຍະໃໝ່ ໃຫ້ດີຂຶ້ນກວ່າເກົ່າ. ໃຫ້ກຽດເຂົ້າຮ່ວມເປັນ ສັກຂີພິຍານຂອງ ທ່ານ ຄຳພັນ ພົມມະທັດ ກຳມະການ ກົມກາ... | ຂ່າວເຫດການ | 2016-12-29T10:17:42+00:00 | https://laopost.com/?p=81865 |
ງົວ 3 ໂຕໂຊກດີທີ່ສຸດໃນໂລກ ລອດຕາຍຫຼັງນິວຊີແລນແຜ່ນດິນໄຫວ ແລະນໍ້າຖ້ວມອີກ | ສື່ຕິຂ່າວວ່າ ງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ຫຼັງເກີດແຜ່ນດິນໄຫວທີ່ນິວຊີແລນ ກ່ອນໄດ້ຮັບການຊ່ວຍເຫຼືອ.
ຄວາມຄີບໜ້າເຫດແຜ່ນດິນໄຫວທີ່ປະເທດນິວຊີແລນ ເມື່ອວັນທີ 13 ພະຈິກ ຕອນນີ້ປະຊາຊົນແດນກີວີເລີ່ມກັບເຂົ້າໄປເກັບເຄື່ອງຂອງໃນທີ່ພັກອາໄສ ຫຼັງຈາກແຜ່ນດິນໄຫວ ເຮັດໃຫ້ເຄື່ອງຂອງໃນບ້ານເຮືອນ ແລະຮ້ານຄ້າໄດ້ຮັບຄວາມເປ່ເພ ສ່ວນຄວາມເສຍຫາຍນັ້ນຄາດວ... | ຂ່າວຕ່າງປະເທດ | 2016-11-15T16:02:33+00:00 | https://laopost.com/?p=76597 |
ໂຈນແສບ ແອບອ້າງເປັນເຈົ້າໜ້າທີ່ອາກອນ ຊີງຄຳໜັກ 5 ບາດຫຼົບໜີ ແຕ່ບໍ່ລອດ! | ເຈົ້າໜ້າທີ່ສາມາດຈັບຕົວ ທ້າວ ສຸກ ພົມມະຈັນ ອາຍຸ 31 ປີ ຢູ່ບ້ານຄັນເກິງ ແລະ ທ້າວ ອ່າງຄຳ ອາຍຸ 25 ປີ
ຢູ່ບ້ານໂນນດູ່ ເມືອງປາກເຊ ແຂວງຈຳປາສັກ ເພື່ອມາດຳເນີນຄະດີ ເມື່ອທ້າຍເດືອນມິຖຸນາຜ່ານມານີ້
ພາຍຫລັງພວກກ່ຽວຮ່ວມກັນແອບອ້າງ ວ່າເປັນພະນັກງານອາກອນແຂວງຈຳປາສັກ ແລະ ໄດ້ເຂົ້າກວດ
ກາເອກະສານຢູ່ຮ້ານຂາຍຄຳແຫ່ງໜຶ່ງ ພາຍໃນຕະຫລາດເມືອງປາກຊ່ອງ ແຂວງຈຳປາສັ... | ຂ່າວພາຍໃນ | 2014-07-08T11:17:02+00:00 | https://laopost.com/?p=6804 |
scelerisque diam laoreet | [dropcap]P[/dropcap]roin tristique elit et augue varius pellentesque. Donec enim neque, vulputate et commodo in, tristique sed velit. Phasellus adipiscing faucibus felis eget hendrerit. Vestibulum aliquet mauris sed felis convallis, sed tempus augue malesuada. Vivamus mauris lorem, laoreet sed suscipit nec, dapibus at ... | ຂ່າວບັນເທິງ | 2014-06-05T04:11:40+00:00 | https://laopost.com/?p=23690 |
ຈຳປາສັກເປີດໂປງ ສາເຫດເກັບລາຍຮັບບໍ່ໄດ້ຕາມແຜນ | 9 ເດືອນສົກປີນີ້ ອາກອນແຂວງຈຳປາສັກເກັບລາຍຮັບໄດ້ພຽງ 78%, ສາເຫດຍ້ອນແຜນສູ້ຊົນເກັບລາຍຮັບສູງ, ສະຕິໃນການປະຕິບັດພັນທະຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດຍັງບໍ່ສູງ ແລະ ບັນຫາອື່ນໆ.
ທ່ານ ສຳລີ ວົງພະຈັນ ຫົວໜ້າພະແນກສ່ວຍສາອາກອນແຂວງຈຳປາສັກ ໄດ້ໃຫ້ສຳພາດໃນວັນທີ 9 ກັນຍາ 2015 ຜ່ານມາວ່າ: 9 ເດືອນສົກປີ 2014-2015 ພະແນກ ສ່ວຍສາອາກອນແຂວງສາມາດເກັບລາຍຮັບ ... | ຂ່າວພາຍໃນ | 2015-09-18T11:22:50+00:00 | https://laopost.com/?p=35585 |
ສະຫະປະຊາຊາດເປີດເຜີຍ ມີຊາວເຢແມນເສຍຊີວິດຢ່າງໜ້ອຍ 1,500 ກ່ວາຄົນ ຈາກການໂຈມຕີທາງອາກາດຂອງ ຊາອຸດິອາຣະເບຍ! | ອົງການສະຫະປະຊາຊາດ ເປີດເຜີຍໃນວັນທີ 7 ກໍລະກົດຜ່ານມານີ້ວ່າ ຍອດພົນລະເຮືອນທີ່ເສຍຊີວິດໃນເຢແມນ ນັບຕັ້ງແຕ່ຊາອຸດິອາຣະເບຍ ເລີ່ມປະຕິບັດການໂຈມຕີທາງອາກາດ ຕັ້ງແຕ່ວັນທີ 26 ມີນາເປັນຕົ້ນມາ ຈົນເຖິງວັນທີ 3 ກໍລະກົດນີ້ ແມ່ນໄດ້ເພີ່ມຂຶ້ນເປັນຢ່າງໜ້ອຍ 1,528 ຄົນແລ້ວ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບເພີ່ມຂຶ້ນຢ່າງໜ້ອຍ 3,605 ຄົນ ເນື່ອງຈາກກຸ່ມຕິດອາວຸດຮູຕ... | ຂ່າວຕ່າງປະເທດ | 2015-07-08T18:16:31+00:00 | https://laopost.com/?p=29781 |
ສະພາຮັບຮອງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫຼົ້າ | ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII ດຳເນີນມາເຖິງວັນທີ 19 ທັນວາ 2014 ເປັນ
ມື້ທີ9 ໂດຍເປັນປະທານຂອງທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຮອງ
ປະທານສະພາ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.
ສຳລັບມື້ທີ 9 ນີ້ ໃນຕອນເຊົ້າ ໄດ້ມີການຄົ້ນຄວ້າຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມ... | ຂ່າວເຫດການ | 2014-12-22T12:31:03+00:00 | https://laopost.com/?p=15869 |
ແຂວງສະຫວັນນະເຂດ ແຕ່ງຕັ້ງຮັກສາການ ເຈົ້າເມືອງອາດສະພອນ | ຂປລ. ແຂວງສະຫວັນນະເຂດ ໄດ້ຕົກລົງແຕ່ງຕັ້ງ ທ່ານ ບົວລີ ຈັນສີ ຮອງເລຂາພັກເມືອງ ອາດສະພອນ ເປັນຜູ້ຮັກສາການເລຂາພັກເມືອງ ເຈົ້າເມືອງໆອາດສະພອນ ຄົນ ໃໝ່ ແທນຜູ້ເກົ່າທີ່ເສຍຊີວິດ ຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງ ແລະ ການຕົກລົງຂອງທ່ານເຈົ້າແຂວງໆສະຫວັນນະເຂດ ເຊິ່ງພິທີປະກາດການຈັດຕັ້ງໄດ້ຈັດຂຶ້ນ ໃນວັນທີ 23 ກຸມພາ 2015 ນີ້ ໂດຍມີ ທ່ານ ລາຫຸນ ມາຜາງວົງ... | ຂ່າວທ້ອງຖິ່ນ | 2015-02-26T11:09:24+00:00 | https://laopost.com/?p=19878 |
ວັນທີ 11 ຫາ 14 ມີນານີ້ຈະມີພາຍຸລະດູຮ້ອນເຂົ້າລາວອີກຄັ້ງ | ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດວ່າ ໃນໄລຍະວັນທີ 11 ຫາ 14 ມີນາ 2020 ຄວາມກົດດັນຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢ... | ຂ່າວທ້ອງຖິ່ນ | 2020-03-11T09:24:59+00:00 | https://laopost.com/?p=117339 |
ສະຖານທູດໄທເປີດບັນຊີ ເຊີນຊວນບໍລິຈາກຊ່ວຍເຫຍື່ອນໍ້າຖ້ວມອັດຕະປື | ສະຖານເອກອັກລັດລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ມາໄວກວ່າໝູ່ ໂດຍການເປີດບັນຊີທະນາຄານແລະເຊີນຊວນຜູ້ໃຈບຸນ ຮ່ວມບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງອັດຕະປືຂອງລາວ.
ໂດຍເນື້ອໃນລະບຸວ່າ ເນື່ອງຈາກເມື່ອວັນທີ 24 ກໍລະກົດ 2018 ນີ້ ໄດ້ເກີດເຫດອຸທົກກະໄພຢ່າງຮ້າຍແຮງທີ່ແຂວງອັດຕະປື ເຊິ່ງໄດ້ສ້າງຜົນເສຍຫາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນຈຳນວນ... | ຂ່າວພາຍໃນ | 2018-07-24T21:58:43+00:00 | https://laopost.com/?p=102230 |
ສາທາລະນະສຸກແຂວງຄຳມ່ວນເຜີຍ ທົ່ວແຂວງມີຜູ້ຕິດເຊື້ອ ໄຂ້ຍຸງລາຍ 400 ກວ່າກໍລະນີ! | ຂປລ. ຕາມການລາຍງານຂອງ ທ່ານ ດຣ. ບຸນລັດ ລົດວິມົນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ ພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ໃນທົ່ວແຂວງ 418 ກໍລະນີ, ແຕ່ຍັງບໍ່ມີກໍລະນີເສຍຊີວິດ ໃນນັ້ນກວດພົບຫລາຍກວ່າໝູ່ແມ່ນ ຢູ່ເມືອງທ່າແຂກ 200 ກວ່າກໍລະນີ, ຮອງລົງມາແມ່ນເມືອງຫີນບູນ 100 ກໍລະນີ... | ຂ່າວທ້ອງຖິ່ນ | 2016-08-26T14:25:15+00:00 | https://laopost.com/?p=70306 |
ກົມປູກຝັງເຜີຍ ທົ່ວປະເທດປັກດໍານາປີ ສຳເລັດກວ່າ 96% ພ້ອມເລັ່ງຟື້ນຟູການຜະລິດ ເຂດປະສົບໄພນ້ຳຖ້ວມ! | ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ເຖິງວ່າບາງທ້ອງຖິ່ນ ຈະໄດ້ຮັບຜົນກະທົບຈາກໄພທໍາມະຊາດ ກໍຄືໄພນ້ຳຖ້ວມ, ເຊິ່ງໄດ້ເຮັດໃຫ້ເນື້ອທີ່ການຜະລິດ ກໍຄືເນື້ືອທີ່ນາ ໄດ້ຮັບຜົນເສຍຫາຍກວ້າງຂວາງ, ແຕ່ແນວໃດກໍຕາມ ເຫັນວ່າຍັງມີກະສິກອນຫຼາຍທ້ອງຖິ່ນ ທີ່ມີເງື່ອນໄຂໄດ້ສືບຕໍ່ລົງມືປັກດຳເຂົ້ານາປີ ຢ່າງເປັນຂະບວນຟົດຟື້ນ, ຊຶ່ງມາຮອດປັດຈຸບັນ ກະສິກອນໃນທ... | ຂ່າວພາຍໃນ | 2016-08-25T09:28:54+00:00 | https://laopost.com/?p=70075 |
ເຮືອດຳນ້ຳພາທ່ຽວຊົມຊາກເຮືອໄທທານິກສູນຫາຍ | ເຮືອດຳນ້ຳຂະໜາດນ້ອຍທີ່ໃຫ້ບໍລິການພາຜູ້ໂດຍສານດຳນ້ຳລົງໄປຫາສະມຸດອັດລັງຕິກ ເພື່ອຊົມຊາກເຮືອໄທທານິກ (Titanic) ໄດ້ສູນຫາຍໄປ ເຈົ້າໜ້າທີ່ຈຶ່ງໄດ້ປະຕິບັດການຄົ້ນຫາຢ່າງໃຫຍ່.
ໜ່ວຍຍາມແຄມຝັ່ງທະເລບັອສຕັນ ກ່າວວ່າ: ວຽກງານຄົ້ນຫາ ແລະ ຊ່ວຍເຫຼືອລູກເຮືອຂອງເຮືອດຳນ້ຳລຳດັ່ງກ່າວ ກຳລັງຄົ້ນຫາຢ່າງຮີບດ່ວນ ບໍລິເວນນອກແຄມຝັ່ງທະເລລັດນິວຟັນແລນ ຂອງການາດາ.
ຈົນ... | ຂ່າວຕ່າງປະເທດ | 2023-06-20T09:41:18+00:00 | https://laopost.com/?p=145411 |
ຕວກກີແກ້ຂ່າວ ບໍ່ມີແຜນໃຫ້ຣັດເຊຍ ໃຊ້ຖານທັບອາກາດຂອງຕົນ ອ້າງສື່ມວນຊົນຕີຄວາມຜິດພາດ! | ສຳນັກຂ່າວ AFP ລາຍງານໃນວັນທີ 4 ກໍລະກົດຜ່ານມານີ້ວ່າ ກະຊວງການຕ່າງປະເທດຕວກກີ ໄດ້ອອກມາແກ້ຂ່າວ ກໍລະນີທີ່ມີການນຳສະເໜີຂ່າວວ່າ ຕວກກຕີອະນຸຍາດໃຫ້ຣັດເຊຍ ນຳໃຊ້ຖານທັບອາກາດແຫ່ງໜຶ່ງຂອງຕົນ ເພື່ອຮ່ວມປະຕິບັດການໂຈມຕີກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີນັ້ນ ບໍ່ມີມູນຄວາມຈິງ ເຖິງແມ່ນວ່າທັງສອງປະເທດ ຈະມີການຟື້ນຟູຄວາມສຳພັນທີ່ດີຂຶ້ນ ແລະ ອ້າງວ່... | ຂ່າວພາຍໃນ | 2016-07-05T16:23:45+00:00 | https://laopost.com/?p=64333 |
ອະດີດປະທານປະເທດ ຢ້ຽມຢາມສູນພັດທະນາກະສິກຳ ແຂວງສະຫວັນນະເຂດ | ເຟສບຸກສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 7 ເມສາ 2017 ນີ້ວ່າ ເມື່ອວັນທີ 5 ເມສາ ທີ່ຜ່ານມາທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ ສປປ ລາວ ພ້ອມການນຳຈາກສູນກາງ ລົງຢ້ຽມຢາມ ຊີ້ນຳສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ ເຂດບ້ານໂພນສິມ ເມືອງໄກສອນ ພົມວິ ຫານ ແຂວງສະຫວັນນະເຂດ ໂດຍມີທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງ ສະຫວັນນະເຂດ ເຂົ້າຮ່... | ຂ່າວທ້ອງຖິ່ນ | 2017-04-08T11:28:07+00:00 | https://laopost.com/?p=88415 |
ທຣໍ້າ – ຄິມ ເດີນທາງຮອດຮ່າໂນ້ຍແລ້ວພ້ອມປະຊຸມໃນວັນທີ 27-28 ກຸມພາ 2019 ນີ້ | ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 26 ກຸມພາ 2019 ວ່າ ຂະບວນລົດໄຟພິເສດຂອງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ຄະນະຂອງທ່ານ ຄິມ ຍອງ ຊໍ ຮອງປະທານຄະນະກຳມະການກາງພັກຄົນງານເກົາຫຼີ ແລະ ທ່ານ ນາງ ຄິມ ໂຍ ຈອງ ນ້ອງສາວ ໄດ້ເດີນທາງມາຮອດສະຖານີລົດໄຟເມືອງ ດົ່ງດາງ ຂອງແຂວງ ຫຼັ່ງເຊິນ ຢູ່ທາງເໜືອສຸດຂອງຫວຽດນາມ ເມື່ອຕອນເຊົ້າຂອງວັນອັງຄານ... | ຂ່າວຕ່າງປະເທດ | 2019-02-27T10:13:23+00:00 | https://laopost.com/?p=111407 |
ຫຼິນຮຸ່ຍ ໝີແພນດ້າຈາກໄທ ໄດ້ເສຍຊີວິດແລ້ວ | ຫຼິນຮຸ່ຍ ໝີແພນດ້າ ເພດເມຍ ອາຍຸ 21 ປີທີ່ສວນສັດຢູ່ຊຽງໃໝ່ ປະເທດໄທ ເສຍຊີວິດແລ້ວ.
ໃນຊ່ວງເຊົ້າວັນທີ 19 ເມສາ 2023 ມີການຖະແຫຼງຂ່າວກ່ຽວກັບ “ຫຼິນຮຸ່ຍ” ໝີແພນດ້າ ເພດເມຍ ໄດ້ເສຍຊີວິດດ້ວຍອາຍຸ 21 ປີ ຍ້ອນບັນຫາທາງດ້ານສຸຂະພາບ ປະກອບກັບອາຍຸທີ່ຫຼາຍພໍສົມຄວນ ຫຼິນຮຸ່ຍໄດ້ຖືກຮັກສາຈາກທີມສັດຕະວະແພດ ແຕ່ໄດ້ເສຍຊີວິດໃນທ້າຍທີ່ສຸດ.
ຫຼິນຮຸ່ຍ ໄດ້ກຳເນີດໃນວັ... | ຂ່າວຕ່າງປະເທດ | 2023-04-19T16:29:59+00:00 | https://laopost.com/?p=144011 |
ກອຢ ແຈ້ງຫ້າມຈໍາໜ່າຍ-ບໍລິໂພກອາຫານເສີມ 133 ລາຍການ | ກົມອາຫານ ແລະ ຢາ (ກອຢ), ກະຊວງສາທາລະນະສຸກ ແຈ້ງທຸກພາກສ່ວນທົ່ວປະເທດ ຫ້າມບໍລິໂພກ ແລະ ຈໍາໜ່າຍຜະລິດຕະພັນອາຫານເສີມຜິດກົດໝາຍຈໍານວນ 133 ລາຍການ ໃນນັ້ນ, ລວມມີ ອາຫານເສີມທີ່ອ້າງຊ່ວຍຫຼຸດນໍ້າໜັກ 86 ລາຍການ, ເສີມສະມັດຕະພາບທາງເພດ ແລະ ໜ້າເອີກ 21, ຜີວຂາວນຽນ 26 ລາຍການ. ຈາກການກວດຜະລິດຕະພັນດັ່ງກ່າວ, ໄດ້ພົບເຫັນສານທີ່ຫ້າມໃສ່ໃນອາຫານ ເຊັ່ນ: Sibut... | ຂ່າວທ້ອງຖິ່ນ | 2019-02-22T11:10:51+00:00 | https://laopost.com/?p=111120 |
ເກີດເຫດຄົນຮ້າຍໃຊ້ມີດ ໄລ່ແທງປະຊາຊົນຢູ່ອັງກິດ ເສຍຊີວິດຢ່າງໜ້ອຍ 1 ຄົນ ບາດເຈັບອີກ 6 ຄົນ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ເກີດເຫດຄົນຮ້າຍ ໃຊ້ມີດໄລ່ແທງປະຊາຊົນ ຢູ່ບໍລິເວນສວນສາທາລະນະຣັສເຊວ ໃຈກາງນະຄອນຫລວງລອນດອນ ປະເທດອັງກິດ ໃນວັນພະຫັດທີ 4 ສິງຫານີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 6 ຄົນ ໂດຍເຈົ້າໜ້າກູ້ໄພ ໄດ້ເຂົ້າຊ່ວຍເຫລືອ ແລະ ນຳສົ່ງໂຮງໝໍ, ສ່ວນເຈົ້າໜ້າທີ່ຕຳຫລວດອັງກິດ ສາມາດຈ... | ຂ່າວຕ່າງປະເທດ | 2016-08-04T20:16:50+00:00 | https://laopost.com/?p=67301 |
ເລັ່ງຄົ້ນຄວ້າ-ປຶກສາຫາລີ ວາງມາດຕະການ ຄຸ້ມຄອງລາຄາສິນຄ້າ ໄລຍະບຸນປີໃໝ່ລາວ | ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ຄົ້ນຄວ້າ ແລະ ປຶກສາຫາລື ພ້ອມອອກແຈ້ງການກ່ຽວກັບການຫ້າມສວຍ ໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າ ໃນໄລຍະບຸນປີໃໝ່ລາວ 2023 ທີ່ຈະມາເຖິງ ໂດຍຈະມີການເຮັດບົດບັນທຶກ ເພື່ອຄ້ຳປະກັນບໍ່ໃຫ້ສິນຄ້າຂາດຕະຫຼາດ.
ທ່ານ ນັນຕາ ສານຸວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະ ຄອນຫຼວງວວຽງຈັນ ໃຫ້ສຳພາດຕໍ່... | ຂ່າວພາຍໃນ | 2023-03-31T14:21:05+00:00 | https://laopost.com/?p=143643 |
ສະຫະລັດອາເມຣິກາຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ | ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ເປີດເຜີຍໃນວັນຈັນທີ່ຜ່ານມານີ້ວ່າ ສະຫະລັດອາເມຣິກາ ມີແຜນຈະກັບເຂົ້າມາເປັນສະມາຊິກຂອງຢູເນສໂກອີກຄັ້ງ ພາຍຫຼັງທີ່ໄດ້ຖອນໂຕອອກໃນປີ 2018 ໃນສະໄໝປະທານາທິບໍດີ ໂດນັລ ທຣັມ.
ໃນຖະແຫຼງການຂອງຢູເນສໂກ ໄດ້ລະບຸວ່າ: ການກັບເຂົ້າຮ່ວມເປັນສະມາຊິກຄັ້ງນີ້ ພ້ອມກັບ ແຜນການເງິນທີ່ຊັດເຈນ ເຊິ... | ຂ່າວຕ່າງປະເທດ | 2023-06-13T13:10:29+00:00 | https://laopost.com/?p=145242 |
ຈີດີພີຈີນໄຕມາດສອງເຕີບໂຕ 6,7% | ຕົວເລກລວມຜະລິດຕະພັນພາຍໃນ ຫຼື ຈີດີພີຂອງຈີນ ໃນໄຕມາດທີ່ສອງຂອງປີນີ້ເຕີບໂຕ 6,7% ດີກວ່າທີ່ມີການປະເມີນໄວ້ກ່ອນໜ້ານີ້ ບົ່ງຊີ້ສັນຍານຟື້ນຕົວທາງເສດຖະກິດ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງຈີນ (ເອັນບີເອສ) ອອກລາຍງານສະຫຼຸບສະຖານະການທາງເສດຖະກິດຂອງປະເທດໃນໄຕມາດທີ່ສອງຂອງປີນີ້ວ່າຕົວເລກລວມຜະລິດຕະພັນພາຍໃນຂະຫຍາຍຕົວ 6,7% ເມື... | ຂ່າວຕ່າງປະເທດ | 2016-07-15T15:49:35+00:00 | https://laopost.com/?p=65285 |
ບໍລິສັດ Apple ກຽມປັບຂື້ນຄ່າແຮງເພື່ອຕໍ່ສູ້ກັບພາວະເງິນເຟີ້ | ບໍລິສັດ Apple ກຽມປັບຄ່າແຮງເພີ່ມຂື້ນສຳລັບພະນັກງານທີ່ຢູ່ໃນສະຫະລັດອາເມຣິກາ ໃນສະພາວະເງິນເຟີ້ ລວມເຖິງການພັກດັນແຮງງານໃນບໍລິສັດ.
ບໍລິສັດ Apple ກຳລັງຂື້ນຄ່າແຮງໃນ ສ. ອາເມຣິກາ ຈຳນວນຢ່າງໜ້ອຍ 10% ໂດຍເພີ່ມຄ່າແຮງເປັນ 22 ໂດລາ ຕໍ່ຊົ່ວໂມງ ເພີ່ມຂື້ນເປັນ 10% ຈາກປີກ່ອນ.
ການປັບຄ່າແຮງເທື່ອນີ້ຂອງແອັບເປິ້ນ ເກີດຂື້ນຍ້ອນສະຖານະການຫຼາຍໆຢ່າງເກີດຂ... | ຂ່າວຕ່າງປະເທດ | 2022-05-26T16:25:46+00:00 | https://laopost.com/?p=134284 |
ສ້າງຄວາມເຂົ້າໃຈວຽງງານການທູດໃຫ້ພະນັກງານ | ໃນວັນທີ 6 ມີນາ 2013 ນີ້ ທີ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC) ສະຖາບັນການຕ່າງປະເທດ ກະຊວງການຕ່າງປະ
ເທດ ໄດ້ຈັດສຳມະນາໃນຫົວຂໍ້ “ການທູດເສດຖະກິດ ການທູດປະຊາຊົນ ແລະ ການທູດຊ່ອງທາງທີສອງ” ຊຶ່ງເປັນກິດຈະກຳໜຶ່ງ
ນອນຢູ່ໃນແຜນການເຄື່ອນໄຫວປະຈຳປີຂອງສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈຸດປະສົງແມ່ນເພື່ອເປັນການ
ຍົກລະດັບຄວາມສາມາດ ໃຫ້ແກ່ພະນ... | ຂ່າວພາຍໃນ | 2013-03-07T14:19:55+00:00 | https://laopost.com/?p=2581 |
ນວ ປັບປຸງລະບົບໄຟເຍືອງທາງຫຼາຍຈຸດຄາດວ່າຈະສຳເລັດໃນທ້າຍປີນີ້ | ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວ່າ: ການຈັດຕັ້ງປະຕິບັດໂຄງການໄຟເຍືອງທາງໃນ ນວ ທີ່ໄດ້ຮັບການຊ່ວຍລ້າຈາກລັດຖະບານ ສປ ຈີນ ໂດຍອີງໃສ່ສັນຍາຮ່ວມມືດ້ານເສດຖະກິດ ເຕັກນິກລະຫວ່າງລັດຖະບານ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສະໜອງການຊ່ວຍເຫຼືອລ້າຈຳນວນ 1 ຕື້ຢວນ ເພື່ອນຳໃຊ້ເຂົ້າໃ... | ຂ່າວທ້ອງຖິ່ນ | 2020-09-04T16:19:29+00:00 | https://laopost.com/?p=121190 |
ການປັບປຸງລັດຖະທຳມະນູນ ຈະກວມເນື້ອໃນຫລາຍໝວດ ພ້ອມກຽມມີສະພາປະຊາຊົນແຂວງ – ນະຄອນຫລວງ! | ຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2003 ຈັດສຳມະນາວິທະຍາສາດ
ທາບທາມຄວາມຄິດເຫັນ ເພື່ອປັບປຸງເນື້ອໃນລັດຖະທຳມະນູນ ສະບັບປີ 2003 ໃນວັນທີ 20-21 ເດືອນຕຸລາ ປີ 2014
ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທັງເປັນປະທານ
ຄະນະກຳມະການລະດັບຊາດ ເພື່ອປັບປຸງລັດຖະທຳມະນູນ ທັງນ... | ຂ່າວພາຍໃນ | 2014-10-21T10:25:48+00:00 | https://laopost.com/?p=12266 |
ກົມກວດກາປ່າໄມ້ຊີ້ແຈງ ບັນຫາການລັກລອບຕັດໄມ້ຢູ່ແຂວງຊຽງຂວາງ ແລະ ແຂວງອື່ນໆ! | ເມື່ອບໍ່ດົນມານີ້, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ອອກມາຊີ້ແຈງຫລາຍບັນຫາທີ່ນອນໃນຄວາມຮັບຜິດຊອບຂອງຕົນ, ພາຍຫລັງມີປະຊາຊົນສະເໜີຜ່ານສາຍດ່ວນສະພາເປັນຕົ້ນ: ປະຊາຊົນຢູ່ແຂວງຊຽງຂວາງສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດຄືນສັ່ງຕັດໄມ້ດູ່ຂະໜາດໜ້າຕັດ 100 ຊັງຕີແມັດຂອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງດັ່ງກ່າວ ໂດຍອ້າງວ່າຈະເອົາໄປນໍາໃຊ້ເຂົ້... | ຂ່າວພາຍໃນ | 2015-10-02T11:19:49+00:00 | https://laopost.com/?p=36925 |
ລາວໃຊ້ 2 ສະໜາມໃນການຮອງຮັບການເປັນເຈົ້າພາບບານເຕະ U-19 | ສະຫະພັນບານເຕະຢືນຢັນທີ່ໃຊ້ 2 ສະຫນາມ ຄື : ສະຫນາມ ກິລາແຫ່ງຊາດຫລັກ 16 ແລະ ສະຫນາມ ສະໂມສອນ ລ້ານຊ້າງຢູໄນເຕັດ ເຂົ້າໃນການແຂ່ງຂັນບານເຕະຊີງແຊ້ມອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ ຫລື AFF U19 CHAMPIONSHIP 2015 ທີ່ ສປປລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ
22 ສິງຫາ – 04 ກັນຍາ 2015 ນີ້
ກຸ່ມ A
1. ລາວ
2. ອົດສະຕາລີ
3. ກຳປູເຈຍ
4. ບຣູໄນ
5. ຟິລິ... | ຂ່າວພາຍໃນ | 2015-07-14T22:08:58+00:00 | https://laopost.com/?p=30233 |
ເກົາຫລີໃຕ້ກວດພົບ ຜູ້ຕິດເຊື້ອໄວຣັສຊິກາລາຍໃໝ່ ຄົນທີ 16 ຂອງປະເທດ | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ພະຈິກນີ້ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້ ໄດ້ອອກມາເປີດເຜີຍວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄວຣັສຊິກາລາຍໃໝ່ຫລ້າສຸດ ແລະ ເປັນຄົນທີ 16 ຂອງປະເທດ ຊຶ່ງເປັນຊາຍຊາວເກົາຫລີ ອາຍຸ 46 ປີ ໂດຍຊາຍຄົນດັ່ງກ່າວ ເຄີຍອາໄສ ແລະ ເຮັດທຸລະກິດຢູ່ຫວຽດນາມ ນັບຕັ້ງແຕ່ປີ 2012 ແລະ ໄດ້ເດີນທາ... | ຂ່າວຕ່າງປະເທດ | 2016-11-30T16:59:24+00:00 | https://laopost.com/?p=78439 |
ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ SEAPAVAA ຄັ້ງທີ 18 | ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສະມາຄົມສຳເນົາພາບ-ສຽງອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ (SEAPAVAA) ຄັ້ງທີ 18 ໃນລະຫວ່າງວັນທີ 26-30 ພຶດສະພາ 2014 ຢູ່ນະຄອນຫຼວງວຽງຈັນ ເຊິ່ງພິທີໄຂກອງປະຊຸມເປັນທາງການໄດ້ມີຂຶ້ນວັນທີ 26 ພຶດສະພາ 2014 ຢູ່ໂຮງແຮມລາວພລາຊາ ໂດຍເປັນປະທານຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ ວັ... | ຂ່າວພາຍໃນ | 2014-05-27T13:32:15+00:00 | https://laopost.com/?p=5901 |
ລາວ-ກໍາປູເຈຍ ແຂ່ງຂັນກີລາມິດຕະພາບ | ຕອບສະໜອງຕາມຄຳເຊີນ ຂອງພະນະທ່ານ ຮໍ ນຳຮົງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະຮ່ວມມືສາກົນແຫ່ງຣາຊະອານາຈັກກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເດີນທາງໄປຮ່ວມກິດຈະກຳແຂ່ງຂັນກີລາບານເຕະມິດຕະພາບ... | ຂ່າວພາຍໃນ | 2016-03-24T09:26:55+00:00 | https://laopost.com/?p=51414 |
ມາດຕະການສັ່ງຮື້ຖອນ ຮ້ານກິນດື່ມສິ່ງມຶນເມົາອອກຈາກເຂດ ມຊ ຍັງບໍ່ເກີດຜົນ | ບັນດາຄູ-ອາຈານ ແລະ ປະຊາຊົນສະໜັບສະໜູນຕໍ່ມາດຕະການຂອງລັດຖະບານໃຫ້ຜູ້ປະກອບການທຸລະກິດຮ້ານກິນດື່ມສິ່ງມືນເມົາ ແລະ ສະຖານບັນເທີງຍົກຍ້າຍໜີອອກຈາກສະຖາບັນການສຶກສາເປັນການຮີບດ່ວນໂດຍສະເພາະເຂດທໍາອິດຢູ່ມະຫາວິທະຍາໄລແຫ່ງຊາດດົງໂດກ (ມຊ) ຂະນະທີ່ ສື່ມວນຊົນລົງໄປສໍາຫລວດຢູ່ອອ້ມມະຫາວິທະຍາໄລດັ່ງກ່າວນັ້ນພົບວ່າ ຍັງມີການເປີດຮ້ານກິນດື່ມສິ່ງມຶນເມົາ ແລະ ສ... | ຂ່າວພາຍໃນ | 2016-11-04T15:22:34+00:00 | https://laopost.com/?p=75210 |
8 ສັນຍານເຕືອນ ຂາດໄຂມັນ | ໄລຍະຫລັງມານີ້ ໄຂມັນກາຍເປັນຜູ້ຮ້າຍໄປແລ້ວ ທັງທີ່ປົກກະຕິຄົນເຮົາໄດ້ຮັບຈາກອາຫານມື້ລະ 5-6 ບ່ວງ ເຊິ່ງຜູ້ຍິງແອວບາງຮ່າງນ້ອຍຫລາຍຄົນກິນບໍ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ຈົນເກີດອາການຜິດປົກກະຕິ ເຮັດໃຫ້ເກີດອາການ ຂາດໄຂມັນໄດ້
ວາລະສານຊີວະຈິດຈຶ່ງນຳຂໍ້ມູນຂອງ ອາລິຊາເບດ ນາລິນ ນັກຂຽນ ແລະ ນັກໂພສະນາການຄົນອາເມລິກາ ມາບອກເລົ່າ ເພື່ອໃຫ້ຜູ້ອ່ານສັງເ... | ສຸຂະພາບ ແລະ ສີ່ງແວດລ້ອມ | 2014-12-29T15:33:21+00:00 | https://laopost.com/?p=16651 |
ອັດຕະປືປະມູນຂາຍໄມ້ອີກ ຫລາຍກວ່າ 700 ແມັດກ້ອນ | ແຫຼ່ງຂ່າວ: ຄະນະສະເພາະກິດ ຄໍາສັ່ງເລກທີ 15/ນຍ | ຂ່າວພາຍໃນ | 2017-09-28T13:02:31+00:00 | https://laopost.com/?p=95429 |
5 ເຫດການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ | 1. ອະດີດນາຍົກລັດຖະມົນຕີເຢຍລະມັນ Gerhard Schröder ໄດ້ພົບປະກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ຢູ່ນະຄອນຫຼວງ Moscow ເພື່ອໂອ້ລົມສົນທະນາກ່ຽວກັບການຢຸດຕິການເຄື່ອນໄຫວທາງທະຫານຢູ່ຢູເຄຣນ.
2. ການເຈລະຈາລະດັບສູງທີ່ຈັດຂຶ້ນຢູ່ຕວກກີລະຫວ່າງລັດຖະມົນຕີການຕ່າງປະເທດຢູເຄຣນ-ຣັດເຊຍ ຍັງບໍ່ມີຄວາມຄືບໜ້າ.
3. ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈ... | ຂ່າວຕ່າງປະເທດ | 2022-03-11T17:14:46+00:00 | https://laopost.com/?p=132375 |
ແມ່ຍິງກະຊວງ ຖວທ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 61 ປີ | ຂປລ. ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ (20/7/1955-20/7/2016) ພ້ອມທັງ ສະຫລຸບວຽກງານການເຄື່ອນໄຫວໃນ 1 ປີຜ່ານມາ. ຂຶ້ນໃນຕອນເຊົ້າ ວັນທີ 22 ກໍລະກົດນີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານ ຂອງທ່ານນາງ ສຸພະລັກ ທິລະວົງ ປະທານສະຫະພັນແມ່ຍິງ ກະຊວງ ຖວທ, ມີອະດິ... | ຂ່າວພາຍໃນ | 2016-07-22T17:17:52+00:00 | https://laopost.com/?p=65817 |
ສະຫະລັດເຕືອນປະຊາຊົນ ລະວັງນ້ຳຖ້ວມຊ້ຳ ຫລັງຫິມະເລີ່ມລະລາຍ! | ທາງການສະຫະລັດອາເມຣິກາ ເຕືອນພື້ນທີ່ປະສົບພາຍຸຫິມະ ໃຫ້ລະວັງເຫດນ້ຳຖ້ວມຊ້ຳ ຫລັງອຸນຫະພູມເລີ່ມສູງຂຶ້ນ
ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພະຈິກນີ້ວ່າ ພາຍຸຫິມະທີ່ພັດຖະຫລົ່ມລັດນິວຢອກ ປະເທດສະຫະລັດ
ອາເມຣິກາ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດແລ້ວ 13 ຄົນ ເມື່ອອາທິດທີ່ຜ່ານມາ ໂດຍລ່າສຸດອຸນຫະພູມໃນພື້ນທີ່ເພີ່ມ
ຂຶ້ນ ເຮັດໃຫ້ຫິມະທີ່ທັບຖົມໜາສູງກ... | ຂ່າວຕ່າງປະເທດ | 2014-11-24T09:20:49+00:00 | https://laopost.com/?p=14132 |
ການແຂ່ງຂັນເຕັ້ນເຊຍ ຊິງຂັນປະທານຄະນະກຳມະການກິລາໂອແລມປິກ ຈະຈັດຂຶ້ນທ້າຍປີນີ້! | ບໍລິສັດ ເບຍລາວ ຈຳກັດ ກໍຄືເຄື່ອງດື່ມເປບຊີ ໃນນາມຜູ້ອຸປະຖຳຫລັກ ໄດ້ເປັ ເຈົ້າພາບຈັດການແຂ່ງຂັນເຕັ້ນເຊຍ
ຫລື ເປບຊີ ເຊຍລີດດິງ ຄອນເທດ 2014 (Pepsi Cheerleading Con test 2014), ເຊິ່ງຄາດວ່າຈະມີຂຶ້ນໃນກາງ
ເດືອນພະຈິກ 2014ນີ້, ເພື່ອຊີງຂັນປະທານຄະນະກຳມະການກິລາໂອແລມປິກແຫ່ງຊາດລາວ, ໂດຍຜູ້ຊະນະເລີດຈະ
ໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມຂັນປະທານຄະ... | ຂ່າວພາຍໃນ | 2014-09-17T14:14:07+00:00 | https://laopost.com/?p=10486 |
ປະກາດຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ | ວັນທີ 4 ພະຈິກ 2022 ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ໄດ້າຍງານວ່າ: ພົບຜູ້ເສຍຊີວິດຢູ່ ບ້ານ ນາສຳພັນ ນະຄອນຫຼວງພະບາງ.
ເມື່ອໜ່ວຍງານໄດ້ກວດສອບ ພົບຜູ້ເສຍຊີວິດເພດຊາຍ 1 ຄົນ (ເປັນຄົນເລ່ຫຼ່ອນ) ປັດຈຸບັນຍັງບໍ່ມີຂໍ້ມູນ ຫຼື ປະຫວັດຂອງຜູ້ເສຍຊີວິດ.
ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ.
ດັ່ງນັ້ນ ຈຶ່ງປະກາດເຖິງຍາດພີ່ນ້ອງຂອງ... | ຂ່າວພາຍໃນ | 2022-12-05T09:18:51+00:00 | https://laopost.com/?p=139803 |
ລົງນາມນຳໃຊ້ແນວພັນສາລີໃໝ່ຂອງລາວ | ເມື່ອທ້າຍອາທິດຜ່ານມານີ້ ໄດ້ມີພິທີລົງນາມສັນຍາຮ່ວມມື ນຳໃຊ້ແນວພັນສາລີລູກປະສົມ ລາວ LVN 10-NAFRI
ລະຫວ່າງທ່ານ ດຣ ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ທ່ານ ນາງ
ແຂວະລີ ວົງສຸທິ ປະທານບໍລິສັດ ແຂວະລີ ການກະເສດຄົບວົງຈອນ ຂາອອກ- ຂາເຂົ້າຈຳກັດຜູ້ດຽວ, ເຊິ່ງເນື້ອໃນ
ສັນຍາລະບຸວ່າ: ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ແຫ່ງຊ... | ຂ່າວພາຍໃນ | 2014-08-25T19:02:34+00:00 | https://laopost.com/?p=9383 |
ອະດີດປະທານາທິບໍດີ ບຣາຊິນ ຊະນະການເລືອກຕັ້ງຂຶ້ນດຳລົງຕຳແໜ່ງສະໄໝທີ 3 | ທ່ານ ລູລາ ດາຊິນວາ (Lula da Silva) ອະດີດປະທານາທິບໍດີ ບຣາຊິນ ຈະກາຍເປັນປະທານາທິບໍດີບຣາຊິນເປັນສະໄໝທີ 3 ຫຼັງຈາກໄດ້ຊະນະການເລືອກຕັ້ງຮອບທີສອງ ທີ່ຈັດຂຶ້ນໃນວັນທີ 30 ຕຸລາທີ່ຜ່ານມາ, ໂດຍເອົາຊະນະປະທານາທິບໍດີບຣາຊິນຄົນປັດຈຸບັນ ທ່ານ Jair Bolsonaro ແລະ ມີກຳນົດຈະສາບານຕົວຂຶ້ນຮັບຕຳແໜ່ງໃນວັນທີ 1 ມັງກອນນີ້.
ຫຼັງຈາກການນັບຄະແນນສຽງປະມານ 99% ຊາວ... | ຂ່າວຕ່າງປະເທດ | 2022-10-31T15:09:36+00:00 | https://laopost.com/?p=139032 |
ຮອງນາຍົກຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ | ໜັງສືພິມ ລາວພັດທະນາ ລາຍງານເມື່ອວັນທີ 6 ມີນາ 2017 ນີ້ວ່າ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນຊີ້ນໍາຂະແໜງສາທາເລັ່ງປັບປຸງຂອດບໍລິການຂອງແພດໝໍໃຫ້ດີ
ເນື່ອງໃນໂອກາດໂອ້ລົມຕໍ່ກອງວຽກງານສາທາລະນະສຸກທົ່ວປະເທດປະຈໍາປີ 2016 ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໃນວັນທີ 28 ກຸມພານີ້, ທ່ານໄດ້ເນັ້ນໃຫ້ຄະນະພັກ, ຄ... | ຂ່າວພາຍໃນ | 2017-03-06T09:44:51+00:00 | https://laopost.com/?p=86356 |
ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າຫວຽດນາມ ເພີ່ມຂຶ້ນ 5,1% | ຂປລ.ຕາມຂ່າວຕ່າງປະເທດ, ໃນວັນທີ 12 ສິງຫາ 2015, ສຳນັກງານ ການທ່ອງທ່ຽວ ແຫ່ງຊາດ ຫວຽດນາມ ເປີດເຜີຍວ່າ: ເດືອນກຳລະກົດ ປີນີ້ ຍອດການເດີນທາງຂອງນັກທ່ອງທ່ຽວຕ່າງປະເທດ ເຂົ້າຫວຽດນາມ ເພີ່ມຂຶ້ນ ຈາກເດືອນມິຖຸນາເຖິງ 12,1% ຄິດເປັນ 593,566 ເທື່ອຄົນ ເຊິ່ງເປັນຕົວເລກເພີ່ມຂຶ້ນ ຈາກໄລຍະດຽວກັນ ຂອງປີກາຍນີ້ 5,1%, ສ່ວນໃຫຍ່ ແມ່ນນັກທ່ອງທ່ຽວ ຈາກ ແອັດສະປາຍ ... | ຂ່າວຕ່າງປະເທດ | 2015-08-12T15:32:47+00:00 | https://laopost.com/?p=32701 |
ປະຫວັດຂອງຜູ້ຕິດເຊື້ອໃໝ່ມື້ນີ້!! | ມາຮອດວັນທີ 01 ກໍລະກົດ 2021 ສປປ ລາວ ໄດ້ກວດວິເຄາະທັງໝົດ 1,670 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ ຈາກ ນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ.
ສໍາລັບແຂວງ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວທີ່ກັບມາ... | ຂ່າວພາຍໃນ | 2021-07-02T13:32:08+00:00 | https://laopost.com/?p=125791 |
ຜູ້ເສຍຊີວິດຈາກແຜ່ນດິນໄຫວໃນອິນໂດເນເຊຍເພີ່ມເປັນ 347 ສົບ ທາງການເລັ່ງໃຫ້ຄວາມຊ່ວຍເຫຼືອ | ເມື່ອວັນທີ 5 ສິງຫາ 2018 ທີ່ຜ່ານມາໄດ້ມີການເປີດເຜີຍຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເກາະລອມບອກ ປະເທດອິນໂດເນເຊຍ ເພີ່ມເປັນ 347 ສົບ ມີຜູ້ບາດເຈັບ 1,477 ຄົນ ແລະ ປະຊາຊົນກວ່າ 165,000 ຄົນ ບໍ່ມີທີ່ຢູ່ອາໃສ ຂາດອາຫານ, ນ້ຳດື່ມ ແລະ ຢາຮັກສາໂຣກ
ລັດຖະບານອິນໂດເນເຊຍປະເມີນຍອດຜູ້ເສຍຊີວິດອາດມີເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພພະ... | ຂ່າວຕ່າງປະເທດ | 2018-08-09T09:56:37+00:00 | https://laopost.com/?p=102772 |
ນັກວິທະຍາສາດອິນເດຍພົບການກາຍພັນຂອງໂຄວິດທີ່ຫຼີກລ້ຽງພູມຄຸ້ມກັນໄດ້ | ສຳນັກ່າວຣອຍເຕີລາຍງານ ຟໍຣັມຂອງທີ່ປຶກສາທາງວິທະຍາສາດທີ່ຈັດຕັ້ງໂດຍລັດຖະບານອິນເດຍໄດ້ແຈ້ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບການກາຍພັນເລັກໜ້ອຍໃນຕົວຢ່າງຂອງໄວຣັດໂຄໂຣນາບາງຕົວຢ່າງທີ່ ອາດຫຼົບລ້ຽງການຕອບສະໜອງຂອງພູມຄ້ມກັນ ແລະ ຕ້ອງການການສຶກສາເພີ່ມເຕີມ.
ນັກວິທະຍາສາດກຳລັງສຶກສາເຖິງສາເຫດທີ່ເຮັດໃຫ້ເກີດການຕິດເຊື້ອຢ່າງໄວວາໃນອິນເດຍ ແລະ ໂດຍສະເພາະຢ່າງຍິ່... | ຂ່າວຕ່າງປະເທດ | 2021-05-02T14:29:09+00:00 | https://laopost.com/?p=124460 |
ຢູນິເທວ ຈັດຫຼາຍກິດຈະກຳສະຫຼອງຄົບຮອບ 7 ປີ | ໃນວັນທີ 30/10/2016 ທີ່ສູນການຄ້າລາວ-ໄອເຕັກ, ບໍລິສັດ ສະຕາຣ ໂທລະຄົມ ຫຼື ຢູນີເທວ ໄດ້ຈັດງານຄອນເສີດໃນຫົວຂໍ້ ແລ່ນເພື່ອສຸຂະພາບໂດຍປະສົມປະສານກັບງານຄອນເສີດ ທີ່ຍີ່ງໃຫ່ຍ ເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າ ເນື່ອງໃນໂອກາດຢູນີເທວຄົບຮອບ 7 ປີ.
ແຕກຕ່າງຈາກທຸກໆປີທີ່ຜ່ານມາ ປີ 2016, ຢູນີເທວເລືອກທີ່ຈະຈັດງານໃນຮູບແບບໃໝ່ ທີ່ແຕກຕ່າງ ດ້ວຍເສັ້ນທາງ ທີ່ຈ... | ຂ່າວເຫດການ | 2016-11-03T09:57:48+00:00 | https://laopost.com/?p=74934 |
ລາວຫາລືຄວາມພ້ອມ ການເປັນປະທານອາຊຽນໃນປີ 2016 | ໃນວັນທີ 4 ພຶດສະພານີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມປຶກສາຫາ ລື ແຜນວຽກຂອງ 13 ອະນຸກຳມະການເພື່ອກະກຽມເປັນເຈົ້າພາບກອງປະ ຊຸມອາ ຊຽນ ແລະ ປະທານອາຊຽນໃນປີ 2016, ເຊິ່ງມາຮອດປັດຈຸບັນຫລາຍແຜນງານ ເຫັນວ່າມີຄວາມຄືບໜ້າດີເຊັ່ນ: ການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບຊາດ, ອະນຸກຳມະການຊີ້ນ... | ຂ່າວເຫດການ | 2015-05-05T14:07:47+00:00 | https://laopost.com/?p=25076 |
ເຊລຊີ! ພ້ອມທຸ້ມເງິນ 100 ລ້ານປອນ ເພື່ອຊື້ 3 ນັກເຕະດັງມາເສີມທີມ | ສຳນັກຂ່າວເລີເມລລາຍງານວ່າ “ສິງໂຕນ້ຳເງິນ” ເຊລຊີ ຜູ້ນຳ ພຣີເມຍລີກ ອັງກິດ ກຽມທຸ້ມເງິນກ້ອນໃຫຍ່ 100 ລ້ານປອນ ສຳລັບຊື້ນັກເຕະເຂົ້າມາເສີມທັບຫຼັງຈາກຈົບລະດູການນີ້ ມີເປົ້າໝາຍຫຼັກຢູ່ 3 ຄົນ
ເຖິງແມ່ນວ່າ ເຊລຊີ ຈະເປັນຜູ້ນຳແຕ້ມໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ຈົນຄາດການວ່າອາດໄດ້ແຊັມໄປຄອງແບບບໍ່ຕ້ອງເມື່ອຍຫຼາຍ ແຕ່ລາຍງານລະບຸວ່າ ອັນໂຕນິໂອ ຄອ... | ຂ່າວພາຍໃນ | 2017-02-03T15:56:17+00:00 | https://laopost.com/?p=84355 |
ລາວຍັງມີອັດດຕາການຖືພາໂດຍບໍ່ໄດ້ວາງແຜນຄອບຄົວສູງ | ສຳນັກຂ່າວສານປະເທດລາຍງານ ໂດຍອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໄດ້ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອໂຄວິດ-19.... | ຂ່າວທ້ອງຖິ່ນ | 2020-09-28T14:58:51+00:00 | https://laopost.com/?p=121483 |
ເຈົ້າໜ້າທີ່ການຄ້າເມືອງສີສັດຕະນາກ ກວດພົບສິນຄ້າໝົດອາຍຸ ໃນກະຕ່າຂອງຂວັນ ຕາມຮ້ານຄ້າ! | ໃນລະຫວ່າງວັນທີ 25 ທັນວາ 2014 ຫາ 1 ມັງກອນ 2015 ທີ່ຜ່ານມາ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ໃນການຈຳໜ່າຍສິນຄ້າພາຍໃນເມືອງ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບຫຼັກການທີ່ວາງອອກ ເຈົ້າໜ້າທີ່ກວດກາຫ້ອງການອຸດສະຫະກຳ-ການຄ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ລົງກວດກາການຕິດລາຄາສິນຄ້າເປັນເງິນກີບ ພາຍໃນເມືອງຂອງຕົນ.
ຜ່ານການກວດກາ ໄດ້ພົບເຫັນສິນຄ້າທີ່ໝົ... | ຂ່າວທ້ອງຖິ່ນ | 2015-01-12T10:59:12+00:00 | https://laopost.com/?p=17698 |
ຜູ້ເສຍຊີວິດຄົນທຳອິດຈາກພະຍາດໂຄວິດ-19 ໃນ ສປປ ລາວ | ອີງຕາມຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ຖະແຫຼງການ ປະຈຳວັນທີ 09 ພຶດສະພາ 2021 ໃຫ້ຮູ້ວ່າ: ການຕິດເຊື້ອຂອງພະຍາດໂຄວິດ-19 ປີ 2021 ທຽບໃສ່ ປີ 2020 ແມ່ນມີແຕກຕ່າງກັນຢູ່ບ່ອນວ່າ 1. ພະຍາດເຂົ້າໄປໃນກຸ່ມຄົນທຸກອາຍຸ ແລະ ເຂົ້າໄປໃນຜູ້ທີ່ອາຍຸສູງ ທີ່ມີພະຍາດປະຈຳຕົວເຊັ່ນ ເບົາຫວານ, ຄວາມດັນ ອາການຈະສະແດງອອກຊັດເຈນ ແລ້ວວິວັດທະນາການຂອງພະຍາດ ຈາກເບົາບາງເຂ... | ຂ່າວພາຍໃນ | 2021-05-09T14:58:58+00:00 | https://laopost.com/?p=124650 |
ເບຣຊິລ ! ປົດຕຳແໜ່ງຄາລອສ ດຸງກ້າແລ້ວຫຼັງຈາກຕົກຮອບໂຄປາ ອາເມຣິກາ | ບໍ່ລອດ ສະຫະພັນບານເຕະເບຣຊິລ ປະກາດຢ່າງເປັນທາງການສັ່ງປົດ ຄາລອສ ດຸງກ້າ ອອກຈາກຕຳແໜ່ງຜູ້ຈັດການທີມຊາດແລ້ວ ຫລັງໂຄຊ ອາຍຸ 52 ປີນຳທີມໄປໄດ້ບໍ່ຮອດໃສຕົກຮອບທຳອິດໃນການແຂ່ງຂັນໂຄປາ ອາເມຣິກາ 2016
“ສະຫະພັນບານເຕະເບຣຊິລ ຂໍແຈ້ງວ່າ ເຮົາຕັດສິນໃຈແຍກທາງກັບທີມສະຕາຟ໌ໂຄຊ ທີມຊາດທັງ ກິລມາ ຣີນັລດີ ຜູ້ປະສານງານ, ຄາລອສ ດຸງກ້າ ໂຄ້ຊ ແລະ ທີມງານຂອງພວກເຂົາທັ... | ຂ່າວພາຍໃນ | 2016-06-15T16:28:52+00:00 | https://laopost.com/?p=61504 |
2 ສາວມີສແກຣນລາວ 2017 ຄວ້າລາງວັນ”ຮອຍຍີ້ມທີ່ງາມທີ່ສຸດ” ແລະ “ນາງແບບທີ່ດີທີ່ສຸດ” | ຈົບກັນໄປແລ້ວກັບການປະກວດ 13th Chinese-Asean Etiquette Pageant ທີ່ ປະເທດຈີນ ເຊິ່ງໃນປີນີ້ ສປປ ລາວ ກໍ່ໄດ້ສົ່ງຕົວແທນສອງສາວງາມຈາກເວທີ ມີສແກຣນລາວ 2017 ຢ່າງນາງ ກິດສະດາ ວົງໄຊສະຫວາດ ຮອງອັນດັບສອງ ແລະ ນາງ ແສງສະຫວັນ ສີຫາລາດ ຮອງອັນດັບສີ່ ເຂົ້າຮ່ວມການປະກວດໃນຄັ້ງນີ້ ແລະ ເຊິ່ງຮອບຕັດສິນກໍ່ໄດ້ສິ້ນສຸດລົງໃນຄ່ຳຄືນຂອງວັນທີ 13 ກັນຍາ 2017 ແລະ ... | ຂ່າວບັນເທິງ | 2017-09-14T15:56:43+00:00 | https://laopost.com/?p=94919 |
ຫຼວງພະບາງຈະປະກາດເປັນ “ນະຄອນຫຼວງພະບາງ” ໃນບຸນປີໃໝ່ລາວທີ່ຈະມາຮອດນີ້ | ອຳນາດການປົກຄອງເມືອງຫຼວງພະບາງ ມໍລະດົກໂລກ UNESCO ກຳລັງກະກຽມເພື່ອປະກາດເປັນນະຄອນຫຼວງພະບາງ ໃນໄລຍະບຸນປີໃໝ່ລາວ 2018 ນີ້ ຕາມຂໍ້ມູນທີ່ປະກົດໃນຕາຕະລາງການສະເຫຼີມສະຫຼອງປີໃໝ່ລາວປີ 2018.
ໃນກຳນົດການສະເຫຼີມສະຫຼອງປີໃໝ່ລາວປີ 2018 ນີ້ ເມືອງຫຼວງພະບາງໄດ້ກຳນົດຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ເລີ່ມຕັ້ງແຕ່ວັນທີ 10 ເມສາ ຈົນຮອດ 20 ເມສາ ... | ຂ່າວພາຍໃນ | 2018-04-03T13:56:09+00:00 | https://laopost.com/?p=100203 |
ມຽນມາຂໍຄວາມຊ່ວຍເຫຼືອດ້ານພະລັງງານນິວເຄຼຍຈາກຣັດເຊຍ | ອ້າງອີງຈາກ NIKKEI Asia ໄດ້ລາຍງານວ່າ: ມຽນມາ ກຳລັງສະແຫວງຫາຄວາມຮ່ວມມືທາງດ້ານເສດຖະກິດກັບຣັດເຊຍ ລວມເຖິງດ້ານພະລັງງານນິວເຄຼຍ ເນື່ອງຈາກມາດຕະການຂວ່ຳບາດຂອງອາເມຣິກາ ແລະ ສະຫະພາບເອີຣົບ.
ໃນວັນທີ 11 ກໍລະກົດ ທີ່ຜ່ານມາ ທ່ານ Min Aung Hlaing ຜູ້ນຳຂອງມຽນມາໄດ້ພົບປະກັບທ່ານ Alexey Likhachev ຜູ້ອຳນວຍການໃຫຍ່ບໍລິສັດພະລັງງານ Rosatom ຂອງຣັດເຊຍ ເຊ... | ຂ່າວຕ່າງປະເທດ | 2022-07-21T10:06:35+00:00 | https://laopost.com/?p=135853 |
ລັດຮາວາຍອາກາດໜາວຫຼາຍ ຫິມະຕົກລົງທັບຖົມສູງເກືອບຮອດແມັດ | ອີງຕາມສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ທັນວາຜ່ານມາວ່າ ລັດຮາວາຍ ເປັນສ່ວນໜຶ່ງຂອງສະຫະລັດ ໄດ້ຮັບການປະກາດເຕືອນອາກາດໜາວ ພ້ອມທັງຫິມະຕົກທັບຖົມສູງເຖິງ 90cm ໃນຊ່ວງບໍ່ບໍ່ພໍເທົ່າໃດມື້, ຜູ້ຊ່ຽວຊານກ່ຽວກັບອາກາດເວົ້າວ່າ ມີຄວາມຜິດປົກກະຕິທີ່ຫິມະຈະຕົກໃນເຂດອາກາດຮ້ອນໃນຮາວາຍ ແຕ່ແປກກວ່ານັ້ນຄື ຫິມະໄດ້ຕົກຫຼາຍ ແລະສະພາບອຸນຫະພູມທີ່ຕໍ່າຫຼາຍ, ເ... | ຂ່າວຕ່າງປະເທດ | 2016-12-05T09:03:55+00:00 | https://laopost.com/?p=78641 |
ເຮືອບິນໂດຍສານບໍ່ມີຄົນຂັບ ຈະເປີດໃຫ້ບໍລິການອີກບໍ່ພໍເທົ່າໃດປີຕໍ່ໜ້າ | ບີເອອີ ບໍລິສັດ ດ້ານກາລາໂຫມສັນຊາດອັງກິດ ປະສົບຄວາມສຳເລັດໃນການທົດສອບເຮືອບິນຕົ້ນແບບໂດຍສານບໍ່ມີຄົນຂັບມາແລ້ວຫຼາຍຮອບ ໂດຍເຮືອບິນນີ້ບິນດ້ວຍລະບົບຄອມພິວເຕີ້ ແລະ ມີມະນຸດຄອຍສັງເກດການປະຕິບັດການຕ່າງໆ ຈາກຫ້ອງຄວບຄຸມພື້ນດິນ ເຊິ່ງຄາດວ່າເຮືອບິນໂດຍສານບໍ່ມີຄົນຈະເປີດໃຫ້ບໍລິການໃນອີກບໍ່ພໍເທົ່າໃດປີຕໍ່ໜ້ານີ້.
ທາງບີເອອີໄດ້ປັບປ່ຽນເຮືອບິນໂດຍສານຂະໜາ... | ຂ່າວຕ່າງປະເທດ | 2017-01-03T09:07:52+00:00 | https://laopost.com/?p=82120 |
ລົດກໍາລັງຈະຈົມນໍ້າ ແຕ່ເຈົ້າຂອງລົດອອກມາຖ່າຍຮູບຄູ່ກັບລົດເພື່ອເກັບໄວ້ເປັນທີ່ລະນຶກ | ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ມີແມ່ຍິງຄົນໜຶ່ງໄດ້ຂັບລົດຂ້າມແມ່ນໍ້າທີ່ກາຍເປັນນໍ້າກ້ອນຍ້ອນອາກາດທີ່ໜາວແຮງ ເຮັດໃຫ້ລົດຄັນດັ່ງກ່າວໄປຕໍາກັບນໍ້າກ້ອນ ແລະ ຕົກລົງໄປໃນນໍ້າທີ່ເຢັນ ແຕ່ສິ່ງໜຶ່ງທີ່ເຮັດໃຫ້ຜູ້ເຫັນເຫດການເກີດຄວາມປະຫຼາດໃຈກໍຄືແມ່ຍິງທີ່ຂັບລົດຄັນດັ່ງກ່າວນັ້ນໄດ້ອອກຈາກລົດມາຢືນຢູ່ຫຼັງຄາລົດເພື່ອຖ່າຍຮູບກັບລົດທີ່ກໍາລັງຄ່ອຍໆຈົມລ... | ຂ່າວຕ່າງປະເທດ | 2022-01-19T14:03:09+00:00 | https://laopost.com/?p=131313 |
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ | ວັນທີ 22 ມີນາ 2023 ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ເຊິ່ງໄດ້ຮັບຟັງການລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈາກທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ໂດຍມີພະນັກງານຫຼັກແຫຼ່ງຈາກພະແນກແຜນການ ແລະ ການລົງທຶນແຂວງເຂົ້າຮ່ວມ.
ຜ່ານມາແມ່ນໄດ້ສຳ... | ຂ່າວພາຍໃນ | 2023-03-23T09:57:48+00:00 | https://laopost.com/?p=143366 |
ອົງການທ່ອງທ່ຽວໄທ ຈັບມືຫ້າງສັບພະສິນຄ້າດັງ Shopping ໃນຊຸດໄທ ໄດ້ຫລຸດລາຄາພິເສດ! | ເວັບໄຊ Kapook.com ຂອງໄທ ໄດ້ລາຍງານໃນວັນທີ 31 ພຶດສະພາຜ່ານມານີ້ວ່າ ອົງການທ່ອງທ່ຽວແຫ່ງປະເທດໄທ ໄດ້ຮ່ວມມືກັບຫ້າງສັບພະສິນຄ້າຊັ້ນນຳທົ່ວປະເທດ ສ້າງຂະບວນການໃສ່ຊຸດໄທໄປຊັອບປິ້ງ ເປັນເວລາ 2 ເດືອນເຕັມ ນັບຕັ້ງແຕ່ວັນທີ 18 ມິຖຸນາ ໄປຈົນເຖິງວັນທີ 18 ສິງຫານີ້ ເພື່ອຮັບສ່ວນຫລຸດພິເສດ ພ້ອມກັບບັດຂອງຂັວນຕ່າງໆ.
ແຫລ່ງຂ່າວໄດ້ລະບຸວ່າ ໂຄງການດັ່ງກ່າວນີ... | ຂ່າວຕ່າງປະເທດ | 2015-06-01T11:36:11+00:00 | https://laopost.com/?p=27219 |
ລາວ ແລະ ສປປ ເກົາຫຼີ ຫາລືເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ | ໃນວັນທີ 22 ສິງຫາ 2022 ທີ່ຫ້ອງຮັບແຂກກະຊວງ ອຄ ທ່ານ ມະໄລທອງ ກົມມະສິດ (ອຄ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳລາວ ເນື່ອງໃນໂອກາດທີ່ ທ່ານ ມະໄລທອງ ກົມມະສິດ ໄດ້ຮັບຕຳແໜ່ງເປັນລັດຖະມົນຕີກະຊວງ ອຄ ຄົນໃໝ່, ສອງຝ່າຍ ໄດ້ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງ ແລະ ໂອ... | ຂ່າວພາຍໃນ | 2022-08-23T11:01:07+00:00 | https://laopost.com/?p=136874 |
ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ | ຂ່າວ: 29.11.2013 ຊົງຣິດ ໂພນເງິນ
ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ ປະຊາຊົນ ເດີນຂະບວນຕໍ່ຕ້ານການສໍ້ລາດບັງຫຼວງ ໃນນະຄອນ ຫຼວງວຽງຈັນ ອົງການກວດກາແຫ່ງລັດ ກວດພົບການສໍ້ລາດບັງຫຼວງ ທີ່ເຮັດ ໃຫ້ເກີດການຮົ່ວໄຫຼ ຂອງລາຍຮັບງົບປະມານ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໃນໂຄງການພັດທະນາຕ່າງໆ ຂອງລັດຖະ ບານລາວ. ຟັງລາຍງານ ກ່ຽວກັບອົງ... | ຂ່າວພາຍໃນ | 2013-12-06T15:14:17+00:00 | https://laopost.com/?p=4058 |
ຝົນຍັງຕົກຕໍ່ເນື່ອງໃນໄລຍະວັນທີ 11-17 ພຶດສະພານີ້ | Weather Forecast
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 11-14 ພຶດສະພາ 2020 ຄວາມກົດດັນອາກາດສູງຂອງອາກາດເຢັນມີກຳລັງປານກາງຈະແຜ່ລົງມາປົກຄຸມຢຸ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າຫຼາຍຢູ່ທົ່ວໄປ ແລະ ຈະມີຝົນ... | ຂ່າວທ້ອງຖິ່ນ | 2020-05-12T16:35:16+00:00 | https://laopost.com/?p=119122 |
ສະເປນຍອດຜູ້ເສຍຊີວິດໂຄວິດ-19 ແຊງໜ້າຈີນ ຂຶ້ນເປັນອັນດັບ 2 ຂອງໂລກ | Spain Flag Corona
ສະຖານະການແຜ່ລະບາດຂອງໂຄວິດ-19 ໃນສະເປນຮຸນແຮງຂຶ້ນ ຍອດຜູ້ເສຍຊີວິດຈາກການຕິດເຊື້ອເພີ່ມຂຶ້ນເປັນອັນດັບ 2 ຂອງໂລກ ແຊງໜ້າຈີນ ແລະ ເປັນຮອງອີຕາລີ. ຂໍ້ມູນຫຼ້າສຸດ ເມື່ອວັນພຸດວັນທີ 25 ມີນາ 2020 ທີ່ຜ່ານມາຈາກມະຫາວິທະຍາໄລຈອນ ຮອບກິນສ໌ ລະບຸວ່າ ມີຜູ້ເສຍຊີວິດຈາກໂຄວິດ-19 ໃນສະເປນແລ້ວຢ່າງນ້ອຍ 3,400 ກໍລະນີ ໂດຍເປັນການເພີ່ມຂຶ້ນຈາ... | ຂ່າວຕ່າງປະເທດ | 2020-03-26T11:23:50+00:00 | https://laopost.com/?p=117885 |
ຕິດຕາມກວດກາ ການຈັດຫາງານໃຫ້ເປັນລະບົບ ເຂັ້ມແຂງ ມີປະສິດທະພາບ | ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຈັດຫາງານ (ສ້າງໃໝ່) ເຊິ່ງປະກອບມີ 67 ມາດຕາ, 11 ພາກ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈ... | ຂ່າວພາຍໃນ | 2023-07-10T16:16:54+00:00 | https://laopost.com/?p=145973 |
ຕຳຫລວດອົດສະຕາລີ ຊ່ວຍນັກທ່ອງທ່ຽວອັງກິດຫລົງປ່າ ຫລັງພົບຂໍ້ຄວາມ HELP ຂຽນເທິງຫາດຊາຍ! | ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ສິງຫາຜ່ານມານີ້ວ່າ ຕຳຫລວດລັດຄວີນແລນ ປະເທດອົດສະຕາລີ ໄດ້ເຂົ້າຊ່ວຍເຫລືອນັກທ່ອງທ່ຽວຊາວອັງກິດ ທ່ານ ຈອບ ຄີ ອາຍຸ 63 ປີ ທີ່ຫລົງປ່າ ຫລັງຈາກທີ່ພົບຂໍ້ຄວາມທີ່ເຂົາຂຽນຂໍຄວາມຊ່ວຍເຫລືອໄວ້ເທິງຊາຍຫາດແຄມທະເລ ໂດຍຜູ້ກ່ຽວໄດ້ຫລົງປ່າໃນຂະນະທີ່ອອກໄປຕັ້ງແຄັ້ມ ແລ້ວອອກໄປຍ່າງຫລິ້ນຈົນຊອກຫາທາງກັບຄືນບໍ່ໄດ້ ເຮັດໃຫ້ລາວ... | ຂ່າວຕ່າງປະເທດ | 2015-08-26T15:22:53+00:00 | https://laopost.com/?p=33482 |
ລັດຖະບານ ແລະ ຄູ່ຮ່ວມພັດທະນາຫາລືກ່ຽວກັບ ວຽກງານເສດຖະກິດມະຫາພາກ | ວັນທີ 6 ຕຸລາ 2016 ນີ້ ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມປືກສາຫາລືລະດັບສູງຂອງໜ່ວຍງານເສດຖະກິດມະຫາພາກ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອແນໃສ່ປຶກສາຫາລື ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ບັນຫາຂອງ ປີ 2017 ທີ່ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ 8 ໃນທ້າຍເດືອນຕຸລານີ້ ແລະ ຍັງເປັນການກະກຽ... | ຂ່າວພາຍໃນ | 2016-10-07T08:55:50+00:00 | https://laopost.com/?p=72267 |
60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ | 60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍບັນລຸຜົນສຳເລັດໃນຫຼາຍດ້ານ ບໍ່ວ່າຈະເປັນ ການຮ່ວມມືດ້ານການເມືອງ, ເສດຖະກິດ-ການຄ້າ, ການພັດທະນາ, ລວມເຖິງການຈັດຕັ້ງການແລກປ່ຽນດ້ານມະນຸດສະທຳ.
ທ່ານ ເຊຣເກ ລາຟໂຣຟ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຣັດເຊຍ ໄດ້ກ່າວໃນໂອກາດເຂົ້າພົບປະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ, ພ້... | ຂ່າວພາຍໃນ | 2021-07-07T12:58:46+00:00 | https://laopost.com/?p=125900 |
ຊີ້ແຈ້ງເຫດການ ທ້າວ ຄຳໄພ ກໍ່ອາລະວາດ ຢູ່ຈຸດກວດກາພະຍາດໂຄວິດ-19 ບ້ານດອນຕະລາດ | ໃນຕອນບ່າຍ ຂອງວັນທີ 17 ພຶດສະພາ ນີ້, ພັທ ຄຳແດງ ວົງຄຳສອນ ຄະນະຮັບຜິດຊອບຕ້ານພະຍາດໂຄວິດ-19 ເມືອງຈຳປາສັກ ຖະແຫຼງຊີ້ແຈງເຫດການ ທ້າວ ຄຳໄພ ກໍ່ອາລະວາດໂວຍວາຍ ຢູ່ຈຸດກວດກາຕ້ານພະຍາດໂດວິດ-19 ບ້ານດອນຕະລາດ ເມືອງຈຳປາສັກ ໃນວັນທີ 14 ພຶດສະພາ 2021 ເຊິ່ງມີລາຍລະອຽດ ດັ່ງນີ້:
ໃນວັນທີ 14 ພຶດສະພາ 2021 ເວລາ 16:00 ໂມງ ທ້າວ ຄຳໄພ ເອື້ອອາລີ ຫຼື ຕຸ້ຍ ອາຍ... | ຂ່າວທ້ອງຖິ່ນ | 2021-05-17T17:53:28+00:00 | https://laopost.com/?p=124866 |
ການຄ້າລາວ ກ້າວສູ່ ການຄ້າໂລກ | ກອງປະຊຸມ ແລກປ່ຽນຄໍາຄິດຄໍາເຫັນ ເນື່ອງໃນໂອກາດ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ຂອງ ສປປ ລາວ ຄົບຮອບ 4 ປີ ໃນຫົວຂໍ້: ການຄ້າລາວກ້າວສູ່ ການຄ້າໂລກ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ວັນທີ 10 ກຸມພາ 2017 ໃຫ້ກຽດເປີດງານໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງດັ່ງກ່າວ ມີບັນດານັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ສະຖາບັນການສຶກສາ ແລະ ນັກສຶ... | ຂ່າວເຫດການ | 2017-02-13T09:14:11+00:00 | https://laopost.com/?p=84918 |
ຫວຽດນາມຄາດ ສົ່ງອອກເຂົ້າເຄິ່ງປີນີ້ຂະຫຍາຍຕົວ ເຖິງປະສົບໄພແລ້ງໜັກ ໃນຮອບ 90 ປີ! | ຊາວນາຫວຽດນາມ ເຂດທົ່ງພຽງປາກແມ່ນ້ຳຂອງ ຈູດເຜົາຕົ້ນເຂົ້າທີ່ຕາຍ ຍ້ອນໄພແຫ້ງແລ້ງ (30 ມີນາ 2016)
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ລັດຖະບານຫວຽດນາມ ວາງຄາດໝາຍການສົ່ງອອກເຂົ້າ ໃຫ້ໄດ້ຫລາຍກວ່າ 3 ລ້ານໂຕນ ໃນໄລຍະຫົກເດືອນຕົ້ນປີ 2016 ນີ້ ຊຶ່ງເພີ່ມຂຶ້ນ 12% ຈາກປີກາຍ ເນື່ອງຈາກຄວາມຕ້ອງການເຂົ້າທີ່ເພີ່ມຂຶ້ນສູງ ທັງຈາກປະເທດຈີ... | ຂ່າວຕ່າງປະເທດ | 2016-04-18T15:30:44+00:00 | https://laopost.com/?p=53725 |
CEO ໂຟກສະວາເກັນລາອອກແລ້ວ ຫລັງຖືກເປີດເຜີຍ ລົດໂຟກໂກງມາດຕະຖານສິ່ງແວດລ້ອມ! | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກັນຍານີ້ວ່າ ທ່ານ ມາຕິນ ວິນເທີຄອນ ປະທານຄະນະເຈົ້າໜ້າທີ່ບໍລິຫານ ຫລື CEO ບໍລິສັດໂຟກສະວາເກັນ ຜູ້ຜະລິດລົດລາຍໃຫຍ່ຂອງປະເທດເຢຍລະມັນ ປະກາດລາອອກຈາກຕຳແໜ່ງແລ້ວໃນມື້ວານນີ້ (23 ກັນຍາ) ຫລັງຈາກທີ່ສຳນັກງານຄຸ້ມຄອງສິ່ງແວດລ້ອມຂອງສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍວ່າ ລົດໂຟກສະວາເກັນ ມີການໂກງການກວດວັດແທກ ຕາມມ... | ຂ່າວຕ່າງປະເທດ | 2015-09-24T14:43:48+00:00 | https://laopost.com/?p=36262 |
ຈັດແຂ່ງຂັນກ໊ອບມິດຕະພາບ ລາວ-ມາເລເຊຍ ຮັດແໜ້ນຄວາມສາມັກຄີສອງຝ່າຍ | ໃນວັນທີ່ 20 ພະຈິກຜ່ານມາ ທີ່ສະໜາມກ໋ອບລອງວຽນ ໄດ້ມີພິທີການແຂ່ງຂັນ ກ໊ອບມິດຕະພາບ ລະຫວ່າງ ລາວ-ມາເລເຊຍ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ດາໂຕະ ຕັນໄຕເຮັງ ເອກອັກຄະລາຊະທູດ ມາເລເຊຍປະຈໍາລາວ, ມີບັນດາທູດ, ທູຕານຸທູດເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ດາໂຕະ ຕັນໄຕເຮັງ ໄດ້ກ່າວວ່າ:ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ເພື... | ຂ່າວເຫດການ | 2016-11-23T14:49:23+00:00 | https://laopost.com/?p=77598 |
ໂຈນງັດຫ້ອງແຖວເຂົ້າມາປຸ້ນຊັບຂອງຍິງສາວ | ວັນທີ 6 ກໍລະກົດ 2023 ເວລາ 3:31 ໂມງເຊົ້າ ເກີດເຫດໂຈນງັດຫ້ອງແຖວເຂົ້າມາປຸ້ນຊັບຂອງຍິງສາວ ທີ່ບ້ານດົງສະຫວາດ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຈາກໃນພາບຄາດວ່າຍິງຜູ້ເປັນເຈົ້າຂອງຫ້ອງໄດ້ມີການໃຊ້ມີດຕໍ່ສູ້ກັບໂຈນທີ່ເຂົ້າມາປຸ້ນ ເຮັດໃຫ້ໄດ້ຮັບບາດເຈັບເສຍເລືອດຈຳນວນຫຼາຍ ແຕ່ກໍບໍ່ສາມາດຈັບໂຈນໄວ້ໄດ້.
ປັດຈຸບັນ ຜູ້ເສຍຫາຍແມ່ນປອດໄພດີ ແລະ ເຂົ້າຮັກສາຢ... | ຂ່າວພາຍໃນ | 2023-07-06T09:41:21+00:00 | https://laopost.com/?p=145888 |
WeChat ອາດເປັນລາຍຕໍ່ໄປຫຼັງອາເມລິກາຂີດເສັ້ນຕາຍສັ່ງຫ້າມໃຊ້ແອັບ TikTok ໃນອີກ 45ວັນ | ເວັບໄຊຂ່າວ sanook ລາຍງານວ່າ ທ່ານ ໄມ ປອມເອໂອ ລັດຖະມົນຕີກະຊວງຕ່າງປະເທດສະຫະລັດອາເມລິກາເປີດເຜີຍວ່າ ອາເມລິກາຈະອອກມາດຕະການສັ່ງຫ້າມບໍລິສັດ ຊັອຟແວຣ໌ຂອງຈີນຫຼາຍບໍລິສັດທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຊາດໃນໄວໆນີ້.
ທ່ານ ປອມເປໂອ ໄດ້ກ່າວໃນລາຍການ “Sunday Morning Futures” ທາງສະຖານີໂທລະພາບຟັອກນິວສ໌ໃນວັນອາທິດທີ່ຜ່ານມາວ່າ ບໍລິສັ... | ຂ່າວຕ່າງປະເທດ | 2020-08-03T11:44:03+00:00 | https://laopost.com/?p=120668 |
ກຳປູເຈຍປັບຂຶ້ນຄ່າແຮງງານຂັ້ນຕ່ຳ 140 ໂດລາຕໍ່ເດືອນ ສຳລັບກຳມະກອນຂະແໜງຕັດຫຍິບ | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ຕຸລາຜ່ານມານີ້ວ່າ ທ່ານ ອິດ ຊຳເຮັງ ລັດຖະມົນຕີວ່າການກະຊວງແຮງງານກຳປູເຈຍ ໄດ້ອອກມາເປີດເຜີຍເຖິງແຜນການຂອງລັດຖະບານ ໃນການປັບຂຶ້ນຄ່າແຮງງານຂັ້ນຕ່ຳ ສຳລັບຜູ້ອອກແຮງງານໃນຂະແໜງອຸດສາຫະກຳຕັດຫຍິບ ຈຳນວນ 140 ໂດລາຕໍ່ເດືອນ ນັບຕັ້ງແຕ່ປີໜ້າເປັນຕົ້ນໄປ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ອອກແຮງງານດີຂຶ້ນ. ແນວໃດກໍຕາ... | ຂ່າວຕ່າງປະເທດ | 2015-10-09T15:34:00+00:00 | https://laopost.com/?p=37595 |
ຖະແຫຼງການຂອງຜູ່ນຳມຽນມາກ່ຽວກັບສະພາບເຫດການໂຣຮິນຍາ | Myanmar's State Counsellor Aung San Suu Kyi delivers a national address in Naypyidaw on September 19, 2017.
Aung San Suu Kyi said on September 19 she "feels deeply" for the suffering of "all people" caught up in conflict scorching through Rakhine state, her first comments on a crisis that also mentioned Muslims displac... | ຂ່າວຕ່າງປະເທດ | 2017-09-20T11:49:55+00:00 | https://laopost.com/?p=95149 |
ສາມາດຈັບຜູ້ກໍ່ເຫດລັກຊັບໄດ້ 2 ຄົນ ພາຍໃນ 2 ຊົ່ວໂມງ | ວັນທີ 15 ສິງຫາ 2022 ເວລາ 10:30 ໂມງ ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າມີເຫດການຄົນຮ້າຍລັກລົດຈັກ ທີ່ຈອດໄວ້ໜ້າເຮືອນ ບ້ານຫວ້ຍຫົງ ເມືອງຈັນທະບູລີ ນວ, ປກສ ກຸ່ມ 05 ໜອງທາ ຈຶ່ງໄດ້ລົງກວດກາ ເກັບກຳຂໍ້ມູນຫຼັກຖານ ໃຊ້ເວລາ 2 ຊົ່ວໂມງກວ່າ ສາມາດຈັບຜູ້ຖືກສົງໃສໄດ້ 2 ຄົນ ພ້ອມເກັບກູ້ລົດຈັກຄັນດັ່ງກ່າວຄືນມາມອບໃຫ້ເຈົ້າຂອງເດີມ.
ພັທ ຄຳພັດ ສ... | ຂ່າວພາຍໃນ | 2022-08-16T16:27:48+00:00 | https://laopost.com/?p=136667 |
ຫວຽດນາມທຳລາຍ ງາຊ້າງ-ນໍແຮດ ຜິດກົດໝາຍ ມູນຄ່າກວ່າ 7 ລ້ານໂດລາ | ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ພະຈິກຜ່ານມານນີ້ວ່າ ລັດຖະບານຫວຽດນາມ ຮ່ວມກັບສະມາຄົມມະນຸດສະທຳສາກົນ (HSI) ໄດ້ຈັດພິທີທຳລາຍງາຊ້າງ ທີ່ສາມາດຍຶດໄດ້ຈາກຂະບວນການຄ້າງາຊ້າງຢູ່ຫວຽດນາມ ນ້ຳໜັກລວມກັນກວ່າ 2.2 ໂຕນ ແລະ ນໍແຮດອີກ 70 ກິໂລ ໃນມື້ວັນເສົາທີ 12 ພິຈິກ 2016 ຊຶ່ງເປັນໜຶ່ງໃນການເຄື່ອນໄຫວຫລ້າສຸດ ໃນຄວາມພະຍາຍາມຢຸຕິການລັກລອບຄ້າຂາຍສັດປ່າ... | ຂ່າວຕ່າງປະເທດ | 2016-11-15T09:52:07+00:00 | https://laopost.com/?p=76470 |
ຈີນສຳເລັດການທົດລອງນຳໃຊ້ ດວງຕາເວັນທຽມ ທີ່ມີອຸນຫະພູມສູງເຖິງ 70 ລ້ານອົງສາ | ຈີນທົດລອງນຳໃຊ້ ດວງຕາເວັນທຽມ ເຊິ່ງທົດສອບວັດອຸນຫະພູມສູງກວ່າດວງຕາເວັນຂອງແທ້ເຖິງ 5 ເທົ່າ ແລະ ທົດລອງເດີນເຄື່ອງສາມາດຢູ່ໄດ້ດົນເຖິງ 17 ນາທີ ຈຶ່ງກາຍເປັນຄວາມຫວັງສຳຫຼັບແຫຼ່ງກຳເນີດພະລັງງານໃໝ່.
ຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ລະບຸວ່າ: ໃນວັນທີ 3 ເດືອນມັງກອນ 2022 ທີ່ຜ່ານມາ ສະຖາບັນຟີຊິກພາສມາ ສັງກັດຢູ່ສະຖາບັນບັນດິດວິທະຍາສາດຈີນ ໄດ້... | ຂ່າວຕ່າງປະເທດ | 2022-01-04T16:27:35+00:00 | https://laopost.com/?p=130966 |
ເປີດສູນການຄ້າຊຸມຊົນ ເຄເອັນເຄ ແລະປ້ຳນ້ຳມັນ ປຕທ ສາຂານາໄຊ | ບໍ່ດົນຜ່ານມານີ້ ສູນການຄ້າຊຸມຊົນ ເຄເອັນເຄ ແລະປໍ້ານໍ້າມັນ ປຕທ ສາຂານາໄຊ ນະຄອນ ຫຼວງວຽຈັນ ໄດ້ເປີດຢ່າງເປັນທາງ ການ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດຮອງເຈົ້າຄອງນະຄອນຫຼວງ; ທ່ານ ນິສິດ ພົງວຸດທະປຣະພັນ ຜູ້ອຳນວຍການໃຫຍ່ບໍລິສັດ ປຕທ ປະຈຳລາວ; ທ່ານ ກອງຟ້າ ພູມມະ ສັກ ປະທານ ແລະທີ່ປຶກສາກຸ່ມບໍລິ ສັດ ເອໄອເອຟ ແລະ ທ່ານ ນາງ ກິ່ງໂພເງິນ ພ... | ຂ່າວພາຍໃນ | 2016-06-30T10:00:35+00:00 | https://laopost.com/?p=63592 |
ກະຊວງ ສສກ ອອກແຈ້ງການເພື່ອຮັບມືກັບໂຄວິດ-19 | ກະຊວງສຶກສາທິການ ແລະ ກິລາອອກແຈ້ງການກ່ຽວກັບການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຂະແໜງສຶກສາທິການ ແລະ ກິລາ ໃນວັນທີ 23 ມີນາ 2022 ດັ່ງນີ້:
1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ທຸກທ່ານໃຫ້ມາປະຈໍາການປົກກະຕິ, ກໍລະນີີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊ... | ຂ່າວພາຍໃນ | 2022-03-23T20:59:20+00:00 | https://laopost.com/?p=132614 |
ກອງທັບຕວກກີ ຈະເຂົ້າຮ່ວມກັບສະຫະລັດ ບຸກໂຈມຕີທາງອາກາດໃສ່ກຸ່ມໄອເອັສ ໃນໄວໆນີ້! | (ພາບປະກອບ)
(ພາບປະກອບ)
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫານີ້ວ່າ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍໃນມື້ວານນີ້ (25 ສິງຫາ) ວ່າ ກອງທັບຕວກກີ ກຽມພ້ອມແລ້ວທີ່ຈະເຂົ້າຮ່ວມໃນປະຕິບັດການໂຈມຕີທາງອາກາດ ເພື່ອຖະຫລົ່ມກຸ່ມລັດອິດສະລາມ ຫລື ໄອເອັສ ໂດຍສະຫະລັດອາເມຣິກາ ແລະ ຕວກກີ ໄດ້ບັນລຸລາຍລະອຽດຂັ້ນສຸດທ້າຍຮ່ວມກັນ ສຳລັບກາ... | ຂ່າວຕ່າງປະເທດ | 2015-08-26T15:08:14+00:00 | https://laopost.com/?p=33478 |
ແຈັກ ຫມ່າ ກະກຽມຈະວາງມືຈາກ ອະລີບາບາ (ALIBABA) | ແຈັກ ຫມ່າ ຈະວາງມືຈາກຕຳແໜ່ງປະທານບໍລິຫານຂອງ Alibaba ເພື່ອອຸທິດຕົນເອງໃຫ້ກັບການເຮັດວຽກເພື່ອສັງຄົມ ແຕ່ທາງບໍລິສັດ ອະລີບາບາໄດ້ ອອກໃຫ້ການວ່າຂ່າວທີ່ແຈັກ ຫມ່າ ຈະກະສຽນ ຫຼື ລາອອກ ໃນປະຈຸບັນ ແມ່ນບໍ່ເປັນຄວາມຈິງ.
ແຈັກ ຫມ່າ ກະກຽມຈະລາຈາກຕຳແໜ່ງປະທານບໍລິຫານຂອງກຸ່ມບໍລິສັດ Alibaba, ໃນວັນທີ 10 ກັນຍາ 2019, ເຊິ່ງເປັນວັນຄ້າຍວັນເກີດຄົບຮອບອາຍຸ 5... | ຂ່າວຕ່າງປະເທດ | 2018-09-10T13:58:04+00:00 | https://laopost.com/?p=103636 |
ລູກຊາຍຂອງ ບິນ ລາດິນ ປະກາດແກ້ແຄ້ນອາເມຣິກາໃຫ້ພໍ່ ຕອບໂຕ້ການກົດຂີ່ ຊາວມຸດສະລິມ! | ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 10 ກໍລະກົດຜ່ານມານີ້ວ່າ ທ້າວ ຮຳຊາ ບິນ ລາດິນ ອາຍຸປະມານ 20 ກວ່າປີ ລູກຊາຍຂອງ ອຸຊາມະ ບິນ ລາດິນ ຜູ້ນຳກຸ່ມອັນກໍອິດະ ທີ່ຖືກທະຫານອາເມຣິກາ ສັງຫານເສຍຊີວິດໄປແລ້ວ ໄດ້ປະກາດຂູ່ຈະແກ້ແຄ້ນ ສະຫະລັດອາເມຣິກາ ໃຫ້ແກ່ພໍ່ຂອງຕົນ ຜ່ານຄລິບສຽງປາໄສ ຄວາມຍາວ 21 ນາທີ ໂດຍເຂົາໄດ້ສັນຍາວ່າ ຈະເດີນໜ້າການຕໍ່ສູ້ຂອງ ກຸ່ມອັນກໍອິດະ... | ຂ່າວຕ່າງປະເທດ | 2016-07-11T17:26:09+00:00 | https://laopost.com/?p=64891 |
ສປປ ລາວ ລົງນາມໃນສັນຍາ ສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ | ປະຕິບັດຕາມ ແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ສະບັບ ເລກທີ 1935/ຫສນຍ.ກຄສ, ລົງວັນທີ 5/12/2017 ວ່າດ້ວຍ ການອະນຸມັດ ໃຫ້ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງນາມ ໃນສັນຍາ ສ້າງຕັ້ງອົງການ ຮ່ວມມືປ່າໄມ້ອາຊີ (AFOCO), ບົນພື້ນຖານການມອບ ສິດ ໃຫ້ຕາງໜ້າລັດຖະບານ, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້... | ຂ່າວທ້ອງຖິ່ນ | 2018-03-17T22:44:26+00:00 | https://laopost.com/?p=99950 |
ແມ່ຂັງລູກ 3 ປີ ໄວ້ໃນກົງຂັງໝາ ກ່ອນອອກໄປຫຼິ້ນໄພ້ | ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 19 ທັນວາ ນີ້ວ່າ: ເກີດເຫດເດັກນ້ອຍຊາຍອາຍຸປະມານ 3 ປີ ຖືກຂັງໄວ້ໃນກົງເຫຼັກຂັງໝາ ລັອກປະຕູໄວ້ ໂດຍເດັກຄົນດັ່ງກ່າວໄດ້ແຕ່ຢືນຈັບກົງເຫຼັກນໍ້າຕາຊຶມເບົ້າ ຢ້ຽມອອກມາທາງນອກເປັນຕາສົງສານ ຍິ່ງໄປກວ່ານັ້ນຍັງພົບວ່າຄົນທີ່ເປີດກົງເຫຼັກນັ້ນ ແລະເອົາເດັກນ້ອຍທີ່ໜ້າສົງສານຄົນນີ້ອອກມາຍັງເປັນແມ່ແທ້ໆຂອງເຂົາເອງ ທີ່ໃຫ້... | ຂ່າວຕ່າງປະເທດ | 2016-12-19T15:07:29+00:00 | https://laopost.com/?p=80627 |
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ | ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທ... | ຂ່າວພາຍໃນ | 2021-11-01T11:59:41+00:00 | https://laopost.com/?p=129091 |
ກະຊວງສາທາກ່າວ! ຕໍ່ຫນ້າຈະມີແຜນສັກວັກຊີນໃຫ້ກຸ່ມອາຍຸ 12-17 ປີ ເພື່ອໃຫ້ສາມາດເປີດການຮຽນ-ການສອນ | ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 21 ກັນຍາ 2021 ໃຫ້ຮູ້ວ່າ:
ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນ ຮອງຫົວໜ້າຄະນະສະເພາະກິດຂັນສູງກາງ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈະປະເມີນສະພາບການ ເປັນແຕ່ລະໄລຍະ ແລະ ອອກມາດຕະການຢ່າງເຫມາະສົມ, ຫຼັງຈາກ ການລ໋ອກດາວຜ່ານໄປແລ້ວ ຂໍ... | ຂ່າວພາຍໃນ | 2021-09-21T12:18:41+00:00 | https://laopost.com/?p=127874 |
ວິທີລ້າງສານພິດໃນຮ່າງກາຍ ດ້ວຍຕົວເອງແບບງ່າຍໆ | ການລ້າງສານພິດອອກຈາກຮ່າງກາຍຂອງເຮົານັ້ນ ກໍມີຫຼາຍວິທີທີ່ແຕກຕ່າງກັນ ແຕ່ມື້ນີ້ ແອດມິນຈະມານໍາວິທີທີ່ທ່ານສາມາດເຮັດໄດ້ດ້ວຍຕົວເອງ ເພື່ອເຮັດໃຫ້ຮ່າງກາຍຂອງທ່ານບໍ່ມີສານພິດໃນຮ່າງກາຍ ແລະເຮັດໃຫ້ສຸຂະພາບແຂງແຮງໄດ້
ກິນລ້າງສານພິດ: ໝັ່ນກິນຜັກ ແລະໝາກໄມ້ທີ່ມີປະໂຫຍດໃຫ້ຫຼາຍຂຶ້ນຈົນກາຍເປັນນິໄສ ເພາະເມື່ອເຮົາກິນຍ່ອຍແລ້ວ ເສັ້ນໃຍອາຫານຈະເຮັດໜ້າທີ່ທຳຄ... | ສຸຂະພາບ ແລະ ສີ່ງແວດລ້ອມ | 2016-11-10T14:55:17+00:00 | https://laopost.com/?p=76048 |
ຜົນກອງປະຊຸມລັດຖະບານປະຈຳເດືອນມັງກອນ 2023 | ວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສືມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໃຫ້ຮູ້ວ່າວ່າ:
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໄ... | ຂ່າວພາຍໃນ | 2023-02-07T16:33:43+00:00 | https://laopost.com/?p=142011 |
ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ | ໃນວັນທີ 15 ມີນາ 2023 ກະຊວງປ້ອງກັນຄວາມສະຫງົບ ວາງສີລາລຶກໂຄງການກໍ່ສ້າງ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນອະນຸສອນສະຖານ ຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ.
ໂຄງການກໍ່ສ້າງດັ່ງກ່າວ, ແມ່ນໂຮງຫຼໍ່ປະຕິມະກໍາລ້ານຊ້າງ... | ຂ່າວພາຍໃນ | 2023-03-17T09:16:57+00:00 | https://laopost.com/?p=143181 |
Subsets and Splits
No community queries yet
The top public SQL queries from the community will appear here once available.