title
stringlengths
7
164
text
stringlengths
18
16.7k
category
stringclasses
7 values
date
stringlengths
25
25
url
stringlengths
27
29
ສູນກາງພັກຯ ຈັດເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຊຸດທຳອິດ
ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມ ໃຫຍ່ຂອງພັກຢູ່ສູນກາງ ຊຸດທີ 1 ຂຶ້ນແຕ່ວັນທີ 28 ມີນານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ບັນດາ ສະຫາຍກົມການເມືອງສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ, ເລຂາ, ຮອງເລຂາບັນດາກະຊວ...
ຂ່າວເຫດການ
2016-03-29T12:47:55+00:00
https://laopost.com/?p=52027
ເດັກເກີດໃໝ່ເພດຍິງຖືກຝັງທັງເປັນທີ່ອິນເດຍ! ໂຊກດີທີ່ຊ່ວຍຊີວິດໄດ້ທັນ
ເມື່ອວັນທີ 29 ມີນາ 2017 ເວັບໄຊ ອິນຄວິສິດ ລາຍງານເລື່ອງລາວສະເທືອນໃຈຂອງເດັກເກີດໃໝ່ເພດຍິງຊາວອິນເດຍ ທີ່ຖືກຝັງທັງເປັນ ໃນເຂດ ໄຊປຸຣະ ລັດໂອຣິສາ ພາກຕະເວັນອອກຂອງອິນເດຍ ແຕ່ໂຊກດີຊາວບ້ານໄດ້ໄປພົບ ແລະ ຊ່ວຍຂຸດຂຶ້ນມາຊ່ວຍຊີວິດໄດ້ທັນ ລາຍງານແຈ້ງວ່າ ມີເດັກຍິງຄົນໜຶ່ງບັງເອີນໄປຫຼິ້ນໃນບໍລິເວນນັ້ນ ແລະ ສັງເກດເຫັນຕີນຂອງເດັກນ້ອຍໂຜ່ຂຶ້ນມາຈາກພື້ນດິນ ...
ຂ່າວຕ່າງປະເທດ
2017-03-30T10:15:40+00:00
https://laopost.com/?p=87776
ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ
ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາແລ້ວ! ລໍຖ້າຟັງຄໍາຕັດສິນຈາກ ເອຟເອ ສະກາຍສະປອຣ໌ຕສ໌ ສື່ຂອງເມືອງຜູ້ດີ ລະບຸ ມາຣ໌ຕິນ ສະເກີຣ໌ເທລ ປະຕິເສດຂໍ້ກ້າວຫາຫຼິ້ນຮຸນແຮງເກີນກວ່າເຫດຈາກທາງ ເອຟເອແລ້ວ ຫຼັງຈາກທີ່ລາວຖືກຕັ້ງຂໍ້ຫາໄປຢຽບ ດາບິດ ເດເຄອາ ຜູ້ຮັກສາປະຕູ ຂອງທີມ ແມນເຊັສເຕີ ຢູໄນເຕັດ ໂດຍແຈ້ງວ່າເປັນອຸປະຕິເຫດເທົ້ານັ້ນ ຊຶ່ງຄາດວ່າຄໍາຕັດສິນສິນຈາກສະມາຄ...
ຂ່າວພາຍໃນ
2015-03-25T08:05:08+00:00
https://laopost.com/?p=21790
ລັດຖະບານອອກນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າຢູ່ລາວ
ລັດຖະບານແຫ່ງ ສປປ ລາວ ໄດ້ອອກນະໂຍບາຍໃໝ່ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ ເພື່ອເປັນການຫຼຸດຜ່ອນການນຳເຂົ້ານໍ້າມັນເຊື້ອໄຟ ທັງຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດທີ່ແລ່ນດ້ວຍນໍ້າມັນ ແລະສົ່ງເສີມການນຳໃຊ້ພະລັງງານໄຟຟ້າ. ອີງຕາມມະຕິວ່າດ້ວຍການຮັບຮອງ ແລະປະກາດໃຊ້ນະໂຍບາຍການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ເລກທີ 08/ລບ, ລົງວັນທີ 4 ຕຸລາ 2021, ລັດຖະບານເຫັນດີ...
ຂ່າວພາຍໃນ
2021-10-08T12:49:08+00:00
https://laopost.com/?p=128362
ໄທບັນຫາໜັກ ນັກຮຽນຂໍມີເຊັກແລກ iPhone 6
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ພະຈິກ ທີ່ຜ່ານມາວ່າ ໃນເວັບບອດຊື່ດັງພັນທິບດັອດຄອມ ໄດ້ມີຜູ້ເຂົ້າມາຕັ້ງກະທູ້ທີ່ມີຊື່ວ່າ “ ອ້າຍໆ ນ້ອງຂໍຊື້ໄອໂຟນ6 ແຕ່ເງິນບໍ່ພໍ ຂໍຈ່າຍເປັນ…??…ໄດ້ບໍ?” ໂດຍ ເຈົ້າຂອງກະທູ້ທີ່ຊື່ ທ່ານບໍ່ມີວັນເດິນດຽວດາຍ ອ້າງວ່າເປັນເຫດການຈິງທີ່ເກີດຂຶ້ນກັບຮ້ານຂາຍ ໂທລະສັບມືຖືຂອງໝູ່ໂຕເອງ ໂດຍເປັນຮູບພາບການແຊດລົມກັນລະຫ...
ຂ່າວຕ່າງປະເທດ
2014-11-11T15:32:22+00:00
https://laopost.com/?p=13554
ນາຍົກເນັ້ນ! ວຽກງານ 3 ສ້າງໃຫ້ແຕ່ລະຂະ­ແໜງ­ການຄົ້ນ­ຄວ້າຕີລາ­ຄາມາດ­ຖານເງື່ອນ­ໄຂ
ກອງປະ­ຊຸມສະ­ຫຼຸບການ­ຈັດ­ຕັ້ງປະ­ຕິ­ບັດວຽກງານຂະ­ແໜງພາຍໃນ ແລະ ວຽກງານ 3 ສ້າງ ປີ 2018 ແລະ ທິດທາງແຜນ­ການປີ 2019 ສຳ­ເລັດວັນທີ 13 ກຸມ­ພາ 2019 ພາຍ­ຫຼັງດຳ­ເນີນມາເປັນເວ­ລາ 2 ວັນ ໂດຍການເປັນປະ­ທານຂອງ ທ່ານ ຄຳໝັ້ນ ສູນວິເລີດ ລັດ­ຖະ­ມົນ­ຕີກະ­ຊວງພາຍໃນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທອງລຸນ ສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີບັນ­ດາຮອງລັດ­ຖະ­ມົນ­ຕີ ຫົ...
ຂ່າວທ້ອງຖິ່ນ
2019-02-19T09:34:32+00:00
https://laopost.com/?p=110799
ຮິນລາຣີ ຄລິນຕັນ ປະກາດລົງສະໝັກຊິງຕຳແໜ່ງ ປະທານາທິບໍດີສະຫະລັດ ຢ່າງເປັນທາງການ
ທ່ານ ນາງ ຮິນລາຣີ ຄລິນຕັນ ປະກາດລົງແຂ່ງຂັນຮັບສະໝັກ ຊິງຕຳແໜ່ງປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາຢ່າງເປັນທາງການ. ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 13 ເມສານີ້ວ່າ ໃນມື້ວັນອາທິດຜ່ານມານີ້ (12 ເມສາ) ເວລາ 15:00 ໂມງ ຕາມເວລາໃນທ້ອງຖິ່ນ ຫລື ກົງກັບເວລາ 02:00 ໂມງ ຕາມເວລາໃນປະເທດລາວ ທ່ານ ນາງ ຮິນລາຣີ ຄລິນຕັນ ອະດີດສະຕີໝາຍເລກໜຶ່ງ ແລະ ອະດີດລັດ...
ຂ່າວຕ່າງປະເທດ
2015-04-13T14:36:02+00:00
https://laopost.com/?p=22845
ປະຊາຊົນຮຽກຮ້ອງໃຫ້ລັດຖະບານພິຈາລະນາຄືນໃໝ່ກ່ຽວກັບການກຳນົດລາຄາໄຟຟ້າແບບໃໝ່
ກະແສສັງຄົມທີ່ມາແຮງແຊງການລະບາດຂອງໂຄວິດ-19 ໃນລາວຕອນນີ້ ແມ່ນເລື່ອງກ່ຽວກັບຄ່າໄຟ­ຟ້າທີ່ມີການເໜັງຕີງຂຶ້ນຫຼາຍ ນັບແຕ່ເດືອນ ເມສາ 2020 ເຊິ່ງເປັນເດືອນທີ່ເກັບຄ່າຊົມ­ໃຊ້ຂອງເດືອນ ມີນາ 2020 ຕາມລາ­ຄາເກົ່າ ສ່ວນເດືອນພຶດສະພາ 2020 ເກັບຄ່າຊົມ­ໃຊ້ຂອງເດືອນ ເມສາ 2020 ນັ້ນ. ຜ່ານມາການເກັບຄ່າໄຟມີການເກັບຫຼາຍລະ­ດັບແຕກຕ່າງກັນ ສະ­ເພາະໄຟ­ຟ້ານີ້ ປະ­ເພ...
ຂ່າວທ້ອງຖິ່ນ
2020-05-15T14:08:25+00:00
https://laopost.com/?p=119211
ປະກາດລົດທີ່ໂຊກດີຈາກ ການຕິດສະຕິກເກີລາວໂພສຕ໌ ຄັ້ງທຳອິດ
ພາຍຫຼັງທີ່ເວັບໄຊລາວໂພສຕ໌ໄດ້ແຈກສະຕິກເກີ ຊຸດທຳອິດໄປເປັນທີ່ຮຽບຮ້ອຍກໍໄດ້ມີ ແຟນໆຂອງລາວໂພສຈຳນວນຫຼວງຫຼາຍ ສົ່ງຮູບພາບຈຳຫຼາຍເຂົ້າມາສູ່ເວັບໄຊຂອງພວກເຮົາ ດັ່ງນັ້ນ, ມາເຖິງວັນທີ 11 ມິຖຸນາ 2015 ທາງທີມງານການຕະຫຼາດຂອງເວັບໄຊ ຈຶ່ງໄດ້ທຳການຈັບສະຫຼາກເພື່ອແຈກໂຊກ ໃຫ້ແກ່ແຟນໆ ທີ່ໄດ້ຕິດສະຕິກເກີດັ່ງກ່າວ ຈຳນວນ 5 ຜູ້ໂຊກດີ ເຊິ່ງລາຍລະອຽດຮູບແລະປ້າຍລົດທ...
ຂ່າວພາຍໃນ
2015-06-11T23:13:45+00:00
https://laopost.com/?p=27940
ດູໄບ ຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ!
ດູໄບ ກຳລັງຂາດແຄນຜູ້ຍິງຢ່າງໜັກ ມີຜູ້ຊາຍຫລາຍກ່ວາຜູ້ຍິງເຖິງ 3 ເທົ່າ ຄິດເປັນ 75.77% ຂອງປະຊາກອນທັງໝົດ. ໃນວັນທີ 18 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ດູໄບກຳລັງປະເຊີນກັບສະພາວະຂາດຄວາມ ສົມດູນທາງເພດຂອງປະຊາກອນຢ່າງໜັກ ເມື່ອຜົນຈາກການລາຍງານຂອງສູນສະຖິຕິດູໄບ ອອກມາເມື່ອອາທິດທີ່ ແລ້ວໄດ້ຊີ້ໃຫ້ເຫັນວ່າ ດູໄບມີປະຊາກອນຊາຍຫລາຍກ...
ຂ່າວຕ່າງປະເທດ
2014-09-19T09:37:35+00:00
https://laopost.com/?p=10641
ວິວາຫວານຂອງບ່າວ ກິ່ມມີ້ (Temple Guys) ກັບແຟນສາວ ສົມຄິດ
ວົງການບັນເທີງບ້ານເຮົາມີຂ່າວວິວາຫວານກັນອີກແລ້ວ ເມື່ອວັນທີ 2 ກໍລະກົດ 2017 ທີ່ຜ່ານມາ ນັກຮ້ອງໜຸ່ມສຸດຫຼໍ່ ກິ່ມມີ້ (Temple Guys) ໄດ້ຈູງມືແຟນສາວຄົນງາມ ຄິດ ສົມຄິດ ທີ່ຄົບຫາກັນມາເປັນເວລາດົນນານເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກທີ່ທັງສອງໄດ້ມີລູກສາວນຳກັນແລ້ວ 1 ຄົນ ງານນີ້ຈັດຂຶ້ນແບບອົບອຸ່ນມີຍາດພີ່ນ້ອງ ເພື່ອນມິດສະຫາຍທັງໃນ ແລະ ນອກ...
ຂ່າວບັນເທິງ
2017-07-03T15:16:58+00:00
https://laopost.com/?p=91714
ມຽນມາ ເລີ່ມນຳໃຊ້ ໜັງສືເດີນທາງ ແບບອີເລັກໂຕຣນິກ
ຂປລ.ຕາມຂ່າວ ຕ່າງປະເທດ, ມຽນມາ ເລີ່ມນຳໃຊ້ ໜັງສື ເດີນທາງ ແບບອີເລັກໂຕຣນິກ(ອີ-ວີຊາ)ໃຫ້ກັບ ນັກທ່ອງທ່ຽວ ແລະ ນັກທຸລະກິດ ຢູ່ດ່ານ ຕິດກັບໄທ 3ແຫ່ງຄື: ທ່າຂີ້ເຫລັກ, ເມຍວາດີ ແລະ ເກາະສອງ ນັບຕັ້ງແຕ່ ວັນທີ1 ກັນຍາປີນີ້ ເປັນຕົ້ນໄປ ໂດຍໄດ້ອອກ ອີ-ວີຊາ ໃຫ້ກັບ ນັກທ່ອງທ່ຽວ ຈາກ100ປະເທດ ທີ່ສະໜາມບິນ ສາກົນ ຢ່າງກຸ້ງ ກ່ອນຈະຂະຫຍາຍ ໄປຍັງ ສະໜາມບິນ ສາກົ...
ຂ່າວຕ່າງປະເທດ
2016-09-02T12:53:12+00:00
https://laopost.com/?p=70531
ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານການປະກັນໄພເງິນຝາກ
ກອງທຶນປົກປ້ອງຜູ້ຝາກເງິນ ທະນາຄານແຫ່ງ ສປປ ລາວ ຮ່ວມກັບປະກັນໄພເງິນຝາກຫວຽດນາມ ໄດ້ຈັດການຝຶກອົບຮົມວຽກງານປະກັນໄພເງິນຝາກ ໃນລະຫວ່າງ ວັນທີ 16-17 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ເພື່ອເປັນນິມິດໝາຍອັນດີ ແຫ່ງການຮ່ວມມືຂົງເຂດວຽກງານປະກັນໄພເງິນຝາກ ໃນເງື່ອນໄຂການເຊື່ອມໂຍງເສດຖະກິດອາຊຽນ ກໍຄືການເຊື່ອມໂຍງຂະແໜງການເງິນ-ການທະນາຄານ. ຮອງຜູ້ອໍານວຍການປະ...
ຂ່າວພາຍໃນ
2016-11-17T11:11:15+00:00
https://laopost.com/?p=76874
ປູຕິນລົງຢຽມຢາມຜູ້ປ່ວຍຕິດເຊື້ອໂຄວິດ-19 ພ້ອມຕິດຕາມການທຳງານຂອງແພດ
Credit: Reuters ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 25 ມີນາ 2020 ວ່າ ປະທານາທິບໍດີ ວາລາດີເມຍ ປູຕິນ ແຫ່ງປະເທດ ລັດເຊຍ ໄດ້ລົງຢຽມຢາມຜູ້ປ່ວຍທີ່ຮັກສາຕົວຈາກການຕິດເຊື້ອໂຄວິດ-19 ທີ່ໂຮງໝໍຄອມມູນາຣ໌ກາ ແລະ ສັງເກດການການເຮັດວຽກຂອງເຈົ້າໜ້າທີ່ແພດ ພ້ອມທັງໃຫ້ກຳລັງໃຈທຸກຝ່າຍ. ປັດຈຸບັນ, ປະເທດຣັດເຊຍມີຜູ້ປ່ວຍສະສົມຈາກການຕິດເຊື້ອໂຄວິດ-19 ຢ່າງໜ້...
ຂ່າວຕ່າງປະເທດ
2020-03-25T13:58:44+00:00
https://laopost.com/?p=117856
ຍອດຜູ້ເສຍຊີວິດຈາກລັດຖະປະຫານໃນມຽນມາເພີ່ມຂຶ້ນຫຼາຍກວ່າ 400 ຄົນ
ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ມີນາ 2021 ວ່າ ສື່ທ້ອງຖິ່ນຫຼາຍສຳນັກຂອງມຽນມາລາຍງານຈຳນວນຜູ້ເສຍຊີວິດຈາກການປາບປາມກຸ່ມຜູ້ປະທ້ວງທາງການເມືອງເພື່ອຕໍ່ຕ້ານລັດຖະປະຫານ ເມື່ອວັນເສົາທີຜ່ານມາ ເຊິ່ງເປັນວັນສ້າງຕັ້ງກອງທັບມຽນມາ 76 ປີ ມີຈຳນວນຜູ້ເສຍຊີວິດ 100 ຄົນ ໂດຍສຳນັກຂ່າວ ມຽນມານາວ ລາຍງານໄວ້ທີ່ 114 ຄົນ ສ່ວນສຳນັກຂ່າວ The Irrawaddy ລ...
ຂ່າວຕ່າງປະເທດ
2021-03-29T07:40:31+00:00
https://laopost.com/?p=123778
ມຽນມາພົບຜູ້ຕິດເຊື້ອໄວຣັສ H1N1 ຢ່າງໜ້ອຍ 13 ຄົນ ເສຍຊີວິດແລ້ວ 1 ຄົນ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກໍລະກົດຜ່ານມານີ້ວ່າ ກະຊວງສາທາລະນະສຸກ ແລະ ກິລາມຽນມາ ອອກຄຳຖະແຫລງ ພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ສາຍພັນ H1N1 ຈຳນວນ 13 ຄົນ ໂດຍ 3 ຄົນພົບຢູ່ນະຄອນຢາງກຸ້ງ ແລະ ອີກ 10 ຄົນ ພົບໃນເມືອງມາຕູປີ ເມືອງຫ່າງໄກສອກຫລີກຂອງລັດຊິນ ໃກ້ກັບຊາຍແດນອິນເດຍ. ທ່ານ ວິນ ລະວິນ ຜູ້ອຳນວຍການສຳນັກງານສາທາລະນະສຸກ ເຂດຢາງກຸ້ງ ...
ຂ່າວຕ່າງປະເທດ
2017-07-25T17:04:50+00:00
https://laopost.com/?p=92824
ລັດຖະບານຢືນຢັນ ຈະເລັ່ງຟື້ນຟູເສດຖະກິດ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ!
ພາບປະກອບ ໃນກອງປະຊຸມຮ່ວມລະຫວ່າງ ຄະນະລັດຖະບານ ແລະ ເຈົ້າແຂວງ ທີ່ສຳເລັດລົງເມື່ອບໍ່ດົນມານີ້, ລັດຖະບານໄດ້ຢືນຢັນວ່າ ຈະຮີບຮ້ອນຈັດຕັ້ງປະຕິບັດ ບັນດາກົນໄກ ແລະ ມາດຕະການຕ່າງໆ ເພື່ອເລັ່ງຟື້ນຟູລະບົບເສດຖະກິດຂອງຊາດໃຫ້ດີຂຶ້ນ ເພື່ອຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບໝັ້ນຄົງ, ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງຂະຫຍາຍຕົວ, ທັງຍົກສູງຊີວິດການເປ...
ຂ່າວພາຍໃນ
2016-07-05T15:04:27+00:00
https://laopost.com/?p=64271
ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງ ສ.ເບລາຣຸສ ນຳໂດຍທ່ານ ວາລາດີເມຍ ມາກເກ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ເບລາຣຸສ ໃນຕອນເຊົ້າວັນທີ 26 ມີນາ 2014 ຢູ່ທີ່ສຳນັກງານຫ້ອງວ່າການລັດຖະບານ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງການຕ່າງປະເທດແຫ່ງ ສປປ ລາວ ລະຫ...
ຂ່າວພາຍໃນ
2014-03-27T16:27:57+00:00
https://laopost.com/?p=4580
ເຈີກ້ອນຜົມໃນທ້ອງຂອງເດັກຍິງອາຍຸ 5 ປີ
ວັນທີ 8 ກັນຍາ 2014 ເວັບໄຊເດິມິເລີ ລາຍງານຂ່າວເລື່ອງລາວຂອງມິນລີ່ ວອນລິດ ເດັກຍິງອາຍຸ 5 ປີ ເຈັບທ້ອງດ້ວຍຄວາມທຸກທໍລະມານທຸກມື້ ເມື່ອລິຊ່າແມ່ຂອງນາງໄດ້ພາລູກໄປກວດທີ່ໂຮງໝໍສ່ອງເອັກຊະເລກໍພົບບາງ ສິ່ງບາງຢ່າງຄ້າຍຄືເນື້ອງອກໃນກະເພາະອາຫານ ແຕ່ໝໍກໍຕ້ອງງົງ ເພາະບໍ່ເຄີຍເຈີິເນື້ອງອກແບບນີ້ມາກ່ອນ ເມື່ອຜ່າອອກມາເບິ່ງກໍພົບວ່າໃນທ້ອງນາງມີເສັ້ນຜົມຢູ່ກ...
ຂ່າວຕ່າງປະເທດ
2014-09-08T10:43:59+00:00
https://laopost.com/?p=10048
ເຈົ້າໜ້າທີ່ອະນຸຍາດ ຈຶ່ງສາມາດຈອດໄດ້
ເມື່ອວັນທີ 9 ກໍລະກົດ 2016 ທີ່ຜ່ານມາ ເພຈຂ່າວອອນໄລນ໌ໜອງຄາຍໄດ້ສະເໜີຂ່າວວ່າ ມີປະຊາຊົນແລະຜູ້ພິການຈາກຈັງຫວັດໜອງຄາຍ ຮ້ອງຮຽນໄປຍັງສື່ມວນຊົນຈຳນວນຫຼາຍວ່າ ບ່ອນຈອດລົດສຳລັບຄົນພິການ ຄົນຖືພາ ລົດມີເດັກນ້ອຍ ໃນຫ້າງສັບພະສິນຄ້າຊື່ດັ່ງແຫ່ງໜຶ່ງໃນຈັງຫວັດໜອງຄາຍຍ ເປັນຫຍັງຈຶ່ງໃຫ້ລົດທີ່ບໍ່ແມ່ນຄົນພິການ ຄົນຖືືພາ ລົດມີເດັກນ້ອຍ ເຂົ້າໄປຈອດ? ກໍລະນີດັ່ງ...
ຂ່າວພາຍໃນ
2016-07-11T08:57:29+00:00
https://laopost.com/?p=64795
ເຈົ້າໜ້າທີ່ກວດກາປ່າໄມ້ແຂວງຄຳມ່ວນ ກວດຍຶດໄມ້ເຖື່ອນຈຳນວນຫລາຍ ຊຸກເຊື່ອງໄວ້ໃຕ້ດິນ
ຄຳສັ່ງເລກທີ 15/ນຍ ຍັງສືບຕໍ່ອອກລິດ ແລະ ເຊື່ອມໂຍງເຖິງໂຕຜູ່ກະທຳຜິດກົດໝາຍ ໂດຍສະເພາະແມ່ນພວກຄ້າ-ຂາຍໄມ້ເຖື່ອນ ຫຼ້າສຸດເມື່ອວັນທີ 15 ກຸມພາ 2017 ຜ່ານມາກໍມີລາຍງານວ່າ ເຈົ້າໜ້າທີ່ກວດກາປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍອົງການປົກຄອງແຂວງຄຳມ່ວນ ໄດ້ລົງກວດກາຍຶດໄມ້ຜິດກົດໝາຍຈຳນວນຫຼາຍທີ່ຊຸກເຊື່ອງໄວ້ດ້ວຍການຝັງດິນ. ອີງຕາມການລາຍງານຂ່າວຂອງ...
ຂ່າວທ້ອງຖິ່ນ
2017-02-16T15:08:15+00:00
https://laopost.com/?p=85286
ຜູ້ນຳຊີຣີລະບຸ ອາເມຣິກາຈະເປັນພັນທະມິດ ໂດຍທຳມະຊາດກັບຊີຣີ ຫາກທ່ານ ທຣັມ ເນັ້ນປາບແຕ່ໄອເອັສ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ໃນລະຫວ່າງການໃຫ້ສຳພາດກັບ ສະຖານີໂທລະພາບ RTP ຂອງປອກຕຸຍການ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ໄດ້ລະບຸວ່າ ທ່ານ ໂດນັນ ທຣັມ ຈະເປັນພັນທະມິດໂດຍທຳມະຊາດຂອງຊີຣີ ຫາກທ່ານມຸ່ງປາບປາມລັດທິກໍ່ການຮ້າຍພຽງຢ່າງດຽວ ຕາມທີ່ໄດ້ໃຫ້ສັນຍາໄວ້ເມື່ອຕອນໂຄສະນາຫາສຽງ, ແນວໃດກໍຕາມ ທ່ານ ອັດຊາດ ກໍຍັງຮູ້ສຶກບໍ...
ຂ່າວຕ່າງປະເທດ
2016-11-16T16:57:42+00:00
https://laopost.com/?p=76792
ພາຍຸຮາວີ ຖະລົ່ມລັດເທກຊັດເຮັດໃຫ້ມີນ້ຳຖ້ວມສູງຕໍ່ເນື່ອງ
ລະດັບນ້ຳໃນລັດເທກຊັດທາງພາກໃຕ້ຂອງສະຫະລັດອາເມລິກາຍັງສູງຂຶ້ນຕໍ່ເນື່ອງ ເຊິ່ງໄດ້ຮັບຜົນກະທົບມາຈາກອິດທິພົນຂອງພາຍຸ “ຮາວີ” ເປັນເຮີລິເຄນລະດັບ 4 ເຮັດໃຫ້ມີຜູ່ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຮຸສຕັນ ລັດເທກຊັດ ເມື່ອວັນທີ 28 ສິງຫາ 2017ວ່າ ກອງກຳລັງທະ ຫານ ປະມານ 12,000 ຄົນ ໄດ້ລົງພື້ນທີ່ເຂົ້າຊ່ວຍເຫຼືອປະຊາຊົນໃນລັ...
ຂ່າວຕ່າງປະເທດ
2017-08-29T10:08:55+00:00
https://laopost.com/?p=94351
ແນນຊີ ເພໂລຊີ ເດີນທາງມາໄຕ້ຫວັນບໍ່ສົນໃຈສິ່ງທີ່ຈີນຂັດຄ້ານ
ນາງ ແນນຊີ ເພໂລຊີ ປະທານສະພາ ແຫ່ງສະຫະລັດອາເມຣິກາ ເດີນທາງມາຢ້ຽມໄຕ້ຫວັນ ເຊິ່ງສົ່ງຜົນໃຫ້ຈີນປະກາດຂັດຄ້ານ ແລ້ວຈະທົດສອບລູກສອນໄຟ ແລະ ຈັດການຊ້ອມຮົບໃນບໍລິເວນໃກ້ກັບຊ່ອງແຄບໃຕ້ຫວັນ. ທັ້ງນີ້ ນາງ ເພໂລຊີ ຖະແຫຼງຫຼັງຈາກການເດີນທາງໄປໄຕ້ຫວັນວ່າ ການມາເທື່ອນີ້ ບໍ່ໄດ້ຂັດແຍ່ງກັບຈຸດຢືນດ້ານນະໂຍບາຍຂອງສະຫະລັດອາເມຣິກາແຕ່ຢ່າງໃດ ແລະ ອາເມຣິກາຍັງຕໍ່ຕ້າ...
ຂ່າວຕ່າງປະເທດ
2022-08-03T10:03:17+00:00
https://laopost.com/?p=136255
ປກສ ນວ ຜ່ານແຜນປ້ອງກັນ ງານບຸນພຣະທາດຫຼວງ-ງານວາງສະແດງສິນຄ້າ
ວັນທີ 26 ຕຸລາ 2022, ກອງບັນຊາການ ປກສ ນວ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ງານບຸນນະມັດສະການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ໃນວັນທີ 4-8 ພະຈິກ 2022, ໂດຍການເປັນປະທານຂອງ ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ, ມີຕາງໜ້າກອງບັນຊາການທະຫານ ນວ, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ກົມສື່ສານ ກະຊວງ ປກສ,ກອງພັນປ້ອງກັນເຄື...
ຂ່າວພາຍໃນ
2022-10-26T16:12:56+00:00
https://laopost.com/?p=138928
ລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ໃນວັນທີ 25 ເມສາ 2022 ເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນ ກົງກັບວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 61 ປີ (25 ເມສາ 1961 – 25 ເມສາ 2022) ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ມີພິທີວາງສີລາລືກ ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ...
ຂ່າວພາຍໃນ
2022-04-26T10:17:31+00:00
https://laopost.com/?p=133436
ເຮືອບິນຮົບລີເບຍ ຕຳຕຶກໃກ້ກັບລັດຖະສະພາ ເສຍຊີວິດ 3 ຄົນ
ເຮືອບິນຮົບກອງທັບລີເບຍ ຜິດພາດທາງເຕັກນິກ ຕຳຕຶກສູງໃກ້ກັບລັດຖະສະພາແຫ່ງໃໝ່ ປະຊາຊົນເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກັນຍານີ້ວ່າ ເກີດເຫດເຮືອບິນຮົບຂອງກອງທັບລີເບຍ ຕົກໃນເມືອງ Tobruk ທາງພາກຕາເວັນອອກຂອງປະເທດ ໂດຍເຫດການດັ່ງກ່າວ ເກີດຈາກການຜິດພາດທາງເຕັກນິກ ກ່ອນທີ່ ຈະບິນຕຳເຂົ້າຕຶກຫໍພັກ ໃກ້ກັບອາຄານລັດຖະສະພາຂອງລີເບຍ ແ...
ຂ່າວຕ່າງປະເທດ
2014-09-04T08:41:50+00:00
https://laopost.com/?p=9829
ໄອເອັມເອຟຮຽກຮ້ອງຈີ 20 ໃຊ້ນະໂຍບາຍຫຼາກຫຼາຍ
ກອງທຶນການເງິນສາກົນ (ໄອເອັມເອຟ) ຮຽກຮ້ອງໃຫ້ກຸ່ມສະມາຊິກ ຈີ 20 ໃຊ້ນະໂຍບາຍທີ່ຫຼາກຫຼາຍ ເພື່ອຄວບຄຸມຄວາມສ່ຽງ ແລະ ກະຕຸ້ນການຂະຫຍາຍຕົວທາງເສດຖະກິດ. ສຳນັກຂ່າວຕ່າງປະເທດລາຍງານວານນີ້ ໄອເອັມເອຟລະບຸວ່າ ການຂະຫຍາຍຕົວຂອງເສດຖະກິດໂລກຍັງອ່ອນແອ ແລະ ບອບບາງ ຂະນະທີ່ການແຍກຕົວຂອງອັງກິດອອກຈາກສະຫະພາບເອີຣົບ(ເບຣັກເຊິທ) ໄດ້ສ້າງຄວາມສ່ຽງຕໍ່ເສດຖະກິດໂລກ, ຊຶ...
ຂ່າວຕ່າງປະເທດ
2016-07-23T21:01:18+00:00
https://laopost.com/?p=65882
ເມືອງຈັນທະບູລີ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ ຕາມສະຖານບັນເທິງ ແລະ ຮ້ານອາຫານ!
ຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານວັດທະນະທຳ-ສັງຄົມເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢູ່ 11 ບ້ານເປົ້າໝາຍຂອງເມືອງຕົນ, ໂດຍສະເພາະແມ່ນບັນດາຮ້ານອາຫານ ແລະ ສະຖານທີ່ບັນເທີງຕ່າງໆທີ່ເປີດໃຫ້ບໍລິການຜິດລະບຽບເຊັ່ນ: ເປີດໃຫ້ບໍລິການກາຍໂມງເວລາທີ່ກຳນົດໄວ້, ປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ເຖິງກະສຽນເຂົ...
ຂ່າວຕ່າງປະເທດ
2015-08-14T11:13:22+00:00
https://laopost.com/?p=32786
ເມຍໂຫດ! ຕັດອະໄວຍະວະເພດຜົວ 2 ຄັ້ງ ດ້ານຜົວແຄ້ນໜັກ ນຳເຕະເມຍນອກໂຮງໝໍ!
ຕຳຫລວດໃນແຂວງເຫີໜັນ ຈັບກຸມຍິງສາວ ອາຍຸ 30 ປີ ຫລັງລັກຕັດອະໄວຍະວະເພດຂອງສາມີ ເຖິງ 2 ຄັ້ງ ດ້ວຍຄວາມແຄ້ນທີ່ຮູ້ວ່າສາມີລັກມີເມຍນ້ອຍ. ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ມັງກອນຜ່ານມານີ້ວ່າ ເກີດເຫດຍິງສາວອາຍຸ 30 ປີ ຊື່ນາງ ເຟິງ ໄດ້ລັກຕັດອະໄວຍະວະເພດຂອງ ທ້າວ ຟັ່ນ ອາຍຸ 32 ປີ ສາມີຕົນເອງ ເນື່ອງຈາກຮູ້ວ່າສາມີລັກມີເມຍນ້ອຍ. ນາງ ເຟິງ ແລະ ທ້າວ...
ຂ່າວຕ່າງປະເທດ
2015-01-15T09:06:01+00:00
https://laopost.com/?p=17993
6 ພຶດຕິກໍາທີ່ຄວນຢຸດ! ຕັ້ງແຕ່ດຽວນີ້
ເຮົາຄວນເຮັດຫຍັງດີໆ ໃຫ້ຮ່າງກາຍເຮົາໄດ້ແຂງແຮງ ແລະຍືນຍົງໂດຍການ “ຢຸດພຶດຕິກຳທີ່ບໍ່ດີທັງ 6 ຢ່າງ” ດັ່ງຕໍ່ໄປນີ້: ນັ່ງເຮັດວຽກຫຼັງກົ່ງ ແລະນັ່ງບໍ່ເຕັມເບາະ: ພຶດຕິກຳການນັ່ງແບບນີ້ ຈະສົ່ງຜົນໄລຍະຍາວຕໍ່ກະດູກສັນຫຼັງຂອງທ່ານເອງ ດັ່ງນັ້ນຖ້າບໍ່ຢາກເຖົ້າມາແລ້ວຕ້ອງຢືນຫຼັງກົ່ງ ຄວນຈະນັ່ງຫຼັງກົງ ແລະນັ່ງໃຫ້ກົ້ນເຕັມເບາະ ທີ່ສຳຄັນ ຢຸດການນັ່ງໄຂວ່ຫ້າງຈ...
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-22T13:29:57+00:00
https://laopost.com/?p=69601
ແພດຈົນຢ້ານ! ຜ່າຕັດທ້ອງຜູ້ພົບປ່ວຍພົບສາຍສາກໂທລະສັບໃນທ້ອງ
ເວັບໄຊ hilight.kapook ລາຍງານວ່າ ເມື່ອວັນທີ 5 ມິຖຸນາ ທີ່ຜ່ານມາ ໂຮງໝໍແຫ່ງໜຶ່ງໃນເມືອງກູວາຮາຕິ ລັດອັສສຳ ປະເທດອິນເດຍ ເປີດເຜີຍວ່າ ຜູ້ປ່ວຍຊາຍ ອາຍຸ 30 ປີລາຍໜຶ່ງ ເດີນທາງເຂົ້າມາຮັບການຮັກສາປິ່ນປົວເນື່ອງຈາກຜູ້ກ່ຽວມີອາການເຈັບທ້ອງຢ່າງຮຸນແຮງ ເບື້ອງຕົນໄດ້ຕົວະແພດວ່າຫຼົງກີນສາຍສາກໂທລະສັບເຂົ້າໄປໃນປາກ ທາງທີມແພດຈຶ່ງເລັ່ງດຳເນີນການຜ່າຕັດ. ທີມ...
ຂ່າວຕ່າງປະເທດ
2020-06-15T15:19:46+00:00
https://laopost.com/?p=119800
ອາເລັກຊານດ້າ ບຸນຊ່ວຍ (ອາລະບ້ຳຊຸດພິເສດ 2017)
ມາອັບເດດຜົນງານເພງຂອງສີລະປິນສາວສຽງນຸ້ມນວນຄົນນີ້ “ອາເລັກຊານດ້າ ບຸນຊ່ວຍ” ຫຼັງຈາກຫ່າງໄມລ໌ໄປດົນກໍ່ໄດ້ກັບມາເອົາໃຈແຟນເພງອີກຄັ້ງກັບ ອາລະບ້ຳຊຸດພິເສດ 2017 ທີ່ຮວມເອົາບົດເພງດັງໃນຕຳນານມາຮ້ອງຄືນໃໝ່ໃນແບບຂອງ ອາເລັກຊານດາ ເປັນແນວດົນຕີ Classic ຟັງມ່ວນສະບາຍອາລົມ ດັ່ງນັ້ນມື້ນີ້ກັບບັນເທີງລາວໂພສ ແອັດເລີຍມີ 3 ຜົນງານເພງມາຝາກໃຫ້ແຟນເພສໄດ້ລອງຟັງເ...
ຂ່າວບັນເທິງ
2017-05-26T15:03:44+00:00
https://laopost.com/?p=90309
ພະນັກງານລັດ ລ້ຽງປາດຸກລາດເປັນສິນຄ້າ ເປັນອາຊີບສຳຮອງ ສ້າງລາຍຮັບເພີ່ມ
ການລ້ຽງປາເປັນສິນຄ້າ ແມ່ນກິດຈະການໜຶ່ງທີ່ຫຼາຍຄົນປະກອບເປັນອາຊີບ ແລະ ປະສົບຜົນສຳເລັດ ເຮັດໃຫ້ຄອບ ຄົວຮັ່ງມີເຂັ້ມແຂງໄດ້ ຍ້ອນເຫັນແນວນັ້ນ ທ່ານ ໂມໄວ ອາຍຸ 53 ປີ ອາຊີບພະນັກງານຢູ່ບ້ານໃຫຍ່ວຽງຄຳ ເມືອງປາກກະ ດິງ ແຂວງບໍລິຄຳໄຊ ຈຶ່ງຕັດສີນໃຈອອກທຶນຂອງຕົນ ເພື່ອທົດລອງລ້ຽງປາດຸກລາດ ຫາກການລ້ຽງ ແລະ ຕະຫຼາດປະສົບ ຜົນກໍຈະຖືເປັນອາຊີບສຳຮອງ, ທ່ານ ໂມ ໃຫ້ສ...
ຂ່າວພາຍໃນ
2014-09-16T10:38:28+00:00
https://laopost.com/?p=10398
ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ
ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ (ລລທ) ສະໄໝທີ V ຈັດຂຶ້ນວັນທີ 18-19 ພຶດສະພາ 2023 ຢູ່ບໍລິສັດດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ກາານສື່ສານ ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມີສະຫາຍ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ...
ຂ່າວພາຍໃນ
2023-05-22T14:41:45+00:00
https://laopost.com/?p=144747
ຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ
ຊາຍໜຸ່ມ ຈີນ ປ່ອນ “ໄອໂຟນ6” ລົງຕູບໍລິຈາກວັດ ເວັບໄຊທ໌ຂ່າວຈີນ “ນິວສ໌ຊິນາ” ລາຍງານຈາກມົນທົນກວາງຕຸ້ງ ປະເທດຈີນເມື່ອວັນທີ 25 ກຸມພາ ວ່າ: ໄດ້ມີຊາຍໜຸ່ມຊາວຈີນ ຄົນໜຶ່ງໃດ້ປ່ອນ “ໄອໂຟນ6” ຂອງຕົນເອງໃສ່ຕູ່ບໍລິຈາກ ໃນວັດດັງແຫ່ງໜຶ່ງຂອງ ເມືອງຝູຊານມົນທົນກວາງຕຸ້ງ ແທນການບໍລິຈາກດ້ວຍເງິນ, ທັ່ງນີ້ວັດດັ່ງກ່າວໄດ້ເປັນວັດ ທີ່ມີຊື່ສຽງມີຜູ້ຄົນຫຼາຍພັນຄ...
ຂ່າວຕ່າງປະເທດ
2015-02-25T15:08:16+00:00
https://laopost.com/?p=19784
ອຸທາຫອນ ຟ້າຜ່າຄົນຂີ່ລົດຈັກ
ເວລາປະມານ 14:00 ວັນທີ 6 ພຶດສະພາ 2017 ນີ້ ໄດ້ເກີດພາຍຸຝົນຟ້າຄະນອງ ໃນເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ມີລົມພັດແຮງ ແລະຟ້າຮ້ອງຟ້າຜ່າ. ໜ່ວຍກູ້ໄພນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດວ່າມີຄົນຖືກຟ້າຜ່າ ຢູ່ເຂດຂົວນໍ້າເຄັມ ທ່າງ່ອນ ຈຶ່ງໄດ້ຮີບຮ້ອນໄປຊ່ວຍເຫຼືອ ພົບເຫັນຜູ້ບາດເຈັບ 1 ຄົນ ເປັນຜູ້ຊາຍ ມີອາການແໜ້ນໜ້າເອິກ, ໂຕລ່ອຍ, ຫົວໃຈເຕັ້ນໄວແລະມີແຜໄຟໄ...
ຂ່າວເຫດການ
2017-05-07T08:23:39+00:00
https://laopost.com/?p=89607
ຜົນການລົງສຳຫຼວດພື້ນໜອງຟ້າ ເມືອງ ຊານໄຊ ແຂວງ ອັດຕະປືຂອງນັກດຳນ້ຳຣັດເຊຍ
ຜົນການລົງສຳຫຼວດພື້ນໜອງຟ້າເມືອງຊານໄຊ ແຂວງອັດຕະປືຂອງນັກດຳນ້ຳຣັດເຊຍພົບວ່າ ພື້ນໜອງຟ້າວານນີ້ 24 ເມສາ 2018 ແມ່ນພົບຫີນທີ່ຄ້າຍຫີນເກີດຈາກລາວາພູເຂົາໄຟເປັນຈຳນວນຫຼວງຫຼາຍ. ໜອງຟ້າ ຕັ້ງຢູ່ບ້ານວັງຕັດ ເມືອງຊານໄຊ ຫ່າງຈາກຕົວເມືອງສາມັກຄີໄຊ ປະມານ 178 ກິໂລແມັດ ເປັນໜອງນໍ້າທີ່ໃຫຍ່, ມີແປວທາງນໍ້າໄຫຼ ປ່ອງລົງໃສ່ນໍ້າເຊກະໝານ, ເຊິ່ງຕັ້ງຢູ່ທາງ ທິດຕາ...
ຂ່າວທ້ອງຖິ່ນ
2018-04-26T12:35:20+00:00
https://laopost.com/?p=100526
ສາທາຄຸມເຂັ້ມກວດກາກຳມະກອນຈີນເຮັດວຽກຢູ່ລາວເພື່ອປ້ອງກັນການລະບາດໄວຣັສໂຄໄຣນາ
ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 2 ກຸມພາ 2020 ວ່າ ກະຊວງສາທາລະນະສຸກກຳລັງຄຸມເຂັ້ມໃນການກວດກາກຳມະກອນທີ່ເປັນຄົນຈີນ ທີ່ເຮັດວຽກຢູ່ໃນຫຼາຍໂຄງການກໍ່ສ້າງໃນ ສປປ ລາວ ເພື່ອປ້ອງກັນການລະບາດຂອງພະຍາດປອດອັກເສບ ໄວຣັສໂຄໂຣນາ ສາຍພັນໃໝ່ (Novel Coronavirus). ປະຈຸບັນທາງລັດຖະບານລາວບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທີ່ຜ່ານເຂົ້າມາດ່ານນັ້ນ ແລະ ທາງລັດຖະບານຈີ...
ຂ່າວທ້ອງຖິ່ນ
2020-02-04T17:14:16+00:00
https://laopost.com/?p=116366
ນັກສະແດງຊື່ດັງຊາວຮ່ອງກົງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ແຕ່ງງານແບບປະເພນີລາວ
ຖືວ່າເປັນຄວາມພາກພູມໃຈຂອງຄົນລາວທີ່ເຫັນວັດທະນະທຳລາວຖືກຍົກຍ້ອງຈາກຄົນລາວເອງ ລວມທັງຄົນຕ່າງຊາດ ມື້ນີ້ລາວໂພສຕ໌ມີອີກໜຶ່ງຂ່າວບັນເທີງທີ່ສ້າງຮອຍຍິ້ມໃຫ້ກັບຄົນທີ່ໄດ້ອ່ານ ເມື່ອປະເພນີການແຕ່ງງານແບບລາວໆ ໄດ້ຖືກນຳສະເໜີໂດຍສອງນັກສະແດງຈີນຮ່ອງກົງຊື່ດັງຢ່າງ “ຫຍວນຫຍົ່ງອີ ແລະ ຈາງຈື່ຫລິນ” ປັດຈຸບັນຂ່າວນີ້ໄດ້ກາຍເປັນກະແສມາແຮງໃນໂລກສັງຄົມອອນໄລ໌ ແລະ ...
ຂ່າວບັນເທິງ
2016-03-17T08:49:35+00:00
https://laopost.com/?p=50654
ລັດຖະບານ – ແຟນບານ ແຫ່ຕ້ອນຮັບນັກເຕະຢູ 23 ຫວຽດນາມ ກັບຜົນງານຮອງແຊັມ
ທັບນັກກິລາທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 23 ປີ ຮອງແຊັມບານເຕະຊາຍຊີງແຊັມອາຊີ 2018 ຢູ 23 ໄດ້ເດີນທາງເຖິງສະໜາມບິນ ນອຍໄບ ໃນນະຄອນຫຼວງຮາໂນ້ຍ ປະເທດຫວຽດນາມ ກ່ອນເດີນທາງໄປທໍານຽບລັດຖະບານ ໂດຍຕະຫຼອດຂ້າງທາງ 30 ກິໂລແມັດ ຕ່າງມີປະຊາຊົນ ຢືນໃຫ້ກໍາລັງໃຈ. ເຊິ່ງບັນຍາກາດດໍາເນີນໄປຢ່າງເບີກບານມ່ວນຊື່ນ ນັບຕັ້ງແຕ່ການຮັບນັກເຕະຈາກສະໜາມບິນ ໂດຍແຟນບານ ແລ...
ຂ່າວພາຍໃນ
2018-01-29T09:41:18+00:00
https://laopost.com/?p=98865
10 ເມືອງໃນສະຫວັນນະເຂດໄດ້ຮັບຜົນກະທົບຈາກນ້ຳຖ້ວມ
ທົ່ວແຂວງສະຫວັນນະເຂດ ມີເມືອງ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມທັງໝົດ 10 ເມືອງ ໂດຍເມືອງເຊໂປນນໍ້າຖ້ວມຢ່າງໜັກໜ່ວງໃນຮອບ 42 ປີ. ອີງຕາມການລາຍງານຂ່າວຈາກ ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ສືບຕໍ່ເຄື່ອນໄຫວລົງພື້ນທີ່ຕົວຈິງ ເພື່ອຕິດຕາມເ...
ຂ່າວທ້ອງຖິ່ນ
2020-10-19T09:25:59+00:00
https://laopost.com/?p=121762
ຊາວອາເມຣິກັນຮ້ອງຂໍລັດຖະບານ ປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ ປ້ອງກັນອີໂບລາ
ອີໂບລາແຜ່ເຊື້ອເຂົ້າສູ່ສະຫະລັດ ປະຊາຊົນຊາວອາເມຣິກັນຮ້ອງຂໍລັດປິດຊາຍແດນ ງົດຖ້ຽວບິນຈາກອາຟຣິກາ ປ້ອງກັນການແຜ່ເຊື້ອ. ສື່ຂອງຕ່າງປະເທດລາຍງານ ໃນວັນທີ 16 ຕຸລານີ້ວ່າ ການແຜ່ລະບາດຂອງໄວຣັສອີໂບລາ ໃນເມືອງໃຫຍ່ຂອງອາ ເມຣິກາ ເປັນການພິສູດຝີມືທາງການແພດ ແລະ ການເມືອງຂອງສະຫະລັດ ເຖິງແມ່ນຈະມີຜູ້ເສຍຊີວິດແລ້ວ ພຽງແຕ່ 1 ຄົນ ແລະ ພະຍາບານອີກພຽງ 2 ຄົນເທ...
ຂ່າວຕ່າງປະເທດ
2014-10-16T17:12:55+00:00
https://laopost.com/?p=12002
ຕວກກີບຸກຈັບ ຜູ້ຖືກສົງໄສກຸ່ມໄອເອັສ 20 ຄົນ ກຳລັງວາງແຜນກໍ່ການຮ້າຍ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ເຈົ້າໜ້າທີ່ຕຳຫລວດຕວກກີ ໄດ້ຈັບກຸມຕົວ ຜູ້ຖືກສົງໄສ 20 ຄົນ ທີ່ທາງການສົງໄສວ່າ ເປັນສະມາຊິກກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ເມືອງອາດານາ ທາງພາກໃຕ້ຂອງປະເທດ ໃນຕອນຂ້ອນແຈ້ງຂອງວັນພະຫັດທີ 4 ສິງຫານີ້ ໂດຍຕຳຫລວດໄດ້ໃຊ້ກຳລັງພົນ ພ້ອມເຮລິຄອບເຕີ້ສະໜັບສະໜູນ ບຸກເຂົ້າກວດຄົ້ນໃນເມືອງດັ່ງກ່າວ 22 ຈຸດພ້ອມ...
ຂ່າວຕ່າງປະເທດ
2016-08-04T22:05:56+00:00
https://laopost.com/?p=67315
ຜົນການແຂ່ງຂັນບານເຕະຄືນວັນພຸດ ທີ25 ກຸມພາ 2015
ຜົນການແຂ່ງຂັນບານເຕະຄືນວັນພຸດ ທີ25 ກຸມພາ 2015 ລາຍການບານເຕະ ຢູຟ່າ ແຊ່ມປ່ຽນລີກ ທີມເຈົ້າບ້ານ ຜົນ ທີມເຢືອນ ອາຣ໌ເຊນ່ອລ ...
ຂ່າວພາຍໃນ
2015-02-26T09:26:34+00:00
https://laopost.com/?p=19824
ພິທີເປີດໂຄງການກໍ່ສ້າງເຈາະອຸມົງ ລົດໄຟລາວ-ຈີນ ຜ່ານແຂວງອຸດົມໄຊ
ໃນຕອນເຊົ້າຂອງວັນທີ 6 ເມສາ 2017 ຜ່ານມາ ທີ່ສະໜາມພູວັດບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ໄດ້ມີພິທີເປີດໂຄງການກໍ່ສ້າງເຈາະອຸມົງ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໄດ້ເປີດຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມ ໂດຍມີທ່ານ ເພັດສາຄອນ ຫຼວງອາໄພ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ມີທ່ານ ໜີ່ປ່າກວາງ ກົງສູນໃຫຍ່ ແ...
ຂ່າວພາຍໃນ
2017-04-07T13:50:41+00:00
https://laopost.com/?p=88398
ຫວຽດນາມຈັບ ອະດີດປະທານ Ocean Bank ປ່ອຍສິນເຊື່ອ 18,7 ຕື້ລະເມີດລະບຽບ!
ທ່ານ ຫ່າ ວັນ ທຳ ອະດີດປະທານທະນາຄານໂອຊຽນ ເຈົ້າໜ້າທີ່ຕຳຫລວດ ຈັບກຸມອະດີດປະທານທະນາຄານໂອຊຽນ ນັກທຸລະກິດມະຫາເສດຖີທີ່ຮັ່ງມີທີ່ສຸດຄົນໜຶ່ງໃນ ຫວຽດນາມ ຂໍ້ຫາລະເມີດລະບຽບປ່ອຍສິນເຊື່ອ. ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ລະບຸຜ່ານທາງເວັບໄຊຂອງທະນາຄານ ວ່າ ທ່ານ ຫ່າ ວັນ ທຳ (Ha Van Tham) ອະດີດປະທານທະນາຄານໂອຊຽນ (Ocea...
ຂ່າວຕ່າງປະເທດ
2014-10-27T19:19:20+00:00
https://laopost.com/?p=12624
ບໍລິສັດ ເບຍລາວ ນຳສະເໜີຜະລິດຕະພັນໃໝ່
ຂປລ. ວັນທີ 7 ທັນວາ 2016 ບໍລິສັດ ເບຍລາວ ຈຳກັດໄດ້ນຳສະເໜີຜະລິດຕະພັນເບຍໃໝ່ (ເບຍພຣີມ້ຽມລະດັບສາກົນ) ຢູ່ປະເທດລາວ ພາຍໃຕ້ຊື່ຜະລິດຕະພັນ(ທູບ໋ອກ) ກັບຄຳຂວັນຂອງຜະລິດຕະພັນ “ເປີດຄວາມມ່ວນຊື່ນ” ທີ່ຈະມາປ່ຽນຄໍ່າຄືນທຳມະດາ ໃຫ້ເປັນຄໍ່າຄືນທີ່ມ່ວນພຽງແຕ່ທ່ານເປີດຝາ. ພິທີເປີດງານດັ່ງກ່າວໂດຍເຂົ້າຮ່ວມຂອງ ທ່ານ ເຮັນລິກ ຈູ ແອນເດີສັນ ຜູ້ອຳນວຍການໃຫ່ຍ ບ...
ຂ່າວພາຍໃນ
2016-12-09T11:02:44+00:00
https://laopost.com/?p=79355
ປະທານປະເທດ ຕ້ອນຮັບ ຮອງຜູ້ບັນຊາການ ທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກ ກຳປູເຈຍ
ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2022. ໂອກາດນີ້, ທ່ານ ທອງລຸນ ສີ...
ຂ່າວພາຍໃນ
2022-08-31T10:10:53+00:00
https://laopost.com/?p=137160
ວິທີຮັກສາອາການຮ້ອນໃນໃນປາກ
“ອາການຮ້ອນໃນ” ເປັນອາການທີ່ບໍ່ສົ່ງຜົນອັນຕະລາຍຕໍ່ຮ່າງກາຍ ແຕ່ມັນໄດ້ສ້າງຄວາມເຈັບປວດ ແລະ ລຳຄານໃຫ້ກັບຄົນທີ່ເປັນ ສິກິນຫຍັງກໍ່ຍາກ ວັນນີ້ເຮົາເລີຍມີວິທີຮັກສາອາການຮ້ອນໃນມາຝາກກັນ ເຊິ່ງຈະເຮັດແບບໃດແນ່ນັ້ນເຮົາມາອ່ານກັນເລີຍ ທາຢາແກ້ຮ້ອນໃນໃສ່ຈຸດທີ່ເປັນ ປ່ຽນຢາສີແຂ້ວທີ່ເຄີຍໃຊ້ ອົມນ້ຳເກືອບ້ວນປາກ ອົມນ້ຳຢາບ້ວນປາກ ກິນນ້ຳສະໝຸນໄພເຢັນດັບຮ້ອນໃນເ...
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-07T16:56:25+00:00
https://laopost.com/?p=67582
6 ວິທີກິນອາຫານເຊົ້າ ໃຫ້ສຸຂະພາບດີ
ການກິນອາຫານເຊົ້າ ມີປະໂຫຍດຕໍ່ຮ່າງກາຍຫຼາຍທີ່ສຸດ ເພາະອາຫານເຊົ້າປຽບເໝືອນກັບພະລັງປະຈຳມື້ທີ່ບໍ່ຄວນເບິ່ງຂ້າມ ຈະເຮັດໃຫ້ເຮົາໄດ້ມີພະລັງເຮັດວຽກໃນມື້ນັ້ນໄດ້ເຕັມທີ່ ແລະສຸດຄວາມສາມາດ, ແຕ່ຕ້ອງມີວິທີກິນ ເພື່ອເຮັດໃຫ້ຮ່າງກາຍສຸຂະພາບດີຂຶ້ນ ກິນອາຫານທີ່ຍ່ອຍງ່າຍ: ຝຶກຕົນເອງກິນອາຫານເຊົ້າທີ່ຍ່ອຍງ່າຍ ແຕ່ມີຄຸນຄ່າທາງອາຫານຫຼາຍ ແລະບໍ່ຄວນກິນຫຼາຍຈົນເກ...
ສຸຂະພາບ ແລະ ສີ່ງແວດລ້ອມ
2016-12-14T10:08:47+00:00
https://laopost.com/?p=79866
ພົອ ປະຍຸດ ຈັນໂອຊາ ຈະສືບຕໍ່ເປັນນາຍົກລັດຖະມົນຕີ
ສານລັດຖະທຳມະນູນ ອ່ານຄຳວິນິດໄສວ່າ ການລົງຄະແນນສຽງສ່ວນຫຼາຍ “ພົອ ປະຍຸດ ຈັນໂອຊາ” ຈະສືບຕໍ່ເປັນນາຍົກລັດຖະມົນຕີ ຍ້ອນເປັນນາຍົກຍັງບໍ່ຄົບ 8 ປີ ນັບຕັ້ງແຕ່ປີ 2017. ວັນທີ 30 ກັນຍາ 2022 ຕຸລາການສານລັດທະທຳມະນູນ ພິຈາລະນາວ່າ ເພື່ອອ່ານຄຳວິນິດໄສເລື່ອງທີ່ປະທານສະພາຜູ້ແທນສົ່ງຄຳຮ້ອງຂໍໃຫ້ສານວິນິດໄສຕາມລັດຖະທຳມະນູນ ມາດຕາ 170 ວ່າ ຄວາມເປັນນາຍົກລັດຖ...
ຂ່າວຕ່າງປະເທດ
2022-09-30T15:58:15+00:00
https://laopost.com/?p=138163
ຂ່າວເສົ້າວົງການມວຍ, ການເສຍຊີວິດຂອງ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຊາວເຢຍລະມັນ
ວົງການມວຍຂອງເມືອງເບຍຣ໌ ເກີດຄວາມໂສກເສົ້າ ກັບ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຜູ້ປັ້ນ 2 ພີ່ນ້ອງຄລິຊ໌ໂກ ແລະ ເຄີຍຝຶກອາດິດແຊ່ມໂລກຊາວເຢຍລະມັນອີກຫຼາຍຄົນ, ເສຍຊີວິດດ້ວຍ ອາຍຸລວມ 67 ປີ ຈາກອາການຫົວໃຈວາຍ ເມື່ອວັນຈັນທີ່ຜ່ານມາ. ໂທມັສ ປູເອສ໌ ປະທານສະຫະພັນມວຍອາຊີບຂອງເຢຍລະມັນ ອອກມາເປີດເຜີຍວ່າ ຟຣີຕຊ໌ ສະດູເນດ ສຸດຍອດຄູຝຶກມວຍ ຊາວເຢຍລະມັນ ຜູ້ເຄີຍເປ...
ຂ່າວຕ່າງປະເທດ
2014-12-23T13:26:57+00:00
https://laopost.com/?p=16094
ຢູກັນດາ ພົບຜູ້ປ່ວຍອີໂບລາລາຍທຳອິດໃນປະເທດ
ອົງການອະນາໄມໂລກອອກມາຢືນຢັນຢ່າງເປັນທາງການແລ້ວວ່າ ພົບຜູ້ຕິດເຊື້ອໄວຣັສມໍລະນະ “ອີໂບລາ” ລາຍທຳອິດໃນປະເທດຢູກັນດາຊຶ່ງເປັນເດັກຊາຍອາຍຸ 5 ປີທີ່ຫາກໍເດີນທາງກັບມາຈາກປະເທດຄອງໂກ (ດີອາຣຄອງໂກ) ຊຶ່ງເປັນປະເທດທີ່ກຳລັງຜະເຊີນກັບການລະບາດຄັ້ງໃຫຍ່ຂອງໄວຣັສຊະນິດນີ້. ທັງນີ້ ຄອງໂກກຳລັງຜະເຊີນກັບການລະບາດຄັ້ງໃຫຍ່ຂອງໄວຣັສອີໂບລາ ຊຶ່ງໃນຊ່ວງ 10 ເດືອນທີ່ຜ່...
ຂ່າວຕ່າງປະເທດ
2019-06-12T10:36:58+00:00
https://laopost.com/?p=115057
ນັກຮຽນຕີກັນໜ້າ ມ.ສ ວຽງຈັນ ຖືກເຈົ້າໜ້າທີ່ສອບສວນ ກຽມດຳເນີນຄະດີ!
ໃນຕອນບ່າຍວັນທີ 10 ກັນຍານີ້ ຢູ່ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ຕຳຫລວດ ກອງຄະດີນະຄອນຫລວງວຽງຈັນ ໄດ້ເຊີນພໍ່ແມ່ຜູ້ປົກຄອງ ພ້ອມຄູອາຈານຈາກໂຮງຮຽນທີ່ກ່ຽວຂ້ອງ ແລະ ກຸ່ມນັກ ຮຽນຍິງ ເຂົ້າຮ່ວມປຶກສາຫາລືຊ່ອງໜ້າຫົວໜ້າ ແລະ ຮອງຫົວໜ້າພະແນກສຶກສາ ແລະ ກິລານະຄອນຫລວງວຽງ ຈັນ ກ່ຽວກັບກໍລະນີກຸ່ມນັກຮຽນຍິງກໍ່ການອາລະວາດຕີກັນຢູ່ຕໍ່ໜ້າ...
ຂ່າວພາຍໃນ
2014-09-11T10:25:31+00:00
https://laopost.com/?p=10245
ກະຊວງ ປກສ ໄດ້ຮັບພາຫະນະ ແລະ ອຸປະກອນຮັບໃຊ້
ໃນວັນທີ 18 ພຶດສະພາ 2023 ຜ່ານມາ, ອົງການສະຫະປະຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC ) ປະຈໍາ ສປປ ລາວ ໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ຫ້ອງການວຽກງານປະສານງານຊາຍແດນ ໃຫ້ກະຊວງ ປກສ, ກ່າວຮັບໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ທ່ານ David Frend ຮັກສາການຫົວໜ້າອົງການ UNO...
ຂ່າວພາຍໃນ
2023-05-22T16:53:06+00:00
https://laopost.com/?p=144757
“ລີຈຸນກິ – ຈອນຮາເຍບິນ” ເລີກກັນເພາະຖືກແຟນຄລັບຝ່າຍຊາຍຕໍ່ຕ້ານ
ຂ່າວບັນເທີງຕ່າງແດນມື້ນີ້ເຮົາອັບເດດຂ່າວຄວາມສຳພັນຂອງຄູ່ຮັກຄົນດັງຈາກຝັ່ງເກົາຫຼີໃຕ້ “ລີຈຸນກິ – ຈອນຮາເຍບິນ” ເປັນອັນວ່າຈົບສິ້ນຄວາມສຳພັນກັນຮຽບຮ້ອຍແລ້ວ ເມື່ວັນທີ 25 ສິງຫາ 2017 ທີ່ຜ່ານມາ Namoo Actors ຕົ້ນສັງກັດຂອງນັກສະແດງທັງສອງໄດ້ເປີດເຜີຍວ່າ ລີຈຸນກິ ແລະ ຈອນຮາເຍບິນ ໄດ້ຢຸດຕິຄວາມສຳພັນ ຫຼັງຈາກທີ່ຄົບກັນມາໄດ້ພຽງ 1 ປິເທົ່ານັ້ນ ເນື່ອງຈ...
ຂ່າວບັນເທິງ
2017-08-29T19:15:30+00:00
https://laopost.com/?p=94379
ການເຂົ້າ-ອອກ ນະຄອນຫຼວງວຽງຈັນ ໃນວັນທີ 20 ມິຖຸນາ ຫາ 04 ກໍລະກົດ 2021
ເງື່ອນໄຂການອະນຸຍາດເຂົ້າ-ອອກ ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ຫາ 04 ກໍລະກົດ 2021 ອີງຕາມ ຄຳສັ່ງ ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ອີງຕາມ ແຈ້ງການ ຂອງຫົວໜ້າສຳນັກງານນາຍົກລັດຖະມົນຕິ ສະບັບເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021; ອີງຕາມ ແຈ້ງການຂອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄ...
ຂ່າວທ້ອງຖິ່ນ
2021-06-21T17:45:09+00:00
https://laopost.com/?p=125493
ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017
ລັດຖະບານ ຈະເພີ່ມເງິນເດືອນ-ເງິນອຸດໜູນ ໃຫ້ພະນັກງານ-ລັດຖະກອນ ໃນສົກປີ 2016-2017 —————————————————— ບັນຫາເງິນທີ່ຈະເພີ່ມຈຳນວນ 760.000 ກີບ ທີ່ຖືກຕັດອອກຜ່ານມານັ້ນ ແລະ ບັນຫາເງິນເດືອນທີ່ຊັກຊ້າຖືເປັນອີກໜຶ່ງບັນຫາ ທີ່ສັງຄົມໃຫ້ ຄວາມສົນໃຈຕະຫລອດມາ ແລະ ກໍໄດ້ມີການສະເໜີ ໃຫ້ຂັ້ນເທິງຕິດຕາມກວດກາເບິ່ງ ຫາວິທີແກ້ໄຂ, ໂດຍການໂທລະສັບເຂົ້າຫາ ສາຍດ່ວ...
ຂ່າວພາຍໃນ
2016-05-05T11:14:01+00:00
https://laopost.com/?p=56126
ທ່ານປະທານປະເທດເດີນທາງໄປຢ້ຽມຢາມຜູ້ປະສົບໄພ 2 ແຫ່ງທີ່ແຂວງອັດປື ພ້ອມມອບເງິນຊ່ວຍເຫຼືອ
ສຳນັກຂ່າວສານປະເທດລາວໄດ້ເຜີຍແຜ່ຄລິບວິດີໂອ ເມື່ອວັນທີ 18 ສິງຫາ 2018 ທີ່ຜ່ານມາວ່າ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາທີ່ແຂວງອັດຕະປື ເພື່ອມາພົບປະໂອ້ລົມພະນັກງານແຂວງອັດຕະປື. ພ້ອມດຽວກັນນັ້ນ ທ່ານ ບຸນຍັງ ວໍລະຈິດ ໄດ້ເດີນທາງລົງຢ້ຽມຢາມຜູ້ໄດ້ຮັບຜົນກະທົບທີ່ໂຮງຮຽນ ມັດທະຍົມສົມບ...
ຂ່າວພາຍໃນ
2018-08-20T15:43:24+00:00
https://laopost.com/?p=102947
ເປີດສົກຮຽນໃໝ່ປີນີ້ ອຸປະກອນ ແລະ ເຄື່ອງແບບນັກຮຽນມີລາຄາແພງຂຶ້ນເລັກໜ້ອຍ
ຕາມການລົງສຳຫລວດຕະຫລາດຂາຍເຄື່ອງອຸປະກອນການສຶກສາ ແລະ ເຄື່ອງແບບນັກຮຽນໃນນະຄອນຫລວງ ວຽງຈັນຂອງນັກຂ່າວລາວພັດທະນາພວກເຮົາ, ໂດຍສັງເກດເຫັນວ່າສິນຄ້າດັ່ງກ່າວມີລາຄາແພງຂຶ້ນເລັກໜ້ອຍ ເມື່ອທຽບໃສ່ປີຜ່ານມາ, ແຕ່ກໍຍັງຢູ່ໃນເກນປົກກະຕິ ເມື່ອທຽບກັບສິນຄ້າໃຊ້ສອຍອື່ນໆ ແລະ ກໍສາມາດຕອບສະ ຫນອງພຽງພໍກັບຄວາມຕ້ອງການຂອງສັງຄົມໄດ້ເປັນຢ່າງດີ ແລະ ບໍພຽງແຕ່ຢູ່ນະຄອ...
ຂ່າວພາຍໃນ
2014-08-27T14:26:22+00:00
https://laopost.com/?p=9470
ມຽນມາເປີດເຂດເສດຖະກິດພິເສດຕິລາວາ ຄາດສ້າງວຽກເຮັດງານທຳເຖິງ 40,000 ຕຳແໜ່ງ!
ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 23 ກັນຍາຜ່ານມານີ້ ທ່ານ ຢານຕຸນ ຮອງປະທານາທິບໍດີມຽນມາ ໄດ້ເຂົ້າຮ່ວມພິທີເປີດເຂດເສດຖະກິດພິເສດຕິລາວາ (Thilawa) ໄລຍະທຳອິດ ຊຶ່ງຕັ້ງຢູ່ຫ່າງຈາກນະຄອນຢາງກຸ້ງໃຊ້ເວລາເດີນທາງປະມານ 1 ຊົ່ວໂມງ ໂດຍເຂດເສດຖະກິດພິເສດດັ່ງກ່າວນີ້ ຈະເປັນທີ່ຕັ້ງຂອງໂຮງງານປະມານ 100 ແຫ່ງ ທີ່ສາມາດສ້າງວຽກເຮັດງານທຳໃຫ້ແກ່ຊາວມຽນມາໄດ້ເ...
ຂ່າວຕ່າງປະເທດ
2015-09-24T11:16:13+00:00
https://laopost.com/?p=36249
ດ່ວນ! ເຮືອບິນ ແອຣ໌ ເອເຊຍ ຈາກອິນໂດເນເຊຍ ໄປສິງກະໂປ ສູນຫາຍ!
ເຮືອບິນແອຣ໌ ເອເຊຍ ອິນໂດເນເຊຍ ຂຶ້ນບິນຈາກສະໜ!ມບິນສຸບາຣາຢາ ຂາດການຕິດຕໍ່ກັບຫໍບັງຄັບການບິນ. ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (28 ທັນວາ) ວ່າ ເຮືອບິນແອຣ໌ບັສ 320-200 ຂອງສາຍການບິນ ແອຣ໌ ເອເຊຍ ອິນໂດເນເຊຍ ຖ້ຽວບິນ QZ8501 ຈາກອິນໂດເນເຊຍ ຈະບິນໄປສິງກະໂປ ໂດຍຂຶ້ນບິນຈາກສະໜາມບິນ ສຸບາຣາຢາ ຂາດການຕິດຕໍ່ກັບຫໍບັງຄັບການບິນຈາກາຕາ ເມື່ອເວລາ 6:1...
ຂ່າວຕ່າງປະເທດ
2014-12-28T11:29:54+00:00
https://laopost.com/?p=16549
ລາຍລະອຽດສະຖານະການໂຄວິດ-19 ໃນ ສປປ ລາວ ວັນທີ 2 ພຶດສະພາ 2021
ສປປ ລາວ ໃນວັນທີ 01 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ, ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້: ນະຄອນຫຼວງ 34 ຕົວຢ່າງ, ແຂວງວຽງຈັນ 3 ຕົວຢ່າງ, ແຂວງຈຳປາສັກ 11 ຕົວຢ່າງ, ແຂວງບໍ່ແກ້ວ 60 ຕົວຢ່າງ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ), ແຂວງສະຫວັນນະເຂ...
ຂ່າວພາຍໃນ
2021-05-02T15:16:59+00:00
https://laopost.com/?p=124496
ຮືຮາ! ສະລິບເມຍ ອະດອບ ຮິດເລີ ຜູ້ນຳຟາດຊິດເຢຍລະມັນ ຖືຶກປະມູນຂາຍ ທະລຸ 28 ລ້ານກວ່າກີບ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພະຈິກນີ້ວ່າ ສະຖາບັນຟິລິບເຊີເຣວ ຕັ້ງຢູ່ເມືອງມັນເວີນ ປະເທດອັງກິດ ໄດ້ນຳເອົາໂສ້ງໃນ ຫລື ສະລິບສີບົວຂອງ ທ່ານ ນາງ ອີວາ ບຣາວ ພັນລະຍາຂອງ ອະດອບ ຮິດເລີ ຜູ້ນຳພັກນາຊີ ໃນຍຸກຟາດຊິດເຢຍລະມັນອອກມາປະມູນຂາຍ ໂດຍໃນເບື້ອງຕົ້ນ ໄດ້ຕັ້ງປະເມີນລາຄາໄວ້ພຽງ 400 ປອນ (ປະມານ 3,968,000 ກີບ) ແຕ່ວ່າໃນທີ່ສຸດ ໄດ້ມີຜູ້ສົນໃຈສ...
ຂ່າວຕ່າງປະເທດ
2016-11-08T16:20:58+00:00
https://laopost.com/?p=75675
ເມືອງຊຳເໜືອຈັດພິທີມອບສົ່ງຊາວໜຸ່ມເຂົ້າຮັບໃຊ້ພັນທະປ້ອງກັນຊາດ
ພິທີຈັດສົ່ງຊາວຫນຸ່ມ ຊາຍສະກັນທີ່ສະຫມັກໃຈ ເຂົ້າປະກອບສ່ວນຮັບໃຊ້ພັນ ທະປ້ອງກັນຊາດ ປະຈຳປີ 2013 ທົ່ວເມືອງຊຳເຫນືອ ແຂວງຫົວພັນ ໄດ້ຈັດຂຶ້ນໃນ ກາງເດືອນທັນວາ 2013 ຢູ່ທີ່ ກອງບັນຊາການທະຫານ ເມືອງຊຳເຫນືອ ໂດຍມີສະ ຫາຍພັນເອກ ວຽງພອນ ມະນີ ເດດ ກຳມະການພັກແຂວງ, ຫົວຫນ້າການທະຫານກອງ ບັນຊາການທະຫານແຂວງ ຫົວພັນ, ສະຫາຍນາງ ແພງ ກັນຍາພິມ ກຳມະການພັກ ແຂວງເຈ...
ຂ່າວພາຍໃນ
2013-12-26T11:34:38+00:00
https://laopost.com/?p=4235
ອາເຊນອລ ຍິງຖະຫຼົ່ມ ແມນຢູ ມຸ່ນອຸ້ຍປຸ້ຍ 3-0 ປະຕູ
ການແຂ່ງ­ຂັນບານເຕະ ພຣີເມຍລີກ ອັງ­ກິດ ນັດທີ 8 ຂອງລະ­ດູການ 2015-2016 ເມື່ອວັນທີ 4 ຕຸ­ລາ 2015 ທີ່ຜ່ານມາ ເກມທີ່ໝ້າສົນ­ໃຈ ຢູທີ່ບິ໊ກແມ໊ດ ລະ­ຫວ່າງສະໂມ­ສອນ ອາເຊນອລ ທີມອັນດັບ 4 ເປີດສະໝາມ ເອມິເຣສ ສະເຕດຽມ ຕ້ອນ­ຮັບການມາຢາມຂອງສະ­ໂມ­ສອນ ແມນເຊັສເຕີ ຢູໄນເຕັດ ທີມນຳຂອງຕາ­ຕະ­ລາງ. ຜ່ານການແຂ່ງ­ຂັນປະ­ກົດວ່າ ອາເຊນອລ ເປັນຝ່າຍເອົາຊະ­ນະ ແມນຢູ ໄປ...
ຂ່າວພາຍໃນ
2015-10-06T14:51:09+00:00
https://laopost.com/?p=37273
ສະພາບລາຄາສິນຄ້າ ແລະ ບໍລິການເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3%
ສະພາບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ເມື່ອທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 2,3% ລາຍລະອຽດຄືດັ່ງລຸ່ມນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶ້ນ 1,5% ໃນນີ້ ລາຄາເຂົ້າສານ ເພີ່ມຂຶ້ນ 3,2%, ຊີ້ນ ເພີ່ມຂຶ້ນ 0,5% ໃນນັ້ນຊີ້ນຫມູ ເພີ່ມຂຶ້ນ 0,2%, ຊີ້ນງົວ ແລະ ຄວາຍ ເພີ່ມຂຶ້ນ 0,1%, ສັດປີກ ເພີ່ມຂຶ້ນ 2,0%, ປາ ແລະ ອາຫານທະເລ ...
ຂ່າວພາຍໃນ
2023-08-01T16:18:10+00:00
https://laopost.com/?p=146499
ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດອີຕາລີເຂົ້າຢ້ຽມອຳລາ
ໃນວັນທີ 13 ກໍລະກົດ 2022, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລໍເຣັນໂຊ ກາລັງຕີ (Lorenzo Galanti), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ ບາງກອກ, ຣາຊະອານາຈັກໄທ ໃນໂອກາດທີ່ທ່ານໄດ້ສ...
ຂ່າວພາຍໃນ
2022-07-14T13:40:30+00:00
https://laopost.com/?p=135701
‘WHO’ ເຕືອນ! ໂຄວິດ-19ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນ
ສຳນັກຂ່າວຕ່າງປະເທດ ລາຍງານວ່າ ‘WHO’ ເຕືອນ! ໂຄວິດ-19 ອາດສືບຕໍ່ການລະບາດເຖິງທົ່ວໂລກຈະໄດ້ຮັບການສັກວັກຊີນປ້ອງກັນແລ້ວກໍ່ຕາມ ເຊື່ອວ່າໃນອານາຄົດອັນໃກ້ວັກຊີນຍັງບໍ່ທັນມີພຽງພໍທີ່ຈະຢຸດການລະບາດໄດ້. ທ່ານ ດຣ ໄມ ໄຣອັນ, ຜູ້ອຳນວຍການໂຄງການສຸກເສີນຂອງອົງການອະນາໄມໂລກ (WHO) ເຕືອນວ່າ ມີຄວາມສ່ຽງທີ່ໂຄວິດ-19 ຈະຍັງສືບຕໍ່ແຜ່ລະບາດຕໍ່ໄປເຖິງແມ່ນວ່າຈະມີ...
ຂ່າວຕ່າງປະເທດ
2021-01-27T11:14:42+00:00
https://laopost.com/?p=122809
ເກີດເຫດອາຄານເກົ່າຖະຫລົ່ມຢູ່ຮ່າໂນ້ຍ ມີຜູ້ເສຍຊີວິດ 1 ຄົນ ບາດເຈັບອີກຫລາຍລາຍ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກັນຍາຜ່ານມານີ້ວ່າ ເກີດເຫດອາຄານເກົ່າ 2 ຊັ້ນ ຖະຫລົ່ມຢູ່ນະຄອນຫລວງຮ່າໂນ້ຍ ຊຶ່ງມີປະຊາຊົນເກືອບ 20 ຄົນ ອາໄສຢູ່ພາຍໃນອາຄານເກົ່າດັ່ງກ່າວ ໂດຍເຈົ້າໜ້າທີ່ສາມາດຊ່ວຍເຫລືອຜູ້ປະສົບເຫດໄດ້ 15 ຄົນ ໃນນັ້ນມີ 5 ຄົນໄດ້ຮັບບາດເຈັບສາຫັດ ໂດຍມີຜູ້ເສຍຊີວິດ 1 ຄົນ ແລະ ຍັງມີຜູ້ຕິດຢູ່ພາຍໃນອາຄານອີກ 2 ຄົນ. ທັງນີ້ ອາຄານ...
ຂ່າວຕ່າງປະເທດ
2015-09-23T16:22:23+00:00
https://laopost.com/?p=36129
ຕຳຫລວດຫວຽດນາມ ຍຶດແມວຫລາຍກ່ວາ 3 ໂຕນ ລັກລອບນຳເຂົ້າ ເພື່ອການບໍລິໂພກ!
ຕຳຫລວດຫວຽດນາມ ຍຶດແມວຫລາຍພັນໂຕທີ່ຖືກລັກລອບນຳເຂົ້າຈາກປະເທດຈີນ ເພື່ອການບໍລິໂພກ. ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນທີ 27 ມັງກອນຜ່ານມານີ້ ເຈົ້າໜ້າທີ່ຕຳຫລວດເຂດດົ່ງດາ ນະຄອນຫລວງຮ່າໂນ້ຍ ຂອງຫວຽດນາມ ໄດ້ກວດພົບລົດບັນທຸກທີ່ມີແມວລວມກັນຫລາຍກ່ວາ 3 ໂຕນ ເຊິ່ງຖືກລັກລອບນຳເຂົ້າມາຈາກປະເທດຈີນ ທາງຊາຍແດນແຂວງກວາງນິງ ໂດຍປາຍທາງຂອງລົດບັນທຸກແມວດັ່ງກ...
ຂ່າວຕ່າງປະເທດ
2015-02-02T10:30:41+00:00
https://laopost.com/?p=19138
ການບິນລາວໄດ້ຮັບລາງວັນສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ 2020 ຈາກ Tripadvisor
ເວັບໄຊຂ່າວ ລາວທຽນທາມ ລາຍງານໃຫ້ຮູ້ວ່າ ຄັ້ງທໍາອິດ, ການບິນລາວ Lao Airlines ໄດ້ຮັບລາງວັນ “Travelers Choice Airlines” Best Regional Airlines of Asia – ສາຍການບິນຍອດຢ້ຽມ-ດີເດັ່ນ ພາກພື້ນອາຊີ.” ປີ 2020” ຈາກ Tripadvisor (TripAdvisor) ເວັບໄຊທ໌ທ່ອງທ່ຽວຊັ້ນນຳຂອງໂລກ, ເຊິ່ງມີການຈັດອັນດັບຄວາມເພິ່ງພໍໃຈໃນການ ນຳໃຊ້ສາຍການບິນທົ່ວໂລກ ລາງວັນ...
ຂ່າວທ້ອງຖິ່ນ
2020-08-04T18:42:53+00:00
https://laopost.com/?p=120688
ທ່ານປະທານສະພາແຫ່ງຊາດ ຕ້ອນຮັບຜູ້ຕາງໜ້າ UNFPA
“> ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງທ່ານ ດຣ. ນາງ ເອສເທີມຸຍ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບກອງທຶນເພື່ອປະຊາກອນ (UNFPA) ປະຈຳລາວ ໃນຕອນເຊົ້າວັນທີ 3 ເມສາ 2014 ຢູ່ທີ່ສະພາແຫ່ງຊາດ ໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ສະແດງຄວາມຍ້ອງ...
ຂ່າວພາຍໃນ
2014-04-04T21:05:21+00:00
https://laopost.com/?p=4702
CP All ເປີດ 7-Eleven ໃນລາວສັນຍາ 30ປີ
ຫຼັງຈາກທີ່ໄດ້ສິດແຟນໄຊສ໌ສຳລັບຂະຫຍາຍສາຂາທີ່ກຳປຸເຈຍຮຽບຮ້ອຍແລ້ວ ຫຼ້າສຸດ ບໍລິສັດ ຊີພີ ອໍ ຈຳກັດ (ມະຫາຊົນ) ໄດ້ແຈ້ງຕະຫຼາດຫຼັກຊັບແຫ່ງປະເທດໄທວ່າໄດ້ຮັບສິດໃນປະເທດລາວແລ້ວ. ໃນວັນທີ 28 ສິງຫາ 2020 ເວັບໄຊ thestandard ລາຍງານວ່າ All Laos Co., Ltd. ເຊິ່ງເປັນບໍລິສັດຍ່ອຍຂອງ CP All (ຖືຫຸ້ນໃນອັດຕາສ່ວນ 99.99% ໂດຍ Albuera International Limited...
ຂ່າວທ້ອງຖິ່ນ
2020-08-29T08:55:19+00:00
https://laopost.com/?p=121103
ຈັບຜູ້ກໍ່ເຫດຕຳແລ້ວໜີຢູ່ແຂວງຜົ້ງສາລີ
ໃນວັນທີ 1 ສິງຫາ 2023 ໄດ້ມີອຸບັດຕິເຫດລົດກະບະຕຳລົດຈັກ ຢູ່ເຂດບ້ານບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 2 ຄົນ ແຕ່ຜູ້ຂັບຂີ່ລົດກະບະແມ່ນໄດ້ເອົາຕົວຫຼົບໜີໄປ. ພາຍຫຼັງທາງຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ຜົ້ງສາລີ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີແລ້ວ ໄດ້ມອບໝາຍໃຫ້ທາງຄະນະພັກ-ຄະນະບັນຊາ ຫ້ອງຕຳຫຼວດຮີບຮ້ອນຊີ້ນຳພະແນ...
ຂ່າວພາຍໃນ
2023-08-16T14:05:08+00:00
https://laopost.com/?p=146810
ຫົງນ້ຳຕາໄຫຼ! ນຳກ່ອນແຕ່ວິນລ່າລົວແຊງ 2-1 ເຂົ້າຮອບຊິງເອັບເອ ຄັບ
ແອດສ໌ຕັນ ວິນລ່າ ເຮັດໄດ້ສຳເລັດ ຫຼັງຈາກພິກເອົາຊະນະລິເວີພູ 2-1 ສົ່ງຜົນໃຫ້ທີມໄດ້ເຂົ້າຮອບຊິງຊະນະເລີດ ເອັບເອ ຄັບ ກັບ ອາເຊນອນ ທີ່ຜ່ານເຂົ້າຮອບໄປກ່ອນແລ້ວ ນາທີ 25 ເນທານ ເບເກີ ກອງຫຼັງຂອງເຈົ້າບ້ານໄດ້ຮັບບາດເຈັບຈົນຫຼີ້ນບໍ່ໄດ້ສົ່ງ ໂຢເຣດສ໌ ໂອໂຄເຣ່ ລົງແທນ ນາທີ 30 ລິເວີພູໄດ້ປະຕູຂື້ນນຳຈາກຈັງຫວະເກມບຸກຫຼີ້ນຊີ້ງກັນຢ່າງສວຍງາມແຕ່ກໍ່ພາດແນວຮັບ...
ຂ່າວພາຍໃນ
2015-04-20T09:59:51+00:00
https://laopost.com/?p=23795
ພະຍາດຄໍຕີບລະບາດຢູ່ແຂວງວຽງຈັນມີຜູ້ເສຍຊີວິດແລ້ວ 2 ຄົນ
ປັດຈຸບັນພະຍາດຄໍຕີບອັກເສບໄດ້ລະບາດຢູ່ 6 ບ້ານຂອງເມືອງແມດແຂວງວຽງ ຈັນຄື ບ້ານສາມັກຄີໄຊ, ນາສະຫວ່າງ,ນາອຸດົມ,ປາກແພນ, ຫ້ວຍຕົມ ແລະ ນາດີ, ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍກວ່າ 10ຄົນ. ຕາມການລາຍງານຂອງ ທ່ານ ດຣ. ສີທົນ ຕັນມິງ ຫົວໜ້າຫ້ອງການສາທາ ລະນະສຸກເມືອງແມດໃນວັນທີ 24 ມິຖຸນານີ້ວ່າ: ນັບແຕ່ຕົ້ນເດືອນມິຖຸນ...
ຂ່າວທ້ອງຖິ່ນ
2015-06-25T11:27:19+00:00
https://laopost.com/?p=28889
ປຶນໃຫຍ່ ອາຣ໌ເຊນອລບຸກເອົາຊະນະ ໄບຣທ໌ຕັນແບບວຸດວິດ
ເອຟອັຄັພ ຮອບ4 ຄືນງວັນອາທິດ ທີ25 ມັງກອນ 2015 ປຶນໃຫຍ່ ອາຣ໌ເຊນອລບຸກເອົາຊະນະ ໄບຣທ໌ຕັນ 3-2 ແຊ່ມເກົ່າອາຣ໌ເຊນອລ ເຮັດໃຫ້ກອງເຊຍບີບຫົວໃຈພໍສົມຄວນ ກ່ອນຈະເປັນຝ່າຍລຸກໄປເອົາຊະນະ ໄບຣທ໌ຕັນ ແອນດ໌ ໂຮຟ ອັນບ່ຽນ ແບບສະໜຸກ 3-2 ຜ່ານເຂົ້າໄປຫຼິ້ນຮອບຕໍ່ໄປໄດສໍາເລັດໃນການແຂ່ງຂັນບານເຕະ ເອຟເອຄັພ ຮອບ4 ຄິນວັນອາທິດ ທີ່ 20 ມັງກອນ ທີ່ຜ່ານມາ >>ຂອບໃຈhttp://...
ຂ່າວພາຍໃນ
2015-01-26T09:52:21+00:00
https://laopost.com/?p=18699
ອາເມຣິກາປະກາດໃຫ້ໂຣກລະບາດໝາກສຸກລີງເປັນພາວະສຸກເສີນ
ວັນທີ 4 ສິງຫາ 2022 ສະຫະລັດອາເມຣິກາ ປະກາດໃຫ້ໂຣກລະບາດຝີດາດລີງ ຫຼື ໝາກສຸກລີງ ໃນປະເທດ ເປັນພາວະສຸກເສີນດ້ານສາທາລະນະສຸກ ເພື່ອລະດົມຊັບພະຍາກອນໃນການຮັບມືກັບພະຍາດດັ່ງກ່າວ ທີ່ມີຜູ້ຕິດເຊື້ອຢູ່ອາເມຣິກາແລ້ວ 6.600 ຄົນ. ການປະກາດນີ້ ຈະຊ່ວຍເປີດທາງໃຫ້ທາງການຈັດສັນເງິນ ແລະ ຄວາມຊ່ວຍເຫຼືອດ້ານອື່ນໆເພື່ອຫຼຸດການລະບາດ. ລັດຖະມົນຕີກະຊວງສາທາລະນະສຸກ ...
ຂ່າວຕ່າງປະເທດ
2022-08-05T14:09:51+00:00
https://laopost.com/?p=136361
ຫວຽດນາມ ຄວບຄຸມໂຕຜູ້ໂດຍສານຊາວໄນຈີເຣຍ 2 ຄົນ ຄາສະໜາມບິນ ສ່ຽງຕິດເຊື້ອອີໂບລາ
ທາງການຫວຽດນາມ ໄດ້ຄວບຄຸມໂຕຜູ້ໂດຍສານຊາວໄນຈີເຣຍ 2 ຄົນ ທີ່ສະໜາມບິນ ເຕິນ ເຊິນ ເຍຶດ ນະຄອນໂຮ່ຈິມິນ ໃນຕອນບ່າຍຂອງວັນອັງຄານທີ 19 ສິງຫາ 2014 ຜ່ານມານີ້ ໂດຍທັງສອງຄົນອອກເດີນທາງຈາກໄນຈີເຣຍ ເມື່ອວັນທີ 18 ສິງຫາ 2014 ກັບສາຍການບິນກາຕາແອຣ໌ເວ ເຊິ່ງກວດພົບວ່າ ໜຶ່ງໃນສອງຄົນມີອາການໄຂ້ສູງ ນຂະນະດຽວກັນ ທາງການໄດ້ປະກາດຕິດຕາມໂຕຜູ້ໂດຍສານອີກ 4 ຄົນ ທີ່ນັ...
ຂ່າວຕ່າງປະເທດ
2014-08-20T09:51:42+00:00
https://laopost.com/?p=9063
ເກີດເຫດນໍ້າຖ້ວມ “ຈາກາຕາ” ຢ່າງໜັກ
ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 21 ກຸມພາ 2017 ຜ່ານມາວ່າ ນະຄອນຫຼວງຈາກາຕາ ເມືອງຫຼວງຂອງອິນໂດເນເຊຍ ນໍ້າຖ້ວມຢ່າງແຮງ ຫຼັງຈາກົນຕົກລົງມາຢ່າງໜັກດົນຫຼາຍຊົ່ວໂມງ ສົ່ງຜົນໃຫ້ບ້ານເຮືອນປະຊາຊົນຫຼາຍພັນຫຼັງຖືກນໍ້າຖ້ວມ, ລົດຍົນຕິດຄ້າງ ແລະປະຊາຊົນຈຳນວນຫຼາຍ ຕ້ອງຍ່າງລຸຍນໍ້າ, ບາງບ່ອນມີລະດັບນໍ້າຂຶ້ນສູງເຖິງ 1.5 ແມັດ ເບື້ອງຕົ້ນເຈົ້າໜ້າທີ່ທາງການ...
ຂ່າວຕ່າງປະເທດ
2017-02-22T09:38:47+00:00
https://laopost.com/?p=85672
ໄຂຂະບວນການຮ່າງບົດລາຍງານແຫ່ງຊາດ ສະບັບທີ 3-6 ໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ
ຄະນະກໍາມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ອົງການອຸຍນີເເຊັບ ປະຈໍາ ສປປ.ລາວ ໄດ້ຮ່ວມກັນໄຂຂະບວນການເພື່ອການຂຽນບົດລາຍງານ ສະບັບທີ 3-6 ແຕ່ໄລຍະປີ 1995-2015 ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃນ ສປປ.ລາວ ຂຶ້ນເມື່ອວັນທີ 25 ມີນາ 2016 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ລີຕູ້ ບົວປ່າວ ຮອງລັດຖະມົນຕີກະຊວງສຶກ...
ຂ່າວພາຍໃນ
2016-03-27T08:45:06+00:00
https://laopost.com/?p=51739
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 9 ມັງກອນ 2017 ທີ່ອົງການປົກຄອງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ການນຳ ນະຄອນຫຼວງ, ອະດີດການນຳ, ນັກປະຕິວັດອາວຸໂສ, ...
ຂ່າວພາຍໃນ
2017-01-11T13:45:26+00:00
https://laopost.com/?p=82860
ຜູ້ນຳຝຣັ່ງ ປະກາດຊ່ວຍລີບັງ 100 ລ້ານເອີໂຣ ຮັບພາລະເບິ່ງແຍງ ຜູ້ອົບພະຍົບຊາວຊີຣີ!
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ທ່ານ ຟຣອງຊົວ ອອນລອງ ປະທານາທິບໍດີຝຣັ່ງ ໄດ້ປະກາດຈະມອບເງິນຊ່ວຍເຫລືອ ຈຳນວນ 100 ລ້ານເອີໂຣ ພາຍໃນໄລຍະ 3 ປີຕໍ່ຈາກນີ້ ໃຫ້ແກ່ລັດຖະບານລີບັງ ເພື່ອຮັບມືກັບພາລະຄ່າໃຊ້ຈ່າຍ ໃນການເບິ່ງແຍງລ້ຽງດູຜູ້ອົບພະຍົບຊາວຊີຣີ ຈຳນວນກວ່າ 1 ລ້ານຄົນ ທີ່ພາກັນຂ້າມຊາຍແດນ ໜີສົງຄາມຄວາມວຸ້ນວາຍພາຍໃນປະເທດ ເຂົ...
ຂ່າວຕ່າງປະເທດ
2016-04-18T18:03:34+00:00
https://laopost.com/?p=53779
ມາເບິ່ງບົດບາດ ລູກນໍ້າ ທິດາລັດ ໃນ “ສິ້ນລາຍຫົງ”
ສົມຊື່ດາລາດັງລະດັບແຖວໜ້າຂອງປະເທດເຮົາອີຫຼີກັບສາວ ລູກນໍ້າ ທິດາລັດ ທີ່ໄດ້ໂຊສີມືການສະແດງໃນລະຄອນເລື່ອງ “ສີ້ນລາຍຫົງ” ໂດຍ ສາວລູກນໍ້າ ຫາກໍ່ປະກົດຕົວໃຫ້ຜູ້ຊົມໄດ້ເບິ່ງໃນຕອນແລງຂອງມື້ວານນີ້ເອງ ທາງຊ່ອງ 8 ຂອງປະເທດເພື່ອນບ້ານ ພາຍຫຼັງທີ່ຄອງຄອຍກັນມາດົນ ເຊິ່ງໃນເລື່ອງສາວລູກນໍ້າສະແດງເປັນ ເຈົ້າດາລາໄລ ລູກສາວ ເຈົ້າໄກສີ ເຊື້ອເຈົ້າຈາກວຽງຈັນ. ໃນ...
ຂ່າວພາຍໃນ
2018-12-18T14:31:46+00:00
https://laopost.com/?p=107872
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີແຫ່ງສາທາລະນະລັດໄຊປຣັດສ
ໃນວັນທີ 8 ທັນວາ 2022, ທີ່ ສໍານັກງານປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ (Presidential Palace), ທ່ານ ລັດສະຫມີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ນິໂກສ ອານາສະຕາຊີອາເດັສ (Nicos Anastasiades), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດສ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນ...
ຂ່າວພາຍໃນ
2022-12-12T16:01:47+00:00
https://laopost.com/?p=139981
ທ່ານ ບາຣັກ ໂອບາມາ ຈະຢ້ຽມຢາມຈີນ ແລະ ລາວ ແຕ່ວັນທີ 2 – 9 ເດືອນໜ້າ
ວັນທີ 18 ສິງຫານີ້ຕາມເວລາທ້ອງຖິ່ນ, ທຳນຽບຂາວອາເມລິກາໄດ້ປະກາດວ່າ: ທ່ານ ບາຣັກ ໂອບາມາ ປະທານາທິ ບໍດີອາເມລິກາຈະຢ້ຽມຢາມຈີນແລະລາວແຕ່ວັນທີ 2 ຫາວັນທີ 9 ເດືອນກັນຍາໜ້ານີ້ ພ້ອມທັງເຂົ້າຮ່ວມກອງ ປະ ຊຸມສຸດຍອດກຸ່ມ 20 ປະເທດ ຫຼື G20 ຫັງໂຈ່ວ, ກອງປະຊຸມສຸດຍອດອາເມລິກາ-ອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ທຳນຽບຂາວອາເມລິກາຢືນຢັນວ່າ: ທ່ານ ບາຣັກ...
ຂ່າວທ້ອງຖິ່ນ
2016-08-21T08:59:40+00:00
https://laopost.com/?p=69480
ເດັກນ້ອຍຜູ້ຍິງ ອາຍຸ 7 ປີ ຖືກລືມໃນລົດຮັບສົ່ງໂຮງຮຽນຈົນເສຍຊີວິດ
ເດັກນ້ອຍ ເພດຍິງ ອາຍຸ 7 ປີ ຖືກລືມໄວ້ລົດຕູ້ໂຮງຮຽນ ຈົນເສຍຊີວິດ ທີ່ປະເທດໄທ ພໍ່ແມ່ຈຶ່ງໄດ້ເຂົ້າແຈ້ງຄວາມເພື່ອເອົາຜິດຜູ້ກ່ຽວຂ້ອງ ຂະນະເຈົ້າໜ້າທີ່ຕະຫຼວດໄດ້ນຳສົບຂອງຜູ້ເສຍຊີວິດຊັນນະສູດຫາສາເຫດຂອງການເສຍຊີວິດ. ວັນທີ 30 ສິງຫາ 2022 ສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງມີເຫດເດັກນ້ອຍນັກຮຽນເສຍຊີວິດ ພາຍໃນລົດຕູ້ຮັບ-ສົ່ງນັກຮຽ...
ຂ່າວຕ່າງປະເທດ
2022-08-31T11:59:35+00:00
https://laopost.com/?p=137165
ຍີ່ປຸ່ນຮຽກຮ້ອງໃຫ້ສະຫະລັັດ ແລະ ເກົາຫຼີເໜືອ ໃຊ້ສັນຕິວິທີ ໃນການເຈລະຈາ
ເມື່ອວັນທີ 18 ເມສາ 2017 ເວັບໄຊຂ່າວສົດ ແລະ ເອເອຟພີລາຍງານຄວາມຄືບໜ້າຂອງສະຖານະການຕຶງຄຽດໃນມະຫາສະໝຸດເກົາຫຼີເໜືອ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງໃຫ້ທຸກຝ່າຍຮ່ວມກັນຫາທາງອອກຢ່າງສັນຕິວິທີ ຫຼັງການຫາລືກັບ ທ່ານ ໄມຕ໌ ເພນຊ໌ ຮອງປະທານາທິບໍດີ ສະຫະລັດອາເມລິກາ ທີ່ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງໄດ້ເຕືອນເກົາຫຼີເໜືອວ່າບໍ່ຄວ...
ຂ່າວຕ່າງປະເທດ
2017-04-19T09:19:37+00:00
https://laopost.com/?p=88701
ລົດເມນຳທ່ຽວຕຳຂອບທາງ ໄຟໄໝ້ຜູ້ໂດຍສານ ເສຍຊີວິດ 10 ຄົນ ຢູ່ເກົາຫລີໃຕ້
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ຕຸລານີ້ວ່າ ເກີດເຫດລົດເມນຳທ່ຽວ ຕຳຮາວເຫລັກຂອບທາງແລ້ວໄຟໄໝ້ ຢູ່ທາງດ່ວນພິເສດ Gyeongbu ໃກ້ກັບເມືອງ Ulsan ທາງພາກຕາເວັນອອກສຽງເໜືອ ປະເທດເກົາຫລີໃຕ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນ ແລະ ບາດເຈັບ 9 ຄົນ ໃນຄືນວັນພະຫັດທີ 13 ຕຸລາທີ່ຜ່ານມານີ້. ເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ລະບຸວ່າ ພາຍໃນລົດເມຄັນດັ່ງກ່າວ ມີ...
ຂ່າວຕ່າງປະເທດ
2016-10-14T14:01:38+00:00
https://laopost.com/?p=73073
ແຂວງຊຽງຂວາງ ຊີ້ແຈງກ່ຽວກັບການລົງທຶນເຊົ່າ-ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3
ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຊີ້ແຈງກ່ຽວກັບ ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ – ສໍາປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫີນເຂດ 2 ແລະ ເຂດ 3 ໃນຄັ້ງວັນທີ່ 20 ກໍລະກົດ 2023 ຢູ່ທີ່ ພະແນກ ແຜນການ ແລະ ການລົງທືນ ແຂວງຊຽງຂວາງ. ທ່ານ ຄຳຜຸຍ ໂນລາ ກໍໄດ້ກ່າວວ່າ: ກ່ຽ...
ຂ່າວພາຍໃນ
2023-08-02T10:41:30+00:00
https://laopost.com/?p=146511
ຮັກສາອາການປວດຫົວເຂົ່າດ້ວຍຫອມຫົວໃຫຍ່ ກັບ ວາຍຣ໌
ສຳລັບຄົນທີ່ມີອາການປວດຫົວເຂົ່າເປັນປະຈຳ ລອງຮັກສາມາຫຼາຍວິທີແລ້ວແຕ່ກໍ່ຍັງບໍ່ຫາຍດີ ມື້ນີ້ໃນຄໍລຳ ສຸຂະພາບ ແອັດມິນມີໜຶ່ງສູດມານຳສະເໜີ ຢາກໃຫ້ໄດ້ລອງເຮັດດື່ມເບິ່ງ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ ວັດຖຸດິບທີ່ຈະນຳມາເຮັດປະກອບມີ: ຫອມຫົວໃຫຍ່ 2 ຫົວ ວາຍຣ໌ແດງ 500 ມລ ຂວກແກ້ວໄວ້ໃຊ້ສຳລັບດອງ ວິທີເຮັດຄື: ນຳຫອມຫົວໃຫຍ່ ມາແກະເປືອກອ...
ສຸຂະພາບ ແລະ ສີ່ງແວດລ້ອມ
2017-08-18T17:03:39+00:00
https://laopost.com/?p=93863
ທະນາຄານໃນຮ່ອງກົງນຳສະເຫນີເຕັກໂນໂລຊີໃຫມ່ ບໍ່ຈື່ລະຫັດບັດເອທີເອັມກໍສາມາດຖອນເງີນຢູ່ຕູ້ເອທີເອັມໄດ້ ໂດຍນຳໃຊ້ລະບົບກວດເສັ້ນເລືອດເທີງນີ້ວມື.
ທະນາຄານ ແບັງ ອອັບ ໄຊນ່າ ຮ່ອງກົງ ຫລື BOCH ເປີດໃຊ້ເຕັກໂນໂລຊີໃຫມ່ເພື່ອການກົດເງີນທີ່ຕູ້ກົດເງີນສົດ ຫລື ເອທີເອັມ ທົ່ວຮ່ອງກົງ. ເຕັກໂນໂລຊີຕົວນີ້ຈະຊ່ວຍໃຫ້ລູກຄ້າທະນາຄານທີ່ລືມລະຫັດບັດເອທີເອັມສາມາດກົດເງີນຈາກຕູ້ໄດ້ ພຽງແຕ່ວາງນີ້ວມືໃສ່ບ່ອນອຸປະກອນກວດຈັບເສັ້ນເລືອດເທີງນີ້ວມືໃຕ້ຜິວຫນັງ ຊື່ງທາງທະນາຄານຫວັງວ່າຈະໃຂ້ທົດແທນຂະບວນການໃສ່ລະຫັດບັດເ...
ຂ່າວຕ່າງປະເທດ
2018-02-01T09:54:08+00:00
https://laopost.com/?p=99046
ຜັກຄາວທອງ ສັບພະຄຸນທາງຢາທີ່ຫຼາຍທ່ານອາດບໍ່ເຄີຍຮູ້
ລັກສະນະພືດສາດ: ເປັນພືດລົ້ມລຸກ, ສູງ 15-30 ຊມ, ລໍາຕົ້ນກົມສີຂຽວ, ຕາມຂໍ້ບ່ອນໃບຈັບບວມພອງເລັກນ້ອຍ ມີຂົນອ່ອນໆ, ມີກິ່ນຄາວ. ໃບ ເປັນໃບດ່ຽວ, ຈັບຮຽງສະຫຼັບ, ແຜ່ນໃບບາງກ້ຽງ, ແຜ່ນໃບຮູບຫົວໃຈ, ກວ້າງ 4-6 ຊມ, ຍາວ 6-10 ຊມ, ປາຍໃບຮຽວແຫຼມ, ຖານໃບມົນວ້ຳເຂົ້າ ຫຼື ຮູບຫົວໃຈ,ຂອບໃບລຽບ; ເສັ້ນໃບກ່າງໃບອອກຈາກກົກໃບ 4-5 ເສ້ັນ; ແຜ່່ນໃບດ້ານລຸ່ມມັກເປັນສີນ້ຳຕ...
ສຸຂະພາບ ແລະ ສີ່ງແວດລ້ອມ
2016-08-04T14:41:48+00:00
https://laopost.com/?p=67264
ມື້ອື່ນເລີກງາມຍາມດີ ລົງມືສ້າງທາງລົດໄຟ ລາວ-ຈີນ
25 ທັນວານີ້ຈະເປີດສາກລົງມືກໍ່ສ້າງເສັ້ນທາງລົດໄຟຢ່າງເປັນທາງການຢູ່ ແຂວງຫລວງພະບາງ. ຂປລ. ມື້ອື່ນນີ້ວັນທີ 25 ທັນວາ 2016 ແມ່ນເປັນມື້ເລິກງາມຍາມດີ, ລັດຖະບານລາວຈະຈັດພິທີວາງສີລາເລີກໂຄງການກໍ່ສ້າງລົດໄຟລາວ-ຈີນຢ່າງເປັນທາງການຢູ່ເຂດບ້ານພອນໄຊ ເມືອງຫຼວງພະບາງ ເຊິ່ງຈະມີການນໍາຂັ້ນສູງຈາກສອງຝ່າຍເຂົ້າຮ່ວມເປີດການກໍ່ສ້າງເສັ້ນທາງລົດໄຟ. ການວາງສີລາເ...
ຂ່າວພາຍໃນ
2016-12-24T21:11:12+00:00
https://laopost.com/?p=81352
ສະຫລຸບຜົນການແຂ່ງຂັນລາວພຣີເມຍລີກ ໃນວັນເສົາ ແລະ ວັນອາທິດທີ່ຜ່ານມາ
ລາວພຣີເມຍລີກ 2016 ເປີດສາກການແຂ່ງຂັນອາທິດທຳອິດ ກໍ່ລະເບີດຄວາມມັນຄັບສະໜາມ ປີນີ້ເຫັນໄດ້ວ່າແຕ່ລະທີມມີການພັດທະນາສີມືການເຕະກ່ວາປີທີ່ຜ່ານມາ ແລະ ແຕ່ລະທີມຍັງອັດເຕັມຄວາມພ້ອມໃນການລົງສະໜາມຢ່າງເຕັມທີ່ ເຮົາຕ້ອງມາລຸ້ນມາເຊຍກັນວ່າອາທິດທີສອງຈະມີທີມໃດແຕ່ລົງແຂ່ງຂັນ ແລະ ຈະມັນດຸເດືອດຂະໜາດໃດແຟນບານຕ້ອງບໍ່ພາດ! ສະຫລຸບຜົນການແຂ່ງຂັນໃນວັນເສົາ ແລະ ວ...
ຂ່າວພາຍໃນ
2016-03-28T11:15:28+00:00
https://laopost.com/?p=51841
ຄຶກຄື້ນເປຕັງຊິງຂັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດຄົບຮອບ 49 ປີ
ພິທີເປີດໄດ້ເລີ່ມຂື້ນໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2015 ນີ້, ຢູ່ທີຮ້ານອາຫານສົມໃຈ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ໂດຍມີນັກກິລາທີ່ມາຈາກພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກສ, ປກຊ, ຫ້າງຮ້ານທຸລະກິດ, ໂຮງຮຽນ, ໂຮງໝໍໍ ຕະຫຼອດຮອດຄຸ້ມບ້ານເຂົ້າຮ່ວມ. ທ່ານ ສີວັນສອນ ວົງລ້ອມ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ) ປະທານຊີ້ນ...
ຂ່າວພາຍໃນ
2015-07-10T14:36:56+00:00
https://laopost.com/?p=29956
ເຈົ້າໜ້າທີ ປກສ ເມືອງຊໍາໃຕ້ ສະກັດຈັບໃນຄະນະໄປສົ່ງ ພ້ອມຢາບ້າ ແລະ ຝິ່ນ
ເຈົ້າໜ້າທີ ປກສ ແຂວງຫົວພັນ ໄດ້ຈັບຕົວ ນາງ ສົ່ງ ສົງ ອາຍຸ 36 ປີ ຢູ່ບ້ານນາຮຽງ ເມືອງຊໍາໃຕ້ ແຂວງຫົວພັນ ພ້ອມຂອງຂອງກາງປະເພດຢາບ້າ 11 ເມັດ ທີ່ຊຸກເຊື່ອງໄວ້ນໍາຖົງເສື້ອ ແລະ ຢາຝິ່ນຈໍານວນ 1 ຫໍ່ ໜັກ 700 ກຼາມທີ່ຊຸກເຊື່ອງໄວ້ຢູໃນຖົງຟາຍຂອງຜູ້ກ່ຽວ. ເຈົ້າໜ້າທີ່ໄດ້ຮັບລາຍງານວ່າ ມີຜູ້ຍິງຄົນໜຶ່ງກໍາລັງໄປສົ່ງຢາເສບຕິດ ຈາກບ້ານນາຮຽງ ມຸ່ງໜ້າໄປເທດສະບາ...
ຂ່າວພາຍໃນ
2023-03-01T14:36:28+00:00
https://laopost.com/?p=142721
ປີ 2030 ພົນລະເມືອງລາວຈະໄດ້ໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິຢ່າງທົ່ວເຖິງ
ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 16 ມິຖຸນາ 2020 ທີ່ກະຊວງພາຍໃນ, ໄດ້ຈັດກອງປະຊຸມກວດກາໜ້າວຽກຄັ້ງທີ 3 ໜຶ່ງສ່ວນຮ້ອຍ ຂອງໂຄງການພັດທະນາ ລະບົບຖານຂໍ້ມູນ ຄຸ້ມຄອງພົນລະເມືອງ ເອເລັກໂຕຣນິກ ຈຸດປະສົງ ກໍເພື່ອສັງລວມ, ຮັກສາ, ປັບປຸງ ແລະ ຊອກຂໍ້ມູນກ່ຽວກັບການຈົດທະບຽນພົນລະເມືອງ ແລະ ສາມາດເຊື່ອມຕໍ່ກັບຂໍ້ມູນຂອງຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອປ້...
ຂ່າວທ້ອງຖິ່ນ
2020-06-18T17:11:48+00:00
https://laopost.com/?p=119882